ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 63 ໜ້າ 150-ໜ້າ 151 ຂໍ້ 1
  • ໂຕ​ໜັງສື​ທີ່​ຂຽນ​ຢູ່​ເທິງ​ຝາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ໂຕ​ໜັງສື​ທີ່​ຂຽນ​ຢູ່​ເທິງ​ຝາ
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ລາຍມືທີ່ຝາກັ້ນ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
  • ປະຊາຊົນຂອງພະເຈົ້າອອກຈາກບາບີໂລນ
    ໜັງສືຂອງຂ້ອຍກ່ຽວກັບເລື່ອງໃນພະຄຳພີໄບເບິນ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 63 ໜ້າ 150-ໜ້າ 151 ຂໍ້ 1
ມື​ຂຽນ​ໂຕ​ໜັງສື​ຢູ່​ເທິງ​ຝາ

ບົດ​ທີ 63

ໂຕ​ໜັງສື​ທີ່​ຂຽນ​ຢູ່​ເທິງ​ຝາ

ຕໍ່​ມາ ເບນຊັດຊາເຣ​ກໍ​ໄດ້​ເປັນ​ກະສັດ​ຂອງ​ບາບີໂລນ. ມີ​ຄືນ​ໜຶ່ງ​ລາວ​ເຊີນ​ຄົນ​ສຳຄັນ​ໃນ​ບາບີໂລນ 1.000 ຄົນ​ມາ​ງານ​ລ້ຽງ​ຂອງ​ລາວ. ເບນຊັດຊາເຣ​ສັ່ງ​ໃຫ້​ຄົນ​ຮັບໃຊ້​ເອົາ​ຈອກ​ຄຳ​ທີ່​ເນບູກາດເນັດຊາ​ພໍ່​ຂອງ​ລາວ​ເອົາ​ມາ​ຈາກ​ວິຫານ​ຂອງ​ພະ​ເຢໂຫວາ​ອອກ​ມາ ແລ້ວ​ລາວ​ກັບ​ແຂກ​ກໍ​ເອົາ​ຈອກ​ເຫຼົ່າ​ນັ້ນ​ໃສ່​ເຫຼົ້າແວງ​ກິນ​ແລະ​ສັນລະເສີນ​ພະເຈົ້າ​ຂອງ​ເຂົາເຈົ້າ. ທັນໃດ​ນັ້ນ​ກໍ​ມີ​ມື​ຄົນ​ປາກົດ​ຂຶ້ນ​ມາ​ແລະ​ເລີ່ມ​ຂຽນ​ໂຕ​ໜັງສື​ເລິກລັບ​ໃສ່​ຝາ​ຫ້ອງ​ທີ່​ຈັດ​ງານ​ລ້ຽງ.

ເບນຊັດຊາເຣ​ຢ້ານ​ຫຼາຍ ລາວ​ຈຶ່ງ​ເອີ້ນ​ພວກ​ໝໍ​ຄາຖາອາຄົມ​ໃຫ້​ມາ​ຫາ​ແລະ​ສັນຍາ​ກັບ​ເຂົາເຈົ້າ​ວ່າ: ‘ຖ້າ​ໃຜ​ແປ​ຄວາມ​ໝາຍ​ຂອງ​ໂຕ​ໜັງສື​ເຫຼົ່າ​ນີ້​ໄດ້ ຂ້ອຍ​ຈະ​ໃຫ້​ລາວ​ເປັນ​ຜູ້​ປົກຄອງ​ອັນ​ດັບ​ທີ 3 ໃນ​ບາບີໂລນ.’ ເຂົາເຈົ້າ​ພະຍາຍາມ​ອະທິບາຍ​ໂຕ​ໜັງສື​ເຫຼົ່າ​ນັ້ນ ແຕ່​ກໍ​ບໍ່​ມີ​ໃຜ​ແປ​ຄວາມ​ໝາຍ​ໄດ້. ແລ້ວ​ລາຊີນີ​ກໍ​ເຂົ້າ​ມາ​ແລະ​ເວົ້າ​ວ່າ: ‘ມີ​ຜູ້​ຊາຍ​ຄົນ​ໜຶ່ງ​ຊື່​ດານີເອນ ລາວ​ເຄີຍ​ອະທິບາຍ​ເລື່ອງ​ຍາກໆ​ໃຫ້​ເນບູກາດເນັດຊາ​ພໍ່​ຂອງ​ທ່ານ​ໄດ້ ລາວ​ກໍ​ຄື​ຊິ​ແປ​ຄວາມ​ໝາຍ​ຂອງ​ໂຕ​ໜັງສື​ເຫຼົ່າ​ນີ້​ໃຫ້​ທ່ານ​ໄດ້​ຄື​ກັນ.’

