ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລະບຽບພວກເລວີ 14
  • ຄຳພີໄບເບິນສະບັບແປໂລກໃໝ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

ໃຈ​ຄວາມ​ສຳຄັນຂອງປຶ້ມລະບຽບພວກເລວີ

      • ຂັ້ນ​ຕອນ​ການ​ເຮັດ​ໃຫ້​ຄົນ​ທີ່​ເຄີຍ​ເປັນ​ພະຍາດ​ຂີ້ທູດ​ສະອາດ (1-32)

      • ຂັ້ນ​ຕອນ​ການ​ເຮັດ​ໃຫ້​ເຮືອນ​ສະອາດ​ຈາກ​ເຊື້ອ​ຂີ້ທູດ (33-57)

ລະບຽບພວກເລວີ 14:2

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 13:2; ມທ 8:4; ມຣກ 1:44; ລກ 5:14; 17:14

ລະບຽບພວກເລວີ 14:4

ໄຂເງື່ອນ

  • *

    ໄມ້​ແປກ​ຊະນິດໜຶ່ງ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 14:49-53; ຈຊບ 19:6, 9; ພສ 51:7

ລະບຽບພວກເລວີ 14:7

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 16:22

ລະບຽບພວກເລວີ 14:10

ໄຂເງື່ອນ

  • *

    6,6 ລິດ. ເບິ່ງ​ພາກ​ຜະໜວກ ຂ14.

  • *

    310 ມິນລີລິດ. ເບິ່ງ​ພາກ​ຜະໜວກ ຂ14.

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 4:32
  • +ລລວ 2:1
  • +ມຣກ 1:44

ລະບຽບພວກເລວີ 14:11

ໄຂເງື່ອນ

  • *

    ຫຼື “ເຕັ້ນ​ຂໍ​ການ​ຊີ້ນຳ.” ເບິ່ງ​ສ່ວນ​ອະທິບາຍ​ຄຳສັບ.

ລະບຽບພວກເລວີ 14:12

ໄຂເງື່ອນ

  • *

    310 ມິນລີລິດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 6:6
  • +ລລວ 14:21, 24

ລະບຽບພວກເລວີ 14:13

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 1:10, 11; 4:3, 4
  • +ລລວ 2:3; 7:7; 1ກຣ 9:13; 10:18
  • +ລລວ 6:25

ລະບຽບພວກເລວີ 14:15

ໄຂເງື່ອນ

  • *

    310 ມິນລີລິດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 14:10

ລະບຽບພວກເລວີ 14:18

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 6:7; 1ຢຮ 1:7; 2:1, 2

ລະບຽບພວກເລວີ 14:19

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 5:6

ລະບຽບພວກເລວີ 14:20

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 2:1; 14:10; ຈຊບ 15:4
  • +ມທ 8:4
  • +ລລວ 14:9; ມຣກ 1:44; ລກ 5:14; 17:14

ລະບຽບພວກເລວີ 14:21

ໄຂເງື່ອນ

  • *

    2,2 ລິດ

  • *

    310 ມິນລີລິດ

ລະບຽບພວກເລວີ 14:22

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 1:14; 5:7; 12:8

ລະບຽບພວກເລວີ 14:23

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 15:13, 14
  • +ລລວ 14:10, 11

ລະບຽບພວກເລວີ 14:24

ໄຂເງື່ອນ

  • *

    310 ມິນລີລິດ

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 6:6
  • +ລລວ 14:12

ລະບຽບພວກເລວີ 14:25

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 14:14

ລະບຽບພວກເລວີ 14:26

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 14:15-18

ລະບຽບພວກເລວີ 14:30

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 12:8; 14:22

ລະບຽບພວກເລວີ 14:31

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 5:7
  • +ລລວ 14:20

ລະບຽບພວກເລວີ 14:34

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ຈຊບ 35:10
  • +ປຖກ 17:8
  • +ພບຍ 7:12, 15

ລະບຽບພວກເລວີ 14:38

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 13:4, 50; ຈຊບ 12:15

ລະບຽບພວກເລວີ 14:44

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 13:51

ລະບຽບພວກເລວີ 14:45

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 14:41

ລະບຽບພວກເລວີ 14:46

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 14:38
  • +ລລວ 11:23-25; 15:8; 17:15; 22:4-6

ລະບຽບພວກເລວີ 14:49

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 14:3, 4; ຈຊບ 19:6, 7

ລະບຽບພວກເລວີ 14:51

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 14:6, 7

ລະບຽບພວກເລວີ 14:53

ໄຂເງື່ອນ

  • *

    ແປ​ຕາມ​ໂຕ​ວ່າ “ໄຖ່​ຄວາມ​ຜິດ​ໃຫ້​ເຮືອນ”

