ຄຳນຳຕອນທີ 14
ຄລິດສະຕຽນຍຸກທຳອິດປະກາດຂ່າວດີເລື່ອງການປົກຄອງຂອງພະເຈົ້າໄປທົ່ວໂລກ. ພະເຢຊູຊີ້ນຳເຂົາເຈົ້າວ່າຕ້ອງໄປປະກາດຢູ່ໃສແລະຍັງຊ່ວຍເຂົາເຈົ້າໃຫ້ເວົ້າພາສາຕ່າງປະເທດໄດ້ຢ່າງອັດສະຈັນເພື່ອສອນຄົນຕ່າງປະເທດ. ນອກຈາກນັ້ນ ພະເຢໂຫວາຍັງຊ່ວຍເຂົາເຈົ້າໃຫ້ກ້າຫານແລະຮັບມືກັບການຂົ່ມເຫງທີ່ໂຫດຮ້າຍໄດ້.
ພະເຢຊູໃຫ້ອັກຄະສາວົກໂຢຮັນເຫັນສະຫງ່າລາສີຂອງພະເຢໂຫວາໃນນິມິດ. ລາວເຫັນນິມິດກ່ຽວກັບການປົກຄອງຂອງພະເຈົ້າທີ່ຢູ່ໃນສະຫວັນຕໍ່ສູ້ຊະນະຊາຕານແລະເຮັດໃຫ້ມັນບໍ່ມີອຳນາດຕະຫຼອດໄປ. ໂຢຮັນຍັງໄດ້ເຫັນພະເຢຊູປົກຄອງເປັນກະສັດຮ່ວມກັບ 144.000 ຄົນ ໄດ້ເຫັນໂລກກາຍເປັນອຸທິຍານ ແລະມະນຸດທຸກຄົນນະມັດສະການພະເຢໂຫວາຢ່າງສະຫງົບສຸກແລະເປັນນ້ຳໜຶ່ງໃຈດຽວກັນ.