ສິ່ງທີ່ມີຄ່າຈາກພະຄຳຂອງພະເຈົ້າ | ເອຊາອີ 47-51
ການເຊື່ອຟັງພະເຢໂຫວາເຮັດໃຫ້ໄດ້ຮັບປະໂຫຍດ
ດ້ວຍຄວາມຮັກ ພະເຢໂຫວາ ‘ນຳທາງທີ່ເຮົາຕ້ອງໄປ’ ເພື່ອໃຫ້ເຮົາມີຊີວິດທີ່ມີຄວາມສຸກ. ເຮົາໄດ້ຮັບປະໂຫຍດເມື່ອເຊື່ອຟັງພະອົງ.
‘ຄວາມສຸກສຳລານ [“ຄວາມສະຫງົບສຸກ,” ລ.ມ.] ຈະເປັນຄືແມ່ນ້ຳ’
ພະເຢໂຫວາສັນຍາກ່ຽວກັບຄວາມສະຫງົບສຸກທີ່ງຽບສະຫງົບ ມີຢ່າງລົ້ນເຫຼືອ ແລະເປັນຄືແມ່ນ້ຳທີ່ບໍ່ຂາດສາຍ
‘ຄວາມຊອບທຳຄືຄື້ນໃນນ້ຳທະເລ’
ການກະທຳທີ່ຊອບທຳຂອງເຮົາສາມາດເປັນຄືກັບຄື້ນໃນນ້ຳທະເລທີ່ນັບບໍ່ໄດ້