ເຢເຣມີຢາ
22 ພະເຢໂຫວາເວົ້າວ່າ: “ໃຫ້ເຈົ້າໄປວັງຂອງກະສັດຢູດາແລະປະກາດຂ່າວສານນີ້ກັບລາວ. 2 ເຈົ້າຕ້ອງເວົ້າວ່າ ‘ກະສັດຢູດາທີ່ນັ່ງເທິງບັນລັງຂອງດາວິດເອີ້ຍ ໃຫ້ເຈົ້າກັບຄົນຮັບໃຊ້ຂອງເຈົ້າແລະປະຊາຊົນຂອງເຈົ້າທີ່ຜ່ານປະຕູເຫຼົ່ານີ້ຟັງຄຳເວົ້າຂອງພະເຢໂຫວາເດີ້. 3 ພະເຢໂຫວາບອກວ່າ “ໃຫ້ເປັນຄົນຍຸຕິທຳແລະເຮັດສິ່ງທີ່ຖືກຕ້ອງ. ໃຫ້ຊ່ວຍຄົນທີ່ຖືກປຸ້ນຈາກມືຂອງຄົນຂີ້ໂກງ. ຢ່າຂົ່ມເຫງຄົນຕ່າງຊາດ ຢ່າທຳຮ້າຍລູກກຳພ້າພໍ່*ຫຼືແມ່ໝ້າຍ+ ແລະຢ່າຂ້າຄົນທີ່ບໍ່ມີຄວາມຜິດ.+ 4 ຖ້າພວກເຈົ້າເຮັດຕາມຄຳສັ່ງນີ້ຢ່າງເຄັ່ງຄັດ ກະສັດທີ່ນັ່ງເທິງບັນລັງຂອງດາວິດ+ຈະໄດ້ເຂົ້າອອກປະຕູຂອງວັງນີ້. ເຂົາເຈົ້າຈະໄດ້ຂີ່ລົດຮົບແລະຂີ່ມ້າມາກັບຄົນຮັບໃຊ້ແລະປະຊາຊົນຂອງເຂົາເຈົ້າ.”’+
5 ພະເຢໂຫວາບອກວ່າ ‘ແຕ່ຖ້າພວກເຈົ້າບໍ່ເຊື່ອຟັງຄຳສັ່ງເຫຼົ່ານີ້ ເຮົາສາບານໂດຍໃຊ້ຊື່ຂອງເຮົາວ່າວັງນີ້ຈະກາຍເປັນວັງຮ້າງ.’+
6 ພະເຢໂຫວາເວົ້າກ່ຽວກັບວັງຂອງກະສັດຢູດາວ່າ
‘ສຳລັບເຮົາ ເຈົ້າເປັນຄືກັບປ່າຂອງກິລຽດ
ເປັນຄືກັບປ່າທີ່ຢູ່ຈອມພູເລບານອນ
ແຕ່ເຮົາຈະເຮັດໃຫ້ເຈົ້າກາຍເປັນບ່ອນກັນດານ.
ເມືອງຕ່າງໆຂອງເຈົ້າຈະບໍ່ມີໃຜອາໄສຢູ່ເລີຍ.+
7 ເຮົາຈະສົ່ງພວກຜູ້ທຳລາຍມາຕໍ່ສູ້ເຈົ້າ.
ແຕ່ລະຄົນຈະເອົາອາວຸດຂອງໂຕເອງມາ.+
8 ຄົນຈາກຊາດຕ່າງໆທີ່ຜ່ານເມືອງນີ້ກໍຈະພາກັນຖາມວ່າ “ເປັນຫຍັງພະເຢໂຫວາຄືເຮັດຈັ່ງຊີ້ກັບເມືອງໃຫຍ່ນີ້?”+ 9 ເຂົາເຈົ້າກໍຈະຕອບວ່າ “ຍ້ອນຄົນເມືອງນີ້ບໍ່ໄດ້ເຮັດຕາມສັນຍາທີ່ເຮັດໄວ້ກັບພະເຢໂຫວາພະເຈົ້າຂອງເຂົາເຈົ້າ ແລ້ວໄປຂາບໄຫວ້ແລະຮັບໃຊ້ພະເຈົ້າອື່ນ.”’+
10 ຢ່າຮ້ອງໄຫ້ໃຫ້ຄົນຕາຍ
ແລະຢ່າໄວ້ທຸກໃຫ້ເຂົາເຈົ້າ
ແຕ່ໃຫ້ຮ້ອງໄຫ້ໃຫ້ຄົນທີ່ຖືກຈັບໄປເປັນຊະເລີຍ
ຍ້ອນເຂົາເຈົ້າຈະບໍ່ໄດ້ກັບມາເຫັນບ້ານເກີດເມືອງນອນຂອງໂຕເອງອີກ.
