-
ພະບັນຍັດ 16:14ຄຳພີໄບເບິນສະບັບແປໂລກໃໝ່
-
-
14 ໃຫ້ເຈົ້າສະຫຼອງເທດສະການນີ້ຢ່າງມ່ວນຊື່ນ+ ກັບລູກຊາຍ ລູກສາວ ທາດຊາຍ ທາດຍິງ ຄົນເລວີ ຄົນຕ່າງຊາດ ລູກກຳພ້າພໍ່ ແລະແມ່ໝ້າຍທີ່ຢູ່ໃນເມືອງຂອງເຈົ້າ.
-
-
ເຢເຣມີຢາ 33:10, 11ຄຳພີໄບເບິນສະບັບແປໂລກໃໝ່
-
-
10 ພະເຢໂຫວາບອກວ່າ ‘ພວກເຈົ້າຈະເວົ້າວ່າບ່ອນນີ້ເປັນບ່ອນຮ້າງເປົ່າ ບໍ່ມີຄົນແລະສັດອາໄສຢູ່. ເມືອງຕ່າງໆຂອງຢູດາແລະຫົນທາງເມືອງເຢຣູຊາເລັມກໍເປັນບ່ອນຮ້າງເປົ່າ ບໍ່ມີຄົນແລະສັດອາໄສຢູ່ຄືກັນ. 11 ແຕ່ບ່ອນນີ້ຈະກັບມາມີສຽງໂຫ່ຮ້ອງດີໃຈ+ ສຽງຄວາມມ່ວນຊື່ນ ສຽງຂອງເຈົ້າບ່າວເຈົ້າສາວ ແລະສຽງຂອງຄົນທີ່ເວົ້າວ່າ “ໃຫ້ຂອບໃຈພະເຢໂຫວາຜູ້ບັນຊາການກອງທັບ ຍ້ອນພະເຢໂຫວາດີແທ້ໆ+ແລະເພິ່ນມີຄວາມຮັກທີ່ໝັ້ນຄົງຕະຫຼອດໄປ!”’+
ພະເຢໂຫວາບອກວ່າ ‘ເຂົາເຈົ້າຈະເອົາເຄື່ອງບູຊາສະແດງຄວາມຂອບໃຈມາໃຫ້ຢູ່ວິຫານຂອງພະເຢໂຫວາ+ ຍ້ອນເຮົາໄດ້ພາຄົນທີ່ຢູ່ແຜ່ນດິນນີ້ທີ່ຖືກຈັບໄປເປັນຊະເລີຍກັບມາຢູ່ນີ້ຄືເກົ່າ.’
-