ຊາມູເອນສະບັບທີສອງ
3 ຄອບຄົວຂອງຊາອູນກັບຄອບຄົວຂອງດາວິດຕໍ່ສູ້ກັນບໍ່ຈົບບໍ່ສິ້ນ. ດາວິດເຂັ້ມແຂງຂຶ້ນເລື້ອຍໆ+ ແຕ່ຄອບຄົວຂອງຊາອູນພັດອ່ອນແອລົງ.+
2 ຕອນທີ່ຢູ່ເຮັບໂຣນ+ດາວິດໄດ້ລູກຊາຍຫຼາຍຄົນ. ຜູ້ທຳອິດຊື່ອຳໂນນ.+ ດາວິດໄດ້ລູກຜູ້ນີ້ກັບອາຮີໂນອາມ+ຄົນເຢດຊະເຣເອນ. 3 ຜູ້ທີ 2 ຊື່ກີເລອາບ. ດາວິດໄດ້ລູກຜູ້ນີ້ກັບອາບີກາຍ+ທີ່ເຄີຍເປັນເມຍຂອງນາບານຄົນກາເມນ. ຜູ້ທີ 3 ຊື່ອັບຊາໂລມ.+ ດາວິດໄດ້ລູກຜູ້ນີ້ກັບມາອາກາລູກສາວຂອງຕານມາຍ+ທີ່ເປັນກະສັດຂອງເກຊູ. 4 ຜູ້ທີ 4 ຊື່ອາໂດນີຢາ.+ ດາວິດໄດ້ລູກຜູ້ນີ້ກັບຮັກກິດ. ຜູ້ທີ 5 ຊື່ເຊຟາຕີຢາ. ດາວິດໄດ້ລູກຜູ້ນີ້ກັບອາບີຕານ. 5 ຜູ້ທີ 6 ຊື່ອິດເຣອາມ. ດາວິດໄດ້ລູກຜູ້ນີ້ກັບເອັກລາ. ລູກຊາຍຂອງດາວິດທັງຫົກຄົນເກີດຢູ່ເມືອງເຮັບໂຣນ.
6 ຕອນທີ່ຄອບຄົວຂອງຊາອູນກັບຄອບຄົວຂອງດາວິດຍັງຕໍ່ສູ້ກັນ ອັບເນ+ມີອຳນາດຫຼາຍຂຶ້ນເລື້ອຍໆໃນຄອບຄົວຂອງຊາອູນ. 7 ຊາອູນມີເມຍນ້ອຍ*ຜູ້ໜຶ່ງຊື່ຣິດຊະປາ+ທີ່ເປັນລູກສາວຂອງອາອີຢາ. ຕໍ່ມາ ອິດໂບເຊດ+ເວົ້າກັບອັບເນວ່າ: “ເປັນຫຍັງເຈົ້າຈຶ່ງໄປນອນກັບເມຍນ້ອຍຂອງພໍ່ຂ້ອຍ?”+ 8 ອັບເນໃຈຮ້າຍຫຼາຍທີ່ອິດໂບເຊດເວົ້າແບບນັ້ນ ລາວຈຶ່ງເວົ້າວ່າ: “ຂ້ອຍເປັນໝາທີ່ບໍ່ມີຄ່າຫຍັງໃນຢູດາຫວະ? ຂ້ອຍສັດຊື່ພັກດີ*ຕໍ່ຄອບຄົວຂອງຊາອູນກັບອ້າຍນ້ອງແລະໝູ່ຂອງລາວຈົນຮອດທຸກມື້ນີ້ ແລະຂ້ອຍບໍ່ເຄີຍທໍລະຍົດທ່ານຫຼືຈັບທ່ານສົ່ງໃຫ້ດາວິດ ແຕ່ມື້ນີ້ທ່ານເວົ້າໃຫ້ຂ້ອຍວ່າເຮັດຜິດຍ້ອນເລື່ອງຂອງຜູ້ຍິງຄົນດຽວຫວະ? 9 ຂໍໃຫ້ພະເຈົ້າລົງໂທດຂ້ອຍໜັກໆ ຖ້າຂ້ອຍບໍ່ຊ່ວຍດາວິດຕາມທີ່ພະເຢໂຫວາໄດ້ສາບານກັບລາວ.+ 10 ເພິ່ນເຄີຍສາບານໄວ້ວ່າຈະເອົາການປົກຄອງໄປຈາກຄອບຄົວຂອງຊາອູນ ແລະຈະຕັ້ງດາວິດໃຫ້ເປັນກະສັດປົກຄອງອິດສະຣາເອນແລະຢູດາຕັ້ງແຕ່ເມືອງດານຈົນຮອດເມືອງເບເອເຊບາ.”+ 11 ອິດໂບເຊດຈຶ່ງບໍ່ກ້າເວົ້າຫຍັງໃຫ້ອັບເນຈັກຄຳ ຍ້ອນລາວຢ້ານອັບເນ.+