11 ພະເຢໂຫວາໄດ້ເວົ້າກ່ຽວກັບຊາລຶມ*+ລູກຊາຍຂອງໂຢສີຢາກະສັດຂອງຢູດາທີ່ປົກຄອງແທນໂຢສີຢາ+ພໍ່ຂອງລາວເຊິ່ງບໍ່ໄດ້ຢູ່ບ່ອນນີ້ແລ້ວ. ເພິ່ນເວົ້າວ່າ ‘ລາວຈະບໍ່ໄດ້ກັບມາບ່ອນນີ້ອີກ 12 ຍ້ອນລາວຈະຕາຍຢູ່ບ່ອນທີ່ລາວຖືກຈັບໄປເປັນຊະເລີຍແລະລາວຈະບໍ່ໄດ້ເຫັນແຜ່ນດິນນີ້ອີກ.’+
13 ຍ້ອນເຈົ້າ*ສ້າງເຮືອນແບບບໍ່ສັດຊື່
ສ້າງຫ້ອງຊັ້ນເທິງແບບສໍ້ໂກງ
ແລະໃຫ້ຄົນອື່ນເຮັດວຽກໃຫ້ລ້າໆ
ໂດຍບໍ່ຍອມຈ່າຍຄ່າຈ້າງ ເຈົ້າຈະຕ້ອງຈິບຫາຍ.+
14 ເຈົ້າເວົ້າວ່າ ‘ຂ້ອຍຈະສ້າງເຮືອນຫຼັງໃຫຍ່ໆ
ທີ່ມີຫ້ອງຊັ້ນເທິງກວ້າງໆໃຫ້ໂຕເອງ.
ຂ້ອຍຈະເຮັດປ່ອງຢ້ຽມຫຼາຍໆປ່ອງ
ແລະເອົາໄມ້ຊີດ້າມາເຮັດເປັນຝາແລ້ວທາສີແດງ.’
15 ເຈົ້າຄິດວ່າເຈົ້າຈະໄດ້ປົກຄອງຕໍ່ໄປຍ້ອນເຈົ້າໃຊ້ໄມ້ຊີດ້າຫຼາຍກວ່າຄົນອື່ນບໍ?
ພໍ່ຂອງເຈົ້າເຄີຍກິນແລະດື່ມຢ່າງມີຄວາມສຸກ
ແຕ່ລາວກໍຍັງເປັນຄົນທີ່ຍຸຕິທຳແລະເຮັດສິ່ງທີ່ຖືກຕ້ອງ.+
ລາວຈຶ່ງມີຊີວິດທີ່ດີ.
16 ລາວຊ່ວຍຄະດີຂອງຄົນທີ່ລຳບາກແລະຄົນທຸກ
ເຂົາເຈົ້າຈຶ່ງຊະນະຄະດີ.
‘ລາວເຮັດແນວນັ້ນຍ້ອນລາວຮູ້ຈັກເຮົາບໍ່ແມ່ນບໍ?’ ພະເຢໂຫວາເວົ້າໄວ້ແນວນີ້.
17 ‘ແຕ່ເຈົ້າມັກຊອກຫາວິທີຫຼອກລວງຄົນອື່ນແລະມີແຕ່ຄິດຢາກໄດ້ຜົນປະໂຫຍດແບບບໍ່ສັດຊື່
ຄິດແຕ່ຢາກຂ້າຄົນທີ່ບໍ່ມີຄວາມຜິດ
ແລະຄິດແຕ່ຈະສໍ້ໂກງຄົນອື່ນ.’
18 ພະເຢໂຫວາຈຶ່ງເວົ້າກ່ຽວກັບເຢໂຮຢາກີມ+ລູກຊາຍຂອງໂຢສີຢາກະສັດຂອງຢູດາວ່າ
‘ປົກກະຕິແລ້ວ ຄົນຈະໄວ້ທຸກໃຫ້ຄົນຕາຍແລະເວົ້າວ່າ
“ອ້າຍເອີ້ຍ! ເອື້ອຍເອີ້ຍ!”
ແຕ່ສຳລັບເຢໂຮຢາກີມ ເຂົາເຈົ້າຈະບໍ່ໄວ້ທຸກແລະຈະບໍ່ເວົ້າວ່າ
“ນາຍຂອງຂ້ອຍເອີ້ຍ! ເປັນຫຍັງຄືເປັນຈັ່ງຊີ້!”
