ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ນມ ບົດທີ 16 ໜ້າ 144-150
  • “ຈົ່ງຮັກກັນແລະກັນເປັນອັນມາກ”

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • “ຈົ່ງຮັກກັນແລະກັນເປັນອັນມາກ”
  • ນະມັດສະການພະເຈົ້າທ່ຽງແທ້ແຕ່ອົງດຽວ
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ເມື່ອ​ມີ​ບັນຫາ​ເກີດ​ຂຶ້ນ
  • ຫາ​ຊ່ອງ​ທາງ “ເປີດ​ໃຈ . . . ອອກ​ໃຫ້​ກວ້າງ”
  • “ໃຊ້​ຊີວິດ​ດ້ວຍ​ຄວາມ​ຮັກ​ຕໍ່​ໄປ”
    ໃຫ້​ໃກ້ຊິດ​ກັບ​ພະ​ເຢໂຫວາ
  • ເຮົາ​ຈະ​ຮັກ​ກັນ​ຢູ່​ສະເໝີ​ໄດ້​ແນວ​ໃດ?
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2023
  • ຢ່າໃຫ້ຄວາມຮັກຂອງເຈົ້າເຢັນລົງ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
  • ຄວາມຮັກ—ຄຸນລັກສະນະທີ່ມີຄ່າຫຼາຍ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2017
ເບິ່ງຕື່ມ
ນະມັດສະການພະເຈົ້າທ່ຽງແທ້ແຕ່ອົງດຽວ
ນມ ບົດທີ 16 ໜ້າ 144-150

ບົດ​ສິບ​ຫົກ

“ຈົ່ງ​ຮັກ​ກັນ​ແລະ​ກັນ​ເປັນ​ອັນ​ມາກ”

1. ຄົນ​ໃໝ່ໆ ທີ່​ມາ​ການ​ປະຊຸມ​ຂອງ​ພະຍານ​ພະ​ເຢໂຫວາ​ມັກ​ຈະ​ປະທັບ​ໃຈ​ໃນ​ເລື່ອງ​ໃດ?

ຄົນ​ທີ່​ມາ​ຮ່ວມ​ການ​ປະຊຸມ​ຂອງ​ພະຍານ​ພະ​ເຢໂຫວາ​ເທື່ອ​ທຳອິດ ມັກ​ຈະ​ປະທັບ​ໃຈ​ໃນ​ຄວາມ​ຮັກ​ທີ່​ສະແດງ​ອອກ​ຕໍ່​ກັນ​ແລະ​ກັນ​ຢູ່​ທີ່​ນັ້ນ. ເຂົາ​ເຈົ້າ​ສັງເກດ​ເຫັນ​ຄວາມ​ຮັກ​ນັ້ນ​ໄດ້​ຈາກ​ການ​ຕ້ອນຮັບ​ທີ່​ເປັນ​ກັນ​ເອງ​ແລະ​ດ້ວຍ​ມິດຕະພາບ​ອັນ​ອົບອຸ່ນ. ຜູ້​ທີ່​ມາ​ການ​ປະຊຸມ​ພາກ​ຂອງ​ເຮົາ​ກໍ​ສັງເກດ​ເຫັນ​ຄວາມ​ຮັກ​ແບບ​ນີ້​ເຊັ່ນ​ກັນ. ນັກ​ຂ່າວ​ຄົນ​ໜຶ່ງ​ຂຽນ​ກ່ຽວ​ກັບ​ສະພາບການ​ຂອງ​ການ​ປະຊຸມ​ພາກ​ວ່າ ‘ບໍ່​ມີ​ໃຜ​ກິນ​ເຫຼົ້າ​ເມົາ​ຢາ. ບໍ່​ມີ​ການ​ແຜດ​ສຽງ​ຮ້ອງ. ບໍ່​ມີ​ການ​ບຽດສຽດ. ບໍ່​ມີ​ການ​ປ້ອຍ​ດ່າ. ບໍ່​ມີ​ການ​ເວົ້າ​ຕະຫຼົກ​ລາມົກ​ຫຼື​ການ​ໃຊ້​ພາສາ​ທີ່​ຫຍາບໆ. ບໍ່​ມີ​ຄວັນ​ຢາ​ສູບ. ບໍ່​ມີ​ການ​ລັກ. ບໍ່​ມີ​ໃຜ​ຖິ້ມ​ຂີ້ເຫຍື້ອ​ຊະຊາຍ. ມັນ​ເປັນ​ເລື່ອງ​ຜິດ​ປົກກະຕິ​ແທ້ໆ.’ ທັງ​ໝົດ​ນີ້​ເປັນ​ຫຼັກຖານ​ສະແດງ​ເຖິງ​ຄວາມ​ຮັກ​ໃນ​ແບບ​ທີ່ “ບໍ່​ກະທຳ​ເປັນ​ທີ່​ໜ້າ​ລະອາຍ ບໍ່​ຊອກ​ຫາ​ສ່ວນ​ຂອງ​ຕົນ​ເອງ.”—1 ໂກລິນໂທ 13:4-8.

2. (ກ) ໃນ​ທີ່​ສຸດ ສິ່ງ​ໃດ​ຄວນ​ເປັນ​ຫຼັກຖານ​ໃນ​ການ​ສະແດງ​ຄວາມ​ຮັກ​ຂອງ​ເຮົາ? (ຂ) ໃນ​ການ​ຮຽນ​ແບບ​ພະ​ເຍຊູ ເຮົາ​ຄວນ​ຈະ​ປູກ​ຝັງ​ຄວາມ​ຮັກ​ແບບ​ໃດ?

