ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ລຈຄ ບົດທີ 62 ໜ້າ 148
  • ການ​ປົກຄອງ​ທີ່​ເປັນ​ຄື​ກັບ​ຕົ້ນໄມ້​ໃຫຍ່

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ການ​ປົກຄອງ​ທີ່​ເປັນ​ຄື​ກັບ​ຕົ້ນໄມ້​ໃຫຍ່
  • ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
  • ເລື່ອງທີ່ຄ້າຍກັນ
  • ການ​ປົກຄອງ​ທີ່​ຈະ​ຢູ່​ຕະຫຼອດ​ໄປ
    ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ເລື່ອງ​ທີ່​ເຮົາ​ຮຽນ​ຈາກ​ຄຳພີ​ໄບເບິນ
ລຈຄ ບົດທີ 62 ໜ້າ 148
ຕົ້ນໄມ້​ໃນ​ຄວາມ​ຝັນ​ຂອງ​ກະສັດ​ເນບູກາດເນັດຊາ​ຖືກ​ຕັດ

ບົດ​ທີ 62

ການ​ປົກຄອງ​ທີ່​ເປັນ​ຄື​ກັບ​ຕົ້ນໄມ້​ໃຫຍ່

ມີ​ຄືນ​ໜຶ່ງ ເນບູກາດເນັດຊາ​ຝັນ​ແປກໆ​ເລື່ອງ​ໜຶ່ງ ລາວ​ຈຶ່ງ​ເອີ້ນ​ພວກ​ທີ່​ປຶກສາ​ໃຫ້​ມາ​ຫາ​ເພື່ອ​ແປ​ຄວາມ​ຝັນ​ໃຫ້​ລາວ ແຕ່​ເຂົາເຈົ້າ​ແປ​ບໍ່​ໄດ້​ຈັກ​ຄົນ. ສຸດທ້າຍ​ກະສັດ​ຈຶ່ງ​ຖາມ​ດານີເອນ.

ເນບູກາດເນັດຊາ​ບອກ​ດານີເອນ​ວ່າ: ‘ຂ້ອຍ​ຝັນ​ເຫັນ​ຕົ້ນໄມ້​ຕົ້ນ​ໜຶ່ງ ຕົ້ນໄມ້​ນີ້​ໃຫຍ່​ຂຶ້ນ​ແລະ​ສູງ​ຈົນ​ຮອດ​ຟ້າ ຄົນ​ຢູ່​ທຸກ​ຈອກ​ທຸກ​ແຈ​ໃນ​ໂລກ​ກໍ​ແນມ​ເຫັນ​ໄດ້. ໃບ​ຂອງ​ມັນ​ງາມ​ແລະ​ໝາກ​ຂອງ​ມັນ​ກໍ​ດົກ. ສັດ​ຕ່າງໆ​ໄປ​ອາໄສ​ຢູ່​ກ້ອງ​ຮົ່ມ​ຕົ້ນໄມ້​ນັ້ນ​ແລະ​ນົກ​ກໍ​ເຮັດ​ຮັງ​ຢູ່​ງ່າ​ຂອງ​ມັນ. ແລ້ວ​ກໍ​ມີ​ທູດສະຫວັນ​ອົງ​ໜຶ່ງ​ລົງ​ມາ​ຈາກ​ຟ້າ ລາວ​ຮ້ອງ​ວ່າ: “ຕັດ​ຕົ້ນໄມ້​ນີ້​ໃຫ້​ລົ້ມ​ລົງ​ແລະ​ຕັດ​ງ່າ​ມັນ​ອອກ ໃຫ້​ຈົ່ງ​ແຕ່​ຕໍ​ກັບ​ຮາກ​ໄວ້. ແລ້ວ​ເອົາ​ປອກ​ເຫຼັກ​ກັບ​ປອກ​ທອງແດງ​ມາ​ຮັດ​ໄວ້. ໃຫ້​ໃຈ​ຂອງ​ມັນ​ທີ່​ເປັນ​ໃຈ​ຄົນ​ປ່ຽນ​ເປັນ​ໃຈ​ຂອງ​ສັດ​ປ່າ ແລະ​ໃຫ້​ເປັນ​ແບບ​ນີ້ 7 ປີ​ເພື່ອ​ໃຫ້​ທຸກ​ຄົນ​ຮູ້​ວ່າ​ພະເຈົ້າ​ເປັນ​ຜູ້​ປົກຄອງ. ເພິ່ນ​ຈະ​ເອົາ​ອຳນາດ​ການ​ປົກຄອງ​ໃຫ້​ໃຜ​ກໍ​ໄດ້​ຕາມ​ທີ່​ເພິ່ນ​ຕ້ອງການ.”’

