ວັນທີ 6-12 ກຸມພາ
ເອຊາອີ 47-51
ເພງ 120 ແລະຄຳອະທິດຖານ
ຄຳນຳເປີດການປະຊຸມ (ບໍ່ເກີນ 3 ນາທີ)
ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ
“ການເຊື່ອຟັງພະເຢໂຫວາເຮັດໃຫ້ໄດ້ຮັບປະໂຫຍດ”: (10 ນາທີ)
ເອຊາ. 48:17—ການນະມັດສະການທີ່ຖືກຕ້ອງຄວນອາໄສການເຊື່ອຟັງຄຳແນະນຳຈາກພະເຈົ້າ (ip-2 ໜ້າ 131 ຂໍ້ 18)
ເອຊາ. 48:18—ພະເຢໂຫວາຮັກເຮົາແລະຢາກໃຫ້ເຮົາມີຊີວິດທີ່ມີຄວາມສຸກ (ip-2 ໜ້າ 131 ຂໍ້ 19)
ເອຊາ. 48:19—ການເຊື່ອຟັງພະເຢໂຫວາເຮັດໃຫ້ໄດ້ຮັບປະໂຫຍດຕະຫຼອດໄປ (ip-2 ໜ້າ 132 ຂໍ້ 20-21)
ຂຸດຄົ້ນຄວາມຮູ້ທີ່ມີຄ່າຂອງພະເຈົ້າ: (8 ນາທີ)
ເອຊາ. 49:6—ເມຊີເປັນ “ແຈ້ງແກ່ພວກຕ່າງປະເທດ” ແນວໃດ ເຖິງວ່າການຮັບໃຊ້ຂອງພະອົງຢູ່ໂລກນີ້ຈຳກັດໄວ້ສະເພາະຊາວອິດສະລາແອນເທົ່ານັ້ນ? (ຫ 15/1/07 ໜ້າ 9 ຫຍໍ້ໜ້າ 8)
ເອຊາ. 50:1—ເປັນຫຍັງພະເຢໂຫວາຈຶ່ງຖາມຊາວອິດສະລາແອນວ່າ: “ໜັງສືຄຳຢ່າຮ້າງຂອງແມ່ພວກທ່ານທີ່ເຮົາໄດ້ຂັບໄລ່ກໍຢູ່ໃສ?” (it-1 ໜ້າ 643 ຫຍໍ້ໜ້າ 4-5)
ການອ່ານຄຳພີໄບເບິນໃນອາທິດນີ້ສອນຫຍັງຂ້ອຍກ່ຽວກັບພະເຢໂຫວາ?
ການອ່ານຄຳພີໄບເບິນໃນອາທິດນີ້ມີຈຸດໃດແດ່ທີ່ຂ້ອຍຈະເອົາໄປໃຊ້ໃນວຽກປະກາດ?
ການອ່ານພະຄຳພີ: (ບໍ່ເກີນ 4 ນາທີ) ເອຊາ. 51:12-23
ສິ່ງທີ່ເຈົ້າຈະນຳເອົາໄປໃຊ້ໃນວຽກປະກາດ
ກຽມຕົວສຳລັບການສະເໜີໃນເດືອນນີ້: (15 ນາທີ) ຖາມ-ຕອບກ່ຽວກັບວິດີໂອ “ຕົວຢ່າງການສະເໜີ.” ເປີດວິດີໂອການສະເໜີແຕ່ລະເລື່ອງແລະເວົ້າເຖິງຈຸດສຳຄັນ. ໃນເດືອນກຸມພາ ຜູ້ປະກາດອາດສະເໜີຈຸນລະສານມີຜູ້ສ້າງສິ່ງທີ່ມີຊີວິດບໍ? ຫຼືຈຸນລະສານຕົ້ນກຳເນີດຊີວິດ—ຫ້າຄຳຖາມທີ່ໜ້າຄິດ (ພາສາໄທ) ຂຶ້ນຢູ່ກັບການຕອບຮັບຂອງເຈົ້າຂອງເຮືອນ. (ເບິ່ງຂອບ “ຕົ້ນກຳເນີດຊີວິດ—ຫ້າຄຳຖາມທີ່ໜ້າຄິດ”)
ຊີວິດຄລິດສະຕຽນ
ເພງ 89
ຄວາມຈຳເປັນຂອງປະຊາຄົມ: (7 ນາທີ) ຫຼືພິຈາລະນາປຶ້ມປະຈຳປີ 2016 ໜ້າ 144-145 (ພາສາໄທ)
ມາເປັນເພື່ອນກັບພະເຢໂຫວາກັນເຖາະ—ເຊື່ອຟັງພະເຢໂຫວາ: (8 ນາທີ) ຖາມ-ຕອບ. ເລີ່ມຕົ້ນໂດຍເປີດວິດີໂອມາເປັນເພື່ອນກັບພະເຢໂຫວາກັນເຖາະ—ເຊື່ອຟັງພະເຢໂຫວາ (JW Library ໄປທີ່ ມີເດຍ > ວິດີໂອ > ເດັກ). ຈາກນັ້ນຖາມວ່າ: ອັນໃດຄືເຫດຜົນສຳຄັນທີ່ສຸດທີ່ເຮົາຄວນເຊື່ອຟັງພະເຢໂຫວາ? (ສຸພາ. 27:11) ເດັກນ້ອຍຕ້ອງເຊື່ອຟັງພະເຢໂຫວາໃນດ້ານໃດແດ່? ແລະສຳລັບຜູ້ໃຫຍ່ເດ?
ການສຶກສາພະຄຳພີປະຈຳປະຊາຄົມ: (30 ນາທີ) ລປ ບົດ 8 ຂໍ້ 1-7 ແລະຂອບໜ້າ 79
ທົບທວນແລະເວົ້າເຖິງສ່ວນຕ່າງໆຂອງອາທິດໜ້າ (3 ນາທີ)
ເພງ 98 ແລະຄຳອະທິດຖານ