ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ໂຢຊວຍ 23:6, 7
    ຄຳພີໄບເບິນສະບັບແປໂລກໃໝ່
    • 6 ຂໍ​ໃຫ້​ພວກ​ເຈົ້າ​ກ້າຫານ ເຊື່ອ​ຟັງ ແລະ​ເຮັດ​ຕາມ​ທຸກ​ຢ່າງ​ທີ່​ຂຽນ​ໄວ້​ໃນ​ປຶ້ມ​ກົດ​ໝາຍ​+ຂອງ​ໂມເຊ​ຢ່າງ​ເຄັ່ງ​ຄັດ ແລະ​ຢ່າ​ເຈີດ​ຊ້າຍ​ເຈີດ​ຂວາ.+ 7 ຢ່າ​ໄປ​ກ່ຽວຂ້ອງ​ກັບ​ຊາດ​ຕ່າງ​ໆ​+ທີ່​ຍັງ​ເຫຼືອ​ຢູ່​ໃນ​ແຜ່ນດິນ​ນີ້. ຢ່າ​ສາບານ​ໂດຍ​ໃຊ້​ຊື່​ພະເຈົ້າ​ຂອງ​ພວກ​ເຂົາ. ແມ່ນ​ແຕ່​ເວົ້າ​ເຖິງ​ຊື່​ຂອງ​ພະເຈົ້າ​ເຫຼົ່າ​ນັ້ນ​ກໍ​ບໍ່​ໃຫ້​ເວົ້າ.+ ຫ້າມ​ພວກ​ເຈົ້າ​ໄປ​ຂາບ​ໄຫວ້ ຫຼື​ນະມັດສະການ​ພະເຈົ້າ​ຂອງ​ພວກ​ເຂົາ.+

  • ເຢເຣມີຢາ 2:11
    ຄຳພີໄບເບິນສະບັບແປໂລກໃໝ່
    • 11 ເຄີຍ​ມີ​ຊາດ​ໃດ​ບໍ​ທີ່​ເອົາ​ສິ່ງ​ທີ່​ບໍ່​ແມ່ນ​ພະເຈົ້າ​ມາ​ແທນ​ພະເຈົ້າ​ຂອງ​ໂຕເອງ?

      ແຕ່​ປະຊາຊົນ​ຂອງ​ເຮົາ​ນີ້​ແຫຼະ​ທີ່​ເອົາ​ສິ່ງ​ທີ່​ບໍ່​ມີ​ຄ່າ​ມາ​ແທນ​ການ​ຍົກຍ້ອງ​ເຮົາ.’+

  • ເຢເຣມີຢາ 12:16
    ຄຳພີໄບເບິນສະບັບແປໂລກໃໝ່
    • 16 ຖ້າ​ເຂົາ​ເຈົ້າ​ຕັ້ງໃຈ​ທີ່​ຈະ​ຮຽນ​ຮູ້​ແນວ​ທາງ​ຂອງ​ປະຊາຊົນ​ຂອງ​ເຮົາ​ແລະ​ສາບານ​ໂດຍ​ໃຊ້​ຊື່​ຂອງ​ເຮົາ​ໂດຍ​ເວົ້າ​ວ່າ ‘ພວກ​ເຮົາ​ຂໍ​ສາບານ​ຕໍ່​ໜ້າ​ພະ​ເຢໂຫວາ ພະເຈົ້າ​ຜູ້​ມີ​ຊີວິດ​ຢູ່!’ ຄື​ກັບ​ທີ່​ເຂົາ​ເຈົ້າ​ເຄີຍ​ສອນ​ປະຊາຊົນ​ຂອງ​ເຮົາ​ໃຫ້​ສາບານ​ຕໍ່​ພະ​ບາອານ ເຂົາ​ເຈົ້າ​ກໍ​ຈະ​ຈະເລີນ​ກ້າວໜ້າ​ໄປ​ພ້ອມ​ປະຊາຊົນ​ຂອງ​ເຮົາ.

  • ເຊຟານີຢາ 1:4, 5
    ຄຳພີໄບເບິນສະບັບແປໂລກໃໝ່
    •  4 ເຮົາ​ຈະ​ລົງໂທດ​ຢູດາ

      ແລະ​ທຸກ​ຄົນ​ໃນ​ເຢຣູຊາເລັມ.

      ເຮົາ​ຈະ​ທຳລາຍ​ທຸກ​ສິ່ງ​ທີ່​ເຫຼືອ​ຢູ່*​ຂອງ​ພະ​ບາອານ​ໃຫ້​ໝົດ​ໄປ​ຈາກ​ບ່ອນ​ນີ້.+

      ເຮົາ​ຈະ​ເຮັດ​ໃຫ້​ທຸກ​ຄົນ​ບໍ່​ຈື່​ຊື່​ພວກ​ປະໂລຫິດ​ຂອງ​ພະເຈົ້າ​ປອມ​ກັບ​ພວກ​ປະໂລຫິດ​ທີ່​ນະ​ມັດ​ສະການ​ຮູບ​ບູຊາ.+

       5 ເຮົາ​ຈະ​ທຳລາຍ​ຄົນ​ທີ່​ຂາບ​ໄຫວ້​ດາວ​ຕ່າງ​ໆ​ທີ່​ຢູ່​ໃນ​ທ້ອງຟ້າ.*+

      ເຮົາ​ຈະ​ທຳລາຍ​ຄົນ​ທີ່​ນະ​ມັດ​ສະການ​ພະເຢໂຫວາ​ແລະ​ສາບານ​ວ່າ​ຈະ​ພັກດີ​ຕໍ່​ເຮົາ+

      ແຕ່​ກໍ​ໄປ​ສາບານ​ວ່າ​ຈະ​ພັກດີ​ຕໍ່ພະ​ມັນກາມ​ນຳ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