ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 35 ໜ້າ 86-ໜ້າ 87 ຂໍ້ 1
  • ຮັນນາ​ອະທິດຖານ​ຂໍ​ລູກ​ຊາຍ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຮັນນາ​ອະທິດຖານ​ຂໍ​ລູກ​ຊາຍ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ໃຫ້​ພະ​ເຢໂຫວາ​ຊ່ວຍ​ເຈົ້າ​ໃຫ້​ສະບາຍ​ໃຈ​ຂຶ້ນ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2020
  • ເດັກນ້ອຍຊາຍຄົນນຶ່ງຮັບໃຊ້ພະເຈົ້າ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ລະບາຍຄວາມຮູ້ສຶກໃນໃຈກັບພະເຢໂຫວາ
    ຊີວິດຄລິດສະຕຽນແລະວຽກຮັບໃຊ້—ຄູ່ມືປະຊຸມ 2022
  • ນ້ຳ​ຕາ​ຂອງ​ເຈົ້າ​ມີ​ຄ່າ​ສຳລັບ​ພະ​ເຢໂຫວາ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2024
ເບິ່ງຕື່ມ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 35 ໜ້າ 86-ໜ້າ 87 ຂໍ້ 1
ຮັນນາ​ພາ​ຊາມູເອນ​ຕອນ​ຍັງ​ນ້ອຍ​ມາ​ໃຫ້​ເອລີ​ຢູ່​ເຕັ້ນ​ສັກສິດ

ບົດ​ທີ 35

ຮັນນາ​ອະທິດຖານ​ຂໍ​ລູກ​ຊາຍ

ມີ​ຄົນ​ອິດສະຣາເອນ​ຄົນ​ໜຶ່ງ​ຊື່​ເອນການາ ລາວ​ມີ​ເມຍ 2 ຄົນ​ຊື່​ຮັນນາ​ແລະ​ເປນິນນາ ແຕ່​ລາວ​ຮັກ​ຮັນນາ​ຫຼາຍ​ກວ່າ. ເປນິນນາ​ມີ​ລູກ​ຫຼາຍ​ຄົນ ລາວ​ຈຶ່ງ​ເຍາະເຍີ້ຍ​ຮັນນາ​ຕະຫຼອດ​ຍ້ອນ​ຮັນນາ​ບໍ່​ມີ​ລູກ​ຈັກ​ຄົນ. ແຕ່ລະປີ​ເອນການາ​ຈະ​ພາ​ຄອບຄົວ​ໄປ​ນະມັດສະການ​ພະ​ເຢໂຫວາ​ຢູ່​ເຕັ້ນ​ສັກສິດ​ໃນ​ເມືອງ​ຊີໂລ. ມີ​ເທື່ອ​ໜຶ່ງ​ຕອນ​ທີ່​ເຂົາເຈົ້າ​ໄປ​ຫັ້ນ ເອນການາ​ສັງເກດ​ເຫັນ​ວ່າ​ຮັນນາ​ເມຍ​ທີ່​ຮັກ​ຂອງ​ລາວ​ທຸກໃຈ​ຫຼາຍ. ລາວ​ຈຶ່ງ​ປອບ​ໃຈ​ຮັນນາ​ວ່າ: ‘ບໍ່​ຕ້ອງ​ໄຫ້​ເດີ້​ຮັນນາ. ເຈົ້າ​ຍັງ​ມີ​ຂ້ອຍ ແລະ​ຂ້ອຍ​ກໍ​ຮັກ​ເຈົ້າ​ຫຼາຍ​ເດີ້.’

ແລ້ວ​ຮັນນາ​ກໍ​ໄປ​ອະທິດຖານ​ຄົນ​ດຽວ. ລາວ​ຮ້ອງໄຫ້​ສະອຶກ​ສະອື້ນ​ແລະ​ອ້ອນວອນ​ພະ​ເຢໂຫວາ​ໃຫ້​ຊ່ວຍ​ລາວ. ຮັນນາ​ສັນຍາ​ກັບ​ພະ​ເຢໂຫວາ​ວ່າ: ‘ຖ້າ​ພະອົງ​ໃຫ້​ລູກ​ມີ​ລູກ​ຊາຍ​ຄົນ​ໜຶ່ງ ລູກ​ຈະ​ມອບ​ລາວ​ໃຫ້​ຮັບໃຊ້​ພະອົງ​ຕະຫຼອດ​ຊີວິດ.’

