ເອຊາຢາ
4 ໃນມື້ນັ້ນ ຜູ້ຍິງ 7 ຄົນຈະໄປດຶງຜູ້ຊາຍຄົນໜຶ່ງໄວ້+ແລະເວົ້າວ່າ:
“ພວກເຮົາຈະຫາຢູ່ຫາກິນເອົາເອງ
ແລະຊອກເຄື່ອງນຸ່ງຂອງຖືເອົາເອງ.
ພວກເຮົາມີແຕ່ຢາກຂໍໃຊ້ນາມສະກຸນຂອງເຈົ້າ
2 ໃນມື້ນັ້ນ ສິ່ງທີ່ພະເຢໂຫວາໃຫ້ປົ່ງຂຶ້ນມາຈະດີແລະງາມຫຼາຍ. ພວກອິດສະຣາເອນທີ່ລອດຕາຍຈະພູມໃຈແລະດີໃຈແທ້ໆ ຍ້ອນວ່າແຜ່ນດິນເກີດຜົນລະປູກທີ່ດີຫຼາຍ.+ 3 ເພິ່ນຈະຖືວ່າຄົນທີ່ເຫຼືອໃນເມືອງຊີໂອນແລະໃນເມືອງເຢຣູຊາເລັມເປັນຄົນທີ່ບໍລິສຸດ. ທຸກຄົນທີ່ຢູ່ໃນເມືອງເຢຣູຊາເລັມຈະມີຊື່ຂຽນໄວ້ໃນປຶ້ມທີ່ຈະໄດ້ຊີວິດ.+
4 ພະເຢໂຫວາຈະລ້າງສິ່ງທີ່ເປື້ອນ*ອອກຈາກຄົນທີ່ຢູ່ເມືອງຊີໂອນ+ ຍ້ອນເພິ່ນໃຈຮ້າຍໃຫ້ເມືອງເຢຣູຊາເລັມຫຼາຍ. ເພິ່ນຈະເອົາໄຟມາເຜົາແລະຕັດສິນເມືອງນີ້+ ແລ້ວລ້າງເລືອດອອກໃຫ້ໝົດ. 5 ໃນຕອນສວາຍ ພະເຢໂຫວາຈະໃຫ້ມີຂີ້ເຝື້ອກັບຄວັນໄຟມາປົກພູຊີໂອນແລະບ່ອນທີ່ທຸກຄົນມາລວມກັນເພື່ອນະມັດສະການ ແລະໃນຕອນກາງຄືນ ເພິ່ນຈະໃຫ້ມີແປວໄຟທີ່ແຈ້ງໆຢູ່ເທິງບ່ອນເຫຼົ່ານັ້ນ+ເພື່ອແຜ່ນດິນທີ່ງາມໆນີ້ຈະໄດ້ຮັບການປົກປ້ອງ. 6 ຢູ່ຫັ້ນຈະມີຕູບເພື່ອຫຼົບແດດທີ່ຮ້ອນໆໃນຕອນກາງເວັນ+ ແລະມີບ່ອນຫຼົບຝົນໃນຍາມທີ່ຟ້າລົມຝົນຕົກ.+