ລະບຽບພວກເລວີ 14:54

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 13:30

ລະບຽບພວກເລວີ 14:55

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 13:47
  • +ລລວ 14:34

ລະບຽບພວກເລວີ 14:56

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 13:2

ລະບຽບພວກເລວີ 14:57

ຂໍ້ອ້າງອີງທີ່ຢູ່ເຄິ່ງກາງໜ້າ

  • +ລລວ 10:10; ອຊກ 44:23
  • +ພບຍ 24:8

ທຽບກັບສະບັບອື່ນ

ກົດຂໍ້ພະຄຳພີເພື່ອທຽບຂໍ້ພະຄຳພີ

ອື່ນໆ

ລລວ. 14:2ລລວ 13:2; ມທ 8:4; ມຣກ 1:44; ລກ 5:14; 17:14
ລລວ. 14:4ລລວ 14:49-53; ຈຊບ 19:6, 9; ພສ 51:7
ລລວ. 14:7ລລວ 16:22
ລລວ. 14:10ລລວ 4:32
ລລວ. 14:10ລລວ 2:1
ລລວ. 14:10ມຣກ 1:44
ລລວ. 14:12ລລວ 6:6
ລລວ. 14:12ລລວ 14:21, 24
ລລວ. 14:13ລລວ 1:10, 11; 4:3, 4
ລລວ. 14:13ລລວ 2:3; 7:7; 1ກຣ 9:13; 10:18
ລລວ. 14:13ລລວ 6:25
ລລວ. 14:15ລລວ 14:10
ລລວ. 14:18ລລວ 6:7; 1ຢຮ 1:7; 2:1, 2
ລລວ. 14:19ລລວ 5:6
ລລວ. 14:20ລລວ 2:1; 14:10; ຈຊບ 15:4
ລລວ. 14:20ມທ 8:4
ລລວ. 14:20ລລວ 14:9; ມຣກ 1:44; ລກ 5:14; 17:14
ລລວ. 14:22ລລວ 1:14; 5:7; 12:8
ລລວ. 14:23ລລວ 15:13, 14
ລລວ. 14:23ລລວ 14:10, 11
ລລວ. 14:24ລລວ 6:6
ລລວ. 14:24ລລວ 14:12
ລລວ. 14:25ລລວ 14:14
ລລວ. 14:26ລລວ 14:15-18
ລລວ. 14:30ລລວ 12:8; 14:22
ລລວ. 14:31ລລວ 5:7
ລລວ. 14:31ລລວ 14:20
ລລວ. 14:34ຈຊບ 35:10
ລລວ. 14:34ປຖກ 17:8
ລລວ. 14:34ພບຍ 7:12, 15
ລລວ. 14:38ລລວ 13:4, 50; ຈຊບ 12:15
ລລວ. 14:44ລລວ 13:51
ລລວ. 14:45ລລວ 14:41
ລລວ. 14:46ລລວ 14:38
ລລວ. 14:46ລລວ 11:23-25; 15:8; 17:15; 22:4-6
ລລວ. 14:49ລລວ 14:3, 4; ຈຊບ 19:6, 7
ລລວ. 14:51ລລວ 14:6, 7
ລລວ. 14:54ລລວ 13:30
ລລວ. 14:55ລລວ 13:47
ລລວ. 14:55ລລວ 14:34
ລລວ. 14:56ລລວ 13:2
ລລວ. 14:57ລລວ 10:10; ອຊກ 44:23
ລລວ. 14:57ພບຍ 24:8
  • ຄຳພີໄບເບິນສະບັບແປໂລກໃໝ່
  • 1
  • 2
  • 3
  • 4
  • 5
  • 6
  • 7
  • 8
  • 9
  • 10
  • 11
  • 12
  • 13
  • 14
  • 15
  • 16
  • 17
  • 18
  • 19
  • 20
  • 21
  • 22
  • 23
  • 24
  • 25
  • 26
  • 27
  • 28
  • 29
  • 30
  • 31
  • 32
  • 33
  • 34
  • 35
  • 36
  • 37
  • 38
  • 39
  • 40
  • 41
  • 42
  • 43
  • 44
  • 45
  • 46
  • 47
  • 48
  • 49
  • 50
  • 51
  • 52
  • 53
  • 54
  • 55
  • 56
  • 57
ຄຳພີໄບເບິນສະບັບແປໂລກໃໝ່
ລະບຽບພວກເລວີ 14:1-57

ລະບຽບພວກເລວີ

14 ພະ​ເຢໂຫວາ​ເວົ້າ​ກັບ​ໂມເຊ​ອີກ​ວ່າ: 2 “ນີ້ແມ່ນ​ກົດ​ໝາຍ​ກ່ຽວກັບ​ຄົນ​ຂີ້​ທູດ. ໃນ​ມື້​ທີ່​ຈະ​ປະກາດ​ວ່າ​ລາວ​ສະອາດ ຕ້ອງ​ພາ​ລາວ​ໄປ​ຫາ​ປະໂລຫິດ​ແລະ​ເຮັດ​ຕາມ​ນີ້.+ 3 ປະໂລຫິດ​ຕ້ອງ​ອອກ​ໄປ​ຫາ​ຄົນ​ຂີ້ທູດ​ຢູ່​ນອກ​ຄ້າຍ​ພັກ​ແລະ​ກວດ​ເບິ່ງ​ລາວ. ຖ້າ​ລາວ​ເຊົາ​ເປັນ​ຂີ້ທູດ​ແລ້ວ 4 ປະໂລຫິດ​ຈະ​ສັ່ງ​ໃຫ້​ລາວ​ເອົາ​ນົກ​ທີ່​ຖື​ວ່າ​ສະອາດ​ມາ 2 ໂຕ ພ້ອມ​ກັບງ່າ​ໄມ້​ຊີດ້າ* ຜ້າ​ສີ​ແດງ​ສົດ ແລະ​ຕົ້ນ​ຫູ​ສົບ ເພື່ອ​ເຮັດ​ໃຫ້​ໂຕ​ລາວ​ສະອາດ.+ 5 ປະໂລຫິດ​ຈະ​ສັ່ງ​ໃຫ້​ເອົາ​ນົກ​ໂຕ​ໜຶ່ງ​ໄປ​ຂ້າ​ໃນໝໍ້​ດິນເຊິ່ງ​ມີ​ນ້ຳ​ທີ່​ຕັກ​ມາ​ຈາກນ້ຳ​ທີ່​ໄຫຼ. 6 ແຕ່​ລາວ​ຈະ​ເອົາ​ນົກ​ໂຕ​ທີ່​ຍັງ​ມີ​ຊີວິດ​ຢູ່ ພ້ອມ​ກັບ​ງ່າ​ໄມ້​ຊີດ້າ ຜ້າ​ສີ​ແດງ​ສົດ ແລະ​ຕົ້ນ​ຫູ​ສົບ ຈຸ່ມ​ລົງ​ໃນ​ເລືອດ​ຂອງ​ນົກ​ທີ່​ຂ້າ​ໃນ​ໝໍ້​ເຊິ່ງ​ມີ​ນ້ຳ​ທີ່​ຕັກ​ມາ​ຈາກ​ນ້ຳ​ທີ່​ໄຫຼ. 7 ປະໂລຫິດ​ຈະ​ເອົາ​ເລືອດ​ນັ້ນ​ໄປ​ຊິດ​ທັງ​ໝົດ 7 ເທື່ອ​ໃສ່​ຄົນ​ທີ່​ເຄີຍ​ເປັນ​ຂີ້ທູດ ແລະ​ຈະ​ປະກາດ​ວ່າ​ຜູ້​ນັ້ນ​ສະອາດ​ແລ້ວ. ຫຼັງ​ຈາກ​ນັ້ນ ປະໂລຫິດ​ຈະ​ປ່ອຍ​ນົກ​ໂຕ​ທີ່​ຍັງ​ມີ​ຊີວິດ​ຢູ່ອອກ​ໄປ​ນອກ​ຄ້າຍ.+