19 ເມື່ອລາວຕາຍ ເຂົາເຈົ້າຈະເຮັດກັບລາວຄືກັບທີ່ເຮັດກັບໂຕລາທີ່ຕາຍແລ້ວ.+
ສົບຂອງລາວຈະຖືກລາກໄປໂຍນຖິ້ມ
ຢູ່ນອກປະຕູເມືອງເຢຣູຊາເລັມ.’+
20 ໃຫ້ຂຶ້ນໄປເລບານອນແລະຮ້ອງດັງໆ
ໃຫ້ໄປຮ້ອງສຸດສຽງຢູ່ບາຊານ
ແລະໃຫ້ໄປຮ້ອງໄຫ້ຢູ່ອາບາຣີມ+
ຍ້ອນພວກຊູ້ຮັກຂອງເຈົ້າຖືກທຳລາຍໝົດແລ້ວ.+
21 ເຮົາໄດ້ເຕືອນເຈົ້າຕອນທີ່ເຈົ້າຢູ່ຢ່າງປອດໄພ
ແຕ່ເຈົ້າພັດເວົ້າວ່າ ‘ຂ້ອຍຈະບໍ່ຟັງ.’+
ເຈົ້າເຮັດແບບນີ້ຕັ້ງແຕ່ເຈົ້າຍັງນ້ອຍໆແລ້ວ.
ເຈົ້າບໍ່ເຄີຍຟັງຄວາມເຮົາເລີຍ.+
22 ລົມຈະພັດຜູ້ລ້ຽງແກະຂອງເຈົ້າໄປຈົນໝົດ+
ແລະພວກຊູ້ຮັກຂອງເຈົ້າຈະຖືກຈັບໄປເປັນຊະເລີຍ.
ແລ້ວເຈົ້າຈະຕ້ອງອັບອາຍຂາຍໜ້າຍ້ອນເຈົ້າຈະເຈິຄວາມຈິບຫາຍ.
23 ພວກເຈົ້າທີ່ຢູ່ເລບານອນ+
ທີ່ຢູ່ກາງປ່າຕົ້ນຊີດ້າເອີ້ຍ+
ພວກເຈົ້າຈະຕ້ອງຮ້ອງຄາງດ້ວຍຄວາມເຈັບປວດ
ຄືກັບຜູ້ຍິງທີ່ເຈັບທ້ອງເກີດລູກ!+
24 ພະເຢໂຫວາເວົ້າວ່າ ‘ເຮົາເອງສາບານວ່າເຖິງວ່າໂກນີຢາ*+ລູກຊາຍຂອງເຢໂຮຢາກີມ+ກະສັດຂອງຢູດາຈະເປັນແຫວນຈ້ຳກາຢູ່ມືເບື້ອງຂວາຂອງເຮົາ ເຮົາກໍຈະຖອດເຈົ້າອອກ! 25 ເຮົາຈະມອບເຈົ້າໄວ້ໃນມືຂອງຄົນທີ່ຢາກຂ້າເຈົ້າ ໃນມືຂອງຄົນທີ່ເຈົ້າຢ້ານ ໃນມືຂອງເນບູກາດເນັດຊາ*ກະສັດຂອງບາບີໂລນ ແລະໃນມືຂອງພວກການເດອາ.+ 26 ເຮົາຈະໂຍນເຈົ້າກັບແມ່ຂອງເຈົ້າໄປແຜ່ນດິນທີ່ບໍ່ແມ່ນບ້ານເກີດຂອງເຈົ້າແລະເຈົ້າຈະຕາຍຢູ່ຫັ້ນ. 27 ເຈົ້າຈະບໍ່ໄດ້ກັບມາແຜ່ນດິນທີ່ເຈົ້າຢາກຢູ່ອີກເລີຍ.+
28 ໂກນີຢາຜູ້ນີ້ເປັນຄືກັບໝໍ້ດິນທີ່ແຕກແລ້ວ
ແລະບໍ່ມີໃຜຢາກໄດ້ບໍ?
ເປັນຫຍັງລາວກັບລູກຫຼານຂອງລາວຈຶ່ງຖືກໂຍນ
ໄປແຜ່ນດິນທີ່ເຂົາເຈົ້າບໍ່ຮູ້ຈັກ?’+
29 ທຸກຄົນທີ່ຢູ່ໃນໂລກເອີ້ຍ* ໃຫ້ຟັງຄຳເວົ້າຂອງພະເຢໂຫວາເດີ້.
30 ພະເຢໂຫວາເວົ້າວ່າ
‘ໃຫ້ຂຽນໄວ້ວ່າຜູ້ຊາຍຄົນນີ້ບໍ່ມີລູກ
ແລະບໍ່ມີຜູ້ສືບເຊື້ອສາຍຕະຫຼອດຊີວິດຂອງລາວ
ຍ້ອນຈະບໍ່ມີລູກຫຼານຂອງລາວຈັກຄົນໄດ້ນັ່ງເທິງບັນລັງຂອງດາວິດ
ແລະໄດ້ປົກຄອງຢູດາ.’”+