ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອົບພະຍົບ 19:3
    ຄຳພີໄບເບິນສະບັບແປໂລກໃໝ່
    • 3 ໂມເຊ​ໄປ​ຫາ​ພະເຈົ້າ​ທ່ຽງແທ້​ຢູ່​ເທິງ​ພູ ແລະ​ພະ​ເຢໂຫວາ​ກໍ​ເວົ້າ​ກັບ​ໂມເຊ​ຢູ່​ພູ​ນັ້ນ+​ວ່າ: “ໃຫ້​ເຈົ້າ​ໄປ​ບອກ​ພວກ​ອິດສະຣາເອນ​ທີ່​ເປັນ​ລູກ​ຫຼານ​ຂອງ​ຢາໂຄບ​ວ່າ

  • ອົບພະຍົບ 19:5
    ຄຳພີໄບເບິນສະບັບແປໂລກໃໝ່
    • 5 ຖ້າ​ພວກ​ເຈົ້າ​ເຊື່ອ​ຟັງ​ເຮົາ​ແທ້​ໆ​ແລະ​ເຮັດ​ຕາມ​ຄຳ​ສັນຍາ​ຂອງ​ເຮົາ ພວກ​ເຈົ້າ​ຈະ​ເປັນຊັບ​ສົມບັດ​ພິເສດ*ຂອງ​ເຮົາ​ທີ່​ເຮົາ​ໄດ້​ເລືອກ​ໄວ້+ ເພາະ​ທຸກ​ສິ່ງ​ໃນ​ໂລກ​ເປັນ​ຂອງ​ເຮົາ.+

  • ອົບພະຍົບ 24:7
    ຄຳພີໄບເບິນສະບັບແປໂລກໃໝ່
    • 7 ຈາກ​ນັ້ນ ລາວ​ກໍ​ເອົາ​ປຶ້ມ*ບັນທຶກ​ຂໍ້​ສັນຍາ​ມາ​ອ່ານ​ດັງ​ໆ​ໃຫ້​ປະຊາຊົນ​ຟັງ.+ ແລ້ວ​ເຂົາ​ເຈົ້າ​ກໍ​ເວົ້າ​ວ່າ: “ພວກ​ເຮົາ​ຊິ​ເຊື່ອ​ຟັງ​ແລະ​ເຮັດ​ຕາມ​ທຸກ​ຢ່າງ​ທີ່​ພະ​ເຢໂຫວາ​ບອກ.”+

  • ເຢເຣມີຢາ 31:32
    ຄຳພີໄບເບິນສະບັບແປໂລກໃໝ່
    • 32 ສັນຍາ​ນີ້​ຈະ​ບໍ່​ຄື​ກັບ​ສັນຍາ​ທີ່​ເຮົາ​ເຄີຍ​ເຮັດ​ກັບ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ​ຕອນ​ທີ່​ເຮົາ​ຈູງ​ມື​ຄົນ​ເຫຼົ່າ​ນັ້ນ​ອອກ​ມາ​ຈາກ​ແຜ່ນດິນ​ເອຢິບ.+ ຄົນ​ເຫຼົ່າ​ນັ້ນ​ບໍ່​ໄດ້​ເຮັດ​ຕາມ​ທີ່​ສັນຍາ+​ກັບ​ເຮົາ ທັງ​ໆ​ທີ່​ເຮົາ​ເປັນ​ເຈົ້າ​ນາຍ​ພຽງ​ຜູ້​ດຽວ​ຂອງ​ເຂົາ​ເຈົ້າ.”* ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.

  • ເຢເຣມີຢາ 34:18-20
    ຄຳພີໄບເບິນສະບັບແປໂລກໃໝ່
    • 18 ‘ນີ້​ແມ່ນ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ຄົນ​ທີ່​ຜິດ​ສັນຍາ​ກັບ​ເຮົາ​ຄື ຄົນ​ທີ່​ບໍ່​ໄດ້​ເຮັດ​ຕາມ​ສັນຍາ​ທີ່​ເຮັດ​ໄວ້​ຕໍ່​ໜ້າ​ເຮົາ​ຕອນ​ທີ່​ເຂົາ​ເຈົ້າ​ຜ່າ​ງົວ​ນ້ອຍ​ອອກ​ເປັນ 2 ຕ່ອນ​ແລະ​ຍ່າງ​ຜ່ານ​ກາງ 2 ຕ່ອນ​ນັ້ນ.+ 19 ຄົນ​ທີ່​ຍ່າງ​ຜ່ານ​ກາງ​ງົວ​ນ້ອຍ 2 ຕ່ອນ​ນັ້ນ​ແມ່ນ​ພວກ​ເຈົ້າ​ນາຍ​ຂອງ​ຢູດາ ພວກ​ເຈົ້າ​ນາຍ​ຂອງ​ເຢຣູຊາເລັມ ພວກ​ຂ້າລາຊະການ ພວກ​ປະໂລຫິດ ແລະ​ປະຊາຊົນ​ທັງໝົດ​ທີ່​ຢູ່​ໃນ​ແຜ່ນດິນ​ນີ້. 20 ເຮົາ​ຈະ​ມອບ​ເຂົາ​ເຈົ້າ​ໄວ້​ໃນ​ມື​ຂອງ​ພວກ​ສັດຕູ​ແລະ​ຄົນ​ທີ່​ຢາກ​ຂ້າ​ເຂົາ​ເຈົ້າ. ສົບ​ຂອງ​ເຂົາ​ເຈົ້າ​ຈະ​ເປັນ​ອາຫານ​ຂອງ​ນົກ​ຢູ່​ເທິງ​ຟ້າ​ແລະ​ສັດ​ປ່າ​ຢູ່​ເທິງ​ດິນ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