8 ຄົນ​ທີ່​ເຄີຍ​ເປັນ​ຂີ້ທູດ​ຕ້ອງ​ຊັກ​ເຄື່ອງນຸ່ງ​ຂອງ​ໂຕເອງ ແຖ​ຫົວ​ກັບ​ແຖ​ຂົນ​ທີ່​ຢູ່​ຕາມ​ຕົນ​ໂຕອອກ​ໃຫ້​ໝົດ​ແລະ​ອາບ​ນ້ຳ ແລ້ວ​ຈະ​ຖື​ວ່າ​ລາວ​ສະອາດ. ຫຼັງ​ຈາກ​ນັ້ນ ລາວ​ຈະ​ເຂົ້າ​ມາ​ໃນ​ຄ້າຍ​ໄດ້ ແຕ່​ຕ້ອງ​ຢູ່​ນອກ​ເຕັ້ນ​ຂອງ​ໂຕເອງ 7 ມື້. 9 ເມື່ອ​ຮອດ​ມື້​ທີ 7 ລາວ​ຕ້ອງ​ແຖ​ຫົວ ແຖ​ໜວດ​ເຄົາ ແລະ​ແຖ​ຄິ້ວ. ຈາກ​ນັ້ນ ລາວ​ຕ້ອງ​ແຖ​ຂົນ​ທີ່​ຢູ່​ຕາມ​ຕົນ​ໂຕ​ອອກ​ໃຫ້​ໝົດ ຊັກ​ເຄື່ອງນຸ່ງ​ຂອງ​ໂຕເອງ​ແລະ​ອາບ​ນ້ຳ ແລ້ວ​ຈະ​ຖື​ວ່າ​ລາວ​ສະອາດ.

10 ໃນ​ມື້​ທີ 8 ລາວ​ຈະ​ຕ້ອງ​ເອົາ​ສິ່ງ​ເຫຼົ່ານີ້​ມາ​ຄື: ແກະ​ໂຕ​ຜູ້​ທີ່​ຕຸ້ຍ​ພີ​ດີ​ງາມ 2 ໂຕ ແກະ​ໂຕ​ແມ່​ທີ່​ຕຸ້ຍ​ພີ​ດີ​ງາມ+ອາຍຸ​ບໍ່​ກາຍ 1 ປີ​ໂຕ​ໜຶ່ງ ແປ້ງ​ລະອຽດ 3 ສ່ວນ 10 ເອຟາ*ທີ່​ນວດ​ໃສ່​ນ້ຳມັນ​ເພື່ອ​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+ ແລະ​ນ້ຳມັນ 1 ລ໋ອກ.*+ 11 ປະໂລຫິດ​ຜູ້​ທີ່​ປະກາດ​ວ່າ​ຄົນ​ທີ່​ເຄີຍ​ເປັນ​ຂີ້ທູດ​ສະອາດ​ແລ້ວ ຈະ​ພາ​ຜູ້​ນັ້ນ​ພ້ອມ​ກັບ​ເອົາ​ເຄື່ອງ​ບູຊາ​ທັງ​ໝົດ​ມາ​ຕໍ່​ໜ້າ​ພະ​ເຢໂຫວາ​ຢູ່​ທາງເຂົ້າ​ເຕັ້ນ​ສັກສິດ.* 12 ປະໂລຫິດ​ຈະ​ເອົາ​ແກະ​ໂຕ​ຜູ້​ໂຕ​ທຳອິດ​ມາ​ເປັນ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ+​ພ້ອມ​ກັບ​ນ້ຳມັນ 1 ລ໋ອກ.* ລາວ​ຈະ​ເອົາ​ເຄື່ອງ​ທັງ​ໝົດ​ນັ້ນ​ຊູ​ໄປ​ຊູ​ມາ​ເປັນ​ເຄື່ອງ​ບູຊາ​ຊູ​ໄປ​ມາ​ຕໍ່​ໜ້າ​ພະ​ເຢໂຫວາ.+ 13 ລາວ​ຈະ​ຂ້າ​ແກະ​ໂຕ​ຜູ້​ໂຕ​ນັ້ນ​ຢູ່​ບ່ອນ​ຂ້າ​ສັດ​ທີ່​ໃຊ້​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ​ແລະ​ເຄື່ອງ​ບູຊາ​ເຜົາ.+ ລາວ​ຕ້ອງ​ຂ້າ​ຢູ່​ບ່ອນ​ບໍລິສຸດ​ນັ້ນ ຍ້ອນ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ​ເປັນ​ສ່ວນ​ແບ່ງ​ຂອງ​ປະໂລຫິດ ຄື​ກັນ​ກັບ​ເຄື່ອງ​ບູຊາ​ໄຖ່​ບາບ.+ ເຄື່ອງ​ບູຊາ​ນີ້​ເປັນ​ສິ່ງ​ທີ່​ບໍລິສຸດ​ແທ້​ໆ​.+