2 ຄວາມ​ຮັກ​ແບບ​ພີ່​ນ້ອງ​ເປັນ​ເຄື່ອງ​ໝາຍ​ລະບຸ​ຕົວ​ຄລິດສະຕຽນ​ແທ້. (ໂຢຮັນ 13:35) ເມື່ອ​ເຮົາ​ເຕີບໂຕ​ທາງ​ຝ່າຍ​ວິນຍານ ເຮົາ​ກໍ​ຮຽນ​ຮູ້​ທີ່​ຈະ​ສະແດງ​ຄວາມ​ຮັກ​ຢ່າງ​ບໍລິບູນ​ຫຼາຍ​ຂຶ້ນ. ອັກຄະສາວົກ​ໂປໂລ​ໄດ້​ອະທິດຖານ​ເພື່ອ​ຄວາມ​ຮັກ​ຂອງ​ເພື່ອນ​ຄລິດສະຕຽນ​ຈະ “ຈຳເລີນ​ຂຶ້ນ​ມາກ​ຕໍ່​ໄປ.” (ຟີລິບ 1:9) ອັກຄະສາວົກ​ໂຢຮັນ​ສະແດງ​ໃຫ້​ເຫັນ​ວ່າ​ຄວາມ​ຮັກ​ຂອງ​ເຮົາ​ຄວນ​ເປັນ​ໃນ​ລັກສະນະ​ທີ່​ພ້ອມ​ຈະ​ເສຍ​ສະລະ​ຕົນ​ເອງ ເຊິ່ງ​ລາວ​ຂຽນ​ວ່າ “ດ້ວຍ​ຂໍ້​ນີ້ ພວກ​ເຮົາ​ຮູ້​ຈັກ​ຄວາມ​ຮັກ​ຄື​ວ່າ ເພາະ [ພະ​ບຸດ​ຂອງ​ພະເຈົ້າ] ໄດ້​ຍອມ​ປົງ​ຊີວິດ​ແຫ່ງ​ພະອົງ​ລົງ​ແທນ​ເຮົາ​ທັງ​ຫຼາຍ ແລະ​ເຮົາ​ທັງ​ຫຼາຍ​ຕ້ອງ​ປົງ​ຊີວິດ​ຂອງ​ເຮົາ​ລົງ​ແທນ​ພວກ​ພີ່​ນ້ອງ.” (1 ໂຢຮັນ 3:16; ໂຢຮັນ 15:12, 13) ເຮົາ​ຈະ​ສະລະ​ຊີວິດ​ເພື່ອ​ພີ່​ນ້ອງ​ຂອງ​ເຮົາ​ແທ້ໆ ບໍ? ສະຖານະການ​ສ່ວນ​ຫຼາຍ​ບໍ່​ໄດ້​ຮຽກ​ຮ້ອງ​ໃຫ້​ເຮັດ​ແບບ​ນັ້ນ ແຕ່​ເຮົາ​ພະຍາຍາມ​ເຖິງ​ຂັ້ນ​ໃດ​ເພື່ອ​ຈະ​ຊ່ວຍເຫຼືອ​ເຂົາ​ເຈົ້າ​ໃນ​ຕອນ​ນີ້ ເຖິງ​ແມ່ນ​ວ່າ​ສະພາບການ​ຂອງ​ເຮົາ​ອາດ​ບໍ່​ສະດວກ​ປານ​ໃດ​ກໍ​ຕາມ?

3. (ກ) ເຮົາ​ອາດ​ສະແດງ​ຄວາມ​ຮັກ​ຂອງ​ເຮົາ​ຢ່າງ​ບໍລິບູນ​ຂຶ້ນ​ໂດຍ​ວິທີ​ໃດ? (ຂ) ເປັນ​ຫຍັງ​ຈຶ່ງ​ສຳຄັນ​ທີ່​ຈະ​ມີ​ຄວາມ​ຮັກ​ອັນ​ແຮງ​ກ້າ​ຕໍ່​ກັນ​ແລະ​ກັນ​ໃນ​ຕອນ​ນີ້?

3 ພ້ອມ​ກັບ​ການ​ກະທຳ​ທີ່​ສະທ້ອນ​ເຖິງ​ນ້ຳ​ໃຈ​ເສຍ​ສະລະ​ຕົນ​ເອງ ເຮົາ​ກໍ​ຕ້ອງ​ມີ​ຄວາມ​ຮູ້ສຶກ​ອັນ​ອົບອຸ່ນ​ຢ່າງ​ແທ້​ຈິງ​ຕໍ່​ພີ່​ນ້ອງ​ຂອງ​ເຮົາ. ພະ​ຄຳ​ຂອງ​ພະເຈົ້າ​ແນະນຳ​ເຮົາ​ວ່າ “ຝ່າຍ​ຄວາມ​ຮັກ​ພີ່​ນ້ອງ​ນັ້ນ ຈົ່ງ​ຮັກ​ກັນ​ດ້ວຍ​ສຸດ​ໃຈ.” (ໂລມ 12:10) ເຮົາ​ທຸກ​ຄົນ​ອາດ​ຈະ​ຮູ້ສຶກ​ແບບ​ນັ້ນ​ຕໍ່​ບາງ​ຄົນ. ເຖິງ​ແນວ​ນັ້ນ​ກໍ​ຕາມ ເຮົາ​ຈະ​ສະແດງ​ຄວາມ​ຮັກ​ແພງ​ເຊັ່ນ​ນັ້ນ​ຕໍ່​ຄົນ​ອື່ນໆ ໄດ້​ບໍ? ເມື່ອ​ອະວະສານ​ຂອງ​ລະບົບ​ເກົ່າ​ນີ້​ພວມ​ຫຍັບ​ໃກ້​ເຂົ້າ​ມາ ຈຶ່ງ​ເປັນ​ເລື່ອງ​ສຳຄັນ​ທີ່​ພວກ​ເຮົາ​ຈະ​ໃກ້​ຊິດ​ກັບ​ເພື່ອນ​ຄລິດສະຕຽນ​ໃຫ້​ຫຼາຍ​ຂຶ້ນ. ຄຳ​ພີ​ໄບເບິນ​ກ່າວ​ວ່າ “ທີ່​ສຸດ​ແຫ່ງ​ສິ່ງ​ທັງ​ປວງ​ໄດ້​ຫຍັບ​ມາ​ໃກ້​ແລ້ວ . . . ກ່ອນ​ສັບພະ​ທຸກ​ສິ່ງ ຈົ່ງ​ຮັກ​ກັນ​ແລະ​ກັນ​ເປັນ​ອັນ​ມາກ ເຫດ​ວ່າ​ຄວາມ​ຮັກ​ກໍ​ປົກ​ອັດ​ການ​ຜິດ​ໄວ້​ຫຼາຍ​ປະການ.”—1 ເປໂຕ 4:7, 8.

