ຊາມູເອນສະບັບທີສອງ
2 ຫຼັງຈາກນັ້ນ ດາວິດຖາມພະເຢໂຫວາ+ວ່າ: “ລູກຄວນໄປຢູ່ເມືອງໜຶ່ງຂອງຢູດາບໍ?” ພະເຢໂຫວາຕອບວ່າ: “ໄປໂລດ.” ແລ້ວດາວິດຖາມວ່າ: “ລູກຄວນໄປຢູ່ເມືອງໃດ?” ພະເຈົ້າຕອບວ່າ: “ໄປຢູ່ເມືອງເຮັບໂຣນ.”+ 2 ດາວິດຈຶ່ງໄປເມືອງເຮັບໂຣນພ້ອມກັບເມຍ 2 ຄົນຄື ອາຮີໂນອາມ+ຄົນເຢດຊະເຣເອນແລະອາບີກາຍ+ຄົນກາເມນທີ່ເຄີຍເປັນເມຍຂອງນາບານ. 3 ດາວິດເອົາຄົນຂອງລາວແລະຄອບຄົວຂອງເຂົາເຈົ້າໄປນຳ.+ ເຂົາເຈົ້າຢູ່ໃນເມືອງຕ່າງໆອ້ອມແອ້ມເຮັບໂຣນ. 4 ຕໍ່ມາ ພວກຢູດາບາງຄົນກໍມາຫາດາວິດແລະແຕ່ງຕັ້ງລາວໃຫ້ເປັນກະສັດປົກຄອງຢູດາ.+
ເຂົາເຈົ້າບອກດາວິດວ່າ: “ຄົນໃນເມືອງຢາເບັດກິລຽດເປັນຜູ້ຝັງສົບຊາອູນ.” 5 ດາວິດຈຶ່ງສົ່ງຄົນໄປບອກຄົນໃນເມືອງຢາເບັດກິລຽດວ່າ: “ຂໍໃຫ້ພະເຢໂຫວາອວຍພອນພວກເຈົ້າທີ່ໄດ້ຝັງສົບ+ຊາອູນນາຍຂອງພວກເຈົ້າ ເພາະການເຮັດແບບນີ້ສະແດງວ່າພວກເຈົ້າມີຄວາມຮັກພັກດີຕໍ່ລາວ. 6 ຂໍໃຫ້ພະເຢໂຫວາຮັກແລະສັດຊື່ຕໍ່ພວກເຈົ້າສະເໝີ. ຂ້ອຍກໍຈະເຮັດດີຕໍ່ພວກເຈົ້າຄືກັນຍ້ອນສິ່ງທີ່ພວກເຈົ້າໄດ້ເຮັດ.+ 7 ຂໍໃຫ້ພວກເຈົ້າເຂັ້ມແຂງແລະກ້າຫານ ເພາະຕອນນີ້ຊາອູນນາຍຂອງພວກເຈົ້າໄດ້ຕາຍແລ້ວ ແລະພວກຢູດາໄດ້ແຕ່ງຕັ້ງຂ້ອຍໃຫ້ເປັນກະສັດປົກຄອງເຂົາເຈົ້າແລ້ວ.”