14 ຈາກ​ນັ້ນ ປະໂລຫິດ​ຈະ​ເອົາ​ເລືອດ​ສ່ວນ​ໜຶ່ງ​ຈາກ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ​ໄປ​ຈ້ຳ​ໃສ່​ຕິ່ງ​ຫູ​ເບື້ອງ​ຂວາ ນິ້ວ​ໂປ້​ມື​ເບື້ອງ​ຂວາ ແລະ​ນິ້ວ​ໂປ້​ຕີນ​ເບື້ອງ​ຂວາ​ຂອງ​ຄົນ​ທີ່​ເຄີຍ​ເປັນ​ຂີ້ທູດ. 15 ປະໂລຫິດ​ຈະ​ເອົາ​ນ້ຳມັນ​ສ່ວນ​ໜຶ່ງ​ຈາກ​ນ້ຳມັນ 1 ລ໋ອກ*+ ເທ​ໃສ່​ອົ້ງ​ມື​ເບື້ອງ​ຊ້າຍ​ຂອງ​ໂຕເອງ. 16 ລາວ​ຈະ​ເອົາ​ນິ້ວ​ມື​ເບື້ອງ​ຂວາ​ຈຸ່ມ​ນ້ຳມັນ​ທີ່​ຢູ່​ອົ້ງ​ມື​ເບື້ອງ​ຊ້າຍ ແລ້ວ​ຊິດ​ທັງ​ໝົດ 7 ເທື່ອ​ຕໍ່​ໜ້າ​ພະ​ເຢໂຫວາ. 17 ຈາກ​ນັ້ນ ປະໂລຫິດ​ຈະ​ເອົາ​ນິ້ວ​ມື​ຈຸ່ມ​ລົງ​ນ້ຳມັນ​ທີ່​ເຫຼືອ​ຢູ່​ອົ້ງ​ມື ແລ້ວ​ໄປ​ຈ້ຳ​ທັບ​ຮອຍ​ເລືອດ​ຈາກ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ​ທີ່​ຢູ່​ຕິ່ງ​ຫູ​ເບື້ອງ​ຂວາ ນິ້ວ​ໂປ້​ມື​ເບື້ອງ​ຂວາ ແລະ​ນິ້ວ​ໂປ້​ຕີນ​ເບື້ອງ​ຂວາ​ຂອງ​ຄົນ​ທີ່​ເຄີຍ​ເປັນ​ຂີ້ທູດ. 18 ແລ້ວ​ເອົາ​ນ້ຳມັນ​ທີ່​ຍັງ​ຢູ່​ອົ້ງ​ມື​ໄປ​ລູບ​ໃສ່​ຫົວ​ຂອງ​ຄົນ​ທີ່​ເຄີຍ​ເປັນ​ຂີ້ທູດ ແລະ​ປະໂລຫິດ​ຈະ​ໄຖ່​ຄວາມ​ຜິດ​ໃຫ້​ລາວ​ຕໍ່​ໜ້າ​ພະ​ເຢໂຫວາ.+

19 ປະໂລຫິດ​ຈະ​ເອົາ​ເຄື່ອງ​ບູຊາ​ໄຖ່​ບາບ​ມາ+ ແລະ​ໄຖ່​ຄວາມ​ຜິດ​ໃຫ້​ຄົນ​ທີ່​ເຄີຍ​ເປັນ​ຂີ້ທູດ. ຫຼັງ​ຈາກ​ນັ້ນ ລາວ​ຈະ​ຂ້າ​ສັດ​ທີ່​ໃຊ້​ເປັນ​ເຄື່ອງ​ບູຊາ​ເຜົາ. 20 ປະໂລຫິດ​ຈະ​ເອົາ​ເຄື່ອງ​ບູຊາ​ເຜົາ ແລະ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ+​ໄປ​ເຜົາ​ເທິງ​ແທ່ນ​ບູຊາ. ແລ້ວ​ປະໂລຫິດ​ຈະ​ໄຖ່​ຄວາມ​ຜິດ​ໃຫ້​ຄົນ​ທີ່​ເຄີຍ​ເປັນ​ຂີ້ທູດ+ ແລະ​ຈະ​ຖື​ວ່າ​ລາວ​ສະອາດ.+