ເມື່ອ​ມີ​ບັນຫາ​ເກີດ​ຂຶ້ນ

4. (ກ) ເປັນ​ຫຍັງ​ບັນຫາ​ຈຶ່ງ​ອາດ​ຈະ​ເກີດ​ຂຶ້ນ​ໄດ້​ລະຫວ່າງ​ບັນດາ​ຄລິດສະຕຽນ​ເຊິ່ງ​ຢູ່​ໃນ​ປະຊາຄົມ​ດຽວ​ກັນ? (ຂ) ໃນ​ຂະນະ​ທີ່​ເຮົາ​ມີ​ທ່າ​ອ່ຽງ​ບໍ່​ຢາກ​ເຮັດ​ຕາມ​ຄຳ​ແນະນຳ​ໃນ​ຄຳ​ພີ​ໄບເບິນ​ສະເໝີ​ໄປ ແຕ່​ຖ້າ​ເຮົາ​ໃຊ້​ຄຳ​ແນະ​ນຳ​ນັ້ນ​ກໍ​ຈະ​ເກີດ​ຜົນ​ດີ​ຢ່າງ​ໃດ?

4 ແນ່ນອນ ຕາບ​ໃດ​ທີ່​ເຮົາ​ຍັງ​ເປັນ​ມະນຸດ​ບໍ່​ສົມບູນ ບາງ​ຄັ້ງ​ເຮົາ​ອາດ​ຈະ​ເຮັດ​ໃຫ້​ຄົນ​ອື່ນ​ຂັດ​ເຄືອງ​ໃຈ​ໄດ້ ແລະ​ພີ່​ນ້ອງ​ຂອງ​ເຮົາ​ກໍ​ອາດ​ຈະ​ເຮັດ​ຜິດ​ຕໍ່​ເຮົາ​ຫຼາຍ​ຢ່າງ​ຄື​ກັນ. (1 ໂຢຮັນ 1:8) ຖ້າ​ເຮົາ​ຮູ້ສຶກ​ວ່າ​ຕົວ​ເອງ​ຢູ່​ໃນ​ສະພາບການ​ແບບ​ນັ້ນ ເຮົາ​ຈະ​ເຮັດ​ແນວ​ໃດ? ພະ​ຄຳ​ພີ​ມີ​ຄຳ​ແນະນຳ​ສຳລັບ​ເລື່ອງ​ນີ້ ແຕ່​ສິ່ງ​ທີ່​ແນະ​ນຳ​ໄວ້​ນັ້ນ​ພັດ​ອາດ​ບໍ່​ກົງ​ກັບ​ສິ່ງ​ທີ່​ມະນຸດ​ບໍ່​ສົມບູນ​ແບບ​ເຮົາ​ມັກ​ເຮັດ. (ໂລມ 7:21-23) ເຖິງ​ແນວ​ໃດ​ກໍ​ຕາມ ການ​ນຳ​ເອົາ​ຄຳ​ແນະນຳ​ໃນ​ຄຳພີ​ໄບເບິນ​ໄປ​ໃຊ້​ຢ່າງ​ຈິງ​ຈັງ ຈຶ່ງ​ເປັນ​ຫຼັກຖານ​ທີ່​ສະແດງ​ວ່າ​ເຮົາ​ປາຖະໜາ​ຢ່າງ​ແທ້​ຈິງ​ທີ່​ຈະ​ເຮັດ​ໃຫ້​ພະ​ເຢໂຫວາ​ພໍ​ໃຈ. ພ້ອມ​ນີ້ ການ​ເຮັດ​ເຊັ່ນ​ນັ້ນ​ກໍ​ຍັງ​ເປັນ​ການ​ພັດທະນາ​ຄວາມ​ຮັກ​ທີ່​ເຮົາ​ປະຕິບັດ​ຕໍ່​ຄົນ​ອື່ນ​ຕື່ມ​ອີກ.

5. ຖ້າ​ບາງ​ຄົນ​ເຮັດ​ໃຫ້​ເຮົາ​ຂັດ​ເຄືອງ​ໃຈ ເປັນ​ຫຍັງ​ເຮົາ​ຈຶ່ງ​ບໍ່​ຄວນ​ແກ້ແຄ້ນ?

5 ເມື່ອ​ຮູ້ສຶກ​ເຈັບ​ໃຈ ບາງ​ຄັ້ງ​ຄົນ​ເຮົາ​ຈະ​ຫາ​ທາງ​ແກ້ແຄ້ນ​ຜູ້​ທີ່​ເຮັດ​ໃຫ້​ຂັດ​ເຄືອງ​ໃຈ ແຕ່​ວ່າ​ການ​ເຮັດ​ແບບ​ນັ້ນ​ແຮ່ງ​ເຮັດ​ໃຫ້​ສະຖານະການ​ຮ້າຍແຮງ​ຂຶ້ນ​ໄປ​ອີກ. ຖ້າ​ຈຳເປັນ​ຕ້ອງ​ຕອບ​ແທນ​ຄືນ ເຮົາ​ຄວນ​ປະ​ເລື່ອງ​ນັ້ນ​ໄວ້​ກັບ​ພະເຈົ້າ. (ສຸພາສິດ 24:29; ໂລມ 12:17-21) ຄົນ​ອື່ນ​ອາດ​ພະຍາຍາມ​ຫຼີກ​ລ້ຽງ​ການ​ຕິດ​ຕໍ່​ພົວ​ພັນ​ກັບ​ຜູ້​ທີ່​ເຮັດ​ໃຫ້​ຕົນ​ເອງ​ຂັດ​ເຄືອງ​ໃຈ ແຕ່​ເຮົາ​ບໍ່​ຄວນ​ເຮັດ​ແບບ​ນັ້ນ​ກັບ​ເພື່ອນ​ຜູ້​ຮ່ວມ​ນະມັດສະການ ເພາະ​ວ່າ​ການ​ນະມັດສະການ​ຂອງ​ເຮົາ​ຈະ​ໄດ້​ຮັບ​ການ​ຍອມ​ຮັບ​ຫຼື​ບໍ່​ນັ້ນ ສ່ວນ​ໜຶ່ງ​ແມ່ນ​ຂຶ້ນ​ຢູ່​ກັບ​ການ​ທີ່​ເຮົາ​ຮັກ​ພີ່​ນ້ອງ​ນັ້ນ​ເອງ. (1 ໂຢຮັນ 4:20) ດັ່ງ​ນັ້ນ ໂປໂລ​ຈຶ່ງ​ຂຽນ​ວ່າ “ຈົ່ງ​ອົດ​ກັ້ນ​ໄວ້​ກັນ​ແລະ​ກັນ ແລະ​ຍົກ​ໂທດ​ໃຫ້​ກັນ​ແລະ​ກັນ ຖ້າ​ແມ່ນ​ຜູ້​ໃດ​ມີ​ຂໍ້​ຄວາມ​ຟ້ອງ​ຕໍ່​ຄົນ​ອື່ນ ພະ​ຄລິດ [“ພະ​ເຢໂຫວາ,” ລ.ມ.] ທັງ​ມວນ​ໄດ້​ໂຜດ​ຍົກ​ໂທດ​ຂອງ​ທ່ານ​ທັງ​ຫຼາຍ​ຢ່າງ​ໃດ ທ່ານ​ຈົ່ງ​ກະທຳ​ຢ່າງ​ນັ້ນ​ດ້ວຍ.” (ໂກໂລດ 3:13) ເຮົາ​ເຮັດ​ແບບ​ນັ້ນ​ໄດ້​ບໍ?

