ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອຊາຢາ 51:3
    ຄຳພີໄບເບິນສະບັບແປໂລກໃໝ່
    •  3 ພະ​ເຢໂຫວາ​ຈະ​ປອບ​ໂຍນ​ຊີໂອນ.+

      ເພິ່ນ​ຈະ​ຟື້ນຟູ*​ຊາກຫັກພັງ​ຂອງ​ເມືອງ​ນີ້.+

      ເພິ່ນ​ຈະ​ເຮັດ​ໃຫ້​ບ່ອນ​ກັນດານ​ຂອງ​ເມືອງ​ນີ້​ເປັນ​ຄື​ກັບ​ສວນ​ເອເດັນ+

      ແລະ​ເຮັດ​ໃຫ້​ບ່ອນ​ທີ່​ແຫ້ງ​ແລ້ງ​ຂອງ​ເມືອງ​ນີ້​ເປັນ​ຄື​ກັບ​ສວນ​ຂອງ​ພະ​ເຢໂຫວາ.+

      ເມືອງ​ນີ້​ຈະ​ມີ​ຄວາມ​ເບີກບານ​ມ່ວນ​ຊື່ນ

      ມີ​ສຽງ​ຂອບໃຈ​ແລະ​ສຽງ​ເພງ​ທີ່​ມ່ວນ​ໆ​.+

  • ເອຊາຢາ 56:7
    ຄຳພີໄບເບິນສະບັບແປໂລກໃໝ່
    •  7 ເຮົາ​ຈະ​ພາ​ເຂົາເຈົ້າ​ມາ​ພູ​ບໍລິສຸດ​ຂອງ​ເຮົາ+

      ແລະ​ເຂົາເຈົ້າ​ຈະ​ມີ​ຄວາມສຸກ​ທີ່​ໄດ້​ຢູ່​ໃນ​ວິຫານ​ສຳລັບ​ການ​ອະທິດຖານ.

      ເຮົາ​ຈະ​ຮັບ​ເອົາ​ເຄື່ອງ​ບູຊາ​ເຜົາ​ແລະ​ເຄື່ອງ​ບູຊາ​ອື່ນ​ໆ​ທີ່​ເຂົາເຈົ້າ​ເອົາ​ມາ​ໃຫ້​ຢູ່​ເທິງ​ແທ່ນ​ບູຊາ​ຂອງ​ເຮົາ.

      ວິຫານ​ຂອງ​ເຮົາ​ຈະ​ຖືກ​ເອີ້ນ​ວ່າ​ວິຫານ​ສຳລັບ​ການ​ອະທິດຖານ​ຂອງ​ຄົນ​ທຸກ​ຊາດ.”+

  • ເອຊາຢາ 65:25
    ຄຳພີໄບເບິນສະບັບແປໂລກໃໝ່
    • 25 ໝາ​ປ່າ​ກັບ​ແກະ​ນ້ອຍ​ຈະ​ກິນ​ຫຍ້າ​ນຳ​ກັນ​ຢ່າງ​ສະຫງົບສຸກ.

      ສິງ​ຈະ​ກິນ​ເຟືອງ​ຄື​ກັບ​ງົວ+

      ແລະ​ງູ​ຈະ​ກິນ​ດິນ​ເປັນ​ອາຫານ.

      ພວກ​ມັນ​ຈະ​ບໍ່​ເຮັດ​ອັນຕະລາຍ​ແລະ​ບໍ່​ສ້າງ​ຄວາມ​ເສຍຫາຍ​ຫຍັງ​ເລີຍ​ຢູ່​ທຸກ​ບ່ອນ​ໃນ​ພູ​ບໍລິສຸດ​ຂອງ​ເຮົາ.”+ ພະ​ເຢໂຫວາ​ເວົ້າ​ແນວ​ນີ້.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