21 ແຕ່​ຖ້າ​ຜູ້​ນັ້ນ​ເປັນ​ຄົນ​ທຸກ​ແລະ​ມີ​ເງິນ​ບໍ່​ພໍ ລາວ​ຈະ​ຕ້ອງ​ເອົາ​ສິ່ງ​ເຫຼົ່ານີ້​ມາ​ຄື: ແກະ​ໂຕ​ຜູ້​ໂຕ​ໜຶ່ງ​ທີ່​ຈະ​ໃຊ້​ເປັນ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ ເພື່ອ​ໃຫ້​ປະໂລຫິດ​ຊູ​ໄປ​ຊູມາ​ແລະ​ໄຖ່​ຄວາມ​ຜິດ​ໃຫ້​ລາວ ກັບ​ແປ້ງ​ລະອຽດ 1 ສ່ວນ 10 ເອຟາ*ທີ່​ນວດ​ໃສ່​ນ້ຳມັນ​ເພື່ອ​ເປັນ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ ນ້ຳມັນ 1 ລ໋ອກ* 22 ແລະ​ນົກ​ເຂົາ 2 ໂຕ ຫຼື​ນົກ​ກາງແກ 2 ໂຕ​ຕາມ​ທີ່​ລາວມີ​ເງິນ​ພໍຈະ​ຊື້​ໄດ້. ໂຕ​ໜຶ່ງ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ ແລະ​ອີກ​ໂຕ​ໜຶ່ງ​ເປັນ​ເຄື່ອງ​ບູຊາ​ເຜົາ.+ 23 ໃນ​ມື້​ທີ 8+ ລາວ​ຈະ​ເອົາ​ສິ່ງ​ເຫຼົ່ານີ້​ມາ​ໃຫ້​ປະໂລຫິດ​ຢູ່​ທາງເຂົ້າ​ເຕັ້ນ​ສັກສິດ ເພື່ອ​ເຮັດ​ໃຫ້​ໂຕເອງ​ສະອາດ​ຕໍ່​ໜ້າ​ພະ​ເຢໂຫວາ.+

24 ປະໂລຫິດ​ຈະ​ເອົາ​ແກະ​ໂຕ​ຜູ້​ທີ່​ເປັນ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ+ ກັບ​ນ້ຳມັນ 1 ລ໋ອກ*ຊູ​ໄປ​ຊູ​ມາ​ເປັນ​ເຄື່ອງ​ບູຊາ​ຊູ​ໄປ​ມາ​ຕໍ່​ໜ້າ​ພະ​ເຢໂຫວາ.+ 25 ລາວ​ຈະ​ຂ້າ​ແກະ​ໂຕ​ຜູ້​ທີ່​ເປັນ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ. ຈາກ​ນັ້ນ ປະໂລຫິດ​ຈະ​ເອົາ​ເລືອດ​ສ່ວນ​ໜຶ່ງ​ຈາກ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ​ໄປ​ຈ້ຳ​ໃສ່​ຕິ່ງ​ຫູ​ເບື້ອງ​ຂວາ ນິ້ວ​ໂປ້​ມື​ເບື້ອງ​ຂວາ ແລະ​ນິ້ວ​ໂປ້​ຕີນ​ເບື້ອງ​ຂວາ​ຂອງ​ຄົນ​ທີ່​ເຄີຍ​ເປັນ​ຂີ້ທູດ.+ 26 ປະໂລຫິດ​ຈະ​ເອົາ​ນ້ຳມັນ​ສ່ວນ​ໜຶ່ງ​ເທ​ໃສ່​ອົ້ງມື​ເບື້ອງ​ຊ້າຍ​ຂອງ​ໂຕເອງ.+ 27 ລາວ​ຈະ​ເອົາ​ນິ້ວ​ມື​ເບື້ອງ​ຂວາ​ຈຸ່ມ​ນ້ຳມັນ​ທີ່​ຢູ່​ອົ້ງ​ມື​ເບື້ອງ​ຊ້າຍ ແລ້ວ​ຊິດ​ທັງ​ໝົດ 7 ເທື່ອ​ຕໍ່​ໜ້າ​ພະ​ເຢໂຫວາ. 28 ຈາກ​ນັ້ນ ປະໂລຫິດ​ຈະ​ເອົາ​ນິ້ວ​ມື​ຈຸ່ມ​ລົງ​ນ້ຳມັນ​ທີ່​ເຫຼືອ​ຢູ່​ອົ້ງ​ມື ແລ້ວ​ໄປ​ຈ້ຳ​ທັບ​ຮອຍ​ເລືອດ​ຈາກ​ເຄື່ອງ​ບູຊາ​ໄຖ່​ຄວາມ​ຜິດ​ທີ່​ຢູ່​ຕິ່ງ​ຫູ​ເບື້ອງ​ຂວາ ນິ້ວ​ໂປ້​ມື​ເບື້ອງ​ຂວາ ແລະ​ນິ້ວ​ໂປ້​ຕີນ​ເບື້ອງ​ຂວາ​ຂອງ​ຄົນ​ທີ່​ເຄີຍ​ເປັນ​ຂີ້ທູດ. 29 ແລ້ວ​ປະໂລຫິດ​ຈະ​ເອົາ​ນ້ຳມັນ​ທີ່​ຍັງ​ຢູ່​ອົ້ງ​ມື​ໄປ​ລູບ​ໃສ່​ຫົວ​ຂອງ​ຄົນ​ທີ່​ເຄີຍ​ເປັນ​ຂີ້ທູດ ແລະ​ໄຖ່​ຄວາມ​ຜິດ​ໃຫ້​ລາວ​ຕໍ່​ໜ້າ​ພະ​ເຢໂຫວາ.