6. (ກ) ເຮົາ​ຄວນ​ໃຫ້​ອະໄພ​ພີ່​ນ້ອງ​ຂອງ​ເຮົາ​ຈັກ​ເທື່ອ? (ຂ) ຄວາມ​ເຂົ້າ​ໃຈ​ໃນ​ເລື່ອງ​ໃດ​ຈະ​ຊ່ວຍ​ເຮົາ​ໃຫ້​ຮັບ​ມື​ກັບ​ຄວາມ​ຜິດ​ທີ່​ຄົນ​ອື່ນ​ເຮັດ​ຕໍ່​ເຮົາ?

6 ຈະ​ວ່າ​ແນວ​ໃດ​ຖ້າ​ບາງ​ຄົນ​ເຮັດ​ຜິດ​ຕໍ່​ເຮົາ​ຊ້ຳ​ແລ້ວ​ຊ້ຳ​ອີກ ແຕ່​ວ່າ​ບໍ່​ແມ່ນ​ຄວາມ​ຜິດ​ທີ່​ຮ້າຍແຮງ​ຈົນ​ເຖິງ​ຂັ້ນ​ຖືກ​ຕັດ​ອອກ​ຈາກ​ປະຊາຄົມ? ສຳລັບ​ຄວາມ​ຜິດ​ທີ່​ບໍ່​ຮ້າຍແຮງ​ແບບ​ນັ້ນ ອັກຄະສາວົກ​ເປໂຕ​ແນະ​ນຳ​ວ່າ​ຄວນ​ໃຫ້​ອະໄພ “ເຖິງ​ເຈັດ​ເທື່ອ.” ພະ​ເຍຊູ​ແຮ່ງ​ບອກ​ວ່າ “ບໍ່​ໃຊ່​ເຖິງ​ເຈັດ​ເທື່ອ ແຕ່​ວ່າ​ເຖິງ​ເຈັດ​ສິບ​ເທື່ອ​ເຈັດ​ເທື່ອ [“ເຈັດ​ສິບ​ເຈັດ​ເທື່ອ,” ລ.ມ.] ພະ​ເຍຊູ​ເນັ້ນ​ວ່າ​ເຮົາ​ເປັນ​ໜີ້​ພະເຈົ້າ​ຈຳນວນ​ນັບ​ບໍ່​ຖ້ວນ​ເມື່ອ​ສົມ​ທຽບ​ກັບ​ໜີ້​ທີ່​ມະນຸດ​ຄົນ​ໃດ​ຄົນໜຶ່ງ​ອາດ​ຈະ​ຕິດ​ຄ້າງ​ເຮົາ. (ມັດທາຍ 18:21-35) ແຕ່​ລະ​ມື້​ເຮົາ​ເຮັດ​ຜິດ​ຕໍ່​ພະເຈົ້າ​ໃນ​ຫຼາຍໆ ທາງ ບາງ​ເທື່ອ​ອາດ​ຈະ​ເປັນ​ການ​ກະທຳ​ທີ່​ເຫັນ​ແກ່​ຕົວ, ອາດ​ຈະ​ເປັນ​ສິ່ງ​ທີ່​ເຮົາ​ເວົ້າ​ຫຼື​ຄິດ, ຫຼື​ອາດ​ຈະ​ບໍ່​ໄດ້​ເຮັດ​ໃນ​ສິ່ງ​ທີ່​ເຮົາ​ຄວນ​ເຮັດ ໂດຍ​ບໍ່​ຮູ້ສຶກ​ຕົວ​ຊ້ຳ​ວ່າ​ຕົວ​ເອງ​ກຳລັງ​ເຮັດ​ບາບ​ຢູ່. (ໂລມ 3:23) ແນວ​ໃດ​ກໍ​ຕາມ ພະ​ເຢໂຫວາ​ກໍ​ຍັງ​ເມດຕາ​ສົງສານ​ເຮົາ​ຕໍ່ໆ ໄປ. (ຄຳ​ເພງ 103:10-14; 130:3, 4) ດ້ວຍ​ເຫດ​ນັ້ນ ພະອົງ​ຈຶ່ງ​ຮຽກ​ຮ້ອງ​ໃຫ້​ເຮົາ​ປະຕິບັດ​ຕໍ່​ກັນ​ແລະ​ກັນ​ໃນ​ແບບ​ທີ່​ພະອົງ​ປະຕິບັດ​ກັບ​ເຮົາ. (ມັດທາຍ 6:14, 15; ເອເຟດ 4:1-3) ໂດຍ​ການ​ເຮັດ​ແນວ​ນັ້ນ ເຮົາ​ຈະ​ບັນລຸ​ຄວາມ​ຮັກ​ໃນ​ແບບ​ທີ່ “ບໍ່​ມັກ​ຈົດ​ຈຳ​ຄວາມ​ຜິດ.”—1 ໂກລິນໂທ 13:4, 5, ທ.ປ.; 1 ເປໂຕ 3:8, 9.

7. ເຮົາ​ຄວນ​ຈະ​ເຮັດ​ແນວ​ໃດ​ຖ້າ​ພີ່​ນ້ອງ​ຄຽດ​ໃຫ້​ເຮົາ?

