ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ນມ ບົດທີ 8 ໜ້າ 70-78
  • ‘ການປ້ຳສູ້ກັບວິນຍານອັນຊົ່ວ’

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ‘ການປ້ຳສູ້ກັບວິນຍານອັນຊົ່ວ’
  • ນະມັດສະການພະເຈົ້າທ່ຽງແທ້ແຕ່ອົງດຽວ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຜູ້​ຄຸ້ມຄອງ​ໂລກ​ທີ່​ຢູ່​ໃນ​ຟ້າ​ອາກາດ
  • ກົນ​ອຸບາຍ​ທີ່​ເລິກ​ແລບ​ແນບ​ນຽນ​ຂອງ​ຜູ້​ຊົ່ວ​ຮ້າຍ
  • ກຽມ​ພ້ອມ​ເພື່ອ​ເປັນ​ຜູ້​ຊະນະ
  • ຈົ່ງ​ຕໍ່​ສູ້​ພະຍາມານ​ແລະ​ການ​ກະທຳ​ທີ່​ມີ​ເລ່ຫລ່ຽມ​ຂອງ​ມັນ
    “ຈົ່ງຮັກສາຕົວໄວ້ໃນຄວາມຮັກຂອງພະເຈົ້າ”
  • ລະວັງ​ໃຫ້​ດີ—ຊາຕານ​ຢາກ​ກັດ​ກິນ​ເຮົາ!
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ—2015
  • ຈົ່ງ​ຮູ້​ຈັກ​ສັດຕູ​ຂອງ​ເຈົ້າ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2018
ນະມັດສະການພະເຈົ້າທ່ຽງແທ້ແຕ່ອົງດຽວ
ນມ ບົດທີ 8 ໜ້າ 70-78

ບົດ​ແປດ

‘ການ​ປ້ຳ​ສູ້​ກັບ​ວິນຍານ​ອັນ​ຊົ່ວ’

1. ເປັນ​ຫຍັງ​ກິດຈະກຳ​ຂອງ​ພວກ​ວິນຍານ​ຊົ່ວ​ຈຶ່ງ​ເປັນ​ເລື່ອງ​ທີ່​ເຮົາ​ຄວນ​ສົນ​ໃຈ​ເປັນ​ພິເສດ?

ຫຼາຍ​ຄົນ​ເຍາະ​ເຍີ້ຍ​ຄວາມ​ຄິດ​ທີ່​ວ່າ​ມີ​ວິນຍານ​ຊົ່ວ. ຢ່າງ​ໃດ​ກໍ​ດີ ບັນຫາ​ນີ້​ບໍ່​ແມ່ນ​ເລື່ອງ​ເວົ້າ​ຫຼິ້ນ. ບໍ່​ວ່າ​ຄົນ​ເຮົາ​ຈະ​ເຊື່ອ​ຫຼື​ບໍ່​ເຊື່ອ​ກໍ​ຕາມ ວິນຍານ​ຊົ່ວ​ມີ​ແທ້​ແລະ​ພວກ​ມັນ​ພະຍາຍາມ​ສ້າງ​ຄວາມ​ກົດ​ດັນ​ໃຫ້​ກັບ​ທຸກ​ຄົນ. ເຫຼົ່າ​ຜູ້​ນະມັດສະການ​ພະ​ເຢໂຫວາ​ກໍ​ບໍ່​ໄດ້​ຮັບ​ການ​ຍົກ​ເວັ້ນ. ຫຼາຍ​ກວ່າ​ນັ້ນ ເຂົາ​ເຈົ້າ​ພັດ​ເປັນ​ເປົ້າ​ໝາຍ​ຕົ້ນ. ອັກຄະສາວົກ​ໂປໂລ​ເຕືອນ​ເຮົາ​ກ່ຽວ​ກັບ​ຄວາມ​ຈິງ​ນັ້ນ​ໂດຍ​ກ່າວ​ວ່າ “ເພາະ​ວ່າ​ການ​ເລວເສິກ [“ການ​ປ້ຳ​ສູ້,” ລ.ມ.] ຂອງ​ເຮົາ​ທັງ​ຫຼາຍ​ບໍ່​ເປັນ​ຕໍ່​ສູ້​ເລືອດ​ແລະ​ເນື້ອ​ໜັງ ແຕ່​ວ່າ​ຕໍ່​ສູ້​ເຈົ້ານາຍ​ຜູ້​ໃຫຍ່​ທັງ​ຫຼາຍ ແລະ​ຕໍ່​ສູ້​ຜູ້​ມີ​ອຳນາດ​ທັງ​ຫຼາຍ ແລະ​ຕໍ່​ສູ້​ຜູ້​ຄຸ້ມຄອງ​ທັງ​ຫຼາຍ​ແຫ່ງ​ທີ່​ມືດ​ນີ້ ແລະ​ຕໍ່​ສູ້​ລິດເດດ ເປັນ​ວິນຍານ​ອັນ​ຊົ່ວ​ທີ່​ຢູ່​ໃນ​ຟ້າ​ອາກາດ.” (ເອເຟດ 6:12) ໃນ​ສະໄໝ​ຂອງ​ເຮົາ ຄວາມ​ກົດ​ດັນ​ທີ່​ມາ​ຈາກ​ວິນຍານ​ຊົ່ວ​ມີ​ຫຼາຍ​ກວ່າ​ສະໄໝ​ອື່ນ​ໃດ​ທັງ​ໝົດ ເນື່ອງ​ຈາກ​ຊາຕານ​ຖືກ​ຂັບ​ໄລ່​ອອກ​ຈາກ​ສະຫວັນ​ແລະ​ມີ​ຄວາມ​ຄຽດ​ຮ້າຍ​ຫຼາຍ ເພາະ​ຮູ້​ວ່າ​ເວລາ​ຂອງ​ມັນ​ເຫຼືອ​ຢູ່​ໜ້ອຍ​ດຽວ.—ຄຳປາກົດ 12:12.

2. ເຮົາ​ຈະ​ເອົາ​ຊະນະ​ໃນ​ການ​ຕໍ່​ສູ້​ກັບ​ວິນຍານ​ທີ່​ມີ​ອຳນາດ​ເໜືອ​ມະນຸດ​ໄດ້​ຢ່າງ​ໃດ?

2 ເປັນ​ໄປ​ໄດ້​ບໍ​ທີ່​ຈະ​ເອົາ​ຊະນະ​ໃນ​ການ​ຕໍ່​ສູ້​ກັບ​ວິນຍານ​ທີ່​ມີ​ອຳນາດ​ເໜືອ​ມະນຸດ? ເປັນ​ໄປ​ໄດ້​ແທ້ ແຕ່​ວ່າ​ດ້ວຍ​ການ​ໄວ້​ວາງໃຈ​ໃນ​ພະ​ເຢໂຫວາ​ຢ່າງ​ເຕັມທີ​ເທົ່າ​ນັ້ນ. ເຮົາ​ຕ້ອງ​ຮັບ​ຟັງ​ແລະ​ປະຕິບັດ​ຕາມ​ພະ​ຄຳ​ຂອງ​ພະອົງ. ໂດຍ​ການ​ເຮັດ​ເຊັ່ນ​ນັ້ນ ເຮົາ​ຈຶ່ງ​ຈະ​ຫຼີກ​ພົ້ນ​ຈາກ​ຄວາມ​ເສຍຫາຍ​ທາງ​ກາຍ, ທາງ​ສິນ​ລະ​ທຳ, ແລະ​ທາງ​ຄວາມ​ຮູ້ສຶກ​ເຊິ່ງ​ຄົນ​ທີ່​ຢູ່​ພາຍ​ໃຕ້​ການ​ຄວບຄຸມ​ຂອງ​ຊາຕານ​ຕ່າງ​ກໍ​ໄດ້​ປະສົບ.—ຢາໂກໂບ 4:7.