ປະໂລຫິດ​ໃຫຍ່​ເອລີ​ເຫັນ​ຮັນນາ​ຮ້ອງໄຫ້​ຕອນ​ທີ່​ຮັນນາ​ອະທິດຖານ

ປະໂລຫິດ​ໃຫຍ່​ເອລີ​ເຫັນ​ຮັນນາ​ຮ້ອງໄຫ້​ສະອຶກ​ສະອື້ນ ລາວ​ຈຶ່ງ​ຄິດ​ວ່າ​ຮັນນາ​ເມົາ​ເຫຼົ້າ. ຮັນນາ​ບອກ​ລາວ​ວ່າ: ‘ບໍ່ ທ່ານ​ເອີ້ຍ ຂ້ອຍ​ບໍ່​ໄດ້​ເມົາ. ຂ້ອຍ​ມີ​ເລື່ອງ​ທຸກໃຈ​ຫຼາຍ ແລະ​ກຳ​ລັງ​ລົມ​ກັບ​ພະ​ເຢໂຫວາ​ກ່ຽວກັບ​ເລື່ອງ​ນີ້​ຢູ່.’ ເມື່ອ​ເອລີ​ຮູ້​ວ່າ​ລາວ​ເຂົ້າໃຈ​ຜິດ ລາວ​ເລີຍ​ບອກ​ຮັນນາ​ວ່າ: ‘ຖ້າ​ເຈົ້າ​ອະທິດຖານ​ຂໍ​ຫຍັງ​ຈາກ​ພະເຈົ້າ​ກໍ​ຂໍ​ໃຫ້​ໄດ້​ຕາມ​ນັ້ນ.’ ຮັນນາ​ຮູ້ສຶກ​ດີ​ຂຶ້ນ​ແລະ​ກໍ​ກັບ​ເມືອ​ເຮືອນ. ບໍ່​ຮອດ​ໜຶ່ງ​ປີ ຮັນນາ​ກໍ​ມີ​ລູກ​ຊາຍ​ແລະ​ຕັ້ງ​ຊື່​ວ່າ​ຊາມູເອນ. ເຈົ້າ​ນຶກ​ພາບ​ອອກ​ບໍ​ວ່າ​ຮັນນາ​ຄື​ຊິ​ມີ​ຄວາມ​ສຸກ​ຫຼາຍ​ສ່ຳ​ໃດ?

ຮັນນາ​ບໍ່​ລືມ​ວ່າ​ລາວ​ໄດ້​ສັນຍາ​ຫຍັງ​ໄວ້​ກັບ​ພະ​ເຢໂຫວາ. ເມື່ອ​ຊາມູເອນ​ເຊົາ​ນົມ​ແລ້ວ ລາວ​ກໍ​ພາ​ຊາມູເອນ​ໄປ​ຮັບໃຊ້​ຢູ່​ເຕັ້ນ​ສັກສິດ. ລາວ​ບອກ​ເອລີ​ວ່າ: ‘ຂ້ອຍ​ໄດ້​ອະທິດຖານ​ຂໍ​ລູກ​ຊາຍ​ຄົນ​ນີ້. ຂ້ອຍ​ຈຶ່ງ​ພາ​ລາວ​ມາ​ມອບ​ໃຫ້​ພະ​ເຢໂຫວາ​ແລະ​ລາວ​ຈະ​ເປັນ​ຂອງ​ພະ​ເຢໂຫວາ​ຕະຫຼອດ​ຊີວິດ​ຂອງ​ລາວ.’ ເອນການາ​ແລະ​ຮັນນາ​ໄປ​ຢາມ​ຊາມູເອນ​ທຸກ​ປີ​ແລະ​ຈະ​ເອົາ​ເສື້ອ​ແຂນ​ກິ້ນ​ໂຕ​ໃໝ່​ໄປ​ໃຫ້​ລາວ​ນຳ. ພະ​ເຢໂຫວາ​ໃຫ້​ຮັນນາ​ມີ​ລູກ​ຊາຍ​ອີກ 3 ຄົນ ແລະ​ລູກ​ສາວ​ອີກ 2 ຄົນ.

“ໃຫ້​ຂໍ​ຕໍ່ໆ​ໄປ​ແລ້ວ​ພວກ​ເຈົ້າ​ຈະ​ໄດ້​ຮັບ ໃຫ້​ຊອກ​ຕໍ່ໆ​ໄປ​ແລ້ວ​ພວກ​ເຈົ້າ​ຈະ​ເຫັນ.”—ມັດທາຍ 7:7

ຄຳ​ຖາມ: ຮັນນາ​ທຸກໃຈ​ເລື່ອງ​ຫຍັງ? ພະ​ເຢໂຫວາ​ອວຍພອນ​ຮັນນາ​ແນວ​ໃດ?

1 ຊາມູເອນ 1:1–2:11, 18-21

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