8 ຊາອູນຍັງມີລູກຊາຍອີກຜູ້ໜຶ່ງຊື່ອິດໂບເຊດ.+ ອັບເນ*+ທີ່ເປັນຫົວໜ້າກອງທັບຂອງຊາອູນໄດ້ພາລາວຂ້າມແມ່ນ້ຳຈໍແດນໄປເມືອງມາຮານາຢິມ+ 9 ແລະໄດ້ແຕ່ງຕັ້ງລາວໃຫ້ເປັນກະສັດປົກຄອງກິລຽດ+ ພວກອາຊູ ເມືອງເຢດຊະເຣເອນ+ ເຂດເອຟຣາຢິມ+ ເຂດເບັນຢາມິນ ແລະອິດສະຣາເອນທັງໝົດ. 10 ອິດໂບເຊດເປັນກະສັດປົກຄອງອິດສະຣາເອນຕອນອາຍຸ 40 ປີ ແລະລາວປົກຄອງ 2 ປີ. ແຕ່ພວກຢູດາຢູ່ຝ່າຍດາວິດ.+ 11 ດາວິດເປັນກະສັດປົກຄອງພວກຢູດາຢູ່ເມືອງເຮັບໂຣນ 7 ປີກັບ 6 ເດືອນ.+
12 ຕໍ່ມາ ອັບເນລູກຊາຍຂອງເນກັບພວກທະຫານຂອງອິດໂບເຊດໄດ້ອອກຈາກເມືອງມາຮານາຢິມ+ໄປເມືອງກິເບໂອນ.+ 13 ໂຢອາບ+ລູກຊາຍຂອງເຊຣູຢາ+ກັບພວກທະຫານຂອງດາວິດກໍອອກໄປຕໍ່ສູ້ກັບເຂົາເຈົ້າຢູ່ສະນ້ຳໃນເມືອງກິເບໂອນ. ແຕ່ລະຝ່າຍນັ່ງຢູ່ຄົນລະເບື້ອງຂອງສະ. 14 ແລ້ວອັບເນກໍບອກໂຢອາບວ່າ: “ໃຫ້ພວກທະຫານອອກມາຕໍ່ສູ້ກັນຕໍ່ໜ້າພວກເຮົາ.” ໂຢອາບເວົ້າວ່າ: “ກະໄດ້.” 15 ທັງສອງຝ່າຍຈຶ່ງສົ່ງທະຫານອອກມາ. ຝ່າຍອິດໂບເຊດໄດ້ເລືອກເອົາ 12 ຄົນຈາກຕະກູນເບັນຢາມິນ ແລະຝ່າຍທະຫານຂອງດາວິດໄດ້ເລືອກເອົາ 12 ຄົນຄືກັນ. 16 ເຂົາເຈົ້າຈັບຫົວຂອງຄູ່ຕໍ່ສູ້ແລະເອົາດາບແທງຂ້າງກັນ ແລ້ວທຸກຄົນກໍຕາຍ. ບ່ອນນັ້ນຂອງເມືອງກິເບໂອນຈຶ່ງຖືກເອີ້ນວ່າເຮັນກາດຮັກຊູຣີມ.
17 ການຕໍ່ສູ້ຫຼັງຈາກນັ້ນຂອງທັງສອງຝ່າຍເປັນຕາຢ້ານຫຼາຍ. ໃນທີ່ສຸດ ທະຫານຂອງດາວິດກໍຊະນະອັບເນແລະພວກທະຫານອິດສະຣາເອນ. 18 ລູກຊາຍ 3 ຄົນຂອງເຊຣູຢາ+ທີ່ຊື່ໂຢອາບ+ ອາບີຊາຍ+ ແລະອາສາເຮນ+ກໍຢູ່ຫັ້ນຄືກັນ. ອາສາເຮນແລ່ນໄວຫຼາຍຄືກັບກວາງທີ່ແລ່ນຢູ່ໃນທົ່ງຫຍ້າ. 19 ອາສາເຮນແລ່ນໄລ່ອັບເນຕະຫຼອດ. ອັບເນແລ່ນໄປທາງໃດ ອາສາເຮນກໍແລ່ນໄປທາງນັ້ນ. 20 ຕອນທີ່ແລ່ນຢູ່ນັ້ນ ອັບເນຫຼຽວຫຼັງມາເບິ່ງແລະຖາມວ່າ: “ເຈົ້າແມ່ນອາສາເຮນຫວາ?” ລາວຕອບວ່າ: “ແມ່ນແລ້ວ.” 21 ອັບເນບອກລາວວ່າ: “ເຊົາແລ່ນໄລ່ຂ້ອຍ. ໃຫ້ເຈົ້າໄປໄລ່ຈັບທະຫານຜູ້ໜຶ່ງຂອງຂ້ອຍ ຖ້າເຈົ້າໄລ່ທັນແລະຢາກໄດ້ຫຍັງຂອງລາວກໍເອົາໄປໂລດ.” ແຕ່ອາສາເຮນກໍຍັງບໍ່ເຊົາແລ່ນໄລ່ອັບເນ. 22 ອັບເນຈຶ່ງບອກອາສາເຮນອີກເທື່ອໜຶ່ງວ່າ: “ເຊົາແລ່ນໄລ່ຂ້ອຍແມ້. ຂ້ອຍບໍ່ຢາກຂ້າເຈົ້າ. ຖ້າຂ້ອຍຂ້າເຈົ້າ ຂ້ອຍຈະກ້າສູ້ໜ້າໂຢອາບອ້າຍຂອງເຈົ້າໄດ້ແນວໃດ?” 23 ແຕ່ອາສາເຮນກໍຍັງບໍ່ເຊົາແລ່ນໄລ່ ອັບເນຈຶ່ງເອົາປາຍຫອກແທງກັບຫຼັງແລະສຽບທ້ອງຂອງອາສາເຮນ+ຈົນຊອດຮອດຫຼັງ. ລາວລົ້ມຟຸບລົງຫັ້ນແລ້ວກໍຕາຍ. ເມື່ອພວກທະຫານມາຮອດບ່ອນທີ່ອາສາເຮນນອນຕາຍຢູ່ ເຂົາເຈົ້າກໍຢຸດຢູ່ຫັ້ນບຶດໜຶ່ງ.