ຜູ້​ຄຸ້ມຄອງ​ໂລກ​ທີ່​ຢູ່​ໃນ​ຟ້າ​ອາກາດ

3. ຊາຕານ​ຕໍ່​ຕ້ານ​ໃຜ​ຢ່າງ​ຮຸນແຮງ ແລະ​ໂດຍ​ວິທີ​ໃດ?

3 ເນື່ອງ​ຈາກ​ພະອົງ​ເບິ່ງ​ເຫັນ​ຈາກ​ຈຸດ​ທີ່​ສູງ​ໃນ​ສະຫວັນ​ພະ​ເຢໂຫວາ​ຈຶ່ງ​ພັນລະນາ​ໃຫ້​ເຮົາ​ເຫັນ​ສະພາບການ​ຂອງ​ໂລກ​ໄດ້​ຢ່າງ​ຊັດເຈນ. ພະອົງ​ໄດ້​ໃຫ້​ອັກຄະສາວົກ​ໂຢຮັນ​ເຫັນ​ນິມິດ​ເຊິ່ງ​ພັນລະນາ​ເຖິງ​ຊາຕານ​ວ່າ​ເປັນ “ມັງກອນ​ໃຫຍ່​ສີ​ແດງ.” ມັນ​ພ້ອມ​ຈະ​ສວບ​ແລະ​ກືນ​ກິນ​ລາຊະອານາຈັກ​ເມຊີ​ຂອງ​ພະເຈົ້າ​ທັນທີ​ທີ່​ລາຊະອານາຈັກ​ນັ້ນ​ກຳເນີດ​ຂຶ້ນ​ໃນ​ສະຫວັນ​ເມື່ອ​ປີ 1914. ເມື່ອ​ເຮັດ​ບໍ່​ສຳເລັດ ຊາຕານ​ຈຶ່ງ​ຫັນ​ມາ​ຫນ່ຳ​ໂຈມຕີ​ຕົວ​ແທນ​ຂອງ​ລາຊະອານາຈັກ​ທີ່​ຢູ່​ເທິງ​ແຜ່ນດິນ​ໂລກ​ນີ້​ຢ່າງ​ຮຸນແຮງ. (ຄຳປາກົດ 12:3, 4, 13, 17) ຊາຕານ​ເຮັດ​ສົງຄາມ​ນີ້​ຢ່າງ​ໃດ? ກໍ​ໂດຍ​ທາງ​ມະນຸດ​ທີ່​ເປັນ​ຕົວ​ແທນ​ຂອງ​ມັນ.

4. ໃຜ​ເປັນ​ບໍ່​ເກີດ​ແຫ່ງ​ອຳນາດ​ຂອງ​ລັດຖະບານ​ມະນຸດ ແລະ​ເຮົາ​ຮູ້​ໄດ້​ຢ່າງ​ໃດ?

4 ຕໍ່​ຈາກ​ນັ້ນ​ໂຢຮັນ​ໄດ້​ເຫັນ​ສັດ​ຮ້າຍ​ທີ່​ມີ​ເຈັດ​ຫົວ​ແລະ​ສິບ​ເຂົາ ເຊິ່ງ​ເປັນ​ສັດ​ຮ້າຍ​ທີ່​ມີ​ອຳນາດ “ເທິງ​ທຸກ​ຕະກູນ​ແລະ​ທຸກ​ຊາດ​ແລະ​ທຸກ​ພາສາ​ແລະ​ທຸກ​ປະເທດ.” ສັດ​ຮ້າຍ​ນັ້ນ​ເປັນ​ຕົວ​ແທນ​ຂອງ​ລະບົບ​ການ​ເມືອງ​ທັງ​ສິ້ນ​ໃນ​ໂລກ. ໂຢຮັນ​ໄດ້​ຮັບ​ການ​ບອກ​ວ່າ “ມັງກອນ​ນັ້ນ [ຊາຕານ​ພະຍາມານ] ໄດ້​ປະທານ​ອຳນາດ​ແລະ​ພະ​ທີ່​ນັ່ງ​ແຫ່ງ​ຕົນ​ໃຫ້​ແກ່​ສັດ​ຮ້າຍ​ນັ້ນ.” (ຄຳປາກົດ 13:1, 2, 7) ແມ່ນ​ແລ້ວ ຊາຕານ​ເປັນ​ບໍ່​ເກີດ​ແຫ່ງ​ພະລັງ​ແລະ​ອຳນາດ​ຂອງ​ລັດຖະບານ​ມະນຸດ. ສະນັ້ນ ດັ່ງ​ທີ່​ອັກຄະສາວົກ​ໂປໂລ​ໄດ້​ບັນທຶກ​ໄວ້ “ຜູ້​ຄຸ້ມຄອງ​ທັງ​ຫຼາຍ” ຫຼື​ຜູ້​ປົກຄອງ​ໂລກ​ຕົວ​ຈິງ​ແມ່ນ “ວິນຍານ​ອັນ​ຊົ່ວ​ທີ່​ຢູ່​ໃນ​ຟ້າ​ອາກາດ” ເຊິ່ງ​ຄວບຄຸມ​ລັດຖະບານ​ມະນຸດ. ທຸກ​ຄົນ​ທີ່​ຢາກ​ນະມັດສະການ​ພະ​ເຢໂຫວາ​ຈຳເປັນ​ຕ້ອງ​ເຂົ້າ​ໃຈ​ຄວາມ​ໝາຍ​ຂອງ​ເລື່ອງ​ນັ້ນ​ຢ່າງ​ລະອຽດ.—ລືກາ 4:5, 6.

5. ເວລາ​ນີ້​ຜູ້​ປົກຄອງ​ຝ່າຍ​ບ້ານ​ເມືອງ​ກຳລັງ​ຖືກ​ທ້ອນ​ໂຮມ​ໄປ​ສູ່​ເຫດການ​ຫຍັງ?

5 ເຖິງ​ແມ່ນ​ວ່າ ຜູ້​ປົກຄອງ​ຝ່າຍ​ບ້ານ​ເມືອງ​ຫຼາຍ​ຄົນ​ອ້າງ​ວ່າ​ນັບຖື​ສາສະໜາ ແຕ່​ກໍ​ບໍ່​ມີ​ຊາດ​ໃດ​ຍອມ​ຢູ່​ໃຕ້​ການ​ຊີ້​ນຳ​ຂອງ​ພະ​ເຢໂຫວາ​ຫຼື​ພະ​ເຍຊູ​ຄລິດ​ກະສັດ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ຂອງ​ພະເຈົ້າ. ພວກ​ເຂົາ​ເຈົ້າ​ທຸກ​ຄົນ​ພະຍາຍາມ​ຕໍ່​ສູ້​ຢ່າງ​ດຸ​ເດືອດ​ເພື່ອ​ຍຶດ​ອຳນາດ​ຂອງ​ຕົນ​ໄວ້. ປັດຈຸບັນ​ນີ້ ຕາມ​ທີ່​ສະແດງ​ໃຫ້​ເຫັນ​ໃນ​ຂໍ້​ຄວາມ​ທີ່​ບັນທຶກ​ໄວ້​ໃນ​ພະທຳ​ຄຳປາກົດ ການ​ກ່າວ​ດົນ​ໃຈ​ຫຼື ‘ການ​ສຳຄັນ​ທີ່​ຜີ​ຮ້າຍ​ກະທຳ’ ກຳລັງ​ທ້ອນ​ໂຮມ​ເອົາ​ເຫຼົ່າ​ຜູ້​ປົກຄອງ​ຂອງ​ໂລກ​ໄປ​ສູ່ “ການ​ເສິກ​ໃນ​ວັນ​ອັນ​ໃຫຍ່​ຂອງ​ພະເຈົ້າ​ຜູ້​ມີ​ລິດເດດ​ອັນ​ໃຫຍ່​ທີ່​ສຸດ” ໃນ​ສົງຄາມ​ອະລະມະເຄໂດນ.—ຄຳປາກົດ 16:13, 14, 16; 19:17-19.

