ບົດທີ 08
ເຈົ້າເປັນໝູ່ກັບພະເຢໂຫວາໄດ້
ພະເຢໂຫວາຢາກໃຫ້ເຈົ້າຮູ້ຈັກເພິ່ນຫຼາຍຂຶ້ນແລະເປັນໝູ່ກັບເພິ່ນ. ຍ້ອນຫຍັງ? ຖ້າເຈົ້າຮູ້ວ່າພະເຢໂຫວາເປັນພະເຈົ້າແບບໃດ ເຄີຍເຮັດຫຍັງມາແດ່ ແລະຢາກຈະໃຫ້ຫຍັງກັບເຈົ້າ ເຈົ້າກໍຄືຊິຢາກຈະເປັນໝູ່ກັບເພິ່ນ. ແຕ່ເຈົ້າຈະເປັນໝູ່ກັບພະເຈົ້າໄດ້ແທ້ໆບໍ? (ອ່ານເພງສັນລະເສີນ 25:14) ເຈົ້າຕ້ອງເຮັດຫຍັງເພື່ອຈະເປັນໝູ່ກັບເພິ່ນ? ຄຳພີໄບເບິນມີຄຳຕອບແລະຍັງບອກອີກວ່າເປັນຫຍັງພະເຢໂຫວາຈຶ່ງເປັນໝູ່ທີ່ດີທີ່ສຸດ.
1. ພະເຢໂຫວາເຊີນເຈົ້າໃຫ້ເຮັດຫຍັງ?
“ໃຫ້ໃກ້ຊິດກັບພະເຈົ້າ ແລ້ວເພິ່ນຈະໃກ້ຊິດກັບພວກເຈົ້າ.” (ຢາໂກໂບ 4:8) ນີ້ໝາຍຄວາມວ່າ ພະເຢໂຫວາກຳລັງເຊີນເຈົ້າໃຫ້ມາເປັນໝູ່ກັບເພິ່ນ. ແຕ່ບາງຄົນຄິດວ່າຖ້າເຮົາບອກວ່າພະເຈົ້າເປັນໝູ່ກັບເຮົາກໍຄືຊິເປັນການບໍ່ໃຫ້ກຽດເພິ່ນ ຫຼືບາງຄົນອາດຄິດວ່າຈະເປັນໝູ່ກັບພະເຈົ້າໄດ້ແນວໃດໃນເມື່ອເຮົາບໍ່ເຄີຍເຫັນເພິ່ນ. ແຕ່ໃນຄຳພີໄບເບິນ ພະເຢໂຫວາບອກໃຫ້ເຮົາຮູ້ຫຼາຍຢ່າງກ່ຽວກັບເພິ່ນ. ຖ້າເຮົາອ່ານຄຳພີໄບເບິນ ເຮົາກໍຈະສະໜິດກັບພະເຢໂຫວາໄດ້ເຖິງວ່າເຮົາຈະບໍ່ເຄີຍເຫັນເພິ່ນກໍຕາມ.
2. ເປັນຫຍັງພະເຢໂຫວາຈຶ່ງເປັນໝູ່ທີ່ດີທີ່ສຸດ?
ພະເຢໂຫວາຮັກເຈົ້າຫຼາຍ. ເພິ່ນຢາກໃຫ້ເຈົ້າມີຄວາມສຸກແລະຖ້າເຈົ້າມີບັນຫາ ເພິ່ນກໍຢາກໃຫ້ເຈົ້າຂໍຄວາມຊ່ວຍເຫຼືອຈາກເພິ່ນ. ເຈົ້າສາມາດ “ຝາກຄວາມອຸກໃຈທັງໝົດໄວ້ກັບພະເຈົ້າ ຍ້ອນເພິ່ນເປັນຫ່ວງພວກເຈົ້າ.” (1 ເປໂຕ 5:7) ພະເຢໂຫວາພ້ອມທີ່ຈະຊ່ວຍເຫຼືອ ໃຫ້ກຳລັງໃຈ ແລະຮັບຟັງໝູ່ຂອງເພິ່ນສະເໝີ.—ອ່ານເພງສັນລະເສີນ 94:18, 19
3. ພະເຢໂຫວາຈະເປັນໝູ່ກັບຄົນແບບໃດ?
