ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອຊາຢາ 2:3, 4
    ຄຳພີໄບເບິນສະບັບແປໂລກໃໝ່
    •  3 ຄົນ​ຈາກ​ຊາດ​ຕ່າງ​ໆ​ຈະ​ພາກັນ​ເວົ້າ​ວ່າ:

      “ໄປ໋ ໃຫ້​ພວກ​ເຮົາ​ຂຶ້ນ​ໄປ​ເທິງ​ພູ​ຂອງ​ພະ​ເຢໂຫວາ

      ແລະ​ໄປ​ວິຫານ​ພະເຈົ້າ​ຂອງ​ຢາໂຄບ.+

      ເພິ່ນ​ຈະ​ສອນ​ພວກ​ເຮົາ​ໃຫ້​ຮູ້ຈັກ​ແນວ​ທາງ​ຂອງ​ເພິ່ນ

      ແລະ​ພວກ​ເຮົາ​ຈະ​ໄດ້​ໃຊ້​ຊີວິດຕາມ​ທີ່​ເພິ່ນ​ຕ້ອງການ.”+

      ກົດໝາຍ*​ຂອງ​ເພິ່ນ​ຈະ​ມາ​ຈາກ​ເມືອງ​ຊີໂອນ

      ແລະ​ຄຳສອນ​ຂອງ​ພະ​ເຢໂຫວາ​ຈະ​ມາ​ຈາກ​ເມືອງ​ເຢຣູຊາເລັມ.+

       4 ເພິ່ນ​ຈະ​ເປັນ​ຜູ້​ຕັດສິນ​ຊາດ​ຕ່າງ​ໆ​

      ແລະ​ເພິ່ນ​ຈະ​ແກ້ໄຂ​ເລື່ອງ​ທີ່​ບໍ່​ຖືກຕ້ອງ​ໃນ​ຊາດ​ເຫຼົ່າ​ນັ້ນ.

      ເຂົາເຈົ້າ​ຈະ​ເອົາ​ດາບ​ມາ​ຕີ​ເປັນ​ໝາກ​ສົບໄຖ*​ເພື່ອ​ໃຊ້​ໄຖ​ນາ

      ແລະ​ເອົາ​ຫອກ​ມາ​ຕີ​ເປັນກ່ຽວ.*+

      ຊາດ​ຕ່າງ​ໆ​ຈະ​ບໍ່​ຕໍ່ສູ້​ກັນ

      ແລະ​ຈະ​ບໍ່​ມີ​ໃຜ​ຝຶກ​ເຮັດ​ສົງຄາມ​ອີກ​ເລີຍ.+

  • ເອຊາຢາ 11:6-9
    ຄຳພີໄບເບິນສະບັບແປໂລກໃໝ່
    •  6 ໝາ​ປ່າ​ກັບ​ແກະ​ນ້ອຍ​ຈະ​ຢູ່​ນຳ​ກັນ+

      ແລະ​ເສືອ​ດາວ​ກັບ​ແບ້​ນ້ອຍ​ຈະ​ນອນ​ຢູ່​ນຳ​ກັນ.

      ສິງ​ກັບ​ງົວ​ນ້ອຍ​ແລະສັດ​ທີ່​ຕຸ້ຍ​ໆ​ຈະຍ່າງ​ໄປ​ນຳ​ກັນ*+

      ແລະ​ເດັກນ້ອຍ​ຈະ​ເປັນ​ຜູ້​ພາ​ພວກ​ມັນ​ໄປ.

       7 ງົວ​ກັບ​ໝີ​ຈະ​ຢູ່​ນຳ​ກັນ​ແລະ​ກິນ​ນຳ​ກັນ

      ແລະ​ລູກ​ຂອງ​ພວກ​ມັນ​ຈະ​ນອນ​ຢູ່​ນຳ​ກັນ.

      ສິງ​ຈະ​ກິນ​ເຟືອງ​ຄື​ກັບ​ງົວ.+

       8 ເດັກ​ນ້ອຍ​ທີ່​ຍັງກິນ​ນົມ​ແມ່​ຈະ​ຫຼິ້ນ​ຢູ່​ໃກ້​ໆ​ບ່ອນ​ທີ່​ງູ​ເຫົ່າ​ຢູ່.

      ເດັກ​ນ້ອຍ​ທີ່​ເຊົາ​ນົມ​ແລ້ວ​ຈະ​ເອົາ​ມື​ວາງ​ໄວ້​ເທິງ​ຮູ​ງູ​ພິດ.

       9 ສັດ​ເຫຼົ່ານີ້​ຈະ​ບໍ່​ເປັນ​ອັນຕະລາຍ+

      ແລະ​ຈະ​ບໍ່​ທຳລາຍ​ຫຍັງ​ຢູ່​ພູ​ບໍລິສຸດ​ຂອງ​ເຮົາ+

      ຍ້ອນ​ຄວາມຮູ້​ກ່ຽວກັບ​ພະ​ເຢໂຫວາ​ຈະ​ມີ​ຢູ່​ເຕັມ​ໂລກ​ນີ້

      ຄື​ກັບນ້ຳ​ທີ່​ມີ​ຢູ່​ເຕັມ​ທະເລ.+

  • ມີກາ 4:2
    ຄຳພີໄບເບິນສະບັບແປໂລກໃໝ່
    •  2 ຄົນ​ຈາກ​ຊາດ​ຕ່າງ​ໆ​ຈະ​ພາກັນ​ເວົ້າ​ວ່າ:

      “ໄປ໋ ໃຫ້​ພວກ​ເຮົາ​ຂຶ້ນ​ໄປ​ເທິງ​ພູ​ຂອງ​ພະ​ເຢໂຫວາ

      ແລະ​ໄປ​ວິຫານ​ພະເຈົ້າ​ຂອງ​ຢາໂຄບ.+

      ເພິ່ນ​ຈະ​ສອນ​ພວກເຮົາ​ໃຫ້​ຮູ້ຈັກ​ແນວທາງ​ຂອງ​ເພິ່ນ

      ແລະ​ພວກເຮົາ​ຈະ​ໃຊ້​ຊີວິດ​ຕາມ​ທີ່​ເພິ່ນ​ຕ້ອງການ.”

      ກົດໝາຍ*​ຂອງ​ເພິ່ນ​ຈະ​ມາ​ຈາກ​ເມືອງ​ຊີໂອນ

      ແລະ​ຄຳສອນ​ຂອງ​ພະ​ເຢໂຫວາ​ຈະ​ມາ​ຈາກ​ເມືອງ​ເຢຣູຊາເລັມ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