6. ເປັນ​ຫຍັງ​ຈຶ່ງ​ຕ້ອງ​ລະວັງ​ເພື່ອ​ຈະ​ບໍ່​ຖືກ​ຊັກ​ນຳ​ໃຫ້​ເຂົ້າ​ຂ້າງ​ລະບົບ​ຂອງ​ຊາຕານ?

6 ໃນ​ແຕ່​ລະ​ມື້ ຊີວິດ​ຂອງ​ຄົນ​ເຮົາ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ຄວາມ​ຂັດ​ແຍ່ງ​ທາງ​ດ້ານ​ການ​ເມືອງ, ທາງ​ສັງຄົມ, ທາງ​ເສດຖະກິດ, ແລະ​ທາງ​ສາສະໜາ​ເຊິ່ງ​ເຮັດ​ໃຫ້​ຄອບຄົວ​ມະນຸດ​ແຕກ​ແຍກ​ກັນ. ໃນ​ຄວາມ​ຂັດ​ແຍ່ງ​ເຫຼົ່າ​ນີ້ ເປັນ​ເລື່ອງ​ທຳມະດາ​ທີ່​ຜູ້​ຄົນ​ມັກ​ຈະ​ເຂົ້າ​ຂ້າງ​ເຊື້ອ​ຊາດ, ຊົນ​ເຜົ່າ, ກຸ່ມ​ພາສາ​ຫຼື​ຊົນ​ຊັ້ນ​ທາງ​ສັງຄົມ​ຂອງ​ຕົນ​ເອງ ບໍ່​ວ່າ​ທາງ​ຄຳ​ເວົ້າ​ກໍ​ຄື​ທາງ​ການ​ກະທຳ. ແມ່ນ​ແຕ່​ຜູ້​ຄົນ​ທີ່​ບໍ່​ໄດ້​ເຂົ້າ​ໄປ​ພົວ​ພັນ​ກັບ​ຄວາມ​ຂັດ​ແຍ່ງ​ໂດຍ​ກົງ ເຂົາ​ເຈົ້າ​ກໍ​ມັກ​ຈະ​ນິຍົມ​ຝ່າຍ​ໃດ​ຝ່າຍ​ໜຶ່ງ​ສະເພາະ. ບໍ່​ວ່າ​ເຂົາ​ເຈົ້າ​ຈະ​ເຫັນ​ດີ​ກັບ​ບຸກຄົນ​ຫຼື​ຫຼັກ​ການ​ໃດ​ກໍ​ຕາມ ໃນ​ຕົວ​ຈິງ​ແລ້ວ​ເຂົາ​ເຈົ້າ​ກຳລັງ​ເຂົ້າ​ຂ້າງ​ຜູ້​ໃດ​ຢູ່? ຄຳພີ​ໄບເບິນ​ບອກ​ໄວ້​ຢ່າງ​ຊັດເຈນ​ວ່າ “ມະນຸດສະໂລກ​ທັງ​ສິ້ນ​ນອນ​ຢູ່​ໃນ​ຜູ້​ຮ້າຍ​ນັ້ນ.” (1 ໂຢຮັນ 5:19) ຫາກ​ເປັນ​ເຊັ່ນ​ນັ້ນ ເຮົາ​ຈະ​ຫຼີກ​ລ້ຽງ​ເພື່ອ​ຈະ​ບໍ່​ຖືກ​ຊັກ​ນຳ​ໃຫ້​ໄປ​ຜິດ​ທາງ​ພ້ອມ​ກັບ​ຄົນ​ອື່ນໆໄດ້​ຢ່າງ​ໃດ? ໂດຍ​ທີ່​ເຮົາ​ໃຫ້​ການ​ສະໜັບສະຫນູນ​ຢ່າງ​ເຕັມທີ​ຕໍ່​ລາຊະອານາຈັກ​ຂອງ​ພະເຈົ້າ​ແລະ​ໂດຍ​ການ​ຮັກສາ​ຕົວ​ເປັນ​ກາງ​ຢ່າງ​ແທ້​ຈິງ​ຕໍ່​ເລື່ອງ​ຄວາມ​ຂັດ​ແຍ່ງ​ຂອງ​ໂລກ​ນີ້​ເທົ່າ​ນັ້ນ.—ໂຢຮັນ 17:15, 16.

ກົນ​ອຸບາຍ​ທີ່​ເລິກ​ແລບ​ແນບ​ນຽນ​ຂອງ​ຜູ້​ຊົ່ວ​ຮ້າຍ

7. ຄວາມ​ສະຫຼາດ​ແກມ​ໂກງ​ຂອງ​ຊາຕານ​ສະແດງ​ອອກ​ໃຫ້​ເຫັນ​ໃນ​ການ​ໃຊ້​ສາສະໜາ​ປອມ​ຢ່າງ​ໃດ?

7 ທຸກ​ຍຸກ​ທຸກ​ສະໄໝ​ໃນ​ປະຫວັດສາດ ຊາຕານ​ໄດ້​ໃຊ້​ການ​ຂົ່ມເຫງ​ທັງ​ທາງ​ກາຍ​ແລະ​ທາງ​ວາ​ຈາ​ເພື່ອ​ເຮັດ​ໃຫ້​ມະນຸດ​ເຮົາ​ປະ​ຖິ້ມ​ການ​ນະມັດສະການ​ແທ້. ນອກ​ຈາກ​ນັ້ນ ມັນ​ໃຊ້​ວິທີ​ການ​ທີ່​ສະຫຼາດ​ແກມ​ໂກງ​ກວ່າ​ເກົ່າ​ອີກ ນັ້ນ​ແມ່ນ​ກົນ​ອຸບາຍ​ທີ່​ເລິກ​ແລບ​ແນບ​ນຽນ. ມັນ​ໄດ້​ກັກ​ຂັງ​ມະນຸດ​ຊາດ​ສ່ວນ​ຫຼາຍ​ໄວ້​ໃນ​ຄວາມ​ມືດ​ແບບ​ຫຼອກ​ລວງ​ໂດຍ​ທາງ​ສາສະໜາ​ປອມ ເຊິ່ງ​ເຮັດ​ໃຫ້​ເຂົາ​ເຈົ້າ​ຄິດ​ວ່າ​ຕົນ​ເອງ​ກຳລັງ​ຮັບໃຊ້​ພະເຈົ້າ. ເມື່ອ​ຂາດ​ຄວາມ​ຮູ້​ທີ່​ຖ້ອງ​ແທ້​ກ່ຽວ​ກັບ​ພະເຈົ້າ​ແລະ​ບໍ່​ມີ​ຄວາມ​ຮັກ​ຕໍ່​ຄວາມ​ຈິງ ເຂົາ​ເຈົ້າ​ອາດ​ຈະ​ຖືກ​ດຶງ​ດູດ​ໂດຍ​ກິດ​ປະຕິບັດ​ທາງ​ສາສະໜາ​ທີ່​ເລິກ​ລັບ​ຕື່ນ​ເຕັ້ນ​ຫຼື​ປະທັບ​ໃຈ​ໃນ​ການ​ອັດສະຈັນ​ຕ່າງໆ. (2 ເທຊະໂລນີກ 2:9, 10) ແຕ່​ເຮົາ​ໄດ້​ຮັບ​ຄຳ​ເຕືອນ​ວ່າ ແມ່ນ​ແຕ່​ຄົນ​ທີ່​ເຄີຍ​ຮ່ວມ​ໃນ​ການ​ນະມັດສະການ​ແທ້ “ຈະ​ມີ​ຜູ້​ລາງ​ຄົນ​ທີ່​ຈະ​ກະບົດ​ຈາກ​ຄວາມ​ເຊື່ອ . . . ຈະ​ຟັງ​ວິນຍານ​ທີ່​ລໍ້​ລວງ​ແລະ​ຄຳ​ສອນ​ແຫ່ງ​ຜີ​ຮ້າຍ​ທັງ​ຫຼາຍ.” (1 ຕີໂມເຕ 4:1) ສິ່ງ​ນັ້ນ​ຈະ​ເກີດ​ຂຶ້ນ​ໄດ້​ຢ່າງ​ໃດ?

