-
2 ກະສັດ 24:15, 16ຄຳພີໄບເບິນສະບັບແປໂລກໃໝ່
-
-
15 ລາວໄດ້ຈັບເຢໂຮຢາກິນ+ໄປເປັນຊະເລີຍຢູ່ບາບີໂລນ.+ ລາວຍັງໄດ້ຈັບແມ່ຂອງກະສັດ ພວກເມຍຂອງກະສັດ ພວກຂ້າລາຊະການ ແລະພວກຄົນສຳຄັນຈາກເຢຣູຊາເລັມໄປເປັນຊະເລີຍຢູ່ບາບີໂລນນຳ. 16 ກະສັດບາບີໂລນຍັງໄດ້ຈັບທະຫານ 7.000 ຄົນ ແລະພວກທີ່ເຮັດວຽກດ້ານສີໄມ້ລາຍມືກັບຊ່າງເຫຼັກ 1.000 ຄົນໄປນຳ. ທຸກຄົນເປັນຄົນເກັ່ງແລະສູ້ຮົບເກັ່ງ.
-
-
ເຢເຣມີຢາ 24:1ຄຳພີໄບເບິນສະບັບແປໂລກໃໝ່
-
-
24 ຫຼັງຈາກເນບູກາດເນັດຊາ*ກະສັດຂອງບາບີໂລນຈັບເຢໂກນີຢາ*+ລູກຊາຍຂອງເຢໂຮຢາກີມ+ກະສັດຂອງຢູດາ ລວມທັງພວກເຈົ້ານາຍຂອງຢູດາ ພວກທີ່ເຮັດວຽກດ້ານສີໄມ້ລາຍມື ແລະພວກຊ່າງເຫຼັກ*ໄປເປັນຊະເລີຍ ລາວພາເຂົາເຈົ້າທັງໝົດອອກຈາກເຢຣູຊາເລັມໄປບາບີໂລນ.+ ແລ້ວພະເຢໂຫວາກໍໃຫ້ຂ້ອຍເຫັນກະຕ່າໃສ່ໝາກເດື່ອ 2 ກະຕ່າທີ່ຕັ້ງຢູ່ໜ້າວິຫານຂອງພະເຢໂຫວາ.
-