12 ອັບເນຈຶ່ງຟ້າວໃຫ້ຄົນໄປຫາດາວິດແລະຖາມວ່າ: “ແຜ່ນດິນນີ້ເປັນຂອງໃຜ?” ລາວຍັງເວົ້າອີກວ່າ: “ຂໍໃຫ້ທ່ານເຮັດສັນຍາກັບຂ້ອຍ ແລ້ວຂ້ອຍຈະເຮັດທຸກຢ່າງເພື່ອໃຫ້ພວກອິດສະຣາເອນທຸກຄົນມາຢູ່ຝ່າຍທ່ານ.”+ 13 ດາວິດຕອບວ່າ: “ກະໄດ້! ຂ້ອຍຈະເຮັດສັນຍາກັບເຈົ້າ. ແຕ່ມີເງື່ອນໄຂຢ່າງໜຶ່ງ ຂ້ອຍຈະພົບເຈົ້າ ຖ້າເຈົ້າພາມີການ+ລູກສາວຂອງຊາອູນມານຳ.” 14 ແລ້ວດາວິດກໍໃຫ້ຄົນໄປບອກອິດໂບເຊດ+ລູກຊາຍຂອງຊາອູນວ່າ: “ເອົາມີການເມຍຂອງຂ້ອຍຄືນມາໃຫ້ຂ້ອຍ ເພາະຂ້ອຍໄດ້ໝັ້ນລາວໄວ້ແລ້ວດ້ວຍໜັງຫຸ້ມປາຍອະໄວຍະວະເພດຊາຍຂອງພວກຟີລິດສະຕີນ 100 ຄົນ.”+ 15 ອິດໂບເຊດຈຶ່ງໃຫ້ຄົນໄປເອົາມີການມາຈາກປັນຕີເອນ+ຜົວຂອງລາວທີ່ເປັນລູກຊາຍຂອງລາອິດ. 16 ຜົວຂອງມີການທັງຍ່າງທັງໄຫ້ໄປສົ່ງລາວຈົນຮອດບາຮູຣີມ.+ ແລ້ວອັບເນກໍບອກລາວວ່າ: “ກັບເມືອສະ!” ລາວຈຶ່ງກັບເມືອ.
17 ຕອນນັ້ນ ອັບເນໃຫ້ຄົນໄປບອກພວກຜູ້ນຳຂອງອິດສະຣາເອນວ່າ: “ພວກເຈົ້າຢາກໃຫ້ດາວິດເປັນກະສັດປົກຄອງພວກເຈົ້າແຕ່ດົນແລ້ວ. 18 ຕອນນີ້ຮອດເວລາທີ່ພວກເຈົ້າຕ້ອງລົງມື ເພາະພະເຢໂຫວາໄດ້ບອກດາວິດວ່າ ‘ໂດຍທາງດາວິດຜູ້ຮັບໃຊ້ຂອງເຮົາ+ ເຮົາຈະຊ່ວຍພວກອິດສະຣາເອນປະຊາຊົນຂອງເຮົາໃຫ້ລອດຈາກພວກຟີລິດສະຕີນແລະຈາກພວກສັດຕູທັງໝົດ.’” 19 ແລ້ວອັບເນກໍໄປເວົ້າກັບຄົນໃນຕະກູນເບັນຢາມິນນຳ.+ ນອກຈາກນັ້ນ ອັບເນຍັງໄປເວົ້າກັບດາວິດເປັນສ່ວນໂຕຢູ່ເມືອງເຮັບໂຣນເພື່ອບອກໃຫ້ດາວິດຮູ້ວ່າພວກອິດສະຣາເອນແລະທຸກຄົນໃນຕະກູນເບັນຢາມິນເຫັນດີ.
