ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຢເຣມີຢາ 39:4-7
    ຄຳພີໄບເບິນສະບັບແປໂລກໃໝ່
    • 4 ເມື່ອ​ເຊເດກີຢາ​ກະສັດ​ຂອງ​ຢູດາ​ແລະ​ທະຫານ​ທັງໝົດ​ເຫັນ​ພວກ​ສັດຕູ ເຂົາ​ເຈົ້າ​ກໍ​ພາກັນ​ໜີ.+ ເຂົາ​ເຈົ້າ​ອອກ​ຈາກ​ເມືອງ​ໄປ​ຕອນ​ກາງ​ຄືນ​ທາງ​ປະຕູ​ຂອງ​ກຳແພງ​ສອງ​ຊັ້ນ​ທີ່​ຢູ່​ໃກ້​ສວນ​ຂອງ​ກະສັດ​ແລະ​ໜີ​ໄປ​ທາງ​ອາຣາບາ.+ 5 ແຕ່​ກອງທັບ​ຂອງ​ພວກ​ການເດອາ​ກໍ​ໄລ່​ນຳ​ໄປ. ເຂົາ​ເຈົ້າ​ນຳ​ເຊເດກີຢາ​ທັນ​ຢູ່​ບ່ອນ​ກັນດານ​ເຢຣິໂກ.+ ເຂົາ​ເຈົ້າ​ຈັບ​ລາວ​ໄປ​ໃຫ້​ເນບູກາດເນັດຊາ​ກະສັດ​ຂອງ​ບາບີໂລນ​ຢູ່​ຣິບລາ+​ໃນ​ແຜ່ນດິນ​ຮາມັດ+ ແລ້ວ​ເຊເດກີຢາ​ກໍ​ຖືກ​ຕັດສິນ​ລົງໂທດ​ຢູ່​ຫັ້ນ. 6 ກະສັດ​ບາບີໂລນ​ໄດ້​ສັ່ງ​ຂ້າ​ລູກ​ຊາຍ​ຂອງ​ເຊເດກີຢາ​ຕໍ່​ໜ້າ​ຕໍ່​ຕາ​ລາວ​ຢູ່​ຣິບລາ​ແລະ​ຍັງ​ໄດ້​ສັ່ງ​ຂ້າ​ພວກ​ເຈົ້າ​ເມືອງ​ຂອງ​ຢູດາ​ທັງໝົດ​ນຳ.+ 7 ຈາກ​ນັ້ນ ກະສັດ​ບາບີໂລນ​ກໍ​ເຮັດ​ໃຫ້​ເຊເດກີຢາ​ຕາບອດ​ແລະ​ຈັບ​ລາວ​ລ່າມ​ໂສ້​ທອງແດງ​ໄປ​ບາບີໂລນ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