ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ20 ກຸມພາ ໜ້າ 14-19
  • ສ້າງ​ສັນຕິສຸກ​ໂດຍ​ເອົາ​ຊະນະ​ຄວາມ​ຄິດ​ທີ່​ອິດສາ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ສ້າງ​ສັນຕິສຸກ​ໂດຍ​ເອົາ​ຊະນະ​ຄວາມ​ຄິດ​ທີ່​ອິດສາ
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2020
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ສິ່ງ​ທີ່​ເຮັດ​ໃຫ້​ເກີດ​ຄວາມ​ອິດສາ
  • ປູກ​ຝັງ​ຄວາມ​ຖ່ອມ​ແລະ​ພໍ​ໃຈ​ໃນ​ສິ່ງ​ທີ່​ມີ​ຢູ່
  • “ຕັ້ງ​ໃຈ​ເຮັດ​ສິ່ງ​ທີ່​ສ້າງ​ສັນຕິສຸກ”
  • ຫຼີກ​ລ່ຽງ​ການ​ແຂ່ງ​ຂັນ​ກັນ ແຕ່​ໃຫ້​ສ້າງ​ສັນຕິສຸກ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2021
  • ພະ​ເຢໂຫວາ​ເຫັນ​ຄ່າ​ຜູ້​ຮັບໃຊ້​ທີ່​ຖ່ອມ​ຕົວ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2019
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2020
ຫ20 ກຸມພາ ໜ້າ 14-19

ບົດ​ຄວາມ​ສຶກສາ​ທີ 8

ສ້າງ​ສັນຕິສຸກ​ໂດຍ​ເອົາ​ຊະນະ​ຄວາມ​ຄິດ​ທີ່​ອິດສາ

“ໃຫ້​ພວກ​ເຮົາ​ຕັ້ງ​ໃຈ​ເຮັດ​ສິ່ງ​ທີ່​ສ້າງ​ສັນຕິສຸກ​ແລະ​ສິ່ງ​ທີ່​ສົ່ງເສີມ​ກັນ​ໃຫ້​ເຂັ້ມແຂງ​ຂຶ້ນ.”—ຣມ. 14:19

ເພງ 113 ສັນຕິສຸກ​ຂອງ​ພວກ​ເຮົາ

ໃຈ​ຄວາມ​ສຳຄັນa

1. ຄວາມ​ອິດສາ​ເຮັດ​ໃຫ້​ຄອບຄົວ​ຂອງ​ໂຢເຊັບ​ເປັນ​ແນວ​ໃດ?

ຢາໂຄບ​ຮັກ​ລູກ​ຊາຍ​ທຸກ​ຄົນ ແຕ່​ລາວ​ຮັກ​ໂຢເຊັບ​ຫຼາຍ​ເປັນ​ພິເສດ​ເຊິ່ງ​ຕອນ​ນັ້ນ​ໂຢເຊັບ​ອາຍຸ 17 ປີ. ພວກ​ອ້າຍ​ຂອງ​ໂຢເຊັບ​ຮູ້ສຶກ​ແນວ​ໃດ? ພວກ​ເຂົາ​ອິດສາ​ໂຢເຊັບ​ແລະ​ຄວາມ​ອິດສາ​ນີ້​ເຮັດ​ໃຫ້​ພວກ​ເຂົາ​ເລີ່ມ​ຊັງ​ລາວ. ໂຢເຊັບ​ບໍ່​ໄດ້​ເຮັດ​ສິ່ງ​ໃດ​ທີ່​ເຮັດ​ໃຫ້​ພວກ​ອ້າຍ​ຮູ້ສຶກ​ຊັງ​ລາວ​ເລີຍ. ແຕ່​ໃນ​ທີ່​ສຸດ​ພວກ​ອ້າຍ​ກໍ​ໄດ້​ຂາຍ​ໂຢເຊັບ​ໃຫ້​ເປັນ​ທາດ ແລະ​ຕົວະ​ພໍ່​ວ່າ​ສັດ​ຮ້າຍ​ໄດ້​ຂ້າ​ລູກ​ຊາຍ​ທີ່​ພໍ່​ຮັກ​ແລ້ວ. ຄວາມ​ອິດສາ​ເຮັດ​ໃຫ້​ພວກ​ເຂົາ​ທຳລາຍ​ສັນຕິສຸກ​ໃນ​ຄອບຄົວ ແລະ​ເຮັດ​ໃຫ້​ພໍ່​ເສຍໃຈ​ຫຼາຍ.—ຕົ້ນ. 37:3, 4, 27-34

