ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຢເຣມີຢາ 34
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມເຢເຣມີຢາ

      • ຄຳ​ຕັດສິນ​ຕໍ່​ເຊເດກີຢາ (1-7)

      • ຜິດ​ສັນຍາ​ເລື່ອງ​ການ​ປ່ອຍ​ທາດ (8-22)

ເຢເຣມີຢາ 34:1

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ເນບູກາດເຣັດຊາ” ເຊິ່ງ​ເປັນ​ການ​ສະກົດ​ອີກ​ແບບ​ໜຶ່ງ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 25:1; ຢຣມ 32:2; 39:1; 52:4

ເຢເຣມີຢາ 34:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ຂຄ 36:11; ຢຣມ 37:1
  • +ຢຣມ 21:10; 32:28, 29; 39:8

ເຢເຣມີຢາ 34:3

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 37:17; 39:5
  • +2ກສ 25:6, 7; ອຊກ 12:13

ເຢເຣມີຢາ 34:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອຊກ 17:16

ເຢເຣມີຢາ 34:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຢຣມ 4:5
  • +ມກ 1:13
  • +ຢຊ 15:20, 35

ເຢເຣມີຢາ 34:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 21:2

ເຢເຣມີຢາ 34:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 24:7
  • +ອພຍ 13:3

ເຢເຣມີຢາ 34:14

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ໃນ​ຕອນ​ທ້າຍ​ຂອງ​ປີ​ທີ 7”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 21:2; ລລວ 25:10, 39-42; ພບຍ 15:12

ເຢເຣມີຢາ 34:15

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ມື້​ນີ້”

ເຢເຣມີຢາ 34:16

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 19:12

ເຢເຣມີຢາ 34:17

ໄຂເງື່ອນ

  • *

    ຫຼື “ພະຍາດ”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ອພຍ 21:2; ລລວ 25:10
  • +2ກສ 25:3; ຢຣມ 21:7
  • +ຢຣມ 15:2, 4; 29:18

ເຢເຣມີຢາ 34:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 15:10, 17

ເຢເຣມີຢາ 34:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພບຍ 28:26; ພສ 79:2; ຢຣມ 16:4

ເຢເຣມີຢາ 34:21

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 25:6, 7; ສສ 4:20
  • +ຢຣມ 37:5

ເຢເຣມີຢາ 34:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +2ກສ 25:9, 10; ຢຣມ 32:29; 39:8
  • +ລລວ 26:33; ຢຣມ 44:2

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ຢຣມ. 34:12ກສ 25:1; ຢຣມ 32:2; 39:1; 52:4
ຢຣມ. 34:22ຂຄ 36:11; ຢຣມ 37:1
ຢຣມ. 34:2ຢຣມ 21:10; 32:28, 29; 39:8
ຢຣມ. 34:3ຢຣມ 37:17; 39:5
ຢຣມ. 34:32ກສ 25:6, 7; ອຊກ 12:13
ຢຣມ. 34:5ອຊກ 17:16
ຢຣມ. 34:7ຢຣມ 4:5
ຢຣມ. 34:7ມກ 1:13
ຢຣມ. 34:7ຢຊ 15:20, 35
ຢຣມ. 34:8ອພຍ 21:2
ຢຣມ. 34:13ອພຍ 24:7
ຢຣມ. 34:13ອພຍ 13:3
ຢຣມ. 34:14ອພຍ 21:2; ລລວ 25:10, 39-42; ພບຍ 15:12
ຢຣມ. 34:16ລລວ 19:12
ຢຣມ. 34:17ອພຍ 21:2; ລລວ 25:10
ຢຣມ. 34:172ກສ 25:3; ຢຣມ 21:7
ຢຣມ. 34:17ຢຣມ 15:2, 4; 29:18
ຢຣມ. 34:18ປຖກ 15:10, 17
ຢຣມ. 34:20ພບຍ 28:26; ພສ 79:2; ຢຣມ 16:4
ຢຣມ. 34:212ກສ 25:6, 7; ສສ 4:20
ຢຣມ. 34:21ຢຣມ 37:5
ຢຣມ. 34:222ກສ 25:9, 10; ຢຣມ 32:29; 39:8
ຢຣມ. 34:22ລລວ 26:33; ຢຣມ 44:2
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
ຄຳພີໄບເບິນສະບັບແປໂລກໃໝ່
ເຢເຣມີຢາ 34:1-22