8. ເຖິງ​ແມ່ນ​ວ່າ​ເຮົາ​ກຳລັງ​ນະມັດສະການ​ພະ​ເຢໂຫວາ​ຢູ່ ຊາຕານ​ຍັງ​ສາມາດ​ຫຼອກ​ລວງ​ເຮົາ​ໃຫ້​ຫັນ​ເຂົ້າ​ຫາ​ສາສະໜາ​ປອມ​ໄດ້​ຢ່າງ​ໃດ?

8 ພະຍາມານ​ສວຍ​ໂອກາດ​ຈາກ​ຄວາມ​ອ່ອນແອ​ຂອງ​ເຮົາ​ໄດ້​ຢ່າງ​ເລິກ​ແລບ​ແນບ​ນຽນ. ການ​ຢ້ານ​ມະນຸດ​ຍັງ​ຖ່ວງ​ດຶງ​ເຮົາ​ໄວ້​ບໍ? ຖ້າ​ເປັນ​ເຊັ່ນ​ນັ້ນ ເຮົາ​ອາດ​ຍອມ​ຈຳນົນ​ຕໍ່​ຄວາມ​ກົດ​ດັນ​ຈາກ​ພີ່​ນ້ອງ​ຫຼື​ເພື່ອນ​ບ້ານ​ທີ່​ຕ້ອງການ​ໃຫ້​ເຮົາ​ເຂົ້າ​ຮ່ວມ​ໃນ​ກິດ​ປະຕິບັດ​ເຊິ່ງ​ມີ​ຕົ້ນ​ກຳເນີດ​ມາ​ຈາກ​ສາສະໜາ​ປອມ. ເຮົາ​ເປັນ​ຄົນ​ອວດ​ອົ່ງ​ບໍ? ຖ້າ​ແມ່ນ ເຮົາ​ອາດ​ຈະ​ຂຸ່ນ​ເຄືອງ​ໃຈ​ເມື່ອ​ໄດ້​ຮັບ​ຄຳ​ແນະນຳ ຫຼື​ເມື່ອ​ຄົນ​ອື່ນໆບໍ່​ຍອມ​ຮັບ​ຄວາມ​ຄິດ​ເຫັນ​ທີ່​ເຮົາ​ສະເໜີ​ກໍ​ໄດ້. (ສຸພາສິດ 15:10; 29:25; 1 ຕີໂມເຕ 6:3, 4) ແທນ​ທີ່​ຈະ​ປ່ຽນ​ແປງ​ທັດສະນະ​ຂອງ​ເຮົາ​ໃຫ້​ກົງ​ກັບ​ຕົວຢ່າງ​ຂອງ​ພະ​ຄລິດ ເຮົາ​ອາດ​ຈະ​ອຽງ​ເອນ​ໄປ​ທາງ​ຜູ້​ທີ່ ‘ເວົ້າ​ສິ່ງ​ທີ່​ຫູ​ຄັນ​ຂອງ​ເຮົາ​ມັກ​ຟັງ’ ໂດຍ​ກ່າວ​ວ່າ ພຽງ​ແຕ່​ອ່ານ​ຄຳພີ​ໄບເບິນ​ແລະ​ດຳເນີນ​ຊີວິດ​ໃຫ້​ດີ​ກໍ​ພໍ​ແລ້ວ. (2 ຕີໂມເຕ 4:3, ທ.ປ.) ບໍ່​ວ່າ​ເຮົາ​ຈະ​ຮ່ວມ​ຢູ່​ໃນ​ກຸ່ມ​ສາສະໜາ​ອື່ນ​ແທ້ໆຫຼື​ຍຶດ​ໝັ້ນ​ກັບ​ສາສະໜາ​ຂອງ​ຕົນ​ເອງ ຊາຕານ​ບໍ່​ໄດ້​ຖື​ວ່າ​ເປັນ​ເລື່ອງ​ສຳຄັນ ຂໍ​ແຕ່​ວ່າ​ເຮົາ​ບໍ່​ໄດ້​ນະມັດສະການ​ພະ​ເຢໂຫວາ​ໃນ​ວິທີ​ທີ່​ພະເຈົ້າ​ຊີ້​ນຳ​ໂດຍ​ທາງ​ພະ​ຄຳ​ແລະ​ອົງການ​ຂອງ​ພະອົງ​ມັນ​ກໍ​ພໍ​ໃຈ​ແລ້ວ.

9. ຊາຕານ​ໃຊ້​ເລື່ອງ​ເພດ​ສຳພັນ​ຢ່າງ​ມີ​ເລ່​ຫຼ່ຽມ​ເພື່ອ​ເຮັດ​ໃຫ້​ເປົ້າ​ໝາຍ​ຂອງ​ມັນ​ສຳເລັດ​ຢ່າງ​ໃດ?

9 ຊາຕານ​ຍັງ​ໃຊ້​ເລ່​ກົນ​ເພື່ອ​ດຶງ​ດູດ​ຄົນ​ເຮົາ​ໃຫ້​ສະໜອງ​ຄວາມ​ປາຖະໜາ​ຕາມ​ທຳມະຊາດ​ດ້ວຍ​ວິທີ​ທີ່​ຜິດ. ມັນ​ເຮັດ​ເຊັ່ນ​ນັ້ນ​ກັບ​ຄວາມ​ປາຖະໜາ​ທີ່​ຈະ​ມີ​ເພດ​ສຳພັນ. ໂດຍ​ປະຕິເສດ​ຫຼັກ​ສິນ​ລະ​ທຳ​ຂອງ​ຄຳພີ​ໄບເບິນ ຫຼາຍໆຄົນ​ໃນ​ໂລກ​ນີ້​ຖື​ວ່າ​ເພດ​ສຳພັນ​ລະຫວ່າງ​ຄົນ​ທີ່​ຍັງ​ບໍ່​ທັນ​ແຕ່ງ​ດອງ​ກັນ​ນັ້ນ​ເປັນ​ຄວາມ​ເພີດເພີນ​ທີ່​ບໍ່​ຜິດ ຫຼື​ເປັນ​ວິທີ​ທີ່​ພິສູດ​ວ່າ​ເຂົາ​ເຈົ້າ​ເປັນ​ຜູ້​ໃຫຍ່​ແລ້ວ. ສ່ວນ​ຄົນ​ເຫຼົ່າ​ນັ້ນ​ທີ່​ແຕ່ງ​ດອງ​ແລ້ວ​ເດ? ຫຼາຍ​ຄົນ​ຫຼິ້ນ​ຊູ້ ແລະ​ເຖິງ​ວ່າ​ບໍ່​ມີ​ການ​ນອກ​ໃຈ​ກັນ​ກໍ​ຕາມ ຄົນ​ຈຳນວນ​ຫຼາຍ​ກໍ​ຍັງ​ຫາ​ທາງ​ປະ​ຮ້າງ​ຫຼື​ແຍກ​ກັນ​ເພື່ອ​ທີ່​ເຂົາ​ເຈົ້າ​ຈະ​ໄປ​ຢູ່​ກິນ​ກັບ​ຜູ້​ໃໝ່​ໄດ້. ດ້ວຍ​ວິທີ​ການ​ທີ່​ເລິກ​ແລບ​ແນບ​ນຽນ ຊາຕານ​ໄດ້​ມຸ່ງ​ດຶງ​ດູດ​ຜູ້​ຄົນ​ໃຫ້​ໃຊ້​ຊີວິດ​ຢ່າງ​ເພີດເພີນ​ໃນ​ຕອນ​ນີ້ ໂດຍ​ເຮັດ​ໃຫ້​ເຂົາ​ເຈົ້າ​ບໍ່​ເອົາ​ຫົວ​ຊາ​ຕໍ່​ຜົນ​ກະທົບ​ໄລຍະ​ຍາວ ເຊິ່ງ​ບໍ່​ພຽງ​ແຕ່​ຈະ​ເກີດ​ກັບ​ເຂົາ​ເຈົ້າ​ເອງ​ແລະ​ຄົນ​ອ້ອມ​ຂ້າງ​ເທົ່າ​ນັ້ນ ແຕ່​ໂດຍ​ສະເພາະ​ແລ້ວ​ຍັງ​ຈະ​ກະທົບ​ໃສ່​ສາຍ​ສຳພັນ​ລະຫວ່າງ​ເຂົາ​ເຈົ້າ​ກັບ​ພະ​ເຢໂຫວາ​ແລະ​ພະ​ບຸດ​ຂອງ​ພະອົງ​ນຳ​ອີກ.—1 ໂກລິນໂທ 6:9, 10; ຄາລາຊີ 6:7, 8.