24 ໂຢອາບກັບອາບີຊາຍໄດ້ໄລ່ນຳອັບເນຕໍ່. ຕອນທີ່ຕາເວັນໃກ້ຈະຕົກດິນ ເຂົາເຈົ້າມາຮອດໂນນພູອຳມາທີ່ຢູ່ກົງກັນຂ້າມກັບກີອາ ຕາມທາງໄປບ່ອນກັນດານກິເບໂອນ. 25 ແລ້ວພວກທະຫານເບັນຢາມິນກໍມາຢືນລວມກັນຢູ່ທາງຫຼັງອັບເນ. ເຂົາເຈົ້າມາລວມກັນເປັນກອງທັບດຽວແລ້ວໄປຢືນຢູ່ເທິງໂນນພູໜຶ່ງ. 26 ອັບເນຮ້ອງຖາມໂຢອາບວ່າ: “ພວກເຮົາຊິຂ້າຟັນກັນອີກດົນປານໃດ? ຖ້າເຮັດແບບນີ້ຕໍ່ໄປ ພວກເຮົາກໍມີແຕ່ຄວາມຄຽດແຄ້ນໃຫ້ກັນ. ປານໃດເຈົ້າຊິບອກໃຫ້ພວກລູກນ້ອງຂອງເຈົ້າເຊົານຳຂ້າພີ່ນ້ອງຂອງເຂົາເຈົ້າ?” 27 ໂຢອາບບອກວ່າ: “ຂ້ອຍຂໍສາບານຕໍ່ໜ້າພະເຈົ້າຜູ້ມີຊີວິດຢູ່ວ່າ ຖ້າເຈົ້າບໍ່ໄດ້ເວົ້າເຖິງເລື່ອງນີ້ ພວກລູກນ້ອງຂອງຂ້ອຍກໍຈະນຳຂ້າພວກພີ່ນ້ອງຂອງເຂົາເຈົ້າຈົນຮອດມື້ອື່ນເຊົ້າ.” 28 ແລ້ວໂຢອາບກໍເປົ່າແກເຂົາສັດ ພວກລູກນ້ອງຂອງລາວຈຶ່ງເຊົານຳຂ້າພວກອິດສະຣາເອນ ແລະເຂົາເຈົ້າກໍເຊົາຕໍ່ສູ້ກັນ.
29 ໃນຄືນນັ້ນ ອັບເນກັບພວກລູກນ້ອງໄດ້ເດີນທາງໝົດຄືນ. ເຂົາເຈົ້າເດີນທາງເຂົ້າໄປໃນເຂດອາຣາບາ+ແລະຂ້າມແມ່ນ້ຳຈໍແດນ ແລ້ວຍ່າງຜ່ານຮ່ອມພູ* ແລະໃນທີ່ສຸດກໍໄປຮອດເມືອງມາຮານາຢິມ.+ 30 ຫຼັງຈາກທີ່ໂຢອາບເຊົານຳຂ້າອັບເນແລ້ວ ລາວໄດ້ເອີ້ນທະຫານທຸກຄົນໃຫ້ມາລວມກັນ. ອາສາເຮນກັບທະຫານຂອງດາວິດ 19 ຄົນຖືກຂ້າ. 31 ແຕ່ທະຫານຂອງດາວິດຊະນະທະຫານຂອງອັບເນກັບພວກເບັນຢາມິນ ແລະຂ້າທະຫານຂອງເຂົາເຈົ້າຕາຍ 360 ຄົນ. 32 ໂຢອາບກັບພວກທະຫານເອົາສົບຂອງອາສາເຮນ+ໄປຝັງຢູ່ບ່ອນຝັງສົບຂອງພໍ່ລາວໃນເມືອງເບັດເລເຮັມ.+ ແລ້ວເຂົາເຈົ້າກໍເດີນທາງໝົດຄືນແລະໄປຮອດເມືອງເຮັບໂຣນ+ຕອນສວາຍ.