ພະ​ເຢໂຫວາ​ຊ່ວຍ​ໃຫ້​ດານີເອນ​ຮູ້​ວ່າ​ຄວາມ​ຝັນ​ຂອງ​ກະສັດ​ໝາຍ​ເຖິງ​ຫຍັງ. ເມື່ອ​ດານີເອນ​ຮູ້​ຄວາມ​ໝາຍ​ຂອງ​ຄວາມ​ຝັນ ລາວ​ກໍ​ຢ້ານ​ຫຼາຍ. ລາວ​ບອກ​ກະສັດ​ວ່າ: ‘ກະສັດ​ເອີ້ຍ ຂ້ອຍ​ຫວັງ​ວ່າ​ຄວາມ​ຝັນ​ນີ້​ຈະ​ເກີດຂຶ້ນ​ກັບ​ສັດຕູ​ຂອງ​ທ່ານ ແຕ່​ຄວາມ​ຝັນ​ນີ້​ພັດ​ກ່ຽວກັບ​ໂຕ​ທ່ານ. ຕົ້ນໄມ້​ໃຫຍ່​ທີ່​ຖືກ​ຕັດ​ໝາຍ​ເຖິງ​ທ່ານ. ທ່ານ​ຈະ​ສູນ​ເສຍ​ອານາຈັກ​ຂອງ​ທ່ານ​ແລະ​ທ່ານ​ຈະ​ກິນ​ຫຍ້າ​ຢູ່​ທົ່ງ​ຫຍ້າ​ຄື​ກັບ​ສັດ​ປ່າ. ແຕ່​ຍ້ອນ​ທູດສະຫວັນ​ບອກ​ໃຫ້​ຈົ່ງ​ຕໍ​ກັບ​ຮາກ​ໄວ້ ນີ້​ໝາຍ​ຄວາມ​ວ່າ​ທ່ານ​ຈະ​ໄດ້​ກັບ​ມາ​ເປັນ​ກະສັດ​ອີກ.’

ໜຶ່ງ​ປີ​ຕໍ່​ມາ ຕອນ​ທີ່​ເນບູກາດເນັດຊາ​ຍ່າງ​ຢູ່​ເທິງ​ດາດຟ້າ​ໃນ​ວັງ​ຂອງ​ລາວ ລາວ​ແນມ​ເບິ່ງ​ເມືອງ​ບາບີໂລນ​ດ້ວຍ​ຄວາມ​ພູມໃຈ​ແລະ​ເວົ້າ​ວ່າ: ‘ເບິ່ງ​ເມືອງ​ງາມໆ​ນີ້​ທີ່​ຂ້ອຍ​ສ້າງ​ແມ້. ເຫັນ​ບໍ​ວ່າ​ຂ້ອຍ​ຍິ່ງໃຫຍ່​ຫຼາຍ​ສ່ຳ​ໃດ!’ ລາວ​ເວົ້າ​ຍັງ​ບໍ່​ທັນ​ສຸດ​ຄວາມ ກໍ​ມີ​ສຽງ​ມາ​ຈາກ​ຟ້າ​ວ່າ: ‘ເນບູກາດເນັດຊາ! ອານາຈັກ​ຂອງ​ທ່ານ​ຖືກ​ຍຶດ​ໄປ​ຈາກ​ທ່ານ​ແລ້ວ.’

ໃນ​ຕອນ​ນັ້ນ ເນບູກາດເນັດຊາ​ເສຍ​ສະຕິ​ແລະ​ເປັນ​ຄື​ກັບ​ສັດ​ປ່າ. ລາວ​ຕ້ອງ​ອອກ​ຈາກ​ວັງ​ໄປ​ຢູ່​ກັບ​ສັດ​ປ່າ​ໃນ​ທົ່ງ​ຫຍ້າ. ຜົມ​ຂອງ​ລາວ​ຍາວ​ຄື​ກັບ​ຂົນ​ຂອງ​ນົກ​ອິນຊີ​ແລະ​ເລັບ​ຂອງ​ລາວ​ກໍ​ຍາວ​ຄື​ກັບ​ເລັບ​ຂອງ​ນົກ.

ຫຼັງ​ຈາກ 7 ປີ​ຜ່ານ​ໄປ ເນບູກາດເນັດຊາ​ກໍ​ກັບ​ມາ​ເປັນ​ຄົນ​ປົກກະຕິ​ແລະ​ພະ​ເຢໂຫວາ​ໃຫ້​ລາວ​ກັບ​ມາ​ເປັນ​ກະສັດ​ຂອງ​ບາບີໂລນ​ອີກ. ເນບູກາດເນັດຊາ​ເວົ້າ​ວ່າ: ‘ຂ້ອຍ​ຂໍ​ສັນລະເສີນ​ພະ​ເຢໂຫວາ​ກະສັດ​ທີ່​ຢູ່​ໃນ​ສະຫວັນ. ຕອນນີ້​ຂ້ອຍ​ຮູ້​ແລ້ວ​ວ່າ​ພະ​ເຢໂຫວາ​ເປັນ​ຜູ້​ປົກຄອງ​ສູງ​ສຸດ. ເພິ່ນ​ເຮັດ​ໃຫ້​ຄົນ​ຍິ່ງ​ຖ່ອມ​ໂຕ​ລົງ ແລະ​ເພິ່ນ​ຈະ​ເອົາ​ອຳນາດ​ການ​ປົກຄອງ​ໃຫ້​ໃຜ​ກໍ​ໄດ້​ຕາມ​ທີ່​ເພິ່ນ​ຕ້ອງການ.’

“ຄວາມ​ຍິ່ງ​ເຮັດ​ໃຫ້​ຖືກ​ທຳລາຍ ແລະ​ຄວາມ​ຈອງຫອງ​ເຮັດ​ໃຫ້​ລົ້ມ​ລົງ.”—ສຸພາສິດ 16:18

ຄຳ​ຖາມ: ຄວາມ​ຝັນ​ຂອງ​ເນບູກາດເນັດຊາ​ໝາຍ​ເຖິງ​ຫຍັງ? ເນບູກາດເນັດຊາ​ໄດ້​ເວົ້າ​ຫຍັງ​ຫຼັງ​ຈາກ​ທີ່​ລາວ​ກັບ​ມາ​ເປັນ​ປົກກະຕິ?

ດານີເອນ 4:1-37

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