2. ຕາມ​ຄາລາເຕຍ 5:19-21 ເປັນ​ຫຍັງ​ຄວາມ​ອິດສາ​ຈຶ່ງ​ເປັນ​ອັນຕະລາຍ?

2 ໃນ​ຄຳພີ​ໄບເບິນ ຄວາມ​ອິດສາbເປັນ​ໜຶ່ງ​ໃນ “ການ​ກະທຳ​ທີ່​ເກີດ​ຈາກ​ຄວາມ​ຕ້ອງການ​ຂອງ​ຮ່າງກາຍ​ທີ່​ມີ​ບາບ” ເຊິ່ງ​ເຮັດ​ໃຫ້​ບໍ່​ໄດ້​ມີ​ສ່ວນ​ໃນ​ການ​ປົກຄອງ​ຂອງ​ພະເຈົ້າ. (ອ່ານ​ຄາລາເຕຍ 5:19-21) ຄວາມ​ອິດສາ​ມັກ​ຈະ​ເປັນ​ສາເຫດ​ທີ່​ເຮັດ​ໃຫ້​ເກີດ​ສິ່ງ​ທີ່​ບໍ່​ດີ​ຫຼາຍ​ຢ່າງ​ເຊັ່ນ: ການ​ເປັນ​ສັດຕູ​ກັນ ການ​ຜິດ​ຖຽງ​ກັນ ການ​ໃຈ​ຮ້າຍ​ໃຫ້​ກັນ.

3. ເຮົາ​ຈະ​ພິຈາລະນາ​ຫຍັງ​ໃນ​ບົດ​ຄວາມ​ນີ້?

3 ຕົວຢ່າງ​ຂອງ​ພວກ​ອ້າຍ​ຂອງ​ໂຢເຊັບ​ສະແດງ​ໃຫ້​ເຫັນ​ວ່າ​ຄວາມ​ອິດສາ​ສາມາດ​ທຳລາຍ​ສາຍ​ສຳພັນ​ແລະ​ສັນຕິສຸກ​ໃນ​ຄອບຄົວ. ເຖິງ​ວ່າ​ເຮົາ​ຈະ​ບໍ່​ມີ​ວັນ​ເຮັດ​ສິ່ງ​ທີ່​ບໍ່​ດີ​ຄື​ກັບ​ພວກ​ອ້າຍ​ຂອງ​ໂຢເຊັບ ແຕ່​ເຮົາ​ທຸກ​ຄົນ​ກໍ​ເປັນ​ມະນຸດ​ບໍ່​ສົມບູນ​ແບບ​ແລະ​ມີ​ຫົວໃຈ​ທີ່​ທໍລະຍົດ. (ຢເຣ. 17:9) ນັ້ນ​ເປັນ​ສາເຫດ​ທີ່​ບາງ​ຄັ້ງ​ເຮົາ​ອາດ​ອິດສາ​ຄົນ​ອື່ນ. ໃຫ້​ເຮົາ​ມາ​ພິຈາລະນາ​ຕົວຢ່າງ​ເຕືອນ​ໃຈ​ບາງ​ເລື່ອງ​ໃນ​ຄຳພີ​ໄບເບິນ​ທີ່​ຈະ​ຊ່ວຍ​ເຮົາ​ໃຫ້​ຮູ້​ວ່າ​ເປັນ​ຫຍັງ​ຄວາມ​ອິດສາ​ອາດ​ຝັງ​ເລິກ​ຢູ່​ໃນ​ຫົວໃຈ​ຂອງ​ເຮົາ ແລະ​ເຮົາ​ຍັງ​ຈະ​ມາ​ເບິ່ງ​ວິທີ​ທີ່​ເຮົາ​ຈະ​ເອົາ​ຊະນະ​ຄວາມ​ອິດສາ​ແລະ​ມີ​ສ່ວນ​ຊ່ວຍ​ສ້າງ​ສັນຕິສຸກ.