7 ອາດ​ຈະ​ມີ​ບາງ​ຄັ້ງ​ຄາວ​ທີ່​ເຮົາ​ບໍ່​ມີ​ບັນຫາ​ກັບ​ພີ່​ນ້ອງ ແຕ່​ເຮົາ​ສັງເກດ​ວ່າ​ລາວ​ພັດ​ຮູ້ສຶກ​ຂັດ​ຂ້ອງ​ໃຈ​ຕໍ່​ເຮົາ. ເຮົາ​ອາດ​ເລືອກ​ທີ່​ຈະ ‘ປົກ​ອັດ​ການ​ຜິດ​ນັ້ນ​ດ້ວຍ​ຄວາມ​ຮັກ’ ຄື​ກັບ 1 ເປໂຕ 4:8 ໄດ້​ແນະ​ນຳ. ຖ້າ​ບໍ່​ດັ່ງ​ນັ້ນ ເຮົາ​ອາດ​ເປັນ​ຝ່າຍ​ເລີ່ມ​ຕົ້ນ​ເວົ້າ​ກັບ​ລາວ​ກ່ອນ ແລະ​ພະຍາຍາມ​ຟື້ນຟູ​ສາຍ​ສຳພັນ​ທີ່​ດີ​ຕໍ່​ກັນ​ແລະ​ກັນ.—ມັດທາຍ 5:23, 24.

8. ຖ້າ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ເຮັດ​ສິ່ງ​ທີ່​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ບໍ່​ສະບາຍ​ໃຈ ເຮົາ​ອາດ​ຈະ​ເຮັດ​ແນວ​ໃດ?

8 ອາດ​ເປັນ​ໄປ​ໄດ້​ວ່າ​ເພື່ອນ​ຮ່ວມ​ຄວາມ​ເຊື່ອ​ກຳລັງ​ເຮັດ​ບາງ​ສິ່ງ​ເຊິ່ງ​ບໍ່​ມີ​ແຕ່​ເຮົາ​ເທົ່າ​ນັ້ນ​ທີ່​ບໍ່​ສະບາຍ​ໃຈ ແຕ່​ຍັງ​ກະທົບ​ໃສ່​ຄົນ​ອື່ນ​ຄື​ກັນ. ບາງ​ເທື່ອ​ອາດ​ຈະ​ດີ​ທີ່​ຈະ​ເວົ້າ​ນຳ​ລາວ. ຖ້າ​ເຮົາ​ຊີ້​ແຈງ​ບັນຫາ​ນັ້ນ​ກັບ​ລາວ​ເປັນ​ສ່ວນ​ຕົວ​ດ້ວຍ​ວິທີ​ທີ່​ກະລຸນາ ອາດ​ຈະ​ເກີດ​ຜົນ​ດີ​ກໍ​ໄດ້. ກ່ອນ​ອື່ນ​ເຮົາ​ຄວນ​ຖາມ​ຕົວ​ເອງ​ວ່າ ‘ລາວ​ກຳລັງ​ເຮັດ​ບາງ​ສິ່ງ​ທີ່​ຂັດ​ກັບ​ຫຼັກ​ການ​ຂອງ​ພະ​ຄຳພີ​ແທ້ໆ ບໍ? ຫຼື​ບັນຫາ​ສ່ວນ​ໃຫຍ່​ເກີດ​ຂຶ້ນ​ຍ້ອນ​ພູມ​ຫຼັງ​ແລະ​ການ​ລ້ຽງ​ດູ​ທີ່​ຕ່າງ​ກັນ​ລະຫວ່າງ​ເຮົາ​ກັບ​ລາວ?’ ຕ້ອງ​ລະວັງ​ທີ່​ຈະ​ບໍ່​ຕັ້ງ​ມາດຕະຖານ​ຂອງ​ເຮົາ​ເອງ ແລ້ວ​ຕັດສິນ​ຕາມ​ມາດຕະຖານ​ເຫຼົ່າ​ນັ້ນ. (ຢາໂກໂບ 4:11, 12) ພະ​ເຢໂຫວາ​ເອງ​ຍອມ​ຮັບ​ທຸກ​ຄົນ​ໂດຍ​ບໍ່​ລຳ​ອຽງ​ບໍ່​ວ່າ​ເຂົາ​ເຈົ້າ​ມາ​ຈາກ​ພູມ​ຫຼັງ​ໃດ​ກໍ​ຕາມ ແລະ​ຍັງ​ສະແດງ​ຄວາມ​ອົດ​ທົນ​ເມື່ອ​ເຫັນ​ເຂົາ​ເຈົ້າ​ເຕີບໂຕ​ທາງ​ຝ່າຍ​ວິນຍານ.

9. (ກ) ໃຜ​ຄວນ​ເປັນ​ຜູ້​ແກ້ໄຂ​ເມື່ອ​ມີ​ການ​ເຮັດ​ຜິດ​ຮ້າຍແຮງ​ພາຍ​ໃນ​ປະຊາຄົມ? (ຂ) ກໍລະນີ​ໃດ​ເປັນ​ຄວາມ​ຮັບ​ຜິດ​ຊອບ​ຂອງ​ຜູ້​ເສຍຫາຍ​ທີ່​ຈະ​ເປັນ​ຝ່າຍ​ເລີ່ມ​ຕົ້ນ​ເວົ້າ​ກ່ອນ ແລະ​ພ້ອມ​ດ້ວຍ​ຈຸດ​ປະສົງ​ອັນ​ໃດ?