ເຢເຣມີຢາ

34 ຕອນ​ທີ່​ເນບູກາດເນັດຊາ*​ກະສັດ​ຂອງ​ບາບີໂລນ ກອງທັບ​ຂອງ​ລາວ ອານາຈັກ​ຕ່າງ​ໆ​ທີ່​ຢູ່​ໃຕ້​ການ​ປົກຄອງ​ຂອງ​ລາວ ແລະ​ຊາດ​ຕ່າງ​ໆ​ກຳລັງ​ຕໍ່ສູ້​ກັບ​ເມືອງ​ເຢຣູຊາເລັມ​ແລະ​ເມືອງ​ຕ່າງ​ໆ​ທີ່​ຢູ່​ອ້ອມແອ້ມ ພະ​ເຢໂຫວາ​ໄດ້​ເວົ້າ​ກັບ​ເຢເຣມີຢາ​ວ່າ:+

2 “ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ບອກ​ວ່າ ‘ໃຫ້​ເຈົ້າ​ໄປ​ບອກ​ເຊເດກີຢາ+​ກະສັດ​ຂອງ​ຢູດາ​ແນວ​ນີ້ “ພະ​ເຢໂຫວາ​ບອກ​ວ່າ ‘ເຮົາ​ຈະ​ມອບ​ເມືອງ​ນີ້​ໄວ້​ໃນ​ມື​ຂອງ​ກະສັດ​ບາບີໂລນ ແລ້ວ​ລາວ​ຈະ​ຈູດ​ເມືອງ​ນີ້.+ 3 ເຈົ້າ​ຈະ​ໜີ​ບໍ່​ລອດ. ເຈົ້າ​ຈະ​ຖືກ​ຈັບ​ແລະ​ຖືກ​ສົ່ງ​ໂຕ​ໄປ​ໃຫ້​ກະສັດ​ບາບີໂລນ.+ ເຈົ້າ​ຈະ​ໄດ້​ເຈິ​ກັບ​ລາວ​ແລະ​ລາວ​ຈະ​ລົມ​ກັບ​ເຈົ້າ​ແບບ​ໜ້າ​ຕໍ່​ໜ້າ ແລ້ວ​ເຈົ້າ​ຈະ​ຖືກ​ພາ​ໄປ​ບາບີໂລນ.’+ 4 ແຕ່​ເຊເດກີຢາ​ກະສັດ​ຂອງ​ຢູດາ​ເອີ້ຍ ໃຫ້​ຟັງ​ຄຳ​ເວົ້າ​ຂອງ​ພະ​ເຢໂຫວາ​ເດີ້. ‘ພະ​ເຢໂຫວາ​ເວົ້າ​ເຖິງ​ເຈົ້າ​ວ່າ “ເຈົ້າ​ຈະ​ບໍ່​ຖືກ​ຂ້າ​ດ້ວຍ​ດາບ. 5 ເຈົ້າ​ຈະ​ໄດ້​ຕາຍ​ຢ່າງ​ສະຫງົບ.+ ເຂົາ​ເຈົ້າ​ຈະ​ຈັດ​ພິທີ​ເຜົາ​ເຄື່ອງຫອມ​ໃຫ້​ເຈົ້າ​ຄື​ກັບ​ທີ່​ເຄີຍ​ເຮັດ​ໃຫ້​ປູ່ຍ່າຕານາຍ​ຂອງ​ເຈົ້າ​ແລະ​ກະສັດ​ທີ່​ປົກຄອງ​ກ່ອນ​ເຈົ້າ. ເຂົາ​ເຈົ້າ​ຈະ​ຮ້ອງໄຫ້​ໄວ້ທຸກ​ໃຫ້​ເຈົ້າ​ແລ້ວ​ເວົ້າ​ວ່າ ‘ກະສັດ​ຂອງ​ພວກ​ເຮົາ​ເອີ້ຍ ຄື​ຈາກ​ພວກ​ເຮົາ​ໄປ!’ ເລື່ອງ​ນີ້​ຈະ​ເກີດ​ຂຶ້ນ​ຍ້ອນ​ເຮົາ​ເຢໂຫວາ​ໄດ້​ເວົ້າ​ໄວ້​ແລ້ວ.”’”’”