20 ເມື່ອອັບເນກັບທະຫານ 20 ຄົນມາຫາດາວິດຢູ່ເມືອງເຮັບໂຣນ ດາວິດໄດ້ຈັດງານລ້ຽງໃຫ້ອັບເນແລະຄົນຂອງລາວ. 21 ອັບເນເວົ້າກັບດາວິດວ່າ: “ຂໍໃຫ້ຂ້ອຍໄປລວບລວມພວກອິດສະຣາເອນທັງໝົດໃຫ້ມາຢູ່ຝ່າຍກະສັດຜູ້ເປັນນາຍຂອງຂ້ອຍ ເພື່ອເຂົາເຈົ້າຈະເຮັດສັນຍາກັບທ່ານແລະທ່ານຈະໄດ້ປົກຄອງທຸກສິ່ງທຸກຢ່າງທີ່ທ່ານຕ້ອງການ.” ແລ້ວດາວິດກໍໃຫ້ລາວເມືອ ອັບເນຈຶ່ງກັບເມືອຢ່າງປອດໄພ.
22 ຫຼັງຈາກນັ້ນ ໂຢອາບກັບຄົນຂອງດາວິດກໍກັບມາຈາກການຕໍ່ສູ້ ເຂົາເຈົ້າຍຶດເຄື່ອງຂອງໄດ້ຫຼາຍແລະເອົາກັບມານຳ. ຕອນນັ້ນ ອັບເນບໍ່ໄດ້ຢູ່ກັບດາວິດໃນເມືອງເຮັບໂຣນແລ້ວ ເພາະດາວິດໃຫ້ລາວກັບເມືອຢ່າງປອດໄພ. 23 ເມື່ອໂຢອາບ+ກັບທະຫານທຸກຄົນທີ່ໄປນຳລາວກັບມາແລ້ວ ມີຄົນບອກໂຢອາບວ່າ: “ອັບເນ+ລູກຊາຍຂອງເນ+ໄດ້ມາຫາກະສັດ ແຕ່ກະສັດໃຫ້ລາວກັບເມືອຢ່າງປອດໄພ.” 24 ໂຢອາບຈຶ່ງໄປຫາດາວິດແລະຖາມວ່າ: “ເປັນຫຍັງທ່ານເຮັດແບບນີ້? ອັບເນມາຫາທ່ານຮອດນີ້ ເປັນຫຍັງທ່ານຈຶ່ງປ່ອຍໃຫ້ລາວກັບເມືອ? 25 ທ່ານກໍຮູ້ຕົ໋ວວ່າອັບເນ*ເປັນຄົນແນວໃດ? ລາວມານີ້ເພື່ອຕົວະທ່ານແລະເພື່ອຈະຮູ້ທຸກການເຄື່ອນໄຫວຂອງທ່ານແລະທຸກສິ່ງທີ່ທ່ານກຳລັງເຮັດ.”
26 ຫຼັງຈາກທີ່ໂຢອາບໄປລົມກັບດາວິດແລ້ວ ລາວໃຫ້ຄົນໄປເອີ້ນອັບເນມາ. ເຂົາເຈົ້າກໍພາລາວມາຈາກນ້ຳສ້າງສີຣາໂດຍທີ່ດາວິດບໍ່ຮູ້ເລື່ອງນີ້ເລີຍ. 27 ເມື່ອອັບເນກັບມາຮອດເມືອງເຮັບໂຣນ+ ໂຢອາບພາລາວເຂົ້າໄປລົມກັນສອງຕໍ່ສອງໃນປະຕູເມືອງ. ເມື່ອເຂົ້າໄປຮອດຫັ້ນ ໂຢອາບກໍແທງທ້ອງອັບເນ ແລ້ວລາວກໍຕາຍ.+ ໂຢອາບເຮັດແບບນີ້ຍ້ອນວ່າອັບເນຂ້າອາສາເຮນນ້ອງຊາຍຂອງລາວ.+ 28 ຕໍ່ມາ ເມື່ອດາວິດຮູ້ເລື່ອງນີ້ກໍເວົ້າວ່າ: “ພະເຢໂຫວາຮູ້ວ່າຂ້ອຍກັບປະຊາຊົນໃນປະເທດນີ້ບໍ່ມີຄວາມຜິດຫຍັງເລີຍໃນການຂ້າ+ອັບເນລູກຊາຍຂອງເນ. 29 ຂໍໃຫ້ຄວາມຜິດນີ້ຕົກໃສ່ໂຢອາບ+ແລະທຸກຄົນໃນຄອບຄົວຂອງພໍ່ລາວ. ຂໍໃຫ້ຜູ້ຊາຍໃນຄອບຄົວຂອງໂຢອາບເປັນພະຍາດທີ່ເຮັດໃຫ້ມີນ້ຳເມືອກໄຫຼອອກມາຈາກອະໄວຍະວະເພດ+ ເປັນຂີ້ທູດ+ ແລະໃຫ້ຜູ້ຊາຍໃນຄອບຄົວຂອງລາວເຮັດວຽກເຂັນຝ້າຍ* ຖືກຂ້າ ແລະບໍ່ມີຫຍັງກິນຕະຫຼອດໄປ!”+ 30 ໂຢອາບແລະອາບີຊາຍ+ອ້າຍຂອງລາວໄດ້ຂ້າອັບເນ+ ຍ້ອນອັບເນໄດ້ຂ້າອາສາເຮນນ້ອງຊາຍຂອງເຂົາເຈົ້າຕອນທີ່ຕໍ່ສູ້ກັນ+ຢູ່ເມືອງກິເບໂອນ.