ດານີເອນ​ມາ​ຫາ​ກະສັດ​ເບນຊັດຊາເຣ. ກະສັດ​ເວົ້າ​ກັບ​ລາວ​ວ່າ: ‘ຖ້າ​ເຈົ້າ​ອ່ານ​ແລະ​ແປ​ຄວາມ​ໝາຍ​ໂຕ​ໜັງສື​ເຫຼົ່າ​ນີ້​ໃຫ້​ຂ້ອຍ​ໄດ້ ຂ້ອຍ​ຈະ​ເອົາ​ສາຍ​ຄໍ​ຄຳ​ໃຫ້​ເຈົ້າ​ແລະ​ຈະ​ໃຫ້​ເຈົ້າ​ເປັນ​ຜູ້​ປົກຄອງ​ອັນ​ດັບ​ທີ 3 ໃນ​ບາບີໂລນ.’ ດານີເອນ​ຕອບ​ກະສັດ​ວ່າ: ‘ຂ້ອຍ​ບໍ່​ຢາກ​ໄດ້​ຂອງຂວັນ​ເຫຼົ່າ​ນີ້ ແຕ່​ຂ້ອຍ​ຈະ​ແປ​ຄວາມ​ໝາຍ​ໂຕ​ໜັງສື​ເຫຼົ່າ​ນີ້​ໃຫ້​ທ່ານ. ເນບູກາດເນັດຊາ​ພໍ່​ຂອງ​ທ່ານ​ເປັນ​ຄົນ​ຍິ່ງ​ແລະ​ພະ​ເຢໂຫວາ​ໄດ້​ເຮັດ​ໃຫ້​ລາວ​ຖ່ອມ​ໂຕ​ລົງ. ທ່ານ​ຮູ້​ທຸກ​ເລື່ອງ​ທີ່​ເກີດຂຶ້ນ​ກັບ​ພໍ່​ຂອງ​ທ່ານ ແຕ່​ທ່ານ​ກໍ​ຍັງ​ບໍ່​ນັບຖື​ພະ​ເຢໂຫວາ​ໂດຍ​ເອົາ​ຈອກ​ຄຳ​ທີ່​ຢູ່​ໃນ​ວິຫານ​ຂອງ​ເພິ່ນ​ມາ​ໃສ່​ເຫຼົ້າແວງ​ກິນ. ພະເຈົ້າ​ຈຶ່ງ​ຂຽນ​ໂຕ​ໜັງສື​ເຫຼົ່າ​ນີ້​ທີ່​ອ່ານ​ວ່າ: ເມເນ ເມເນ ເທເຄນ ແລະ​ປາສິນ ເຊິ່ງ​ມີ​ຄວາມ​ໝາຍ​ວ່າ​ເມເດຍ​ກັບ​ເປີເຊຍ​ຈະ​ເອົາ​ຊະນະ​ບາບີໂລນ ແລະ​ທ່ານ​ຈະ​ບໍ່​ໄດ້​ເປັນ​ກະສັດ​ອີກ​ຕໍ່​ໄປ.’