6 ຜູ້​ພະຍາກອນ​ເຢເຣມີຢາ​ໄດ້​ບອກ​ຄຳ​ເວົ້າ​ທັງໝົດ​ນີ້​ໃຫ້​ເຊເດກີຢາ​ກະສັດ​ຂອງ​ຢູດາ​ຟັງ​ຢູ່​ເຢຣູຊາເລັມ 7 ຕອນ​ທີ່​ກອງທັບ​ຂອງ​ກະສັດ​ບາບີໂລນ​ກຳລັງ​ຕໍ່ສູ້​ເມືອງ​ເຢຣູຊາເລັມ​ແລະ​ເມືອງ​ຂອງ​ຢູດາ​ທີ່​ຍັງ​ເຫຼືອ​ຢູ່+ ເຊິ່ງ​ກໍ​ຄື​ເມືອງ​ລາກິດ+​ແລະ​ເມືອງ​ອາເຊກາ.+ ໃນ​ພວກ​ເມືອງ​ທີ່​ມີ​ກຳແພງ​ສູງ​ອ້ອມ​ຮອບ ມີ​ແຕ່ 2 ເມືອງ​ນີ້​ເທົ່າ​ນັ້ນ​ທີ່​ຍັງ​ບໍ່​ທັນ​ຖືກ​ເອົາ​ຊະນະ.

8 ພະ​ເຢໂຫວາ​ເວົ້າ​ກັບ​ເຢເຣມີຢາ​ຫຼັງ​ຈາກ​ທີ່​ກະສັດ​ເຊເດກີຢາ​ເຮັດ​ສັນຍາ​ກັບ​ທຸກ​ຄົນ​ໃນ​ເມືອງ​ເຢຣູຊາເລັມ​ວ່າ​ໃຫ້​ປ່ອຍ​ທາດ​ເປັນ​ອິດ​ສະຫຼະ.+ 9 ທຸກ​ຄົນ​ຕ້ອງ​ປ່ອຍ​ທາດ​ຊາຍ​ຍິງ​ຄົນ​ເຮັບເຣີ​ໄປ​ແລະ​ບໍ່​ຄວນ​ມີ​ຄົນ​ຢິວ​ຄົນ​ໃດ​ເກັບ​ຄົນ​ຊາດ​ດຽວ​ກັນ​ໄວ້​ເປັນ​ທາດ​ອີກ. 10 ພວກ​ເຈົ້າ​ນາຍ​ແລະ​ປະຊາຊົນ​ທັງໝົດ​ກໍ​ເຊື່ອ​ຟັງ. ເຂົາ​ເຈົ້າ​ພາກັນ​ສັນຍາ​ວ່າ​ຈະ​ປ່ອຍ​ທາດ​ຊາຍ​ຍິງ​ຂອງ​ໂຕເອງ​ໄປ​ໃຫ້​ໝົດ. ເຂົາ​ເຈົ້າ​ເຊື່ອ​ຟັງ​ແລະ​ປ່ອຍ​ທາດ​ໄປ. 11 ແຕ່​ຕໍ່​ມາ ເຂົາ​ເຈົ້າ​ພັດ​ໄປ​ນຳ​ເອົາ​ທາດ​ຊາຍ​ຍິງ​ທີ່​ເຂົາ​ເຈົ້າ​ປ່ອຍ​ໄປ​ກັບ​ມາ​ແລະ​ບັງຄັບ​ເຂົາ​ເຈົ້າ​ໃຫ້​ເປັນ​ທາດ​ອີກ. 12 ພະ​ເຢໂຫວາ​ຈຶ່ງ​ເວົ້າ​ກັບ​ເຢເຣມີຢາ​ອີກ​ເທື່ອ​ໜຶ່ງ. ພະ​ເຢໂຫວາ​ເວົ້າ​ວ່າ:

