-
ດານີເອນ 1:17ຄຳພີໄບເບິນສະບັບແປໂລກໃໝ່
-
-
17 ພະເຈົ້າທ່ຽງແທ້ໄດ້ໃຫ້ 4 ຄົນນີ້ມີສະຕິປັນຍາແລະມີຄວາມຮູ້ກັບຄວາມເຂົ້າໃຈກ່ຽວກັບສິ່ງທີ່ຂຽນໄວ້ໃນປຶ້ມທຸກຫົວ. ພະເຈົ້າຍັງໃຫ້ດານີເອນເຂົ້າໃຈນິມິດແລະຄວາມຝັນທຸກຢ່າງ.+
-
-
ດານີເອນ 1:20ຄຳພີໄບເບິນສະບັບແປໂລກໃໝ່
-
-
20 ທຸກເທື່ອທີ່ກະສັດຖາມເລື່ອງໃດກໍຕາມທີ່ຕ້ອງໃຊ້ສະຕິປັນຍາແລະຄວາມເຂົ້າໃຈ ລາວກໍເຫັນວ່າ 4 ຄົນນີ້ເກັ່ງກວ່າພວກໝໍຄາຖາອາຄົມແລະພວກໝໍມໍ+ 10 ເທົ່າໃນທົ່ວເຂດທີ່ລາວປົກຄອງ.
-
-
ດານີເອນ 5:11, 12ຄຳພີໄບເບິນສະບັບແປໂລກໃໝ່
-
-
11 ໃນອານາຈັກຂອງທ່ານມີຜູ້ຊາຍ*ຄົນໜຶ່ງທີ່ມີພະລັງອຳນາດຂອງພວກພະເຈົ້າທີ່ສັກສິດ. ໃນສະໄໝທີ່ພໍ່ຂອງທ່ານປົກຄອງ ຫຼາຍຄົນຍອມຮັບວ່າຜູ້ຊາຍຄົນນີ້ມີຄວາມຮູ້ ຄວາມເຂົ້າໃຈ ແລະມີສະຕິປັນຍາຄືກັບພະເຈົ້າ.+ ກະສັດເນບູກາດເນັດຊາພໍ່ຂອງທ່ານໄດ້ແຕ່ງຕັ້ງລາວໃຫ້ເປັນຫົວໜ້າຂອງພວກໝໍຄາຖາອາຄົມ ພວກໝໍມໍ ແລະພວກການເດອາທີ່ທຳນາຍໂດຍເບິ່ງດວງດາວ.+ ພໍ່ຂອງທ່ານໄດ້ເຮັດແນວນັ້ນແທ້ໆ. 12 ຜູ້ນັ້ນແມ່ນດານີເອນທີ່ກະສັດເນບູກາດເນັດຊາໄດ້ຕັ້ງຊື່ໃຫ້ວ່າເບນເຕຊັດຊາເຣ.+ ລາວມີສະຕິປັນຍາແລະຄວາມສາມາດພິເສດ ມີຄວາມຮູ້ແລະຄວາມເຂົ້າໃຈທີ່ຈະແປຄວາມຝັນ ແກ້ຄຳປິດສະໜາ ແລະແກ້ຄຳທີ່ເປັນບັນຫາຍາກໆໄດ້.*+ ຕອນນີ້ ຂໍໃຫ້ທ່ານເອີ້ນດານີເອນມາ ແລ້ວລາວຈະແປຄວາມໝາຍຂອງໂຕໜັງສືເຫຼົ່ານີ້ໃຫ້ທ່ານ.”
-