-
ເຢເຣມີຢາ 21:7ຄຳພີໄບເບິນສະບັບແປໂລກໃໝ່
-
-
7 ພະເຢໂຫວາເວົ້າວ່າ “ຫຼັງຈາກນັ້ນ ເຮົາຈະມອບເຊເດກີຢາກະສັດຂອງຢູດາ ພວກຄົນຮັບໃຊ້ຂອງລາວ ແລະປະຊາຊົນໃນເມືອງນີ້ທີ່ບໍ່ໄດ້ຕາຍດ້ວຍດາບ ດ້ວຍໂລກລະບາດ ແລະດ້ວຍຄວາມອຶດຢາກໃຫ້ຢູ່ໃນມືຂອງເນບູກາດເນັດຊາກະສັດຂອງບາບີໂລນ ໃນມືຂອງພວກສັດຕູ ແລະໃນມືຂອງຄົນທີ່ຢາກຂ້າເຂົາເຈົ້າ.+ ກະສັດບາບີໂລນຈະຂ້າເຂົາເຈົ້າດ້ວຍດາບ. ລາວຈະບໍ່ອີ່ຕົນ ບໍ່ເຫັນອົກເຫັນໃຈ ແລະບໍ່ເມດຕາເຂົາເຈົ້າເລີຍ.”’+
-
-
ເຢເຣມີຢາ 34:18-20ຄຳພີໄບເບິນສະບັບແປໂລກໃໝ່
-
-
18 ‘ນີ້ແມ່ນສິ່ງທີ່ຈະເກີດຂຶ້ນກັບຄົນທີ່ຜິດສັນຍາກັບເຮົາຄື ຄົນທີ່ບໍ່ໄດ້ເຮັດຕາມສັນຍາທີ່ເຮັດໄວ້ຕໍ່ໜ້າເຮົາຕອນທີ່ເຂົາເຈົ້າຜ່າງົວນ້ອຍອອກເປັນ 2 ຕ່ອນແລະຍ່າງຜ່ານກາງ 2 ຕ່ອນນັ້ນ.+ 19 ຄົນທີ່ຍ່າງຜ່ານກາງງົວນ້ອຍ 2 ຕ່ອນນັ້ນແມ່ນພວກເຈົ້ານາຍຂອງຢູດາ ພວກເຈົ້ານາຍຂອງເຢຣູຊາເລັມ ພວກຂ້າລາຊະການ ພວກປະໂລຫິດ ແລະປະຊາຊົນທັງໝົດທີ່ຢູ່ໃນແຜ່ນດິນນີ້. 20 ເຮົາຈະມອບເຂົາເຈົ້າໄວ້ໃນມືຂອງພວກສັດຕູແລະຄົນທີ່ຢາກຂ້າເຂົາເຈົ້າ. ສົບຂອງເຂົາເຈົ້າຈະເປັນອາຫານຂອງນົກຢູ່ເທິງຟ້າແລະສັດປ່າຢູ່ເທິງດິນ.+
-