ເຢເຣມີຢາ
21 ເຢເຣມີຢາໄດ້ຮັບຂ່າວສານຈາກພະເຢໂຫວາຕອນທີ່ກະສັດເຊເດກີຢາ+ສົ່ງປັດຊູ+ລູກຊາຍຂອງມັນກີຢາແລະປະໂລຫິດເຊຟານີຢາ+ລູກຊາຍຂອງມາອາເສຢາມາຫາລາວ ເຂົາເຈົ້າຂໍຮ້ອງລາວວ່າ: 2 “ຂໍໃຫ້ເຈົ້າຖາມພະເຢໂຫວາວ່າຈະເກີດຫຍັງຂຶ້ນກັບພວກເຮົາ ຍ້ອນເນບູກາດເນັດຊາ*ກະສັດຂອງບາບີໂລນກຳລັງຈະມາເຮັດສົງຄາມກັບພວກເຮົາ.+ ບາງເທື່ອພະເຢໂຫວາຈະເຮັດການອັດສະຈັນເພື່ອຊ່ວຍພວກເຮົາແລະເຮັດໃຫ້ກະສັດຖອຍກອງທັບກັບໄປ.”+
3 ເຢເຣມີຢາເວົ້າກັບເຂົາເຈົ້າວ່າ: “ໃຫ້ພວກເຈົ້າໄປບອກເຊເດກີຢາແນວນີ້ 4 ‘ພະເຢໂຫວາພະເຈົ້າຂອງອິດສະຣາເອນບອກວ່າ “ເຮົາຈະເຮັດໃຫ້ອາວຸດສົງຄາມທີ່ຢູ່ໃນມືຂອງພວກເຈົ້າປິ່ນມາໃສ່ພວກເຈົ້າເອງ ເຊິ່ງເປັນອາວຸດທີ່ພວກເຈົ້າໃຊ້ເພື່ອຕໍ່ສູ້ກັບກະສັດບາບີໂລນ+ແລະພວກການເດອາທີ່ກຳລັງລ້ອມເມືອງພວກເຈົ້າຢູ່ ແລະເຮົາຈະລວບລວມອາວຸດຂອງພວກເຈົ້າ*ມາໄວ້ຢູ່ກາງເມືອງນີ້. 5 ເຮົາຈະຕໍ່ສູ້ພວກເຈົ້າ+ດ້ວຍລິດເດດທີ່ຍິ່ງໃຫຍ່*ຂອງເຮົາແລະດ້ວຍຄວາມໃຈຮ້າຍຂອງເຮົາ.+ 6 ເຮົາຈະທຳລາຍສິ່ງທີ່ມີຊີວິດທີ່ຢູ່ໃນເມືອງນີ້ທັງຄົນແລະສັດ. ເຂົາເຈົ້າຈະຕາຍຍ້ອນໂລກລະບາດ*ຮ້າຍແຮງ.”+
7 ພະເຢໂຫວາເວົ້າວ່າ “ຫຼັງຈາກນັ້ນ ເຮົາຈະມອບເຊເດກີຢາກະສັດຂອງຢູດາ ພວກຄົນຮັບໃຊ້ຂອງລາວ ແລະປະຊາຊົນໃນເມືອງນີ້ທີ່ບໍ່ໄດ້ຕາຍດ້ວຍດາບ ດ້ວຍໂລກລະບາດ ແລະດ້ວຍຄວາມອຶດຢາກໃຫ້ຢູ່ໃນມືຂອງເນບູກາດເນັດຊາກະສັດຂອງບາບີໂລນ ໃນມືຂອງພວກສັດຕູ ແລະໃນມືຂອງຄົນທີ່ຢາກຂ້າເຂົາເຈົ້າ.+ ກະສັດບາບີໂລນຈະຂ້າເຂົາເຈົ້າດ້ວຍດາບ. ລາວຈະບໍ່ອີ່ຕົນ ບໍ່ເຫັນອົກເຫັນໃຈ ແລະບໍ່ເມດຕາເຂົາເຈົ້າເລີຍ.”’+