9 ຖ້າ​ຄົນ​ໃດ​ຄົນ​ໜຶ່ງ​ໃນ​ປະຊາຄົມ​ມີ​ສ່ວນ​ກ່ຽວ​ຂ້ອງ​ກັບ​ການ​ເຮັດ​ຜິດ​ທີ່​ຮ້າຍແຮງ​ເຊັ່ນ​ວ່າ ການ​ຜິດ​ສິນ​ລະ​ທຳ ແນ່ນອນ​ເລື່ອງ​ນັ້ນ​ຕ້ອງ​ໄດ້​ຮັບ​ການ​ເອົາໃຈໃສ່​ທັນທີ​ໂລດ. ໃຜ​ຄວນ​ຈະ​ເປັນ​ຜູ້​ແກ້ໄຂ​ໃນ​ເລື່ອງ​ນັ້ນ? ເປັນ​ໜ້າທີ່​ຂອງ​ເຫຼົ່າ​ຜູ້​ເຖົ້າ​ແກ່. (ຢາໂກໂບ 5:14, 15) ເຖິງ​ແນວ​ນັ້ນ​ກໍ​ຕາມ ຖ້າ​ເປັນ​ການ​ເຮັດ​ຜິດ​ຕໍ່​ຜູ້​ໃດ​ຜູ້​ໜຶ່ງ ອາດ​ເປັນ​ເລື່ອງ​ທຸລະກິດ​ຫຼື​ການ​ໃຊ້​ລີ້ນ​ໃນ​ທາງ​ຜິດ ຜູ້​ເສຍຫາຍ​ຄວນ​ພະຍາຍາມ​ເຂົ້າ​ຫາ​ຜູ້​ເຮັດ​ຜິດ​ເປັນ​ສ່ວນ​ຕົວ​ກ່ອນ. (ມັດທາຍ 18:15, ທ.ປ.) ຖ້າ​ການ​ເຮັດ​ແນວ​ນັ້ນ​ຍັງ​ບໍ່​ຊ່ວຍ​ແກ້ໄຂ​ເລື່ອງ​ດັ່ງ​ກ່າວ​ໄດ້ ຈຳເປັນ​ຕ້ອງ​ໄດ້​ດຳເນີນ​ການ​ຂັ້ນ​ຕໍ່​ໄປ ຕາມ​ທີ່​ບອກ​ໄວ້​ໃນ​ມັດທາຍ 18:16, 17. ຄວາມ​ຮັກ​ຕໍ່​ພີ່​ນ້ອງ​ທີ່​ເຮັດ​ຜິດ​ແລະ​ຄວາມ​ປາຖະໜາ​ທີ່​ຈະ “ໄດ້​ພີ່​ນ້ອງ​ຄືນ” ຈະ​ຊ່ວຍ​ເຮົາ​ໃຫ້​ຈັດການ​ກັບ​ເລື່ອງ​ນີ້​ໃນ​ວິທີ​ທີ່​ເຂົ້າ​ເຖິງ​ຫົວໃຈ​ຂອງ​ຄົນ​ຜູ້​ນັ້ນ.—ສຸພາສິດ 16:23.

10. ເມື່ອ​ມີ​ບັນຫາ​ເກີດ​ຂຶ້ນ ແມ່ນ​ຫຍັງ​ຈະ​ຊ່ວຍ​ເຮົາ​ໃຫ້​ມີ​ທັດສະນະ​ທີ່​ເໝາະ​ສົມ​ຕໍ່​ເລື່ອງ​ນັ້ນ?

10 ເມື່ອ​ມີ​ບັນຫາ​ເກີດ​ຂຶ້ນ ບໍ່​ວ່າ​ບັນຫາ​ນັ້ນ​ຈະ​ໃຫຍ່​ຫຼື​ນ້ອຍ​ກໍ​ຕາມ ເຮົາ​ຈະ​ໄດ້​ຮັບ​ປະໂຫຍດ​ຖ້າ​ເຮົາ​ພະຍາຍາມ​ເຂົ້າ​ໃຈ​ທັດສະນະ​ຂອງ​ພະ​ເຢໂຫວາ​ຕໍ່​ເລື່ອງ​ດັ່ງ​ກ່າວ. ພະ​ເຢໂຫວາ​ບໍ່​ພໍ​ໃຈ​ກັບ​ຄວາມ​ຜິດ​ໃນ​ຮູບ​ແບບ​ໃດໆ ທັງ​ໝົດ ແລະ​ເມື່ອ​ເຖິງ​ເວລາ​ກຳນົດ ພະອົງ​ກໍ​ຈະ​ກຳຈັດ ບັນດາ​ຄົນ​ທີ່​ເຮັດ​ຜິດ​ຮ້າຍແຮງ​ເຊິ່ງ​ບໍ່​ປະ​ໃຈ​ເກົ່າ​ເອົາ​ໃຈ​ໃໝ່​ອອກ​ຈາກ​ອົງການ​ຂອງ​ພະອົງ. ເຖິງ​ແນວ​ນັ້ນ​ກໍ​ຕາມ ຢ່າ​ລືມ​ວ່າ ເຮົາ​ໝົດ​ທຸກ​ຄົນ​ເຮັດ​ບາບ​ໃນ​ຫຼາຍ​ທາງ​ທີ່​ບໍ່​ຮ້າຍແຮງ​ແລະ​ຕ້ອງການ​ໃຫ້​ພະອົງ​ສະແດງ​ຄວາມ​ອົດ​ກັ້ນ​ທົນ​ນານ​ແລະ​ຄວາມ​ເມດຕາ​ຕໍ່​ເຮົາ. ຍ້ອນ​ແນວ​ນັ້ນ ພະ​ເຢໂຫວາ​ຈຶ່ງ​ວາງ​ຕົວຢ່າງ​ໄວ້​ເພື່ອ​ໃຫ້​ເຮົາ​ຕິດ​ຕາມ​ເມື່ອ​ຄົນ​ອື່ນ​ເຮັດ​ຜິດ​ຕໍ່​ເຮົາ. ທຸກໆ ຄັ້ງ​ທີ່​ເຮົາ​ສະແດງ​ຄວາມ​ເມດຕາ ເຮົາ​ກໍ​ກຳລັງ​ສະທ້ອນ​ເຖິງ​ຄວາມ​ຮັກ​ຂອງ​ພະອົງ.—ເອເຟດ 5:1, 2.

ຫາ​ຊ່ອງ​ທາງ “ເປີດ​ໃຈ . . . ອອກ​ໃຫ້​ກວ້າງ”

11. ດ້ວຍ​ເຫດ​ໃດ​ໂປໂລ​ຈຶ່ງ​ກະຕຸ້ນ​ໃຫ້​ຊາວ​ໂກລິນໂທ “ເປີດ​ໃຈ . . . ອອກ​ໃຫ້​ກວ້າງ”?