10. ຊາຕານ​ພະຍາຍາມ​ຈະ​ປ່ຽນ​ທັດສະນະ​ທີ່​ເຮົາ​ມີ​ຕໍ່​ເລື່ອງ​ການ​ຜິດ​ສິນ​ລະ​ທຳ​ແລະ​ຄວາມ​ຮຸນແຮງ​ໂດຍ​ວິທີ​ໃດ?

10 ຄວາມ​ປາຖະໜາ​ຕາມ​ທຳມະຊາດ​ອີກ​ຢ່າງ​ໜຶ່ງ​ແມ່ນ​ການ​ພັກ​ຜ່ອນ​ຢ່ອນ​ໃຈ. ເມື່ອ​ການ​ພັກ​ຜ່ອນ​ຢ່ອນ​ໃຈ​ນັ້ນ​ເປັນ​ສິ່ງ​ທີ່​ດີ​ງາມ​ກໍ​ຍ່ອມ​ຈະ​ໃຫ້​ຄວາມ​ສົດ​ຊື່ນ​ທາງ​ຈິດໃຈ, ທາງ​ກາຍ, ແລະ​ທາງ​ອາລົມ. ເຮົາ​ຈະ​ເຮັດ​ຢ່າງ​ໃດ​ເມື່ອ​ຊາຕານ​ສວຍ​ໃຊ້​ຍາມ​ພັກ​ຜ່ອນ​ຢ່ອນ​ໃຈ​ຢ່າງ​ສະຫຼາດ​ແກມ​ໂກງ​ເພື່ອ​ພະຍາຍາມ​ທີ່​ຈະ​ປ່ຽນ​ຄວາມ​ນຶກ​ຄິດ​ຂອງ​ເຮົາ​ໃຫ້​ຕ່າງ​ຈາກ​ຄວາມ​ນຶກ​ຄິດ​ຂອງ​ພະເຈົ້າ? ຕົວຢ່າງ​ເຊັ່ນ ເຮົາ​ຮູ້​ວ່າ​ພະ​ເຢໂຫວາ​ກຽດ​ຊັງ​ການ​ຜິດ​ສິນ​ລະ​ທຳ​ທາງ​ເພດ​ແລະ​ຄວາມ​ຮຸນແຮງ. ເມື່ອ​ມີ​ຮູບ​ເງົາ, ລາຍການ​ໂທລະພາບ, ຫຼື​ການ​ສະແດງ​ເຊິ່ງ​ມີ​ການ​ເນັ້ນ​ເຖິງ​ເລື່ອງ​ເຫຼົ່າ​ນັ້ນ ເຮົາ​ຍັງ​ຈະ​ນັ່ງ​ເບິ່ງ​ຕໍ່​ໄປ​ບໍ? ຂໍ​ໃຫ້​ເຮົາ​ຕື່ນ​ຕົວ​ຢູ່​ສະເໝີ​ວ່າ ຊາຕານ​ແຮ່ງ​ເຮັດ​ໃຫ້​ສິ່ງ​ເຫຼົ່າ​ນັ້ນ​ເສື່ອມຊາມ​ລົງ​ຂະນະ​ທີ່​ເວລາ​ແຫ່ງ​ການ​ກັກ​ຂັງ​ຂອງ​ມັນ​ໃກ້​ເຂົ້າ​ມາ ເນື່ອງ​ຈາກ “ຄົນ​ຊົ່ວ​ແລະ​ຄົນ​ລໍ້​ລວງ​ທັງ​ຫຼາຍ​ຈະ​ທຳ​ຊົ່ວ​ຮ້າຍ​ມາກ​ກວ່າ​ຂຶ້ນ​ໄປ. ພວມ​ລໍ້​ລວງ​ຄົນ​ອື່ນ​ໃຫ້​ຫຼົງ ແລະ​ເຂົາ​ເອງ​ຈະ​ຖືກ​ລໍ້​ລວງ​ດ້ວຍ.” (2 ຕີໂມເຕ 3:13; ຄຳປາກົດ 20:1-3) ດັ່ງ​ນັ້ນ ເຮົາ​ຕ້ອງ​ລະວັງ​ແຜນການ​ຂອງ​ຊາຕານ​ຢູ່​ສະເໝີ.—ຕົ້ນເດີມ 6:13; ຄຳເພງ 11:5; ໂລມ 1:24-32.

11. ຄົນ​ທີ່​ຮູ້​ຄວາມ​ຈິງ​ເລື່ອງ​ລັດທິ​ພວກ​ຜີ​ປີ​ສາດ​ແລ້ວ​ກໍ​ອາດ​ຕົກ​ຖືກ​ບ້ວງ​ແຮ້ວ​ໄດ້​ຢ່າງ​ໃດ​ຫາກ​ເຂົາ​ເຈົ້າ​ບໍ່​ລະວັງ​ຕົວ?