ທະຫານ​ຂອງ​ກະສັດ​ໄຊຣັດ​ຍ່າງ​ຂ້າມ​ແມ່​ນ້ຳ​ຂຶ້ນ​ໄປ​ປະຕູ​ເມືອງ​ບາບີໂລນ

ແຕ່​ເບິ່ງ​ຄື​ວ່າ​ບໍ່​ມີ​ໃຜ​ຈະ​ເອົາ​ຊະນະ​ບາບີໂລນ​ໄດ້ ຍ້ອນ​ເມືອງ​ນີ້​ມີ​ກຳແພງ​ແໜ້ນ​ໜາ​ແລະ​ມີ​ແມ່​ນ້ຳ​ເລິກ​ອ້ອມ​ເມືອງ​ຢູ່. ແຕ່​ໃນ​ຄືນ​ນັ້ນ ພວກ​ເມເດຍ​ແລະ​ເປີເຊຍ​ກໍ​ມາ​ໂຈມຕີ​ບາບີໂລນ. ໄຊຣັດ​ກະສັດ​ຂອງ​ເປີເຊຍ​ໄດ້​ເຮັດ​ໃຫ້​ແມ່​ນ້ຳ​ທີ່​ອ້ອມ​ເມືອງ​ນັ້ນ​ໄຫຼ​ໄປ​ທາງ​ອື່ນ ເພື່ອ​ໃຫ້​ທະຫານ​ຂອງ​ລາວ​ຍ່າງ​ເຂົ້າ​ໄປ​ຮອດ​ປະຕູ​ເມືອງ​ໄດ້. ຕອນ​ທີ່​ເຂົາເຈົ້າ​ໄປ​ຮອດ ປະຕູ​ເມືອງ​ກໍ​ເປີດ​ຢູ່! ກອງທັບ​ຂອງ​ໄຊຣັດ​ຈຶ່ງ​ບຸກ​ເຂົ້າ​ໄປ ເຂົາເຈົ້າ​ເອົາ​ຊະນະ​ແລະ​ຂ້າ​ກະສັດ​ໄດ້. ແລ້ວ​ໄຊຣັດ​ກໍ​ໄດ້​ມາ​ເປັນ​ຜູ້​ປົກຄອງ​ບາບີໂລນ.

ພາຍ​ໃນ​ໜຶ່ງ​ປີ ໄຊຣັດ​ປະກາດ​ວ່າ: ‘ພະ​ເຢໂຫວາ​ບອກ​ໃຫ້​ຂ້ອຍ​ສ້າງ​ວິຫານ​ຂອງ​ເພິ່ນ​ໃນ​ເມືອງ​ເຢຣູຊາເລັມ​ຄືນ​ໃໝ່. ຖ້າ​ປະຊາຊົນ​ຂອງ​ພະເຈົ້າ​ຄົນ​ໃດ​ຢາກ​ຊ່ວຍ​ສ້າງ​ວິຫານ​ກໍ​ກັບ​ເມືອ​ໄດ້.’ ແລ້ວ​ກໍ​ເປັນ​ໄປ​ຕາມ​ທີ່​ພະ​ເຢໂຫວາ​ສັນຍາ​ໄວ້ ຄົນ​ຢິວ​ໄດ້​ກັບ​ເມືອ​ບ້ານ​ເກີດ​ຂອງ​ໂຕເອງ​ຫຼັງ​ຈາກ​ຄົບ 70 ປີ​ທີ່​ເມືອງ​ເຢຣູຊາເລັມ​ຖືກ​ທຳລາຍ. ໄຊຣັດ​ຍັງ​ສັ່ງ​ໃຫ້​ເອົາ​ຈອກ​ເງິນ ຈອກ​ຄຳ ແລະ​ເຄື່ອງ​ໃຊ້​ຕ່າງໆ​ທີ່​ເນບູກາດເນັດຊາ​ໄດ້​ເອົາ​ມາ​ຈາກ​ວິຫານ​ກັບ​ໄປ​ນຳ. ເຈົ້າ​ເຫັນ​ບໍ​ວ່າ​ພະ​ເຢໂຫວາ​ໃຊ້​ໄຊຣັດ​ໃຫ້​ຊ່ວຍ​ປະຊາຊົນ​ຂອງ​ເພິ່ນ​ແນວ​ໃດ?

“ເມືອງ​ນີ້​ຫຼົ້ມຈົມ​ແລ້ວ! ບາບີໂລນ​ໃຫຍ່​ຫຼົ້ມຈົມ​ແລ້ວ! ເມືອງ​ນີ້​ກາຍ​ເປັນ​ບ່ອນ​ຢູ່​ຂອງ​ພວກ​ປີສາດ.”—ພະ​ນິມິດ 18:2

ຄຳ​ຖາມ: ໂຕ​ໜັງສື​ທີ່​ຂຽນ​ຢູ່​ເທິງ​ຝາ​ມີ​ຄວາມ​ໝາຍ​ວ່າ​ແນວ​ໃດ? ພະ​ເຢໂຫວາ​ບອກ​ໃຫ້​ໄຊຣັດ​ເຮັດ​ຫຍັງ?

ເອັດຊະຣາ 1:1-11; ດານີເອນ 5:1-30; ເອຊາຢາ 44:27–45:2; ເຢເຣມີຢາ 25:11, 12

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