ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ເອັດຊະຣາ 2:1
    ຄຳພີໄບເບິນສະບັບແປໂລກໃໝ່
    • 2 ບາງຄົນທີ່​ຖືກ​ກະສັດ​ເນບູກາດເນັດຊາ*​ຈັບ​ໄປ​ເປັນ​ຊະເລີຍ+​ໄດ້​ອອກ​ຈາກ​ບາບີໂລນ+​ແລະ​ກັບ​ມາ​ຢູ່​ເມືອງ​ເຢຣູຊາເລັມ​ແລະ​ເມືອງ​ອື່ນ​ໆ​ຂອງ​ໂຕ​ເອງ+​ໃນ​ຢູດາ.

  • ເຢເຣມີຢາ 29:14
    ຄຳພີໄບເບິນສະບັບແປໂລກໃໝ່
    • 14 ເຮົາ​ຈະ​ໃຫ້​ພວກ​ເຈົ້າ​ພົບ​ເຮົາ.’+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້. ‘ເຮົາ​ຈະ​ລວບລວມ​ພວກ​ເຈົ້າ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ ແລະ​ເຮັດ​ໃຫ້​ພວກ​ເຈົ້າ​ກັບ​ມາ​ຈາກ​ຊາດ​ທັງໝົດ​ແລະ​ຈາກ​ບ່ອນ​ຕ່າງ​ໆ​ທີ່​ເຮົາ​ເຮັດ​ໃຫ້​ພວກ​ເຈົ້າ​ກະຈັດ​ກະຈາຍ​ໄປ.+ ແລ້ວ​ເຮົາ​ຈະ​ພາ​ພວກ​ເຈົ້າ​ກັບ​ມາ​ແຜ່ນດິນ​ທີ່​ພວກ​ເຈົ້າ​ເຄີຍ​ຢູ່​ກ່ອນ​ທີ່​ເຮົາ​ຈະ​ເຮັດ​ໃຫ້​ພວກ​ເຈົ້າ​ໄປ​ເປັນ​ຊະເລີຍ.’ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.+

  • ເຢເຣມີຢາ 32:44
    ຄຳພີໄບເບິນສະບັບແປໂລກໃໝ່
    • 44 ຈະ​ມີ​ການ​ຊື້​ຂາຍ​ດິນ ຈະ​ມີ​ການ​ເຮັດ​ໃບ​ສັນຍາ​ຊື້​ຂາຍ​ແລະ​ຈ້ຳ​ກາ​ໃສ່ ແລະ​ຈະ​ມີ​ການ​ເອີ້ນ​ພະຍານ​ມາ​ເຊັນ​ຊື່​ໃນ​ເຂດ​ຂອງ​ພວກ​ເບັນຢາມິນ+ ໃນ​ເຂດ​ທີ່​ຢູ່​ອ້ອມແອ້ມ​ເມືອງ​ເຢຣູຊາເລັມ ໃນ​ເມືອງ​ຕ່າງ​ໆ​ຂອງ​ຢູດາ+ ໃນ​ເມືອງ​ຕ່າງ​ໆ​ທີ່​ຢູ່​ເຂດ​ພູ ຢູ່​ທົ່ງພຽງ+ ແລະ​ຢູ່​ທາງ​ໃຕ້ ຍ້ອນ​ເຮົາ​ຈະ​ພາ​ຄົນ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃຫ້​ກັບ​ມາ.’+ ພະ​ເຢໂຫວາ​ເວົ້າ​ໄວ້​ແນວ​ນີ້.”

  • ເອເຊກຽນ 20:42
    ຄຳພີໄບເບິນສະບັບແປໂລກໃໝ່
    • 42 ‘ແລ້ວ​ພວກ​ເຈົ້າ​ຈະ​ຮູ້​ວ່າ​ເຮົາ​ແມ່ນ​ເຢໂຫວາ+ ເມື່ອ​ເຮົາ​ພາ​ພວກ​ເຈົ້າ​ເຂົ້າໄປ​ໃນ​ແຜ່ນດິນ​ອິດສະຣາເອນ+​ທີ່​ເຮົາ​ສັນຍາ​ວ່າ​ຈະ​ເອົາ​ໃຫ້​ປູ່ຍ່າ​ຕານາຍ​ຂອງ​ພວກ​ເຈົ້າ.

  • ອາໂມດ 9:14
    ຄຳພີໄບເບິນສະບັບແປໂລກໃໝ່
    • 14 ເຮົາ​ຈະ​ລວບລວມ​ຄົນ​ອິດສະຣາເອນ​ທີ່​ຖືກ​ຈັບ​ໄປ​ເປັນ​ຊະເລີຍ​ໃຫ້​ກັບຄືນມາ.+

      ເຂົາເຈົ້າ​ຈະ​ສ້າງ​ເມືອງ​ຕ່າງ​ໆ​ທີ່​ຮ້າງ​ເປົ່າ​ຄືນ​ໃໝ່​ແລະ​ອາໄສ​ຢູ່​ໃນ​ເມືອງ​ເຫຼົ່າ​ນັ້ນ.+

      ເຂົາເຈົ້າ​ຈະ​ເຮັດ​ສວນ​ໝາກ​ລະແຊັງ​ແລະ​ໄດ້​ກິນ​ເຫຼົ້າແວງ.+

      ເຂົາເຈົ້າ​ຈະ​ເຮັດ​ສວນ​ແລະ​ໄດ້​ກິນ​ໝາກ​ໄມ້​ຈາກ​ສວນ​ຂອງ​ເຂົາເຈົ້າ.+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