ສິ່ງ​ທີ່​ເຮັດ​ໃຫ້​ເກີດ​ຄວາມ​ອິດສາ

4. ເປັນ​ຫຍັງ​ຊາວ​ຟີລີດຕີນ​ຈຶ່ງ​ອິດສາ​ອີຊາກ?

4 ເມື່ອ​ເຫັນ​ຄົນ​ອື່ນ​ຮັ່ງມີ. ອີຊາກ​ເປັນ​ຄົນ​ຮັ່ງມີ ຊາວ​ຟີລີດຕີນ​ກໍ​ເລີຍ​ອິດສາ​ລາວ. (ຕົ້ນ. 26:12-14) ພວກ​ເຂົາ​ເຖິງ​ຂັ້ນ​ເອົາ​ຂີ້​ດິນ​ມາ​ຖົມ​ນ້ຳ​ສ້າງ​ທີ່​ອີຊາກ​ຕ້ອງ​ໃຊ້​ເພື່ອ​ລ້ຽງ​ຝູງ​ສັດ. (ຕົ້ນ. 26:15, 16, 27) ຄື​ກັບ​ຊາວ​ຟີລີດຕີນ ບາງ​ຄົນ​ໃນ​ທຸກ​ມື້​ນີ້​ໄດ້​ອິດສາ​ຄົນ​ທີ່​ລວຍ​ກວ່າ​ຕົວ​ເອງ. ພວກ​ເຂົາ​ບໍ່​ພຽງ​ແຕ່​ຢາກ​ມີ​ໃນ​ສິ່ງ​ທີ່​ຄົນ​ອື່ນ​ມີ ແຕ່​ຍັງ​ຢາກ​ຄົນ​ນັ້ນ​ສູນ​ເສຍ​ສິ່ງ​ທີ່​ມີ.

5. ເປັນ​ຫຍັງ​ພວກ​ຜູ້​ນຳ​ສາສະໜາ​ຈຶ່ງ​ອິດສາ​ພະ​ເຢຊູ?

5 ເມື່ອ​ເຫັນ​ຄົນ​ອື່ນ​ຖືກ​ຍ້ອງ​ຍໍ. ຜູ້​ນຳ​ສາສະໜາ​ຊາວ​ຢິວ​ອິດສາ​ພະ​ເຢຊູ​ເພາະ​ມີ​ຫຼາຍ​ຄົນ​ມັກ​ເພິ່ນ​ຫຼາຍ. (ມທ. 7:28, 29) ພະ​ເຢຊູ​ເປັນ​ຕົວ​ແທນ​ຂອງ​ພະເຈົ້າ​ແລະ​ເພິ່ນ​ສອນ​ຄວາມ​ຈິງ. ແຕ່​ພວກ​ຜູ້​ນຳ​ສາສະໜາ​ໄດ້​ແຜ່​ຄຳ​ຕົວະ​ແລະ​ໃສ່​ຮ້າຍ​ພະ​ເຢຊູ​ເພື່ອ​ໃຫ້​ເພິ່ນ​ເສຍ​ຊື່ສຽງ. (ມຣກ. 15:10; ຢຮ. 11:47, 48; 12:12, 13, 19) ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ເລື່ອງ​ນີ້? ເຮົາ​ຕ້ອງ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ເຮົາ​ຈະ​ບໍ່​ອິດສາ​ຄົນ​ທີ່​ມີ​ຂໍ້​ດີ​ບາງ​ຢ່າງ​ທີ່​ເຮັດ​ໃຫ້​ພີ່ນ້ອງ​ໃນ​ປະຊາຄົມ​ຮັກ​ລາວ ແຕ່​ເຮົາ​ຄວນ​ຈະ​ພະຍາຍາມ​ຮຽນ​ແບບ​ຂໍ້​ດີ​ຂອງ​ລາວ.—1 ກຣ. 11:1; 3 ຢຮ. 11