11 ໂປໂລ​ໃຊ້​ເວລາ​ຫຼາຍ​ເດືອນ​ເພື່ອ​ເສີມ​ສ້າງ​ປະຊາຄົມ​ໃນ​ເມືອງ​ໂກລິນໂທ ປະເທດ​ກຣີກ. ລາວ​ເຮັດ​ວຽກ​ໜັກ​ເພື່ອ​ຊ່ວຍ​ພີ່​ນ້ອງ​ຢູ່​ຫັ້ນ ແລະ​ລາວ​ຮັກ​ເຂົາ​ເຈົ້າ. ເຖິງ​ແນວ​ນັ້ນ​ກໍ​ຕາມ ບາງ​ຄົນ​ບໍ່​ຄ່ອຍ​ເປັນ​ມິດ​ກັບ​ລາວ​ແລະ​ຍັງ​ມັກ​ຕຳໜິ​ລາວ​ນຳ​ອີກ. ຍ້ອນ​ແນວ​ນັ້ນ ລາວ​ຈຶ່ງ​ກະຕຸ້ນ​ເຂົາ​ເຈົ້າ​ໃຫ້ “ເປີດ​ໃຈ . . . ອອກ​ໃຫ້​ກວ້າງ” ໃນ​ການ​ສະແດງ​ຄວາມ​ຮັກ. (2 ໂກລິນໂທ 6:11-13, ທ.ປ.; 12:15) ນັບ​ວ່າ​ເປັນ​ສິ່ງ​ທີ່​ດີ​ທີ່​ເຮົາ​ໝົດ​ທຸກ​ຄົນ​ຈະ​ກວດ​ເບິ່ງ​ວ່າ​ຕົນ​ເອງ​ສະແດງ​ຄວາມ​ຮັກ​ຕໍ່​ຄົນ​ອື່ນ​ຫຼາຍ​ສ່ຳ​ໃດ​ແລະ​ທັງ​ພະຍາຍາມ​ຫາ​ຊ່ອງ​ທາງ​ທີ່​ຈະ​ເປີດ​ໃຈ​ໃຫ້​ກວ້າງ​ອອກ​ໄປ​ຕື່ມ​ອີກ.—1 ໂຢຮັນ 3:14.

12. ເຮົາ​ຈະ​ເພີ່ມ​ພູນ​ຄວາມ​ຮັກ​ຕໍ່​ໝົດ​ທຸກ​ຄົນ​ໃນ​ປະຊາຄົມ​ໄດ້​ຢ່າງ​ໃດ?

12 ມີ​ລາງ​ຄົນ​ໃນ​ປະຊາຄົມ​ທີ່​ເຮົາ​ຮູ້ສຶກ​ວ່າ​ເຂົ້າ​ໃກ້​ຊິດ​ໄດ້​ຍາກ​ບໍ? ຖ້າ​ເຮົາ​ພະຍາຍາມ​ເບິ່ງ​ຂ້າມ​ຂໍ້​ແຕກຕ່າງ​ໃດໆ ກໍ​ຕາມ​ທາງ​ດ້ານ​ນິດໄສ​ໃຈ​ຄໍ​ຂອງ​ເຂົາ​ເຈົ້າ ເຊິ່ງ​ກໍ​ເປັນ​ແບບ​ດຽວ​ກັບ​ທີ່​ເຮົາ​ຕ້ອງການ​ໃຫ້​ເຂົາ​ເຈົ້າ​ປະຕິບັດ​ກັບ​ເຮົາ ເລື່ອງ​ນີ້​ສາມາດ​ຊ່ວຍ​ໃຫ້​ມີ​ສາຍ​ສຳພັນ​ທີ່​ດີ​ຕໍ່​ກັນ​ແລະ​ກັນ​ໄດ້. ນອກ​ຈາກ​ນັ້ນ ຄວາມ​ຮູ້ສຶກ​ທີ່​ເຮົາ​ມີ​ຕໍ່​ເຂົາ​ເຈົ້າ​ກໍ​ຈະ​ດີ​ຂຶ້ນ​ຄື​ກັນ​ຖ້າ​ເຮົາ​ຊອກ​ຫາ​ຈຸດ​ດີ​ຂອງ​ເຂົາ​ເຈົ້າ ແລະ​ເລັງ​ໃສ່​ແຕ່​ຈຸດ​ເຫຼົ່າ​ນັ້ນ. ແນ່ນອນ​ວ່າ ສິ່ງ​ນີ້​ຈະ​ເຮັດ​ໃຫ້​ຄວາມ​ຮັກ​ທີ່​ເຮົາ​ມີ​ຕໍ່​ເຂົາ​ເຈົ້າ​ເພີ່ມ​ພູນ​ຂຶ້ນ​ຫຼາຍ​ກວ່າ​ເກົ່າ.—ລືກາ 6:32, 33, 36.

13. ເຮົາ​ຈະ​ເປີດ​ໃຈ​ອອກ​ໃຫ້​ກວ້າງ​ໃນ​ການ​ສະແດງ​ຄວາມ​ຮັກ​ຕໍ່​ຄົນ​ເຫຼົ່າ​ນັ້ນ​ທີ່​ຢູ່​ໃນ​ປະຊາຄົມ​ຂອງ​ເຮົາ​ໄດ້​ຢ່າງ​ໃດ?

13 ເປັນ​ເລື່ອງ​ທີ່​ຍອມ​ຮັບ​ກັນ​ວ່າ ສິ່ງ​ທີ່​ເຮົາ​ສາມາດ​ເຮັດ​ເພື່ອ​ຄົນ​ອື່ນ​ນັ້ນ​ມີ​ຂີດ​ຈຳກັດ. ບາງ​ທີ​ເຮົາ​ບໍ່​ສາມາດ​ຖາມ​ສະບາຍ​ດີ​ໝົດ​ທຸກ​ຄົນ​ໃນ​ການ​ປະຊຸມ​ແຕ່​ລະ​ຄັ້ງ​ໄດ້. ອາດ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ເຊີນ​ໝົດ​ທຸກ​ຄົນ​ມາ​ກິນ​ເຂົ້າ​ຢູ່​ເຮືອນ​ຂອງ​ເຮົາ​ໄດ້. ແຕ່​ວ່າ​ເຮົາ​ຈະ​ເປີດ​ໃຈ​ອອກ​ໃຫ້​ກວ້າງ​ໂດຍ​ໃຊ້​ເວລາ​ຈັກ​ໜ້ອຍ​ໜຶ່ງ​ເພື່ອ​ທຳ​ຄວາມ​ຮູ້​ຈັກ​ຄຸ້ນ​ເຄີຍ​ກັບ​ບາງ​ຄົນ​ໃນ​ປະຊາຄົມ​ຂອງ​ເຮົາ​ໃຫ້​ຫຼາຍ​ຂຶ້ນ​ໄດ້​ບໍ? ໃນ​ບາງ​ໂອກາດ​ເຮົາ​ອາດ​ຊວນ​ຜູ້​ທີ່​ເຮົາ​ບໍ່​ສະໜິດ​ປານ​ໃດ​ໄປ​ປະກາດ​ກັບ​ເຮົາ​ໄດ້​ບໍ?