30 ປະໂລຫິດ​ຈະ​ໃຊ້​ນົກ​ເຂົາ​ຫຼື​ນົກ​ກາງ​ແກ 1 ໃນ 2 ໂຕ​ເປັນ​ເຄື່ອງ​ບູຊາເຜົາ ຕາມ​ທີ່​ຄົນ​ທີ່​ເຄີຍ​ເປັນ​ຂີ້ທູດ​ນັ້ນ​ມີ​ເງິນ​ພໍ​ຈະ​ຊື້​ໄດ້.+ 31 ນົກ 2 ໂຕທີ່​ລາວ​ຊື້​ໄດ້​ນັ້ນ ໂຕ​ໜຶ່ງ​ຈະ​ເປັນ​ເຄື່ອງ​ບູຊາ​ໄຖ່​ບາບ ແລະ​ອີກ​ໂຕ​ໜຶ່ງ​ຈະ​ເປັນ​ເຄື່ອງ​ບູຊາ​ເຜົາ.+ ລາວ​ຕ້ອງ​ເອົາ​ເຄື່ອງ​ບູຊາ​ທີ່​ເຮັດ​ຈາກ​ເມັດ​ເຂົ້າ​ມາ​ນຳ ແລ້ວ​ປະໂລຫິດ​ຈະ​ໄຖ່​ຄວາມ​ຜິດ​ໃຫ້​ຄົນ​ທີ່​ເຄີຍ​ເປັນ​ຂີ້ທູດ​ນັ້ນ​ຕໍ່​ໜ້າ​ພະ​ເຢໂຫວາ.+

32 ນີ້​ແມ່ນ​ກົດ​ໝາຍ​ກ່ຽວ​ກັບ​ຄົນ​ທີ່​ເຄີຍ​ເປັນ​ຂີ້ທູດ​ທີ່​ຕ້ອງ​ເຮັດ​ໂຕ​ໃຫ້​ສະອາດ ແຕ່​ມີ​ເງິນ​ບໍ່​ພໍ.”

33 ຈາກ​ນັ້ນ ພະ​ເຢໂຫວາ​ບອກ​ໂມເຊ​ກັບ​ອາໂຣນ​ຕື່ມ​ອີກ​ວ່າ: 34 “ເມື່ອ​ພວກ​ເຈົ້າ​ເຂົ້າ​ໄປ​ໃນ​ແຜ່ນດິນ​ການາອານ+ທີ່​ເຮົາ​ຈະ​ເອົາ​ໃຫ້​ພວກ​ເຈົ້າ+ ແລະເຮົາ​ຍອມ​ໃຫ້ມີ​ເຊື້ອ​ຂີ້ທູດ​ຢູ່​ເຮືອນ​ຫຼັງ​ໃດ​ຫຼັງ​ໜຶ່ງ​ຂອງ​ພວກ​ເຈົ້າ+ 35 ເຈົ້າ​ຂອງ​ເຮືອນ​ຫຼັງ​ນັ້ນ​ຕ້ອງ​ໄປ​ຫາ​ປະໂລຫິດ ແລະ​ບອກ​ວ່າ ‘ເຮືອນ​ຂອງ​ຂ້ອຍ​ມີ​ຮອຍ​ເປື້ອນ​ເຊື້ອ​ຫຍັງ​ກໍ​ບໍ່​ຮູ້.’ 36 ກ່ອນ​ທີ່​ປະໂລຫິດ​ຈະ​ໄປ​ກວດ​ເບິ່ງ​ຮອຍ​ເປື້ອນ ລາວ​ຈະ​ສັ່ງ​ໃຫ້​ຂົນ​ເຄື່ອງ​ທັງ​ໝົດ​ອອກ​ຈາກ​ເຮືອນ ເພື່ອ​ລາວ​ຈະ​ບໍ່​ຕ້ອງ​ປະກາດ​ວ່າ​ທຸກ​ສິ່ງ​ຢູ່​ໃນ​ເຮືອນ​ນັ້ນ​ຖື​ວ່າ​ບໍ່​ສະອາດ. ຫຼັງ​ຈາກ​ນັ້ນ ປະໂລຫິດ​ຈະ​ເຂົ້າ​ໄປ​ກວດ​ເບິ່ງ. 37 ລາວ​ຈະ​ກວດ​ເບິ່ງ​ບ່ອນ​ທີ່​ມີ​ຮອຍ​ເປື້ອນ​ເຊື້ອ. ຖ້າ​ຝາ​ເຮືອນ​ມີ​ຮອຍ​ເປື້ອນ​ເຊື້ອ​ສີ​ເຫຼືອງ​ໆ​ຂຽວ​ໆ​ ຫຼື​ສີ​ແດງ​ໆ​ ແລະ​ເບິ່ງ​ຄື​ວ່າ​ຮອຍ​ເປື້ອນ​ເຊື້ອ​ນັ້ນ​ເລິກ​ເຂົ້າ​ໄປ​ໃນ​ຝາ 38 ປະໂລຫິດຕ້ອງ​ອອກ​ຈາກ​ເຮືອນນັ້ນ ແລະ​ປິດ​ເຮືອນ​ໄວ້ 7 ມື້.+

