ເພງສັນລະເສີນ
137 ພວກເຮົານັ່ງຢູ່ແຄມແມ່ນ້ຳຂອງເມືອງບາບີໂລນ.+
ພວກເຮົາຮ້ອງໄຫ້ຕອນທີ່ຄິດຮອດຊີໂອນ.+
3 ຢູ່ຫັ້ນ ຄົນທີ່ຈັບພວກເຮົາໄປໄດ້ບອກໃຫ້ພວກເຮົາຮ້ອງເພງ.+
ຄົນທີ່ເຍາະເຍີ້ຍພວກເຮົາຢາກມ່ວນຊື່ນກໍເລີຍເວົ້າວ່າ:
“ຮ້ອງເພງຂອງຊີໂອນຈັກເພງໃຫ້ພວກເຮົາຟັງແດ່.”
4 ພວກເຮົາຈະຮ້ອງເພງກ່ຽວກັບພະເຢໂຫວາ
ຢູ່ແຜ່ນດິນຂອງພວກຕ່າງປະເທດໄດ້ແນວໃດ?
6 ຖ້າຂ້ອຍລືມເຈົ້າ
ຖ້າຂ້ອຍບໍ່ໄດ້ເບິ່ງວ່າເຢຣູຊາເລັມສຳຄັນກວ່າສິ່ງອື່ນ
ທີ່ເຮັດໃຫ້ຂ້ອຍມີຄວາມສຸກ
ກໍຂໍໃຫ້ລີ້ນຂອງຂ້ອຍຕິດກັບເພດານປາກ.+
7 ພະເຢໂຫວາເອີ້ຍ ຂໍໃຫ້ພະອົງຈື່
ສິ່ງທີ່ພວກເອໂດມເວົ້າໃນມື້ທີ່ເຢຣູຊາເລັມຖືກທຳລາຍ. ເຂົາເຈົ້າເວົ້າວ່າ:
“ທຳລາຍມັນ! ທຳລາຍຈົນຮອດຮາກຖານຂອງມັນໂລດ!”+
8 ເມືອງບາບີໂລນທີ່ກຳລັງຈະຖືກທຳລາຍເອີ້ຍ+
ຄົນທີ່ເຮັດກັບເຈົ້າແບບທີ່ເຈົ້າເຄີຍເຮັດກັບພວກເຮົາ
ຈະມີຄວາມສຸກ.+
9 ຄົນທີ່ຈັບລູກຂອງເຈົ້າ
ແລ້ວຟາດໃສ່ຫີນຈະມີຄວາມສຸກ.+