-
2 ຂ່າວຄາວ 36:20, 21ຄຳພີໄບເບິນສະບັບແປໂລກໃໝ່
-
-
20 ຄົນທີ່ບໍ່ຖືກຂ້າ+ ລາວກໍຈັບໄປບາບີໂລນເພື່ອຮັບໃຊ້ລາວ+ແລະພວກລູກຫຼານຂອງລາວຈົນຮອດຕອນທີ່ເປີເຊຍເລີ່ມປົກຄອງບາບີໂລນ.+ 21 ເລື່ອງນີ້ເກີດຂຶ້ນແທ້ຕາມທີ່ພະເຢໂຫວາໄດ້ເວົ້າຜ່ານທາງເຢເຣມີຢາ.+ ແຜ່ນດິນຖືກປະໄວ້ໃຫ້ຮ້າງເປົ່າຈົນຄົບຈຳນວນປີທີ່ດິນນັ້ນຄວນພັກຕາມກົດໝາຍເລື່ອງປີຊະບາໂຕ.+ ແຜ່ນດິນນັ້ນໄດ້ພັກຈົນຄົບ 70 ປີ.+
-
-
ເອັດຊະຣາ 1:1-3ຄຳພີໄບເບິນສະບັບແປໂລກໃໝ່
-
-
1 ໃນປີທຳອິດ*ທີ່ໄຊຣັດ+ກະສັດຂອງເປີເຊຍປົກຄອງ ພະເຢໂຫວາໄດ້ເຮັດໃຫ້ສິ່ງທີ່ເພິ່ນເວົ້າໄວ້ຜ່ານທາງເຢເຣມີຢາ+ເກີດຂຶ້ນແທ້. ພະເຢໂຫວາໄດ້ກະຕຸ້ນໃຈໄຊຣັດກະສັດຂອງເປີເຊຍໃຫ້ປະກາດໄປທົ່ວປະເທດແລະຂຽນຄຳປະກາດນັ້ນໄວ້ນຳ.+ ຄຳປະກາດນັ້ນຂຽນວ່າ:
2 “ໄຊຣັດກະສັດຂອງເປີເຊຍບອກວ່າ ‘ພະເຢໂຫວາພະເຈົ້າທີ່ຢູ່ໃນສະຫວັນໄດ້ມອບທຸກປະເທດໃນໂລກນີ້+ໃຫ້ຂ້ອຍ ແລະເພິ່ນສັ່ງຂ້ອຍໃຫ້ສ້າງວິຫານໃຫ້ເພິ່ນໃນເມືອງເຢຣູຊາເລັມ+ທີ່ຢູ່ຢູດາ. 3 ໃຜກໍຕາມທີ່ເປັນປະຊາຊົນຂອງເພິ່ນ ຂໍໃຫ້ເພິ່ນຢູ່ກັບລາວ ແລະໃຫ້ລາວກັບເມືອເມືອງເຢຣູຊາເລັມທີ່ຢູ່ຢູດາເພື່ອສ້າງວິຫານຂອງພະເຢໂຫວາພະເຈົ້າຂອງອິດສະຣາເອນຄືນໃໝ່. ເພິ່ນເປັນພະເຈົ້າທ່ຽງແທ້ແລະເພິ່ນເຄີຍມີວິຫານຢູ່ເມືອງເຢຣູຊາເລັມ.*
-