ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ປັນຍາຈານ 6
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈຄວາມສຳຄັນຂອງປຶ້ມປັນຍາຈານ

      • ມີ​ຊັບ​ສົມບັດ​ແຕ່​ບໍ່​ມີ​ຄວາມສຸກ (1-6)

      • ໃຫ້​ມີ​ຄວາມສຸກ​ກັບ​ສິ່ງ​ທີ່​ເຈົ້າ​ມີ​ຢູ່​ຕອນນີ້ (7-12)

ປັນຍາຈານ 6:1

ໄຂເງື່ອນ

  • *

    ຫຼື “ເລື່ອງ​ຄວາມ​ຈິບຫາຍ”

ປັນຍາຈານ 6:3

ໄຂເງື່ອນ

  • *

    ຫຼື “ຕາຍ​ໃນ​ທ້ອງ​ແມ່”

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຍຈ 4:2, 3

ປັນຍາຈານ 6:5

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ໂຢບ 3:11, 13; 14:1

ປັນຍາຈານ 6:6

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ໂຢບ 30:23; ປຍຈ 3:20; ຣມ 5:12

ປັນຍາຈານ 6:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ປຖກ 3:19; ສພສ 16:26

ປັນຍາຈານ 6:8

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ພສ 49:10; ປຍຈ 2:15, 16

ປັນຍາຈານ 6:9

ດັດສະນີ

  • ຄູ່ມືຄົ້ນຄວ້າ

    ຫໍສັງເກດການ (ສຶກສາ)

    8/2021, ໜ້າ 21

    ຕື່ນເຖີດ!

    2/2014

ປັນຍາຈານ 6:10

ໄຂເງື່ອນ

  • *

    ຫຼື “ສູ້​ຄະດີ”

ປັນຍາຈານ 6:11

ໄຂເງື່ອນ

  • *

    ຫຼື​ອາດ​ແປ​ວ່າ “ແຮ່ງ​ມີ​ເຄື່ອງ​ຂອງ​ຫຼາຍ”

ປັນຍາຈານ 6:12

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +1ຂຄ 29:15; ໂຢບ 8:9; 14:1, 2; ພສ 102:11

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ປຍຈ. 6:3ປຍຈ 4:2, 3
ປຍຈ. 6:5ໂຢບ 3:11, 13; 14:1
ປຍຈ. 6:6ໂຢບ 30:23; ປຍຈ 3:20; ຣມ 5:12
ປຍຈ. 6:7ປຖກ 3:19; ສພສ 16:26
ປຍຈ. 6:8ພສ 49:10; ປຍຈ 2:15, 16
ປຍຈ. 6:121ຂຄ 29:15; ໂຢບ 8:9; 14:1, 2; ພສ 102:11
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
ຄຳພີໄບເບິນສະບັບແປໂລກໃໝ່
ປັນຍາຈານ 6:1-12

ປັນຍາຈານ

6 ຂ້ອຍ​ໄດ້​ເຫັນ​ເລື່ອງ​ໜ້າ​ເສົ້າ*​ອີກ​ເລື່ອງ​ໜຶ່ງ​ໃຕ້​ດວງ​ຕາເວັນ​ແລະ​ມັນ​ເປັນ​ເລື່ອງ​ທຳມະດາ​ສຳລັບ​ມະນຸດ. 2 ພະເຈົ້າ​ທ່ຽງແທ້​ໃຫ້​ມະນຸດ​ມີ​ຄວາມ​ລ່ຳ​ລວຍ ຊັບ​ສົມບັດ ແລະ​ກຽດ​ຕິ​ຍົດ. ລາວ​ຢາກ​ໄດ້​ຫຍັງ​ລາວ​ກໍ​ໄດ້ ແຕ່​ພະເຈົ້າ​ທ່ຽງແທ້​ບໍ່​ໄດ້​ໃຫ້​ລາວ​ມີ​ຄວາມ​ສຸກ​ກັບ​ສິ່ງ​ເຫຼົ່າ​ນັ້ນ​ແລະ​ໃຫ້​ຄົນ​ແປກ​ໜ້າ​ມີ​ຄວາມ​ສຸກ​ກັບ​ສິ່ງ​ເຫຼົ່າ​ນັ້ນ​ແທນ​ລາວ. ສິ່ງ​ນີ້​ບໍ່​ມີ​ປະໂຫຍດ​ແລະ​ເຮັດ​ໃຫ້​ທຸກໃຈ​ຫຼາຍ. 3 ຖ້າ​ຄົນ​ໜຶ່ງ​ມີ​ລູກ 100 ຄົນ​ແລະ​ມີ​ຊີວິດ​ຍືນ​ຍາວ ແຕ່​ຕອນ​ທີ່​ລາວ​ຍັງ​ມີ​ຊີວິດ​ຢູ່ ລາວ​ພັດ​ບໍ່​ໄດ້​ມີ​ຄວາມ​ສຸກ​ກັບ​ສິ່ງ​ດີ​ໆ​ເລີຍ ຂ້ອຍ​ເວົ້າ​ໄດ້​ເລີຍ​ວ່າ​ແອ​ນ້ອຍ​ທີ່​ຕາຍ​ຕັ້ງແຕ່​ເກີດ*​ກໍ​ຍັງ​ດີ​ກວ່າ​ລາວ​ອີກ.+ 4 ແອ​ນ້ອຍ​ນັ້ນ​ເກີດ​ມາ​ແບບ​ບໍ່​ມີ​ປະໂຫຍດ. ມັນ​ເປັນ​ຄື​ກັບ​ວ່າ​ລາວ​ຕາຍ​ໃນ​ຄວາມ​ມືດ​ແລະ​ລາວ​ກໍ​ຍັງ​ບໍ່​ທັນ​ມີ​ຊື່​ຊ້ຳ. 5 ເຖິງ​ວ່າ​ລາວ​ຍັງ​ບໍ່​ເຄີຍ​ເຫັນ​ດວງ​ຕາເວັນ​ແລະ​ຍັງ​ບໍ່​ຮູ້​ຫຍັງ ແຕ່​ລາວ​ກໍ​ຍັງ​ດີ​ກວ່າ​ຄົນ​ທີ່​ມີ​ອາຍຸ​ຍືນ​ຄົນ​ນັ້ນ.+ 6 ຖ້າ​ມີ​ອາຍຸ​ຍືນ​ຮອດ 2.000 ປີ​ແຕ່​ບໍ່​ມີ​ຄວາມ​ສຸກ ມັນ​ຈະ​ມີ​ປະໂຫຍດ​ຫຍັງ? ທຸກ​ຄົນ​ກໍ​ໄປ​ບ່ອນ​ດຽວ​ກັນ​ບໍ່​ແມ່ນ​ບໍ?+

