ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ອົບພະຍົບ 34:6, 7
    ຄຳພີໄບເບິນສະບັບແປໂລກໃໝ່
    • 6 ພະ​ເຢໂຫວາ​ກາຍ​ໜ້າ​ໂມເຊ​ໄປ​ແລະ​ເວົ້າ​ວ່າ: “ເຮົາ​ແມ່ນ​ເຢໂຫວາ ເຮົາ​ແມ່ນ​ເຢໂຫວາ ເຮົາ​ເປັນ​ພະເຈົ້າ​ທີ່​ມີ​ຄວາມ​ເມດຕາ ໃຈ​ດີ+ ບໍ່​ໃຈ​ຮ້າຍ​ງ່າຍ+ ມີ​ຄວາມ​ຮັກ​ທີ່​ໝັ້ນຄົງ​ຫຼາຍ​ທີ່​ສຸດ+ ແລະເວົ້າ​ແຕ່​ຄວາມຈິງ.*+ 7 ເຮົາ​ສະແດງ​ຄວາມ​ຮັກ​ທີ່​ໝັ້ນຄົງ​ໄປ​ຈົນ​ຮອດ​ຫຼາຍ​ພັນ​ຊົ່ວ​ອາຍຸ​ຄົນ+ ໃຫ້​ອະໄພ​ຄວາມ​ຜິດ ການ​ບໍ່​ເຊື່ອ​ຟັງແລະ​ການ​ເຮັດ​ບາບ.+ ແຕ່​ເຮົາ​ຊິ​ບໍ່​ປ່ອຍ​ໃຫ້​ຄົນ​ທີ່​ເຮັດ​ຜິດ​ບໍ່​ຖືກ​ລົງໂທດ.+ ເຮົາ​ຈະ​ລົງໂທດ​ຄົນ​ທີ່​ເຮັດ​ຜິດ​ໄປ​ຈົນ​ຮອດ​ລູກ​ຮອດ​ຫຼານ​ແລະ​ເຫຼນ​ຂອງ​ລາວ.”+

  • ເຢເຣມີຢາ 46:27, 28
    ຄຳພີໄບເບິນສະບັບແປໂລກໃໝ່
    • 27 ແຕ່​ສຳລັບ​ເຈົ້າ​ຢາໂຄບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ເອີ້ຍ ບໍ່​ຕ້ອງ​ຢ້ານ​ເດີ້.

      ອິດສະຣາເອນ​ເອີ້ຍ ບໍ່​ຕ້ອງ​ຢ້ານ+

      ຍ້ອນ​ເຮົາ​ຈະ​ຊ່ວຍ​ພວກ​ເຈົ້າ​ໃຫ້​ກັບ​ມາ​ຈາກ​ບ່ອນ​ທີ່​ໄກ​ໆ​

      ແລະ​ຈະ​ຊ່ວຍ​ລູກ​ຫຼານ​ຂອງ​ພວກ​ເຈົ້າ​ຈາກ​ແຜ່ນດິນ​ທີ່​ເຂົາ​ເຈົ້າ​ຖືກ​ຈັບ​ໄປ​ເປັນ​ຊະເລີຍ.+

      ຢາໂຄບ​ຈະ​ກັບ​ມາ​ແບບ​ສະບາຍ​ໃຈ​ແລະ​ບໍ່​ກັງວົນ​ຫຍັງ

      ແລະ​ຈະ​ບໍ່​ມີ​ໃຜ​ເຮັດ​ໃຫ້​ເຂົາ​ເຈົ້າ​ຢ້ານ​ໄດ້.’+

      28 ພະ​ເຢໂຫວາ​ບອກ​ວ່າ ‘ຢາໂຄບ​ຜູ້​ຮັບ​ໃຊ້​ຂອງ​ເຮົາ​ເອີ້ຍ ບໍ່​ຕ້ອງ​ຢ້ານ​ເດີ້ ຍ້ອນ​ເຮົາ​ຢູ່​ນຳ​ພວກ​ເຈົ້າ.

      ເຮົາ​ຈະ​ທຳລາຍ​ທຸກ​ຊາດ​ທີ່​ເຮົາ​ເຮັດ​ໃຫ້​ພວກ​ເຈົ້າ​ກະຈັດ​ກະຈາຍ​ໄປ​ຢູ່​ນັ້ນ+

      ແຕ່​ເຮົາ​ຈະ​ບໍ່​ທຳລາຍ​ພວກ​ເຈົ້າ.+

      ເຮົາ​ຈະ​ສັ່ງ​ສອນ​ພວກ​ເຈົ້າ​ຕາມ​ຄວາມ​ເໝາະ​ສົມ+

      ແຕ່​ເຮົາ​ຈະ​ບໍ່​ປ່ອຍ​ພວກ​ເຈົ້າ​ໄປ​ໂດຍ​ທີ່​ບໍ່​ໄດ້​ລົງໂທດ.’”

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