ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ຂ່າວຄາວ 36:15, 16
    ຄຳພີໄບເບິນສະບັບແປໂລກໃໝ່
    • 15 ພະ​ເຢໂຫວາ​ພະເຈົ້າ​ຂອງ​ປູ່ຍ່າຕານາຍ​ຂອງ​ເຂົາ​ເຈົ້າ​ໄດ້​ໃຫ້​ຜູ້​ສົ່ງ​ຂ່າວ​ຂອງ​ເພິ່ນ​ມາ​ເຕືອນ​ເຂົາ​ເຈົ້າ​ຫຼາຍ​ເທື່ອ ຍ້ອນ​ເພິ່ນ​ອີ່ຕົນ​ປະຊາຊົນ​ຂອງ​ເພິ່ນ​ແລະ​ບໍ່​ຢາກ​ໃຫ້ວິຫານ​ຖືກ​ທຳລາຍ. 16 ແຕ່​ເຂົາ​ເຈົ້າ​ເຍາະເຍີ້ຍ​ຜູ້​ສົ່ງ​ຂ່າວ​ຂອງ​ພະເຈົ້າ​ທ່ຽງແທ້+ ດູຖູກ​ຄຳ​ເຕືອນ​ຂອງ​ເພິ່ນ+ ແລະ​ດູຖູກ​ຜູ້ພະຍາກອນ​ຂອງ​ເພິ່ນ+ ພະ​ເຢໂຫວາ​ຈຶ່ງ​ໃຈ​ຮ້າຍ​ໃຫ້​ເຂົາ​ເຈົ້າ​ຫຼາຍ+​ຈົນບໍ່​ມີ​ວິທີ​ທີ່​ຈະ​ຊ່ວຍ​ເຂົາ​ເຈົ້າ​ໄດ້.

  • ເນເຮມີຢາ 9:26
    ຄຳພີໄບເບິນສະບັບແປໂລກໃໝ່
    • 26 ແຕ່​ຫຼັງ​ຈາກ​ນັ້ນ ເຂົາ​ເຈົ້າ​ພັດ​ບໍ່​ເຊື່ອ​ຟັງ​ພະອົງ ບໍ່​ເຮັດ​ຕາມ​ກົດ​ໝາຍ​ຂອງ​ພະອົງ ແລະ​ກະບົດ​ຕໍ່​ພະອົງ.+ ພະອົງ​ໄດ້​ສົ່ງ​ພວກ​ຜູ້ພະຍາກອນ​ໄປ​ເຕືອນ​ເຂົາ​ເຈົ້າ​ໃຫ້​ກັບ​ມາ​ຫາ​ພະອົງ ແຕ່​ເຂົາ​ເຈົ້າ​ພັດ​ຂ້າ​ຜູ້ພະຍາກອນ​ເຫຼົ່າ​ນັ້ນ​ແລະ​ຍັງ​ໄດ້​ດູຖູກ​ພະອົງ​ຫຼາຍ.+

  • ເນເຮມີຢາ 9:30
    ຄຳພີໄບເບິນສະບັບແປໂລກໃໝ່
    • 30 ພະອົງ​ໄດ້​ອົດ​ທົນ​ກັບ​ເຂົາ​ເຈົ້າ+​ຫຼາຍ​ປີ​ແລະ​ເຕືອນ​ເຂົາ​ເຈົ້າ​ໂດຍ​ທາງ​ພວກ​ຜູ້ພະຍາກອນ​ທີ່​ໄດ້​ຮັບ​ພະລັງບໍລິສຸດ​ຂອງ​ພະອົງ ແຕ່​ເຂົາ​ເຈົ້າ​ກໍ​ບໍ່​ຟັງ. ໃນ​ທີ່​ສຸດ ພະອົງ​ກໍ​ມອບ​ເຂົາ​ເຈົ້າ​ໄວ້​ໃນ​ມື​ຂອງ​ຊາດ​ຕ່າງ​ໆ​ທີ່​ຢູ່ອ້ອມ​ຂ້າງ.+

  • ເຢເຣມີຢາ 25:3
    ຄຳພີໄບເບິນສະບັບແປໂລກໃໝ່
    • 3 “ຕັ້ງແຕ່​ປີ​ທີ 13 ທີ່​ກະສັດ​ໂຢ​ສີ​ຢາ+​ລູກ​ຊາຍ​ຂອງ​ອາໂມນ​ປົກຄອງ​ຢູດາ​ຈົນ​ຮອດ​ທຸກ​ມື້​ນີ້​ກໍ​ໄດ້ 23 ປີ​ແລ້ວ ພະ​ເຢໂຫວາ​ໄດ້​ເວົ້າ​ກັບ​ຂ້ອຍ​ຕະຫຼອດ ແລະ​ຂ້ອຍ​ກໍ​ເວົ້າ​ກັບ​ພວກ​ເຈົ້າ​ເທື່ອ​ແລ້ວ​ເທື່ອ​ອີກ* ແຕ່​ພວກ​ເຈົ້າ​ກໍ​ບໍ່​ຍອມ​ຟັງ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