8 ເຈົ້າຕ້ອງເວົ້າກັບປະຊາຊົນເຫຼົ່ານີ້ວ່າ ‘ພະເຢໂຫວາບອກວ່າ “ເຮົາມີທາງໃຫ້ພວກເຈົ້າເລືອກລະຫວ່າງທາງຂອງຊີວິດແລະທາງຂອງຄວາມຕາຍ. 9 ຄົນທີ່ເຫຼືອຢູ່ໃນເມືອງນີ້ຈະຕ້ອງຕາຍດ້ວຍດາບ ດ້ວຍຄວາມອຶດຢາກ ແລະດ້ວຍໂລກລະບາດ. ແຕ່ຜູ້ໃດກໍຕາມທີ່ອອກໄປແລະຍອມແພ້ຕໍ່ພວກການເດອາທີ່ກຳລັງລ້ອມພວກເຈົ້າຢູ່ ຜູ້ນັ້ນຈະລອດແລະມີຊີວິດຢູ່ຕໍ່ໄປ.”+
10 ພະເຢໂຫວາເວົ້າວ່າ “ເຮົາຕັ້ງໃຈທີ່ຈະເຮັດໃຫ້ເມືອງນີ້ເຈິຄວາມຈິບຫາຍແທນທີ່ຈະເຈິສິ່ງດີໆ.+ ເມືອງນີ້ຈະຖືກມອບໄວ້ໃນມືຂອງກະສັດບາບີໂລນ+ແລະລາວຈະຈູດມັນຖິ້ມ.”+
11 ພວກເຈົ້າທີ່ເປັນຄົນໃນເຮືອນຂອງກະສັດຢູດາເອີ້ຍ ໃຫ້ຟັງສິ່ງທີ່ພະເຢໂຫວາເວົ້າເດີ້. 12 ລູກຫຼານຂອງດາວິດເອີ້ຍ ພະເຢໂຫວາບອກວ່າ
“ທຸກໆມື້ ໃຫ້ຕັດສິນຢ່າງຍຸຕິທຳ
ແລະໃຫ້ຊ່ວຍຄົນທີ່ຖືກປຸ້ນຈາກມືຂອງຄົນທີ່ຂີ້ໂກງ+
ເພື່ອຄວາມໃຈຮ້າຍຂອງເຮົາຈະບໍ່ເປັນຄືກັບໄຟ+
ທີ່ລຸກໄໝ້ຈົນບໍ່ມີຜູ້ໃດມອດໄດ້
ຍ້ອນຄວາມຊົ່ວທີ່ພວກເຈົ້າເຮັດ.”’+
13 ພະເຢໂຫວາເວົ້າວ່າ ‘ຄົນທີ່ຢູ່ໃນຮ່ອມພູເອີ້ຍ
ຄົນທີ່ຢູ່ໃນເມືອງເຊິ່ງຕັ້ງຢູ່ເທິງຫີນໃນທົ່ງພຽງເອີ້ຍ ເຮົາຈະຕໍ່ສູ້ພວກເຈົ້າ.
ສ່ວນຄົນທີ່ເວົ້າວ່າ “ໃຜຈະລົງມາຕໍ່ສູ້ພວກເຮົາ?
ແລະໃຜຈະມາບຸກໂຈມຕີບ່ອນທີ່ພວກເຮົາຢູ່?”
14 ເຮົາຈະລົງໂທດພວກເຈົ້າ
ໃຫ້ສົມກັບສິ່ງທີ່ພວກເຈົ້າເຮັດ.+
ເຮົາຈະຈູດປ່າຂອງພວກເຈົ້າ
ແລະໄຟຈະໄໝ້ລາມທຸກສິ່ງທີ່ຢູ່ອ້ອມແອ້ມພວກເຈົ້າ.’+ ພະເຢໂຫວາເວົ້າໄວ້ແນວນີ້.”