ພະເຢໂຫວາຮັກມະນຸດທຸກຄົນ “ແຕ່ເພິ່ນເປັນໝູ່ສະໜິດກັບຄົນທີ່ເຮັດສິ່ງທີ່ຖືກຕ້ອງ.” (ສຸພາສິດ 3:32) ພະເຢໂຫວາຈະເປັນໝູ່ກັບຄົນທີ່ພະຍາຍາມເຮັດສິ່ງທີ່ເພິ່ນບອກວ່າດີແລະຫຼີກລ່ຽງສິ່ງທີ່ເພິ່ນບອກວ່າບໍ່ດີ. ບາງຄົນອາດຄິດວ່າຍາກໂພດທີ່ຈະເຮັດຕາມມາດຕະຖານຂອງພະເຈົ້າ. ແຕ່ພະເຢໂຫວາເປັນພະເຈົ້າທີ່ໃຈດີ. ເພິ່ນຍອມຮັບຄົນທີ່ພະຍາຍາມສຸດຄວາມສາມາດທີ່ຈະເຮັດຕາມທຸກຢ່າງທີ່ເພິ່ນບອກ.—ເພງສັນລະເສີນ 147:11; ກິດຈະການ 10:34, 35
ຮຽນຮູ້ຫຼາຍຂຶ້ນ
ມາເບິ່ງວ່າເຈົ້າຈະເປັນໝູ່ກັບພະເຢໂຫວາໄດ້ແນວໃດແລະເປັນຫຍັງເພິ່ນຈຶ່ງເປັນໝູ່ທີ່ດີທີ່ສຸດ.
4. ອັບຣາຮາມເປັນໝູ່ກັບພະເຢໂຫວາ
ເລື່ອງຂອງອັບຣາຮາມ (ຊື່ເກົ່າແມ່ນອັບຣາມ) ທີ່ບອກໄວ້ໃນຄຳພີໄບເບິນເຮັດໃຫ້ເຮົາຮູ້ວ່າການເປັນໝູ່ກັບພະເຈົ້າໝາຍຄວາມວ່າແນວໃດ. ອ່ານເລື່ອງຂອງອັບຣາຮາມໃນປະຖົມມະການ 12:1-4. ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ພະເຢໂຫວາບອກໃຫ້ອັບຣາຮາມເຮັດຫຍັງ?
ພະເຢໂຫວາສັນຍາຫຍັງກັບອັບຣາຮາມ?
ແລ້ວອັບຣາຮາມເຮັດຕາມທີ່ພະເຢໂຫວາບອກບໍ?
5. ພະເຢໂຫວາຢາກໃຫ້ໝູ່ຂອງເພິ່ນເຮັດຫຍັງ?
ເຮົາອາດຈະເຄີຍຂໍໃຫ້ໝູ່ເຮັດຫຍັງບາງຢ່າງ.
ເຈົ້າເຄີຍຂໍໃຫ້ໝູ່ເຮັດຫຍັງແດ່?
ອ່ານ 1 ໂຢຮັນ 5:3 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ພະເຢໂຫວາຢາກໃຫ້ໝູ່ຂອງເພິ່ນເຮັດຫຍັງ?
ເພື່ອຈະເຊື່ອຟັງພະເຢໂຫວາ ເຮົາອາດຈະຕ້ອງປ່ຽນນິດໄສຫຼືການກະທຳຂອງເຮົາ. ອ່ານເອຊາຢາ 48:17, 18 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ພະເຢໂຫວາບອກໃຫ້ໝູ່ຂອງເພິ່ນປ່ຽນແປງໂຕເອງເພື່ອປະໂຫຍດຂອງໃຜ?
ໝູ່ທີ່ດີຈະເປັນຫ່ວງແລະເຕືອນເຮົາສະເໝີ. ພະເຢໂຫວາກໍເຮັດແບບນັ້ນກັບໝູ່ຂອງເພິ່ນຄືກັນ
6. ພະເຢໂຫວາຊ່ວຍໝູ່ຂອງເພິ່ນແນວໃດແດ່?
ພະເຢໂຫວາຊ່ວຍໝູ່ຂອງເພິ່ນໃຫ້ຮັບມືກັບບັນຫາ. ເປີດວິດີໂອແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ໃນວິດີໂອ ຜູ້ຍິງຄົນໜຶ່ງຕ້ອງຮັບມືກັບຄວາມຄິດແລະຮູ້ສຶກໃນແງ່ລົບ ແຕ່ພະເຢໂຫວາຊ່ວຍລາວແນວໃດ?