39 ເມື່ອ​ຮອດ​ມື້​ທີ 7 ປະໂລຫິດ​ກໍ​ຈະ​ໄປ​ກວດ​ເບິ່ງ​ອີກ​ເທື່ອ​ໜຶ່ງ. ຖ້າ​ຮອຍ​ເປື້ອນ​ເຊື້ອ​ນັ້ນ​ລາມ​ໄປ​ຕາມ​ຝາ​ເຮືອນ 40 ປະໂລຫິດ​ຈະ​ສັ່ງ​ໃຫ້​ເອົາ​ຫີນ​ທຸກ​ກ້ອນ​ທີ່​ມີ​ຮອຍ​ເປື້ອນ​ເຊື້ອ​ໄປ​ຖິ້ມ​ຢູ່​ນອກ​ເມືອງ ບ່ອນ​ທີ່​ຖິ້ມ​ສິ່ງ​ທີ່​ບໍ່​ສະອາດ. 41 ລາວ​ຈະ​ສັ່ງ​ໃຫ້​ຂູດ​ທາງ​ໃນ​ຂອງ​ເຮືອນ​ຈົນ​ທົ່ວ​ທຸກ​ບ່ອນ ແລະ​ສິ່ງ​ທີ່​ຂູດ​ອອກ​ມາ​ທັງ​ໝົດ​ຕ້ອງ​ເອົາ​ໄປ​ຖິ້ມ​ຢູ່​ນອກ​ເມືອງ ບ່ອນ​ທີ່​ຖິ້ມ​ສິ່ງ​ທີ່​ບໍ່​ສະອາດ. 42 ເຂົາ​ເຈົ້າ​ຈະ​ເອົາ​ຫີນ​ກ້ອນ​ໃໝ່​ມາ​ໃສ່​ແທນ​ກ້ອນ​ທີ່​ເຂົາ​ເຈົ້າ​ເອົາ​ອອກ​ໄປ ແລະ​ເອົາ​ແນວ​ທີ່​ເຮັດ​ໃຫ້​ກ້ອນ​ຫີນ​ຕິດ​ກັນ​ມາ​ໃສ່​ໃໝ່ ແລ້ວ​ໂບກ​ຝາ​ເຮືອນ​ໃໝ່.

43 ຖ້າ​ປ່ຽນ​ຫີນ​ກ້ອນ​ໃໝ່ ຂູດ​ທາງ​ໃນ​ຂອງ​ເຮືອນ ແລະ​ໂບກ​ຝາ​ເຮືອນ​ໃໝ່​ແລ້ວ ແຕ່​ຮອຍ​ເປື້ອນ​ເຊື້ອ​ນັ້ນ​ກັບ​ມາ​ມີ​ອີກ 44 ປະໂລຫິດ​ຈະ​ເຂົ້າ​ໄປ​ແລະ​ກວດ​ເບິ່ງ​ເຮືອນ​ນັ້ນ. ຖ້າ​ຫາກ​ວ່າ​ຮອຍ​ເປື້ອນ​ເຊື້ອ​ນັ້ນ​ແພ່​ໄປ​ບ່ອນ​ອື່ນ​ໃນ​ເຮືອນ ສະແດງ​ວ່າ​ມັນ​ເປັນ​ເຊື້ອ​ຂີ້ທູດ​ທີ່​ຕິດ​ຕໍ່​ໃສ່​ຄົນ​ອື່ນ​ໄດ້+ ຈະ​ຕ້ອງ​ຖື​ວ່າ​ເຮືອນ​ນັ້ນ​ບໍ່​ສະອາດ. 45 ລາວ​ຈະ​ສັ່ງ​ໃຫ້​ທຸບ​ເຮືອນ​ນັ້ນ​ຖິ້ມ ແລະ​ເອົາ​ກ້ອນ​ຫີນ ໄມ້ ແນວ​ທີ່​ເຮັດ​ໃຫ້​ກ້ອນ​ຫີນ​ຕິດ​ກັນ ແລະ​ແນວ​ທີ່​ໃຊ້​ໂບກ​ຝາ​ເຮືອນ​ໄປ​ຖິ້ມ​ຢູ່​ນອກ​ເມືອງ ບ່ອນ​ທີ່​ຖິ້ມ​ສິ່ງ​ທີ່​ບໍ່​ສະອາດ.+ 46 ໃນ​ໄລຍະ​ທີ່​ປິດ​ເຮືອນ​ໄວ້+ ຖ້າ​ຜູ້​ໃດ​ເຂົ້າ​ໄປ​ໃນ​ເຮືອນ​ນັ້ນ​ຕ້ອງ​ຖື​ວ່າ​ຜູ້​ນັ້ນ​ບໍ່​ສະອາດ​ຈົນ​ຮອດ​ຄ່ຳ.+ 47 ຖ້າ​ຜູ້​ໃດ​ເຂົ້າ​ໄປ​ນອນ​ຢູ່​ໃນ​ເຮືອນ​ນັ້ນ​ກໍ​ຕ້ອງ​ຊັກ​ເຄື່ອງນຸ່ງ​ຂອງ​ໂຕເອງ ແລະ​ຖ້າ​ຜູ້​ໃດ​ໄປ​ກິນ​ເຂົ້າ​ຢູ່​ໃນ​ເຮືອນ​ນັ້ນ​ກໍ​ຕ້ອງ​ຊັກ​ເຄື່ອງ​ນຸ່ງ​ຂອງ​ໂຕເອງ.

