-
2 ຂ່າວຄາວ 32:21, 22ຄຳພີໄບເບິນສະບັບແປໂລກໃໝ່
-
-
21 ພະເຢໂຫວາຈຶ່ງສົ່ງທູດສະຫວັນອົງໜຶ່ງມາຂ້າພວກທະຫານທີ່ເກັ່ງໆ+ ພວກຫົວໜ້າ ແລະພວກຫົວໜ້າກອງທັບທີ່ຢູ່ຄ້າຍຂອງກະສັດອັດຊີເຣຍຕາຍຈົນໝົດ. ກະສັດອັດຊີເຣຍກັບເມືອປະເທດຂອງໂຕເອງດ້ວຍຄວາມອັບອາຍ. ຕໍ່ມາ ຕອນທີ່ລາວເຂົ້າໄປໃນວິຫານຂອງພະເຈົ້າຂອງລາວ ພວກລູກຊາຍຂອງລາວກໍໄດ້ເອົາດາບຂ້າລາວຕາຍ.+ 22 ພະເຢໂຫວາໄດ້ຊ່ວຍເຮເຊກີຢາແລະຄົນໃນເມືອງເຢຣູຊາເລັມໃຫ້ລອດຈາກເຊນນາເກຣິບກະສັດຂອງອັດຊີເຣຍແລະລອດຈາກຊາດອື່ນໆ. ເພິ່ນໄດ້ໃຫ້ເຂົາເຈົ້າມີຄວາມສະຫງົບສຸກທົ່ວປະເທດ.
-
-
ເອຊາຢາ 31:8ຄຳພີໄບເບິນສະບັບແປໂລກໃໝ່
-
-
8 ພວກອັດຊີເຣຍຈະຕ້ອງລົ້ມລົງດ້ວຍດາບ ແຕ່ບໍ່ແມ່ນດາບຂອງມະນຸດ.
ດາບທີ່ບໍ່ແມ່ນດາບຂອງມະນຸດຈະຂ້າເຂົາເຈົ້າ.+
ເຂົາເຈົ້າຈະໜີຍ້ອນດາບນັ້ນ
ແລະພວກຄົນໜຸ່ມຂອງເຂົາເຈົ້າຈະຖືກບັງຄັບໃຫ້ໄປເປັນກຳມະກອນ.
-