ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • 2 ກະສັດ 25:4-7
    ຄຳພີໄບເບິນສະບັບແປໂລກໃໝ່
    • 4 ກຳແພງ​ເມືອງ​ກໍ​ພັງ​ລົງ​ມາ.+ ພວກທະຫານທຸກ​ຄົນ​ຂອງ​ກະສັດ​ເຊເດກີຢາ​ໄດ້​ໜີ​ໄປ​ໃນ​ຄືນ​ນັ້ນ​ທາງ​ປະຕູ​ຂອງ​ກຳແພງ 2 ຊັ້ນທີ່​ຢູ່​ໃກ້​ສວນ​ຂອງ​ກະສັດ. ຕອນ​ນັ້ນ ພວກ​ການເດອາ​ກຳລັງ​ລ້ອມ​ເມືອງ​ໄວ້ ແຕ່​ກະສັດ​ເຊເດກີຢາ​ກໍ​ໜີ​ໄປ​ທາງ​ອາຣາບາ.+ 5 ພວກ​ທະຫານ​ການເດອາ​ໄດ້​ໄລ່​ນຳ​ກະສັດ​ແລະ​ນຳ​ລາວ​ທັນ​ຢູ່​ບ່ອນ​ກັນດານ​ເຢຣິໂກ. ເມື່ອ​ເຫັນ​ແບບ​ນັ້ນ ພວກ​ທະຫານ​ຂອງ​ເຊເດກີຢາ​ກໍ​ພາກັນ​ໜີ​ໄປ​ຄົນ​ລະ​ທາງ. 6 ເຂົາ​ເຈົ້າ​ຈັບ​ລາວ​ໄດ້+ແລະ​ພາ​ໄປ​ຫາ​ກະສັດ​ບາບີໂລນ​ຢູ່​ເມືອງ​ຣິບລາ ແລ້ວ​ກໍ​ຕັດສິນ​ລາວ. 7 ເຂົາ​ເຈົ້າ​ໄດ້​ຂ້າ​ພວກ​ລູກ​ຊາຍ​ຂອງ​ເຊເດກີຢາ​ຢູ່​ຕໍ່​ໜ້າ​ລາວ. ເນບູກາດເນັດຊາ​ເຮັດ​ໃຫ້​ກະສັດ​ເຊເດກີຢາ​ຕາ​ບອດ ເອົາ​ໂສ້​ທອງແດງ​ລ່າມ​ລາວ​ໄວ້ ແລະ​ພາ​ລາວ​ໄປ​ບາບີໂລນ.+

  • ເຢເຣມີຢາ 52:7-11
    ຄຳພີໄບເບິນສະບັບແປໂລກໃໝ່
    • 7 ກຳແພງ​ເມືອງ​ກໍ​ພັງ​ລົງ​ມາ. ພວກ​ທະຫານ​ທຸກ​ຄົນ​ຂອງ​ກະສັດ​ເຊເດກີຢາ​ໄດ້​ໜີ​ອອກ​ຈາກ​ເມືອງ​ໄປ​ໃນ​ຄືນ​ນັ້ນ​ທາງ​ປະຕູ​ຂອງ​ກຳແພງ 2 ຊັ້ນ​ທີ່​ຢູ່​ໃກ້​ສວນ​ຂອງ​ກະສັດ. ຕອນ​ນັ້ນ ພວກ​ການເດອາ​ກຳລັງ​ລ້ອມ​ເມືອງ​ໄວ້ ແຕ່​ເຂົາ​ເຈົ້າ​ກໍ​ໜີ​ໄປ​ທາງ​ອາຣາບາ.+ 8 ພວກ​ທະຫານ​ການເດອາ​ໄດ້​ໄລ່​ນຳ​ກະສັດ​ເຊເດກີຢາ​ແລະ​ນຳ​ລາວ​ທັນ+​ຢູ່​ບ່ອນ​ກັນດານ​ເຢຣິໂກ. ເມື່ອ​ເຫັນ​ແບບ​ນັ້ນ ພວກ​ທະຫານ​ຂອງ​ລາວ​ກໍ​ພາກັນ​ໜີ​ໄປ​ຄົນ​ລະ​ທາງ. 9 ເຂົາ​ເຈົ້າ​ຈັບ​ລາວ​ໄດ້​ແລະ​ພາ​ໄປ​ຫາ​ກະສັດ​ບາບີໂລນ​ຢູ່​ເມືອງ​ຣິບລາ​ໃນ​ແຜ່ນດິນ​ຮາມັດ ແລ້ວ​ກະສັດ​ບາບີໂລນ​ກໍ​ຕັດສິນ​ລາວ. 10 ກະສັດ​ບາບີໂລນ​ໄດ້​ຂ້າ​ພວກ​ລູກ​ຊາຍ​ຂອງ​ເຊເດກີຢາ​ຕໍ່​ໜ້າ​ລາວ​ແລະ​ໄດ້​ຂ້າ​ພວກ​ເຈົ້າ​ນາຍ​ທັງໝົດ​ຂອງ​ຢູດາ​ຢູ່​ເມືອງ​ຣິບລາ. 11 ຈາກ​ນັ້ນ ກະສັດ​ບາບີໂລນ​ກໍ​ເຮັດ​ໃຫ້​ກະສັດ​ເຊເດກີຢາ​ຕາບອດ+ ເອົາ​ໂສ້​ທອງແດງ​ລ່າມ​ລາວ​ໄວ້ ແລະ​ພາ​ລາວ​ໄປ​ບາບີໂລນ ແລ້ວ​ຂັງ​ລາວ​ໄວ້​ໃນ​ຄຸກ​ຈົນ​ຮອດ​ມື້​ຕາຍ.

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