ເພງສັນລະເສີນ
ຄຳອະທິດຖານຂອງຄົນທີ່ຖືກກົດຂີ່ຂົ່ມເຫງ ຕອນທີ່ລາວໝົດຫວັງ*
ແລະລະບາຍຄວາມໃນໃຈໃຫ້ພະເຢໂຫວາຟັງ.+
102 ພະເຢໂຫວາເອີ້ຍ ຂໍພະອົງຟັງຄຳອະທິດຖານຂອງລູກ+
ແລະຂໍໃຫ້ສຽງຄຳຮ້ອງຂໍຄວາມຊ່ວຍເຫຼືອຂອງລູກໄປຮອດພະອົງ.+
2 ຂໍພະອົງຢ່າປິ່ນໜ້າໜີ*ຈາກລູກຕອນທີ່ລູກທຸກໃຈ.+
3 ຊີວິດຂອງລູກກຳລັງຫາຍໄປຄືກັບຄວັນ.
ກະດູກຂອງລູກກໍຖືກເຜົາໄໝ້ຄືກັບຢູ່ໃນເຕົາໄຟ.+
4 ຫົວໃຈຂອງລູກເປັນຄືກັບຫຍ້າທີ່ຖືກແດດເຜົາແລະຫ່ຽວແຫ້ງໄປ.+
ລູກບໍ່ຢາກກິນເຂົ້າເລີຍ.
6 ລູກເປັນຄືກັບນົກກະທຸງຢູ່ບ່ອນກັນດານ.
ລູກເປັນຄືກັບນົກເຄົ້າໂຕນ້ອຍໆຢູ່ບ່ອນຊາກຫັກພັງ.
8 ສັດຕູຂອງລູກເຍາະເຍີ້ຍລູກໝົດມື້ໝົດເວັນ.+
ຄົນທີ່ດູຖູກລູກກໍເວົ້າຊື່ລູກໃນຄຳສາບແຊ່ງ.
9 ລູກກິນຂີ້ເທົ່າເປັນອາຫານ+
ແລະນ້ຳຕາກໍປົນຢູ່ໃນເຄື່ອງດື່ມຂອງລູກ+
10 ຍ້ອນພະອົງໃຈຮ້າຍໃຫ້ລູກ.
ມັນເປັນຄືກັບວ່າພະອົງຍົກລູກຂຶ້ນເພື່ອໂຍນລູກຖິ້ມ.
13 ພະອົງຈະລຸກຂຶ້ນແລະສະແດງຄວາມເມດຕາຕໍ່ຊີໂອນ+
ຍ້ອນວ່ານີ້ແມ່ນເວລາທີ່ພະອົງຈະອີ່ຕົນເມືອງນີ້.+
ເວລາທີ່ກຳນົດໄວ້ມາຮອດແລ້ວ.+
14 ຜູ້ຮັບໃຊ້ຂອງພະອົງຖືວ່າກ້ອນຫີນຂອງເມືອງນີ້ມີຄ່າ.+
ແມ່ນແຕ່ຂີ້ດິນຂອງເມືອງນີ້ ເຂົາເຈົ້າກໍຮັກຫຼາຍ.+
15 ຊາດຕ່າງໆຈະຢ້ານຊື່ຂອງພະເຢໂຫວາ
ແລະກະສັດທົ່ວໂລກຈະຍອມຮັບຄວາມຍິ່ງໃຫຍ່ຂອງພະອົງ.+
16 ພະເຢໂຫວາຈະສ້າງຊີໂອນຂຶ້ນໃໝ່.+
ເພິ່ນຈະເຮັດໃຫ້ທຸກຄົນຮູ້ວ່າເພິ່ນມີລິດເດດຫຼາຍສ່ຳໃດ.+
18 ເລື່ອງນີ້ຖືກຂຽນໄວ້ສຳລັບຄົນລຸ້ນຕໍ່ໄປ+
ເພື່ອຄົນທີ່ຍັງບໍ່ທັນເກີດມາ*ຈະໄດ້ສັນລະເສີນພະເຢໂຫວາ.*
19 ພະເຢໂຫວາແນມລົງມາຈາກບ່ອນບໍລິສຸດຂອງເພິ່ນທີ່ຢູ່ສູງໆ.+
ເພິ່ນແນມລົງມາເບິ່ງໂລກຈາກສະຫວັນ
20 ເພື່ອຈະຟັງສຽງຖອນຫາຍໃຈຂອງນັກໂທດ+
ແລະເພື່ອຈະຊ່ວຍຄົນທີ່ຖືກຕັດສິນປະຫານຊີວິດ.+
21 ແລ້ວຊື່ຂອງພະເຢໂຫວາຈະຖືກປະກາດຢູ່ຊີໂອນ+
ແລະຈະມີການສັນລະເສີນເພິ່ນຢູ່ເຢຣູຊາເລັມ
22 ຕອນທີ່ຊາດຕ່າງໆແລະປະເທດຕ່າງໆມາລວມໂຕກັນເພື່ອຮັບໃຊ້ພະເຢໂຫວາ.+
23 ເພິ່ນເອົາເຫື່ອແຮງຂອງຂ້ອຍໄປກ່ອນກຳນົດ.
ເພິ່ນເຮັດໃຫ້ວັນເວລາຂອງຂ້ອຍສັ້ນລົງ.
24 ຂ້ອຍເວົ້າວ່າ: “ພະເຈົ້າຂອງລູກເອີ້ຍ
ພະອົງເປັນຜູ້ມີຊີວິດຢູ່ທຸກຍຸກທຸກສະໄໝ.+
ຂໍພະອົງຢ່າຕັດຊີວິດລູກຍ້ອນລູກຍັງໜຸ່ມຢູ່.
25 ພະອົງວາງຮາກຖານຂອງໂລກໄວ້ດົນນານມາແລ້ວ
ແລະທ້ອງຟ້າກໍເປັນຜົນງານຂອງພະອົງ.+
26 ສິ່ງເຫຼົ່ານັ້ນຈະຫາຍສາບສູນໄປ ແຕ່ພະອົງຈະຢູ່ຕໍ່ໄປ.
ພວກມັນຈະເກົ່າຄືກັບເຄື່ອງນຸ່ງ.
ພະອົງປ່ຽນພວກມັນໄດ້ຄືກັບປ່ຽນເຄື່ອງນຸ່ງແລະພວກມັນຈະຫາຍໄປ
27 ແຕ່ພະອົງຈະເປັນຄືເກົ່າແລະຊີວິດຂອງພະອົງຈະບໍ່ມີວັນສິ້ນສຸດ.+
28 ພວກລູກຂອງຜູ້ຮັບໃຊ້ພະອົງຈະຢູ່ຢ່າງປອດໄພ
ແລະລູກຫຼານຂອງເຂົາເຈົ້າຈະຢູ່ຢ່າງປອດໄພຕໍ່ໜ້າພະອົງຄືກັນ.”+