6. ດີໂອເທເຟ​ໄດ້​ເຮັດ​ຫຍັງ​ທີ່​ສະແດງ​ວ່າ​ລາວ​ອິດສາ​ຄົນ​ອື່ນ?

6 ເມື່ອ​ເຫັນ​ຄົນ​ອື່ນ​ໄດ້​ຮັບ​ສິດທິ​ພິເສດ. ໃນ​ສະຕະວັດ​ທຳອິດ ດີໂອເທເຟ​ໄດ້​ອິດສາ​ຄົນ​ທີ່​ນຳ​ໜ້າ​ໃນ​ປະຊາຄົມ​ຄລິດສະຕຽນ. ລາວ​ຢາກ “ເປັນ​ໃຫຍ່​ໃນ​ທ່າມກາງ​ພວກ​ພີ່ນ້ອງ” ດັ່ງ​ນັ້ນ ລາວ​ຈຶ່ງ​ເວົ້າ​ໃຫ້​ອັກຄະສາວົກ​ໂຢຮັນ​ແລະ​ພີ່ນ້ອງ​ທີ່​ນຳ​ໜ້າ​ໃນ​ແບບ​ເສື່ອມ​ເສຍ. (3 ຢຮ. 9, 10) ເຖິງ​ເຮົາ​ຈະ​ບໍ່​ໄດ້​ເປັນ​ຄື​ກັບ​ດີໂອເທເຟ ແຕ່​ເຮົາ​ກໍ​ອາດ​ຈະ​ເລີ່ມ​ອິດສາ​ພີ່ນ້ອງ​ທີ່​ໄດ້​ຮັບ​ສິດທິ​ພິເສດ​ທີ່​ເຮົາ​ຢາກ​ໄດ້ ໂດຍ​ສະເພາະ​ເມື່ອ​ເຮົາ​ຮູ້ສຶກ​ວ່າ​ເຮົາ​ເຮັດ​ໜ້າ​ທີ່​ນັ້ນ​ໄດ້​ດີ​ຄື​ກັນ​ຫຼື​ອາດ​ຈະ​ເຮັດ​ໄດ້​ດີ​ກວ່າ​ຄົນ​ນັ້ນ.

ຮູບ: 1. ດອກ​ໄມ້​ບານ​ແລະ​ມີ​ຮາກ​ປົ່ງ​ລົງ​ໃນ​ດິນ​ດີ. 2. ຕົ້ນ​ຫຍ້າ​ເຮັດ​ໃຫ້​ດອກ​ໄມ້​ດຽວ​ກັນ​ນີ້​ແຫ່ວ. 2. ພີ່ນ້ອງ​ຍິງ 3 ຄົນ​ລົມ​ກັນ​ຢ່າງ​ມີ​ຄວາມ​ສຸກ​ຢູ່​ຫໍ​ປະຊຸມ ໃນ​ຂະນະ​ທີ່​ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ຢືນ​ຢູ່​ຄົນ​ດຽວ​ແລະ​ເບິ່ງ​ຄື​ບໍ່​ພໍ​ໃຈ.

