ເພງທີ 19
ອາຫານຄ່ຳຂອງຜູ້ເປັນນາຍ
1. ໂອ້ພໍ່ໃນສະຫວັນ ພະເຢໂຫວາ
ຄ່ຳຄືນ ຂອງມື້ນີ້ ພິເສດແທ້
ເປັນຄ່ຳຄືນ ທີ່ພະອົງ ໄດ້ເຄີຍສຳແດງພະລັງ
ຄວາມຮັກ ຄວາມຊອບທຳ ແລະປັນຍາ
ລູກແກະ ປັດສະຄາ ເຄີຍຊ່ວຍປົກປ້ອງ
ໃຫ້ຄົນ ຂອງພະເຈົ້າ ມີເສລີ
ແລະຕໍ່ມາ ພະຄລິດໄດ້ ສິ້ນຊີວິດ ແທນພວກເຮົາ
ເປັນໄປຕາມ ທີ່ພະເຈົ້າ ພະຍາກອນ
2. ເຂົ້າຈີ່ກັບເຫຼົ້າແວງ ເຕືອນໃຈເຮົາວ່າ
ພະເຈົ້າ ເຮັດເພື່ອເຮົາ ຫຼາຍເທົ່າໃດ
ດ້ວຍຄວາມດີ ທີ່ພະອົງ ສະແດງຜ່ານ ທາງລູກຊາຍ
ເຖິງທ່ານ ຢູ່ຫຼືຕາຍ ຍັງເຊື່ອຟັງ
ຂອບໃຈ ທີ່ໃຫ້ມີ ວັນອະນຸສອນ
ເພື່ອຊ່ວຍ ໃຫ້ເຮົາໄດ້ ຄິດໄຄ່ຄວນ
ວ່າພະຄລິດ ໄດ້ເຊື່ອຟັງ ແລະຍອມຕາຍ ເພື່ອພວກເຮົາ
ເພື່ອທີ່ເຮົາ ຈະຫຼຸດພົ້ນ ຈາກຄວາມຕາຍ
3. ເຮົາມາຢູ່ຮ່ວມກັນ ຕໍ່ໜ້າພະເຈົ້າ
ເຮົາເຮັດ ຕາມຄຳເຊີນ ຂອງພະອົງ
ເພື່ອສັນເສີນ ທີ່ພະອົງ ໄດ້ສົ່ງພະຄລິດລົງມາ
ເພື່ອໃຫ້ ກຽດພະອົງ ແລະລູກຊາຍ
ອາຫານ ຂອງພະຄລິດ ສັນເສີນພະເຈົ້າ
ຊ່ວຍເຮົາ ມີແຮງໃຈ ມີພະລັງ
ແຕ່ລະວັນ ເຮົາຈະເຮັດ ຕາມແບບຢ່າງ ຂອງພະຄລິດ
ເພື່ອເຮົາຈະ ໄດ້ຊີວິດ ນິລັນດອນ
(ເບິ່ງຕື່ມ ລືກາ 22:14-20; 1 ໂກ. 11:23-26)