ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເຢເຣມີຢາ 14:14
    ຄຳພີໄບເບິນສະບັບແປໂລກໃໝ່
    • 14 ພະ​ເຢໂຫວາ​ເວົ້າ​ກັບ​ຂ້ອຍ​ວ່າ: “ພວກ​ຜູ້​ພະຍາກອນ​ກຳລັງ​ພະຍາກອນ​ຕົວະ​ໂດຍ​ໃຊ້​ຊື່​ຂອງ​ເຮົາ.+ ເຮົາ​ບໍ່​ໄດ້​ສົ່ງ​ເຂົາ​ເຈົ້າ​ໄປ ບໍ່​ໄດ້​ສັ່ງ​ເຂົາ​ເຈົ້າ​ໃຫ້​ເວົ້າ​ແນວ​ນັ້ນ ແລະ​ບໍ່​ໄດ້​ເວົ້າ​ກັບ​ເຂົາ​ເຈົ້າ​ເລີຍ.+ ສິ່ງ​ທີ່​ເຂົາ​ເຈົ້າ​ບອກ​ເຈົ້າ​ເປັນ​ນິມິດ​ຂີ້​ຕົວະ ເປັນ​ຄຳ​ທຳນາຍ​ທີ່​ບໍ່​ມີ​ປະໂຫຍດ ແລະ​ເປັນ​ເລື່ອງ​ຫຼອກ​ລວງ​ທີ່​ເຂົາ​ເຈົ້າ​ຄິດ​ຂຶ້ນ​ມາ​ເອງ.*+

  • ເຢເຣມີຢາ 23:21
    ຄຳພີໄບເບິນສະບັບແປໂລກໃໝ່
    • 21 ເຮົາ​ບໍ່​ໄດ້​ສົ່ງ​ພວກ​ຜູ້​ພະຍາກອນ​ເຫຼົ່າ​ນັ້ນ​ມາ ແຕ່​ເຂົາ​ເຈົ້າ​ມາ​ເອງ.

      ເຮົາ​ບໍ່​ໄດ້​ເວົ້າ​ນຳ​ເຂົາ​ເຈົ້າ ແຕ່​ເຂົາ​ເຈົ້າ​ພະຍາກອນ​ເອງ.+

  • ເຢເຣມີຢາ 27:15
    ຄຳພີໄບເບິນສະບັບແປໂລກໃໝ່
    • 15 ພະ​ເຢໂຫວາ​ບອກ​ວ່າ ‘ເຮົາ​ບໍ່​ໄດ້​ສົ່ງ​ເຂົາ​ເຈົ້າ​ມາ ແຕ່​ເຂົາ​ເຈົ້າ​ພະຍາກອນ​ເລື່ອງ​ຕົວະ​ໂດຍ​ອ້າງ​ຊື່​ຂອງ​ເຮົາ ຍ້ອນ​ແນວ​ນີ້ ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ກະຈັດກະຈາຍ​ແລະ​ຕາຍ​ໄປ ທັງ​ພວກ​ເຈົ້າ​ແລະ​ພວກ​ຜູ້​ພະຍາກອນ​ທີ່​ພະຍາກອນ​ໃຫ້​ພວກ​ເຈົ້າ​ຟັງ.’”+

  • ເອເຊກຽນ 13:3
    ຄຳພີໄບເບິນສະບັບແປໂລກໃໝ່
    • 3 ພະ​ເຢໂຫວາ​ພະເຈົ້າ​ຜູ້​ຍິ່ງໃຫຍ່​ສູງ​ສຸດ​ເວົ້າ​ວ່າ “ພວກ​ຜູ້​ພະຍາກອນ​ໂງ່​ທີ່​ພະຍາກອນ​ຕາມ​ຄວາມຄິດ​ຂອງ​ໂຕ​ເອງ​ທັງ​ໆ​ທີ່​ເຮົາ​ບໍ່​ໄດ້​ໃຫ້​ນິມິດ​ຫຍັງ ພວກ​ເຈົ້າ​ຈະ​ຕ້ອງ​ຈິບຫາຍ!+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