-
2 ກະສັດ 17:13ຄຳພີໄບເບິນສະບັບແປໂລກໃໝ່
-
-
13 ພະເຢໂຫວາໃຊ້ຜູ້ພະຍາກອນແລະຜູ້ເຫັນນິມິດທຸກຄົນຂອງເພິ່ນໃຫ້ເຕືອນພວກອິດສະຣາເອນກັບພວກຢູດາຕະຫຼອດ+ວ່າ: “ໃຫ້ພວກເຈົ້າເຊົາເຮັດຊົ່ວ!+ ພວກເຈົ້າຕ້ອງເຮັດຕາມຄຳສັ່ງ ຂໍ້ຮຽກຮ້ອງ ແລະກົດໝາຍທັງໝົດທີ່ເຮົາໄດ້ໃຫ້ປູ່ຍ່າຕານາຍຂອງພວກເຈົ້າແລະທີ່ເຮົາໄດ້ສັ່ງພວກເຈົ້າຜ່ານທາງພວກຜູ້ພະຍາກອນທີ່ເປັນຜູ້ຮັບໃຊ້ຂອງເຮົາ.”
-
-
2 ຂ່າວຄາວ 36:15ຄຳພີໄບເບິນສະບັບແປໂລກໃໝ່
-
-
15 ພະເຢໂຫວາພະເຈົ້າຂອງປູ່ຍ່າຕານາຍຂອງເຂົາເຈົ້າໄດ້ໃຫ້ຜູ້ສົ່ງຂ່າວຂອງເພິ່ນມາເຕືອນເຂົາເຈົ້າຫຼາຍເທື່ອ ຍ້ອນເພິ່ນອີ່ຕົນປະຊາຊົນຂອງເພິ່ນແລະບໍ່ຢາກໃຫ້ວິຫານຖືກທຳລາຍ.
-
-
ເນເຮມີຢາ 9:17ຄຳພີໄບເບິນສະບັບແປໂລກໃໝ່
-
-
17 ເຂົາເຈົ້າບໍ່ເຊື່ອຟັງ+ພະອົງແລະລືມການອັດສະຈັນຕ່າງໆທີ່ພະອົງໄດ້ເຮັດເພື່ອເຂົາເຈົ້າ. ເຂົາເຈົ້າເປັນຄົນຫົວແຂງແລະແຕ່ງຕັ້ງຫົວໜ້າຜູ້ໜຶ່ງໃຫ້ພາເຂົາເຈົ້າກັບໄປເປັນທາດຢູ່ເອຢິບ.+ ແຕ່ພະອົງເປັນພະເຈົ້າທີ່ພ້ອມຈະໃຫ້ອະໄພ ໃຈດີ ມີຄວາມເມດຕາ ບໍ່ໃຈຮ້າຍງ່າຍ ມີຄວາມຮັກທີ່ໝັ້ນຄົງຫຼາຍທີ່ສຸດ+ ແລະພະອົງບໍ່ປະຖິ້ມເຂົາເຈົ້າ.+
-