11 ເຮົາ​ຍັງ​ຮູ້​ວ່າ​ຜູ້​ທີ່​ເຂົ້າ​ໄປ​ກ່ຽວ​ຂ້ອງ​ກັບ​ພວກ​ລັດທິ​ຜີ​ປີ​ສາດ​ໃນ​ຮູບ​ແບບ​ໃດ​ກໍ​ຕາມ ເຊັ່ນ ການ​ທຳ​ນາຍ​ອະນາຄົດ, ການ​ໃຊ້​ເວດ​ມົນ​ຄາຖາ, ຫຼື​ການ​ພະຍາຍາມ​ຕິດ​ຕໍ່​ກັບ​ຄົນ​ຕາຍ ລ້ວນ​ແຕ່​ເປັນ​ຜູ້​ທີ່​ພະ​ເຢໂຫວາ​ໜ່າຍແໜງ. (ພະບັນຍັດ 18:10-12) ເມື່ອ​ຄຳນຶງ​ເຖິງ​ເລື່ອງ​ນີ້ ເຮົາ​ຄົງ​ຈະ​ບໍ່​ຢາກ​ປຶກສາ​ກັບ​ຄົນ​ຊົງ ແລະ​ແນ່ນອນ​ຈະ​ບໍ່​ເຊີນ​ເຂົາ​ເຈົ້າ​ເຂົ້າ​ມາ​ເຮັດ​ສິ່ງ​ທີ່​ກ່ຽວ​ຂ້ອງ​ກັບ​ພວກ​ຜີ​ປີ​ສາດ​ໃນ​ເຮືອນ​ຂອງ​ເຮົາ. ແລ້ວ​ຖ້າ​ຫາກ​ສິ່ງ​ເຫຼົ່າ​ນັ້ນ​ມາ​ປາກົດ​ທາງ​ໂທລະພາບ​ຫຼື​ທາງ​ອິນເຕີເນັດ ເຮົາ​ຈະ​ຮັບ​ຊົມ​ຮັບ​ຟັງ​ມັນ​ບໍ? ເຖິງ​ແມ່ນ​ວ່າ​ເຮົາ​ຈະ​ບໍ່​ຍອມ​ຮັບ​ການ​ປິ່ນປົວ​ຈາກ​ໝໍ​ຜີ ແຕ່​ຈະ​ເອົາ​ສາຍ​ສິນ​ມາ​ມັດ​ແຂນ​ຂອງ​ລູກ​ທີ່​ຫາ​ກໍ​ເກີດ​ໂດຍ​ຄິດ​ວ່າ​ສິ່ງ​ນັ້ນ​ຈະ​ຄຸ້ມຄອງ​ເດັກ​ນ້ອຍ​ໃຫ້​ພົ້ນ​ຈາກ​ອັນຕະລາຍ​ບໍ? ເມື່ອ​ຮູ້​ວ່າ​ຄຳພີ​ໄບເບິນ​ຕຳໜິ​ການ​ເສກ​ເວດ​ມົນ​ຄາຖາ​ໃສ່​ຄົນ​ອື່ນ ແລ້ວ​ເຮົາ​ຈະ​ຍອມ​ໃຫ້​ນັກ​ສະກົດ​ຈິດ​ຄວບຄຸມ​ຈິດໃຈ​ຂອງ​ເຮົາ​ບໍ?—ຄາລາຊີ 5:19-21.

12. (ກ) ມີ​ການ​ໃຊ້​ດົນຕີ​ຢ່າງ​ໃດ​ເພື່ອ​ເຮັດ​ໃຫ້​ເຮົາ​ຮັບ​ເອົາ​ແນວ​ຄິດ​ທີ່​ເຮົາ​ຮູ້​ວ່າ​ຜິດ? (ຂ) ການ​ແຕ່ງ​ກາຍ, ຊົງ​ຜົມ, ຫຼື​ວາດ​ການ​ເວົ້າ​ອາດ​ບົ່ງ​ບອກ​ຄວາມ​ນິຍົມ​ຊົມ​ຊອບ​ຂອງ​ຄົນ​ເຫຼົ່າ​ນັ້ນ​ເຊິ່ງ​ດຳເນີນ​ຊີວິດ​ໃນ​ແບບ​ທີ່​ພະ​ເຢໂຫວາ​ບໍ່​ພໍ​ໃຈ​ຢ່າງ​ໃດ? (ຄ) ເຮົາ​ຕ້ອງ​ເຮັດ​ຫຍັງ​ຖ້າ​ບໍ່​ຢາກ​ຕົກ​ເປັນ​ເຫຍື່ອ​ຂອງ​ກົນ​ອຸບາຍ​ທີ່​ເລິກ​ແລບ​ແນບ​ນຽນ​ຂອງ​ຊາຕານ?

12 ຄຳພີ​ໄບເບິນ​ບອກ​ວ່າ ການ​ຜິດ​ປະເວນີ​ແລະ​ການ​ລາມົກ​ຕ່າງໆບໍ່​ຄວນ​ມີ​ການ​ກ່າວ​ເຖິງ (ດ້ວຍ​ເຈຕະນາ​ທີ່​ບໍ່​ສະອາດ) ໃນ​ທ່າມກາງ​ພວກ​ເຮົາ. (ເອເຟດ 5:3-5) ຈະ​ວ່າ​ຢ່າງ​ໃດ​ຫາກ​ເນື້ອ​ຄວາມ​ແນວ​ນັ້ນ​ປະກອບ​ກັບ​ດົນຕີ​ທີ່​ມີ​ທ່ວງ​ທຳນອງ​ມ່ວນ​ຊື່ນ, ຈັງຫວະ​ທີ່​ຈັບ​ໃຈ, ຫຼື​ຈັງຫວະ​ທີ່​ກະຕຸ້ນ​ໃຫ້​ໃຈ​ຂຶ້ນ​ເດ? ເຮົາ​ຈະ​ເລີ່ມ​ຮ້ອງ​ຕາມ​ເນື້ອ​ເພງ​ທີ່​ຍົກຍ້ອງ​ເລື່ອງ​ເພດ​ສຳພັນ​ນອກ​ສາຍ​ສົມລົດ, ການ​ໃຊ້​ຢາເສບຕິດ​ເພື່ອ​ຄວາມ​ເພີດເພີນ, ຫຼື​ການ​ກະທຳ​ທີ່​ຜິດ​ບາບ​ຢ່າງ​ອື່ນ​ບໍ? ຫຼື​ທັງໆທີ່​ເຮົາ​ຮູ້​ວ່າ​ບໍ່​ຄວນ​ຈະ​ຮຽນ​ເອົາ​ແບບ​ຢ່າງ​ການ​ດຳລົງ​ຊີວິດ​ຂອງ​ຄົນ​ເຊິ່ງ​ໝົກມຸ່ນ​ກັບ​ສິ່ງ​ເຫຼົ່າ​ນັ້ນ ແຕ່​ເຮົາ​ຊ້ຳ​ພັດ​ມັກ​ຈະ​ສະແດງ​ຕົວ​ວ່າ​ເປັນ​ພວກ​ດຽວ​ກັບ​ເຂົາ​ເຈົ້າ​ໂດຍ​ການ​ຮຽນ​ແບບ​ການ​ແຕ່ງ​ກາຍ, ຊົງ​ຜົມ, ຫຼື​ວາດ​ການ​ເວົ້າ​ຂອງ​ເຂົາ​ເຈົ້າ​ບໍ? ວິທີ​ການ​ທີ່​ຊາຕານ​ໃຊ້​ຫຼອກ​ລວງ​ມະນຸດ​ໃຫ້​ເຮັດ​ຕາມ​ແນວ​ຄິດ​ອັນ​ຊົ່ວ​ຊ້າ​ຂອງ​ມັນ​ນັ້ນ​ຈັ່ງ​ແມ່ນ​ເລິກ​ແລບ​ແທ້ໆ! (2 ໂກລິນໂທ 4:3, 4) ເພື່ອ​ຈະ​ບໍ່​ຕົກ​ເປັນ​ເຫຍື່ອ​ຂອງ​ກົນ​ອຸບາຍ​ທີ່​ເລິກ​ແລບ​ແນບ​ນຽນ​ຂອງ​ມັນ ເຮົາ​ຕ້ອງ​ຫຼົບ​ຫຼີກ​ເພື່ອ​ຈະ​ບໍ່​ຖືກ​ພັດ​ລອຍ​ໄປ​ມາ​ຕາມ​ກະແສ​ແນວ​ຄິດ​ແລະ​ການ​ກະທຳ​ຂອງ​ໂລກ. ເຮົາ​ຈຳຕ້ອງ​ສຳນຶກ​ຕົວ​ຢູ່​ສະເໝີ​ວ່າ​ໃຜ​ແມ່ນ “ຜູ້​ຄຸ້ມຄອງ​ທັງ​ຫຼາຍ​ແຫ່ງ​ທີ່​ມືດ​ນີ້” ແລະ​ຕ້ອງ​ປ້ຳ​ສູ້​ກັບ​ອຳນາດ​ຈູງ​ໃຈ​ຂອງ​ມັນ​ຢ່າງ​ຈິງ​ຈັງ.—1 ເປໂຕ 5:8.