13 “ພະ​ເຢໂຫວາ​ພະເຈົ້າ​ຂອງ​ອິດສະຣາເອນ​ບອກ​ວ່າ ‘ເຮົາ​ໄດ້​ເຮັດ​ສັນຍາ​ກັບ​ປູ່​ຍ່າ​ຕາ​ນາຍ​ຂອງ​ເຈົ້າ+​ໃນ​ມື້​ທີ່​ເຮົາ​ພາ​ເຂົາ​ເຈົ້າ​ອອກ​ມາ​ຈາກ​ການ​ເປັນ​ທາດ​ໃນ​ແຜ່ນດິນ​ເອຢິບ+​ໂດຍ​ບອກ​ວ່າ 14 “ຖ້າ​ພວກ​ເຈົ້າ​ຄົນ​ໃດ​ຊື້​ທາດ​ຊາຍ​ຍິງ​ທີ່​ເປັນ​ຄົນ​ເຮັບເຣີ​ມາ ແລະ​ທາດ​ນັ້ນ​ເຮັດ​ວຽກ​ຮັບ​ໃຊ້​ເຈົ້າ 6 ປີ​ແລ້ວ ໃນ​ປີ​ທີ 7* ພວກ​ເຈົ້າ​ຕ້ອງ​ປ່ອຍ​ທາດ​ນັ້ນ​ໃຫ້​ເປັນ​ອິດ​ສະຫຼະ.”+ ແຕ່​ປູ່​ຍ່າ​ຕາ​ນາຍ​ຂອງ​ພວກ​ເຈົ້າ​ພັດ​ບໍ່​ສົນໃຈ​ແລະ​ບໍ່​ເຊື່ອຟັງ​ເຮົາ​ເລີຍ. 15 ບໍ່​ດົນ​ມາ​ນີ້* ພວກ​ເຈົ້າ​ເອງ​ກໍ​ໄດ້​ກັບໃຈ​ແລະ​ເຮັດ​ສິ່ງ​ທີ່​ເຮົາ​ເຫັນ​ວ່າ​ຖືກຕ້ອງ​ໂດຍ​ປ່ອຍ​ຄົນ​ຊາດ​ດຽວ​ກັນ​ໃຫ້​ເປັນ​ອິດ​ສະຫຼະ​ແລະ​ເຮັດ​ສັນຍາ​ຕໍ່​ໜ້າ​ເຮົາ​ຢູ່​ວິຫານ​ທີ່​ຖືກ​ເອີ້ນ​ຕາມ​ຊື່​ຂອງ​ເຮົາ. 16 ແຕ່​ພວກ​ເຈົ້າ​ພັດ​ປ່ຽນ​ໃຈ​ແລະ​ເຮັດ​ໃຫ້​ເຮົາ​ເສຍ​ຊື່​ສຽງ+​ໂດຍ​ໄປ​ນຳ​ເອົາ​ທາດ​ຊາຍ​ຍິງ​ທີ່​ພວກ​ເຈົ້າ​ປ່ອຍ​ໃຫ້​ໄປ​ຢູ່​ໃນ​ບ່ອນ​ທີ່​ເຂົາ​ເຈົ້າ​ຢາກ​ຢູ່ ແລະ​ບັງຄັບ​ເຂົາ​ເຈົ້າ​ໃຫ້​ກັບ​ມາ​ເປັນ​ທາດ​ອີກ.’