14. ເມື່ອ​ຢູ່​ທ່າມກາງ​ຄລິດສະຕຽນ​ທີ່​ເຮົາ​ບໍ່​ເຄີຍ​ພົບ​ເຫັນ​ມາ​ກ່ອນ ເຮົາ​ຈະ​ສະແດງ​ຄວາມ​ຮັກ​ອັນ​ແຮງ​ກ້າ​ຕໍ່​ກັນ​ແລະ​ກັນ​ໄດ້​ຢ່າງ​ໃດ?

14 ການ​ປະຊຸມ​ພາກ​ຂອງ​ຄລິດສະຕຽນ​ເປີດ​ໂອກາດ​ອັນ​ດີ​ເພື່ອ​ເປີດ​ຄວາມ​ຮັກ​ຂອງ​ເຮົາ​ໃຫ້​ກວ້າງ​ອອກ​ໄປ. ອາດ​ຈະ​ມີ​ຫຼາຍ​ພັນ​ຄົນ​ເຂົ້າ​ຮ່ວມ. ເຖິງ​ແມ່ນ​ວ່າ​ເຮົາ​ບໍ່​ສາມາດ​ພົບ​ເຂົາ​ເຈົ້າ​ໝົດ​ທຸກ​ຄົນ ເຮົາ​ສາມາດ​ປະພຶດ​ໃນ​ແບບ​ທີ່​ສະແດງ​ໃຫ້​ເຫັນ​ວ່າ​ເຮົາ​ຄິດ​ເຖິງ​ຄວາມ​ສຸກ​ຂອງ​ເຂົາ​ເຈົ້າ​ຫຼາຍ​ກວ່າ​ຄວາມ​ສະດວກ​ສະບາຍ​ຂອງ​ເຮົາ​ເອງ. ໃນ​ລະຫວ່າງ​ການ​ຢຸດ​ພັກ ເຮົາ​ອາດ​ສະແດງ​ຄວາມ​ສົນ​ໃຈ​ເປັນ​ສ່ວນ​ຕົວ​ໂດຍ​ເລີ່ມ​ທັກທາຍ​ຄົນ​ທີ່​ຢູ່​ອ້ອມ​ຂ້າງ​ເຮົາ. ໃນ​ວັນ​ຂ້າງ​ໜ້າ​ໝົດ​ທຸກ​ຄົນ​ທີ່​ອາໄສ​ຢູ່​ເທິງ​ແຜ່ນດິນ​ໂລກ​ນີ້​ຈະ​ເປັນ​ພີ່​ນ້ອງ​ກັນ ແລະ​ຈະ​ມີ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ກັນ​ໃນ​ການ​ນະມັດສະການ​ພະເຈົ້າ​ທ່ຽງ​ແທ້​ແຕ່​ອົງ​ດຽວ ເຊິ່ງ​ພະອົງ​ຈະ​ເປັນ​ພະ​ບິດາ​ຂອງ​ເຮົາ​ທຸກ​ຄົນ. ຖື​ເປັນ​ຄວາມ​ຍິນດີ​ແທ້ໆ ທີ່​ຈະ​ໄດ້​ມາ​ຮູ້​ຈັກ​ກັນ​ແລະ​ກັນ! ຄວາມ​ຮັກ​ອັນ​ແຮງ​ກ້າ​ຈະ​ກະຕຸ້ນ​ໃຫ້​ເຮົາ​ຢາກ​ເຮັດ​ແບບ​ນັ້ນ. ເປັນ​ຫຍັງ​ບໍ່​ເລີ່ມ​ຕົ້ນ​ຕັ້ງ​ແຕ່​ດຽວ​ນີ້?

ການ​ພິຈາລະນາ​ທົບ​ທວນ

• ເມື່ອ​ມີ​ບັນຫາ​ເກີດ​ຂຶ້ນ​ລະຫວ່າງ​ຜູ້​ທີ່​ເປັນ​ຄລິດສະຕຽນ ຄວນ​ຈະ​ມີ​ການ​ແກ້ໄຂ​ບັນຫາ​ເຫຼົ່າ​ນັ້ນ​ຢ່າງ​ໃດ ແລະ​ເພາະ​ເຫດ​ໃດ?

• ໃນ​ຂະນະ​ທີ່​ເຮົາ​ເຕີບໂຕ​ທາງ​ຝ່າຍ​ວິນຍານ ຄວາມ​ຮັກ​ຂອງ​ເຮົາ​ກໍ​ຄວນ​ຈະ​ເພີ່ມ​ຂຶ້ນ​ໃນ​ທາງ​ໃດ?

• ເປັນ​ໄປ​ໄດ້​ແນວ​ໃດ​ທີ່​ຈະ​ສະແດງ​ຄວາມ​ຮັກ​ອັນ​ແຮງ​ກ້າ​ບໍ່​ພຽງ​ແຕ່​ກັບ​ກຸ່ມ​ຫມູ່​ເພື່ອນ​ທີ່​ສະໜິດ​ສະໜົມ​ເທົ່າ​ນັ້ນ?

[ຮູບ​ພາບ​ໜ້າ 148]

ຄວາມ​ຮັກ​ແບບ​ຄລິດສະຕຽນ ສະແດງ​ອອກ​ໄດ້​ໃນ​ຫຼາຍ​ທາງ ເຊັ່ນ ໃນ​ການ​ປະຊຸມ​ຕ່າງໆ ຂອງ​ປະຊາຄົມ

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