ກຽມ​ພ້ອມ​ເພື່ອ​ເປັນ​ຜູ້​ຊະນະ

13. ເປັນ​ໄປ​ໄດ້​ຢ່າງ​ໃດ​ທີ່​ໃຜ​ກໍ​ຕາມ​ເຊິ່ງ​ເປັນ​ຄົນ​ບໍ່​ສົມບູນ​ຈະ​ຊະນະ​ໂລກ​ທີ່​ຊາຕານ​ປົກຄອງ​ຢູ່?

13 ກ່ອນ​ພະ​ເຍຊູ​ສິ້ນ​ຊີວິດ ພະອົງ​ບອກ​ເຫຼົ່າ​ອັກຄະສາວົກ​ວ່າ “ຈົ່ງ​ມີ​ໃຈ​ກ້າ ເຮົາ​ໄດ້​ແພ້ [ຊະນະ] ໂລກ​ແລ້ວ.” (ໂຢຮັນ 16:33) ເຂົາ​ເຈົ້າ​ກໍ​ຊະນະ​ໂລກ​ໄດ້​ຄື​ກັນ. ປະມານ 60 ປີ​ຕໍ່​ມາ ອັກຄະສາວົກ​ໂຢຮັນ​ຂຽນ​ວ່າ “ຜູ້​ໃດ​ໄດ້​ແພ້ [ຊະນະ] ໂລກ ເທົ່າ​ເວັ້ນ​ໄວ້​ຜູ້​ນັ້ນ​ທີ່​ເຊື່ອ​ວ່າ​ພະ​ເຍຊູ​ເປັນ​ພະ​ບຸດ​ແຫ່ງ​ພະເຈົ້າ?” (1 ໂຢຮັນ 5:​5) ຄວາມ​ເຊື່ອ​ເຊັ່ນ​ນີ້​ສະແດງ​ອອກ​ໂດຍ​ການ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະ​ເຍຊູ​ແລະ​ໄວ້​ວາງໃຈ​ໃນ​ພະ​ຄຳ​ຂອງ​ພະເຈົ້າ ດັ່ງ​ທີ່​ພະ​ເຍຊູ​ເຄີຍ​ກະທຳ. ຍັງ​ມີ​ຂໍ້​ຮຽກ​ຮ້ອງ​ອື່ນ​ອີກ​ບໍ? ເຮົາ​ຄວນ​ຕິດ​ສະໜິດ​ກັບ​ປະຊາຄົມ​ເຊິ່ງ​ພະອົງ​ເປັນ​ປະມຸກ. ເມື່ອ​ເຮັດ​ຜິດ ເຮົາ​ຕ້ອງ​ປະ​ໃຈ​ເກົ່າ​ເອົາ​ໃຈ​ໃໝ່​ຢ່າງ​ແທ້​ຈິງ​ແລະ​ສະແຫວງ​ຫາ​ການ​ໃຫ້​ອະໄພ​ໂດຍ​ອາໄສ​ເຄື່ອງ​ບູຊາ​ຂອງ​ພະ​ເຍຊູ. ໂດຍ​ວິທີ​ນີ້ ເຖິງ​ແມ່ນ​ວ່າ​ຈະ​ເປັນ​ຄົນ​ບໍ່​ສົມບູນ​ແລະ​ເຮັດ​ຜິດ ເຮົາ​ກໍ​ເປັນ​ຜູ້​ຊະນະ​ໄດ້​ຄື​ກັນ.—ຄຳເພງ 130:3, 4.

14. ເຊີນ​ອ່ານ​ເອເຟດ 6:13-17 ແລ້ວ​ໃຊ້​ຄຳຖາມ​ແລະ​ຂໍ້​ພະ​ຄຳພີ​ທີ່​ກຽມ​ໄວ້​ໃນ​ວັກ​ນີ້​ເພື່ອ​ເປັນ​ພື້ນ​ຖານ​ໃນ​ການ​ພິຈາລະນາ​ເຖິງ​ປະໂຫຍດ​ທີ່​ຈະ​ໄດ້​ຮັບ​ຈາກ​ເຄື່ອງ​ອາວຸດ​ຝ່າຍ​ວິນຍານ​ແຕ່​ລະ​ຢ່າງ.

14 ເພື່ອ​ຈະ​ບັນລຸ​ຜົນ​ສຳເລັດ ເຮົາ​ຕ້ອງ​ສຸບ “ເຄື່ອງ​ອາວຸດ​ຂອງ​ພະເຈົ້າ​ທັງ​ສິ້ນ” ບໍ່​ຄວນ​ປະ​ສ່ວນ​ໃດ​ສ່ວນ​ໜຶ່ງ​ເລີຍ. ຂໍ​ໃຫ້​ເປີດ​ຄຳພີ​ໄບເບິນ​ຂອງ​ຕົວ​ເອງ​ທີ່​ເອເຟດ 6:13-17 ແລະ​ອ່ານ​ຄຳ​ອະທິບາຍ​ກ່ຽວ​ກັບ​ເຄື່ອງ​ອາວຸດ​ນັ້ນ. ໂດຍ​ການ​ຕອບ​ຄຳຖາມ​ທີ່​ຢູ່​ທາງ​ລຸ່ມ​ນີ້ ລອງ​ພິຈາລະນາ​ເບິ່ງ​ວ່າ​ເຮົາ​ຈະ​ໄດ້​ປະໂຫຍດ​ຢ່າງ​ໃດ​ຈາກ​ເຄື່ອງ​ອາວຸດ​ແຕ່​ລະ​ຢ່າງ​ທີ່​ປົກ​ປ້ອງ​ຕົວ​ເຮົາ.

“ເອົາ​ຄວາມ​ຈິງ​ຄາດ​ແອວ​ໄວ້”

ເຖິງ​ແມ່ນ​ວ່າ​ເຮົາ​ອາດ​ຮູ້​ຈັກ​ຄວາມ​ຈິງ​ຢູ່​ແລ້ວ​ກໍ​ຕາມ ການ​ສຶກສາ​ຢ່າງ​ສະຫມ່ຳ​ສະເໝີ ການ​ຄິດ​ຮ່ຳເພິງ​ເຖິງ​ຄວາມ​ຈິງ​ໃນ​ຄຳພີ​ໄບເບິນ ແລະ​ການ​ເຂົ້າ​ຮ່ວມ​ປະຊຸມ​ຈະ​ປ້ອງກັນ​ເຮົາ​ໄດ້​ຢ່າງ​ໃດ? (1 ໂກລິນໂທ 10:12, 13; 2 ໂກລິນໂທ 13:5; ຟີລິບ 4:8, 9)

“ເອົາ​ຄວາມ​ຊອບທຳ​ເປັນ​ເຄື່ອງ​ເຫຼັກ​ອັດ​ປ້ອງ​ເອິກ​ໄວ້”

ມາດຕະຖານ​ແຫ່ງ​ຄວາມ​ຊອບທຳ​ນີ້​ແມ່ນ​ຂອງ​ຜູ້​ໃດ? (ຄຳປາກົດ 15:3)

ຈົ່ງ​ສະແດງ​ໃຫ້​ເຫັນ​ເຖິງ​ການ​ທີ່​ບໍ່​ຕິດ​ຕາມ​ແນວ​ທາງ​ອັນ​ຊອບທຳ​ຂອງ​ພະ​ເຢໂຫວາ​ຈະ​ເຮັດ​ໃຫ້​ເຮົາ​ໄດ້​ຮັບ​ຄວາມ​ເສຍຫາຍ​ຝ່າຍ​ວິນຍານ. (ພະບັນຍັດ 7:3, 4; 1 ຊາເມືອນ 15:22, 23)