48 ແຕ່​ຫຼັງ​ຈາກ​ໂບກ​ຝາ​ເຮືອນ​ໃໝ່​ແລ້ວ ຖ້າ​ປະໂລຫິດ​ມາ​ກວດ​ເບິ່ງ​ແລະ​ເຫັນ​ວ່າບໍ່​ມີ​ຮອຍ​ເປື້ອນເຊື້ອ​ຢູ່​ບ່ອນ​ໃດ​ເລີຍ ລາວ​ຈະ​ປະກາດ​ວ່າ​ເຮືອນ​ນັ້ນ​ສະອາດ ເພາະ​ຮອຍ​ເປື້ອນ​ເຊື້ອ​ນັ້ນ​ບໍ່​ມີ​ແລ້ວ. 49 ລາວ​ຕ້ອງ​ເອົາ​ນົກ 2 ໂຕ ງ່າ​ໄມ້​ຊີດ້າ ຜ້າ​ສີ​ແດງ​ສົດ ແລະ​ຕົ້ນ​ຫູ​ສົບ​ມາ​ເພື່ອ​ເຮັດ​ໃຫ້​ເຮືອນ​ນັ້ນ​ສະອາດ.+ 50 ລາວ​ຈະ​ຂ້າ​ນົກ​ໂຕ​ໜຶ່ງ​ໃນ​ໝໍ້​ດິນ​ເຊິ່ງ​ມີ​ນ້ຳ​ທີ່​ຕັກ​ມາ​ຈາກ​ນ້ຳ​ທີ່​ໄຫຼ. 51 ລາວ​ຈະ​ເອົາ​ງ່າ​ໄມ້​ຊີດ້າ ຕົ້ນ​ຫູ​ສົບ ຜ້າ​ສີ​ແດງ​ສົດ ແລະ​ນົກ​ໂຕ​ທີ່​ຍັງ​ມີ​ຊີວິດ​ຢູ່​ຈຸ່ມ​ລົງ​ໃນ​ເລືອດ​ຂອງ​ນົກ​ທີ່​ຖືກ​ຂ້າ​ໃນ​ໝໍ້​ເຊິ່ງ​ມີ​ນ້ຳ​ທີ່​ຕັກ​ມາ​ຈາກ​ນ້ຳ​ທີ່​ໄຫຼ ແລ້ວ​ລາວ​ຈະ​ຊິດ​ເລືອດ​ໄປ​ທາງ​ເຮືອນ​ນັ້ນ 7 ເທື່ອ.+ 52 ລາວ​ຈະ​ໃຊ້​ເລືອດ​ນົກ ນ້ຳ​ທີ່​ຕັກ​ມາ​ຈາກ​ນ້ຳ​ທີ່​ໄຫຼ ນົກ​ໂຕ​ທີ່​ຍັງ​ມີ​ຊີວິດ​ຢູ່ ງ່າ​ໄມ້​ຊີດ້າ ຕົ້ນ​ຫູ​ສົບ ແລະ​ຜ້າ​ສີ​ແດງ​ສົດ​ເພື່ອ​ເຮັດ​ໃຫ້​ເຮືອນ​ນັ້ນ​ສະອາດ. 53 ລາວ​ຈະ​ປ່ອຍ​ນົກ​ໂຕ​ທີ່​ຍັງ​ມີ​ຊີວິດ​ຢູ່​ອອກ​ໄປ​ນອກ​ຄ້າຍ. ຍ້ອນ​ແນວ​ນີ້ ລາວ​ຈະ​ເອົາ​ສິ່ງ​ທີ່​ບໍ່​ສະອາດ​ອອກ​ໄປ​ຈາກ​ເຮືອນ* ແລ້ວ​ຈະ​ຖື​ວ່າ​ເຮືອນ​ນັ້ນ​ສະອາດ.

54 ນີ້​ແມ່ນ​ກົດ​ໝາຍ​ກ່ຽວ​ກັບ​ພະຍາດ​ຂີ້ທູດ​ທຸກ​ຊະນິດ ທັງ​ການ​ຕິດ​ເຊື້ອ​ຢູ່​ໜັງ​ຫົວ ຫຼື​ຢູ່​ໜວດ​ເຄົາ+ 55 ເຊື້ອ​ຂີ້ທູດ​ທີ່​ຢູ່​ເຄື່ອງນຸ່ງ+ ຫຼື​ຢູ່​ໃນ​ເຮືອນ+ 56 ເຊື້ອ​ຂີ້ທູດ​ຈາກ​ການ​ບວມ ຕົກ​ເກັດ ແລະ​ຮອຍ​ດ່າງ.+ 57 ກົດ​ໝາຍ​ນີ້​ຈະ​ຊ່ວຍ​ໃຫ້​ຮູ້​ວ່າ​ສິ່ງ​ໃດ​ຖື​ວ່າ​ສະອາດ​ແລະ​ສິ່ງ​ໃດ​ຖື​ວ່າ​ບໍ່​ສະອາດ.+ ນີ້​ແມ່ນ​ກົດ​ໝາຍ​ກ່ຽວ​ກັບ​ພະຍາດ​ຂີ້ທູດ.”+

ໜັງສືພາສາລາວ (1993-2025)
ອອກຈາກລະບົບ
ເຂົ້າສູ່ລະບົບ
  • ລາວ
  • ແຊຣ໌
  • ການຕັ້ງຄ່າ
  • Copyright © 2025 Watch Tower Bible and Tract Society of Pennsylvania
  • ເງື່ອນໄຂການນຳໃຊ້
  • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
  • ຕັ້ງຄ່າຄວາມເປັນສ່ວນຕົວ
  • JW.ORG
  • ເຂົ້າສູ່ລະບົບ
ແຊຣ໌