7 ມະນຸດ​ເຮັດ​ວຽກ​ໜັກ​ກໍ​ເພື່ອ​ລ້ຽງ​ປາກ​ລ້ຽງ​ທ້ອງ​ຂອງ​ໂຕເອງ+ ແຕ່​ຄວາມ​ຢາກ​ຂອງ​ລາວ​ກໍ​ບໍ່​ເຄີຍ​ພໍ. 8 ຄົນ​ສະຫຼາດ​ໄດ້​ປຽບ​ຄົນ​ໂງ່​ແນວ​ໃດ+​ແລະ​ຄົນ​ທຸກ​ທີ່​ຮູ້​ຈັກ​ເອົາ​ຊີວິດ​ລອດ​ຈະ​ໄດ້​ປະໂຫຍດ​ຫຍັງ? 9 ການ​ໄດ້​ມີ​ຄວາມ​ສຸກ​ກັບ​ສິ່ງ​ທີ່​ເຫັນ​ກໍ​ດີ​ກວ່າ​ການ​ແລ່ນ​ນຳ​ຄວາມ​ຕ້ອງ​ການ​ຂອງ​ໂຕເອງ. ສິ່ງ​ນີ້​ກໍ​ບໍ່​ມີ​ປະໂຫຍດ​ແລະ​ເປັນ​ການ​ແລ່ນ​ໄລ່​ຕາມ​ລົມ.

10 ທຸກ​ສິ່ງ​ທີ່​ມີ​ຢູ່​ກໍ​ຖືກ​ຕັ້ງ​ຊື່​ໄວ້​ແລ້ວ​ຕັ້ງແຕ່​ສະໄໝ​ແຕ່​ກີ້. ທຳມະຊາດ​ຂອງ​ມະນຸດ​ເປັນ​ແນວ​ໃດ​ກໍ​ຮູ້​ກັນ​ຢູ່​ແລ້ວ. ມະນຸດ​ບໍ່​ສາມາດ​ໄປ​ຖຽງ*​ກັບ​ຜູ້​ທີ່​ມີ​ອຳນາດ​ຫຼາຍ​ກວ່າ​ລາວ. 11 ແຮ່ງ​ເວົ້າ​ຫຼາຍ*​ກໍ​ແຮ່ງ​ບໍ່​ມີ​ປະໂຫຍດ. ການ​ເວົ້າ​ຫຼາຍ​ເຮັດ​ໃຫ້​ມະນຸດ​ໄດ້​ປະໂຫຍດ​ຫຍັງ? 12 ໃຜ​ຈະ​ຮູ້​ໄດ້​ວ່າ​ສິ່ງ​ທີ່​ດີ​ທີ່​ສຸດ​ທີ່​ມະນຸດ​ຄວນ​ເຮັດ​ໃນ​ຊີວິດ​ແມ່ນ​ຫຍັງ? ຊີວິດ​ທີ່​ບໍ່​ມີ​ປະໂຫຍດ​ຂອງ​ມະນຸດ​ເປັນ​ຄື​ກັບ​ເງົາ​ທີ່​ບຶດ​ດຽວ​ກໍ​ຫາຍ​ໄປ.+ ຫຼັງ​ຈາກ​ລາວ​ຕາຍ​ໄປ​ແລ້ວ ໃຜ​ຈະ​ບອກ​ລາວ​ໄດ້​ວ່າ​ມີ​ຫຍັງ​ເກີດ​ຂຶ້ນ​ໃຕ້​ດວງ​ຕາເວັນ?

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