ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເພງສັນລະເສີນ 115:4-8
    ຄຳພີໄບເບິນສະບັບແປໂລກໃໝ່
    •  4 ຮູບ​ບູຊາ​ຂອງ​ເຂົາເຈົ້າ​ເຮັດ​ຈາກ​ເງິນ​ຈາກ​ຄຳ

      ແລະ​ເປັນ​ສິ່ງ​ທີ່​ມະນຸດ​ເຮັດ​ຂຶ້ນ​ມາ.+

       5 ຮູບ​ບູຊາ​ເຫຼົ່າ​ນັ້ນ​ມີ​ປາກ​ແຕ່​ເວົ້າ​ບໍ່​ໄດ້+

      ມີ​ຕາ​ແຕ່​ເບິ່ງ​ບໍ່​ເຫັນ

       6 ມີ​ຫູ​ແຕ່​ບໍ່​ໄດ້​ຍິນ

      ມີ​ດັງ​ແຕ່​ດົມ​ກິ່ນ​ບໍ່​ໄດ້

       7 ມີ​ມື​ແຕ່​ຈັບ​ຫຍັງ​ບໍ່​ໄດ້

      ມີ​ຕີນ​ແຕ່​ຍ່າງ​ບໍ່​ໄດ້+

      ແລະ​ບໍ່​ມີ​ສຽງ​ອອກ​ຈາກ​ລຳ​ຄໍ​ເລີຍ.+

       8 ຄົນ​ທີ່​ເຮັດ​ພວກ​ມັນ​ຂຶ້ນ​ມາ​ແລະ​ຄົນ​ທີ່​ໄວ້​ວາງໃຈ​ພວກ​ມັນ

      ກໍ​ຈະ​ເປັນ​ຄື​ກັບ​ພວກ​ມັນ​ຫັ້ນ​ແຫຼະ.+

  • ເອຊາຢາ 46:6
    ຄຳພີໄບເບິນສະບັບແປໂລກໃໝ່
    •  6 ຄົນ​ຖອກ​ຄຳ​ອອກ​ຈາກ​ຖົງ​ຂອງ​ເຂົາເຈົ້າ

      ເອົາ​ເງິນ​ໄປ​ຊັ່ງ

      ແລະ​ຈ້າງ​ຊ່າງ​ຕີ​ເຫຼັກ​ໃຫ້​ເອົາ​ເງິນ​ເອົາ​ຄຳ​ນັ້ນ​ໄປ​ເຮັດ​ຮູບ​ພະ​ໃຫ້​ເຂົາເຈົ້າ.+

      ແລ້ວ​ເຂົາເຈົ້າ​ກໍ​ກົ້ມ​ກາບ​ແລະ​ນະມັດສະການ​ຮູບ​ພະ​ນັ້ນ.+

  • ກິດຈະການ 17:29
    ຄຳພີໄບເບິນສະບັບແປໂລກໃໝ່
    • 29 ໃນ​ເມື່ອ​ພວກ​ເຮົາ​ເປັນ​ລູກ​ຂອງ​ພະເຈົ້າ+ ພວກ​ເຮົາ​ກໍ​ບໍ່​ຄວນ​ຄິດ​ວ່າ​ພະເຈົ້າ​ເປັນ​ຄື​ກັບ​ຄຳ ເງິນ ກ້ອນ​ຫີນ ຫຼື​ເປັນ​ຄື​ກັບ​ບາງ​ສິ່ງ​ທີ່​ແກະ​ສະຫຼັກ​ຂຶ້ນ​ມາ​ດ້ວຍ​ສີ​ມື​ແລະ​ຄວາມຄິດ​ຂອງ​ມະນຸດ.+

  • 1 ໂກຣິນໂທ 10:19
    ຄຳພີໄບເບິນສະບັບແປໂລກໃໝ່
    • 19 ຂ້ອຍ​ເວົ້າ​ແບບ​ນີ້​ໝາຍ​ຄວາມ​ວ່າ​ແນວ​ໃດ? ຮູບ​ບູຊາ​ກັບ​ເຄື່ອງ​ທີ່​ບູຊາ​ຮູບ​ນັ້ນ​ສຳຄັນ​ຊັ້ນ​ເບາະ?

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