“ເອົາ . . . ຄຳ​ປະເສີດ​ແຫ່ງ​ຄວາມ​ສຸກ​ສຳລານ​ເປັນ​ເກີບ​ສຸບ​ໃສ່​ຕີນ”

ການ​ອອກ​ໄປ​ເວົ້າ​ເຖິງ​ການ​ຈັດ​ຕຽມ​ກ່ຽວ​ກັບ​ສັນຕິສຸກ​ຂອງ​ພະເຈົ້າ​ໃຫ້​ຄົນ​ອື່ນ​ໄດ້​ຍິນ​ຢ່າງ​ສະຫມ່ຳ​ສະເໝີ​ຈະ​ເປັນ​ການ​ປ້ອງກັນ​ເຮົາ​ຢ່າງ​ໃດ? (ຄຳເພງ 73:2, 3; ໂລມ 10:15; 1 ຕີໂມເຕ 5:13)

“ເອົາ​ຄວາມ​ເຊື່ອ​ເປັນ​ໂລ້”

ຖ້າ​ເຮົາ​ມີ​ຄວາມ​ເຊື່ອ​ທີ່​ໝັ້ນຄົງ ເຮົາ​ຈະ​ເຮັດ​ແນວ​ໃດ​ເມື່ອ​ປະເຊີນ​ກັບ​ຄວາມ​ພະຍາຍາມ​ເຊິ່ງ​ມີ​ເປົ້າ​ໝາຍ​ຈະ​ເຮັດ​ໃຫ້​ເຮົາ​ສົງໄສ​ຫຼື​ຢ້ານ​ກົວ? (2 ກະສັດ 6:15-17; 2 ຕີໂມເຕ 1:12)

“ເອົາ​ໝວກ​ເຫຼັກ​ແຫ່ງ​ຄວາມ​ພົ້ນ​ສົບ​ຫົວ​ໄວ້”

ຄວາມ​ຫວັງ​ເລື່ອງ​ຄວາມ​ລອດ​ຈະ​ຊ່ວຍ​ເຮົາ​ໃຫ້​ຫຼີກ​ລ້ຽງ​ບ້ວງ​ແຮ້ວ​ທີ່​ມາ​ຈາກ​ການ​ເປັນ​ຫ່ວງ​ຫຼາຍ​ເກີນ​ໄປ​ໃນ​ເລື່ອງ​ຊັບ​ສົມບັດ​ຝ່າຍ​ວັດຖຸ​ໄດ້​ຢ່າງ​ໃດ? (1 ຕີໂມເຕ 6:7-10, 19)

“ຈົ່ງ​ຖື​ດາບ​ຂອງ​ພະ​ວິນຍານ”

ເຮົາ​ຄວນ​ຈະ​ເພິ່ງ​ພາ​ສິ່ງ​ໃດ​ສະເໝີ​ເມື່ອ​ຕໍ່​ສູ້​ກັບ​ການ​ໂຈມຕີ​ຕໍ່​ສະພາບ​ຝ່າຍ​ວິນຍານ​ຂອງ​ເຮົາ​ຫຼື​ຂອງ​ຄົນ​ອື່ນໆ? (ຄຳເພງ 119:98; ສຸພາສິດ 3:5, 6; ມັດທາຍ 4:3, 4)

ແມ່ນ​ຫຍັງ​ອີກ​ທີ່​ນັບ​ວ່າ​ສຳຄັນ​ຫຼາຍ​ເພື່ອ​ຈະ​ປະສົບ​ຄວາມ​ສຳເລັດ​ໃນ​ການ​ສູ້​ຮົບ​ຝ່າຍ​ວິນຍານ? ຈະ​ເຮັດ​ສິ່ງ​ນັ້ນ​ຈັກ​ເທື່ອ? ເພື່ອ​ຜົນ​ປະໂຫຍດ​ຂອງ​ໃຜ? (ເອເຟດ 6:18, 19)

15. ເຮົາ​ສາມາດ​ບຸກ​ໜ້າ​ໃນ​ການ​ສູ້​ຮົບ​ຝ່າຍ​ວິນຍານ​ໄດ້​ຢ່າງ​ໃດ?

15 ໃນ​ຖານະ​ທະຫານ​ຂອງ​ພະ​ຄລິດ ເຮົາ​ກໍ​ເປັນ​ສ່ວນ​ໜຶ່ງ​ຂອງ​ກອງທັບ​ໃຫຍ່​ໃນ​ການ​ສູ້​ຮົບ​ຝ່າຍ​ວິນຍານ. ຖ້າ​ເຮົາ​ຕື່ນ​ຕົວ​ຢູ່​ສະເໝີ​ແລະ​ໃຊ້​ເຄື່ອງ​ອາວຸດ​ຄົບ​ຊຸດ​ທີ່​ມາ​ຈາກ​ພະເຈົ້າ​ໃຫ້​ເປັນ​ປະໂຫຍດ ເຮົາ​ຈະ​ບໍ່​ເປັນ​ຜູ້​ທີ່​ເສຍ​ຊີວິດ​ໃນ​ການ​ສູ້​ຮົບ​ນີ້. ແທນ​ທີ່​ຈະ​ເປັນ​ເຊັ່ນ​ນັ້ນ ເຮົາ​ຈະ​ເປັນ​ສ່ວນ​ເສີມ​ກຳລັງ​ໃຫ້​ກັບ​ເພື່ອນ​ຮ່ວມ​ຮັບໃຊ້​ພະເຈົ້າ. ເຮົາ​ກຽມ​ພ້ອມ​ແລະ​ຢາກ​ຈະ​ເປັນ​ຝ່າຍ​ບຸກ​ໜ້າ​ໃນ​ການ​ເຜີຍ​ແຜ່​ຂ່າວ​ດີ​ເລື່ອງ​ລາຊະອານາຈັກ​ເມຊີ​ຂອງ​ພະເຈົ້າ ເຊິ່ງ​ເປັນ​ລັດຖະບານ​ຝ່າຍ​ສະຫວັນ​ທີ່​ຊາຕານ​ຕໍ່​ຕ້ານ​ຢ່າງ​ຮຸນແຮງ.

ການ​ພິຈາລະນາ​ທົບ​ທວນ

• ເປັນ​ຫຍັງ​ຜູ້​ນະມັດສະການ​ພະ​ເຢໂຫວາ​ຈຶ່ງ​ຮັກສາ​ຄວາມ​ເປັນ​ກາງ​ຢ່າງ​ເຄັ່ງ​ຄັດ​ໃນ​ການ​ຂັດ​ແຍ່ງ​ຂອງ​ໂລກ?

• ເພື່ອ​ເຮັດ​ໃຫ້​ຄລິດສະຕຽນ​ເສຍຫາຍ​ທາງ​ຝ່າຍ​ວິນຍານ ຊາຕານ​ໃຊ້​ກົນ​ອຸບາຍ​ທີ່​ເລິກ​ແລບ​ແນບ​ນຽນ​ແບບ​ໃດ​ແດ່?

• ເຄື່ອງ​ອາວຸດ​ຝ່າຍ​ວິນຍານ​ທີ່​ພະເຈົ້າ​ຈັດ​ຕຽມ​ໄວ້ ຈະ​ປ້ອງກັນ​ເຮົາ​ຢ່າງ​ໃດ​ໃນ​ການ​ສູ້​ຮົບ​ຝ່າຍ​ວິນຍານ?

[ຮູບ​ພາບ​ໜ້າ 76]

ຊາດ​ຕ່າງໆພວມ​ຖືກ​ທ້ອນ​ໂຮມ​ໄປ​ສູ່​ສົງຄາມ​ອະລະມະເຄໂດນ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