ອ່ານເອຊາຢາ 41:10, 13 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ພະເຢໂຫວາສັນຍາວ່າຈະຊ່ວຍໝູ່ຂອງເພິ່ນແນວໃດ?
ເຈົ້າຄິດວ່າພະເຢໂຫວາເປັນໝູ່ທີ່ດີບໍ? ເປັນຫຍັງເຈົ້າຈຶ່ງຄິດແບບນັ້ນ?
ເມື່ອເຈົ້າຕ້ອງການຄວາມຊ່ວຍເຫຼືອ ໝູ່ສະໜິດກໍພ້ອມທີ່ຈະຊ່ວຍ. ພະເຢໂຫວາກໍພ້ອມທີ່ຈະຊ່ວຍເຈົ້າຄືກັນ
7. ເຮົາຈະສະໜິດກັບພະເຢໂຫວາຖ້າເຮົາເວົ້າກັບເພິ່ນແລະຟັງເພິ່ນ
ຖ້າລົມກັບໝູ່ເປັນປະຈຳເຮົາກໍຈະສະໜິດກັບລາວຫຼາຍຂຶ້ນ. ອ່ານເພງສັນລະເສີນ 86:6, 11 ແລ້ວລົມກັນກ່ຽວກັບຄຳຖາມຕໍ່ໄປນີ້:
ເຮົາຈະເວົ້າກັບພະເຢໂຫວາໂດຍວິທີໃດ?
ພະເຢໂຫວາເວົ້າກັບເຮົາໂດຍວິທີໃດ?
ເຮົາເວົ້າກັບພະເຢໂຫວາໂດຍການອະທິດຖານ ແລະເມື່ອເຮົາອ່ານຄຳພີໄບເບິນກໍຄືກັບເຮົາກຳລັງຟັງເພິ່ນ
ບາງຄົນເວົ້າວ່າ: “ເປັນໄປບໍ່ໄດ້ດອກທີ່ມະນຸດຈະເປັນໝູ່ກັບພະເຈົ້າ.”
ເຈົ້າຈະເປີດຂໍ້ຄຳພີໃດທີ່ສະແດງໃຫ້ເຫັນວ່າເຮົາເປັນໝູ່ກັບພະເຢໂຫວາໄດ້?
ສະຫຼຸບ
ພະເຢໂຫວາຢາກເປັນໝູ່ກັບເຈົ້າ ແລະເພິ່ນຢາກໃຫ້ເຈົ້າສະໜິດກັບເພິ່ນ.
ຄຳຖາມທົບທວນ
ພະເຢໂຫວາຊ່ວຍໝູ່ຂອງເພິ່ນແນວໃດແດ່?
ພະເຢໂຫວາບອກໃຫ້ໝູ່ຂອງເພິ່ນປ່ຽນແປງໂຕເອງເພື່ອປະໂຫຍດຂອງໃຜ?
ເຈົ້າຄິດວ່າພະເຢໂຫວາຂໍຫຼາຍໂພດບໍ? ເປັນຫຍັງເຈົ້າຈຶ່ງຄິດແບບນັ້ນ?
ເບິ່ງເພີ່ມເຕີມ
ການເປັນໝູ່ກັບພະເຢໂຫວາເປັນປະໂຫຍດກັບເຈົ້າແນວໃດ?
“ພະເຢໂຫວາພະເຈົ້າທີ່ຄວນແກ່ການຮູ້ຈັກ” (ຫໍສັງເກດການ 15 ກຸມພາ 2003)
ວິທີທີ່ເຈົ້າຈະໄດ້ເປັນໝູ່ກັບພະເຈົ້າ.
ຜູ້ຍິງຄົນໜຶ່ງຮູ້ສຶກວ່າການເປັນໝູ່ກັບພະເຢໂຫວາເຮັດໃຫ້ຊີວິດຂອງລາວດີຂຶ້ນ.
ໄວລຸ້ນກຸ່ມໜຶ່ງບອກຄວາມຮູ້ສຶກທີ່ມີຕໍ່ພະເຢໂຫວາ.