31 ແລ້ວດາວິດກໍບອກໂຢອາບແລະທຸກຄົນທີ່ຢູ່ນຳລາວວ່າ: “ໃຫ້ພວກເຈົ້າຈີກເສື້ອຂອງໂຕເອງ ນຸ່ງເຄື່ອງທີ່ເປັນຜ້າເນື້ອຫຍາບ ແລະຮ້ອງໄຫ້ໄວ້ອາໄລໃຫ້ອັບເນ.” ດາວິດຍ່າງຢູ່ທາງຫຼັງສົບໃນຂະບວນສົ່ງສະການ. 32 ເຂົາເຈົ້າຝັງສົບອັບເນຢູ່ເມືອງເຮັບໂຣນ. ກະສັດດາວິດຮ້ອງໄຫ້ສຽງດັງຢູ່ຕໍ່ໜ້າບ່ອນຝັງສົບຂອງອັບເນ ແລະທຸກຄົນກໍຮ້ອງໄຫ້ຄືກັນ. 33 ກະສັດດາວິດຮ້ອງເພງໄວ້ອາໄລໃຫ້ອັບເນວ່າ:
“ເປັນຫຍັງອັບເນຈຶ່ງຕາຍແບບບໍ່ມີກຽດ?
34 ມືຂອງເຈົ້າບໍ່ໄດ້ຖືກມັດໄວ້
ແລະຕີນຂອງເຈົ້າບໍ່ໄດ້ຖືກລ່າມໂສ້.
ເຈົ້າຕາຍຄືກັບຄົນຊົ່ວ.”+
ແລ້ວທຸກຄົນກໍຮ້ອງໄຫ້ໃຫ້ອັບເນອີກ.
35 ຕອນກາງເວັນ ຄົນຂອງດາວິດເອົາເຂົ້າມາໃຫ້ລາວກິນເພື່ອໃຫ້ລາວດີຂຶ້ນ ແຕ່ດາວິດສາບານວ່າ: “ຂໍໃຫ້ພະເຈົ້າລົງໂທດຂ້ອຍໜັກໆ ຖ້າຂ້ອຍກິນຫຍັງກ່ອນຕາເວັນຕົກດິນ!”+ 36 ເມື່ອທຸກຄົນເຫັນແບບນັ້ນກໍດີໃຈ ທຸກສິ່ງທີ່ດາວິດເຮັດຖືກໃຈທຸກຄົນ. 37 ມື້ນັ້ນ ຄົນຂອງດາວິດທຸກຄົນແລະພວກອິດສະຣາເອນທັງໝົດຈຶ່ງຮູ້ວ່າກະສັດດາວິດບໍ່ມີສ່ວນກ່ຽວຂ້ອງໃນການຂ້າອັບເນລູກຊາຍຂອງເນ.+ 38 ແລ້ວດາວິດກໍເວົ້າກັບຄົນຂອງລາວວ່າ: “ພວກເຈົ້າຮູ້ບໍວ່າມື້ນີ້ອິດສະຣາເອນສູນເສຍເຈົ້ານາຍແລະຄົນທີ່ສຳຄັນຄົນໜຶ່ງໄປແລ້ວ?+ 39 ເຖິງວ່າຂ້ອຍຖືກເລືອກໃຫ້ເປັນກະສັດ+ ແຕ່ມື້ນີ້ຂ້ອຍໝົດແຮງ ແລະພວກລູກຊາຍຂອງເຊຣູຢາ+ໂຫດຮ້າຍຕໍ່ຂ້ອຍຫຼາຍ.+ ຂໍໃຫ້ພະເຢໂຫວາລົງໂທດຄົນຊົ່ວຕາມຄວາມຊົ່ວທີ່ເຂົາເຈົ້າເຮັດ.”+