17 ພະ​ເຢໂຫວາ​ຈຶ່ງ​ບອກ​ວ່າ ‘ພວກ​ເຈົ້າ​ບໍ່​ໄດ້​ເຊື່ອ​ຟັງ​ເຮົາ​ຕອນ​ທີ່​ພວກ​ເຈົ້າ​ປ່ອຍ​ພີ່​ນ້ອງ​ແລະ​ຄົນ​ຊາດ​ດຽວ​ກັນ​ໃຫ້​ເປັນ​ອິດ​ສະຫຼະ.+ ດັ່ງ​ນັ້ນ ເຮົາ​ຈະ​ປ່ອຍ​ພວກ​ເຈົ້າ​ໃຫ້​ເປັນ​ອິດ​ສະຫຼະ​ໂດຍ​ໃຫ້​ພວກ​ເຈົ້າ​ຖືກ​ຂ້າ​ດ້ວຍ​ດາບ ຕາຍ​ຍ້ອນ​ຄວາມ​ອຶດຢາກ+​ແລະ​ໂລກ​ລະບາດ* ແລະ​ເຮົາ​ຈະ​ເຮັດ​ໃຫ້​ຊາດ​ຕ່າງ​ໆ​ໃນ​ໂລກ​ນີ້​ຢ້ານ​ຫຼາຍ​ເມື່ອ​ເຫັນ​ພວກ​ເຈົ້າ.’+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້. 18 ‘ນີ້​ແມ່ນ​ສິ່ງ​ທີ່​ຈະ​ເກີດ​ຂຶ້ນ​ກັບ​ຄົນ​ທີ່​ຜິດ​ສັນຍາ​ກັບ​ເຮົາ​ຄື ຄົນ​ທີ່​ບໍ່​ໄດ້​ເຮັດ​ຕາມ​ສັນຍາ​ທີ່​ເຮັດ​ໄວ້​ຕໍ່​ໜ້າ​ເຮົາ​ຕອນ​ທີ່​ເຂົາ​ເຈົ້າ​ຜ່າ​ງົວ​ນ້ອຍ​ອອກ​ເປັນ 2 ຕ່ອນ​ແລະ​ຍ່າງ​ຜ່ານ​ກາງ 2 ຕ່ອນ​ນັ້ນ.+ 19 ຄົນ​ທີ່​ຍ່າງ​ຜ່ານ​ກາງ​ງົວ​ນ້ອຍ 2 ຕ່ອນ​ນັ້ນ​ແມ່ນ​ພວກ​ເຈົ້າ​ນາຍ​ຂອງ​ຢູດາ ພວກ​ເຈົ້າ​ນາຍ​ຂອງ​ເຢຣູຊາເລັມ ພວກ​ຂ້າລາຊະການ ພວກ​ປະໂລຫິດ ແລະ​ປະຊາຊົນ​ທັງໝົດ​ທີ່​ຢູ່​ໃນ​ແຜ່ນດິນ​ນີ້. 20 ເຮົາ​ຈະ​ມອບ​ເຂົາ​ເຈົ້າ​ໄວ້​ໃນ​ມື​ຂອງ​ພວກ​ສັດຕູ​ແລະ​ຄົນ​ທີ່​ຢາກ​ຂ້າ​ເຂົາ​ເຈົ້າ. ສົບ​ຂອງ​ເຂົາ​ເຈົ້າ​ຈະ​ເປັນ​ອາຫານ​ຂອງ​ນົກ​ຢູ່​ເທິງ​ຟ້າ​ແລະ​ສັດ​ປ່າ​ຢູ່​ເທິງ​ດິນ.+ 21 ເຮົາ​ຈະ​ມອບ​ເຊເດກີຢາ​ກະສັດ​ຂອງ​ຢູດາ​ແລະ​ພວກ​ເຈົ້າ​ນາຍ​ຂອງ​ລາວ​ໄວ້​ໃນ​ມື​ຂອງ​ພວກ​ສັດຕູ ໃນ​ມື​ຂອງ​ຄົນ​ທີ່​ຢາກ​ຂ້າ​ເຂົາ​ເຈົ້າ ແລະ​ໃນ​ມື​ຂອງ​ກອງທັບ​ກະສັດ​ບາບີໂລນ+​ທີ່​ກຳລັງ​ຖອຍ​ກອງທັບ​ໄປ​ຈາກ​ພວກ​ເຈົ້າ.’+

22 ພະ​ເຢໂຫວາ​ບອກ​ວ່າ ‘ເຮົາ​ຈະ​ອອກ​ຄຳ​ສັ່ງ​ແລະ​ພາ​ເຂົາ​ເຈົ້າ​ກັບ​ມາ​ເມືອງ​ນີ້. ເຂົາ​ເຈົ້າ​ຈະ​ໂຈມຕີ​ແລະ​ຍຶດ​ເມືອງ​ນີ້ ແລ້ວ​ກໍ​ຈູດ​ມັນ​ຖິ້ມ.+ ເຮົາ​ຈະ​ເຮັດ​ໃຫ້​ເມືອງ​ຕ່າງ​ໆ​ຂອງ​ຢູດາ​ກາຍ​ເປັນ​ບ່ອນ​ຮ້າງ​ເປົ່າ​ແລະ​ບໍ່​ມີ​ໃຜ​ອາໄສ​ຢູ່.’”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