ຫົວໃຈ​ຂອງ​ເຮົາ​ປຽບ​ຄື​ກັບ​ດິນ ແລະ​ຄຸນ​ລັກສະນະ​ທີ່​ດີ​ຂອງ​ເຮົາ​ປຽບ​ຄື​ກັບ​ດອກ​ໄມ້​ທີ່​ງາມ. ແຕ່​ຄວາມ​ອິດສາ​ປຽບ​ຄື​ກັບ​ຫຍ້າ. ຄວາມ​ອິດສາ​ເຮັດ​ໃຫ້​ຄຸນ​ລັກສະນະ​ທີ່​ດີ ເຊັ່ນ: ຄວາມ​ຮັກ ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ​ຄວາມ​ກະລຸນາ​ບໍ່​ພັດທະນາ (ເບິ່ງ​ຂໍ້ 7)

7. ຄວາມ​ອິດສາ​ສົ່ງ​ຜົນ​ຕໍ່​ເຮົາ​ແນວ​ໃດ?

7 ຄວາມ​ອິດສາ​ເປັນ​ຄື​ກັບ​ຫຍ້າ. ເມື່ອ​ມັນ​ປົ່ງ​ຮາກ​ຢູ່​ໃນ​ຫົວໃຈ​ຂອງ​ເຮົາ ມັນ​ກໍ​ກຳຈັດ​ໄດ້​ຍາກ. ນິດໄສ​ທີ່​ບໍ່​ດີ​ຢ່າງ​ອື່ນ​ເຊັ່ນ: ການ​ລະ​ແວງ​ກັນ ຄວາມ​ຍິ່ງ​ແລະ​ຄວາມ​ເຫັນ​ແກ່​ຕົວ​ກໍ​ຈະ​ເລັ່ງ​ໃຫ້​ຄວາມ​ອິດສາ​ເຕີບ​ໃຫຍ່​ຂຶ້ນ. ຄື​ກັບ​ຫຍ້າ​ທີ່​ປົ່ງ​ກ້ຽວ​ດອກ​ໄມ້​ບໍ່​ໃຫ້​ມັນ​ບານ​ງາມ ຄວາມ​ອິດສາ​ກໍ​ເຮັດ​ໃຫ້​ເຮົາ​ບໍ່​ສາມາດ​ພັດທະນາ​ຄຸນ​ລັກສະນະ​ທີ່​ດີ​ເຊັ່ນ: ຄວາມ​ຮັກ ຄວາມ​ເຫັນ​ອົກ​ເຫັນ​ໃຈ ແລະ​ຄວາມ​ກະລຸນາ. ເມື່ອ​ເຮົາ​ເຫັນ​ຄວາມ​ອິດສາ​ເລີ່ມ​ປົ່ງ​ຮາກ​ຢູ່​ໃນ​ຫົວໃຈ​ຂອງ​ເຮົາ ເຮົາ​ຕ້ອງ​ຮີບ​ຖອນ​ຮາກ​ຖິ້ມ​ໃຫ້​ໄວ​ທີ່​ສຸດ​ເທົ່າ​ທີ່​ເປັນ​ໄປ​ໄດ້. ແລ້ວ​ເຮົາ​ຈະ​ກຳຈັດ​ແລະ​ເອົາ​ຊະນະ​ຄວາມ​ອິດສາ​ໄດ້​ແນວ​ໃດ?

ປູກ​ຝັງ​ຄວາມ​ຖ່ອມ​ແລະ​ພໍ​ໃຈ​ໃນ​ສິ່ງ​ທີ່​ມີ​ຢູ່

ຮູບ: 1. ດອກ​ໄມ້​ບານ​ແລະ​ມີ​ຮາກ​ປົ່ງ​ລົງ​ໃນ​ດິນ​ດີ. 2. ມີ​ບາງ​ຄົນ​ມາ​ຫຼົກ​ຫຍ້າ​ອອກ​ຈາກ​ດອກ​ໄມ້​ນັ້ນ. 3. ພີ່ນ້ອງ​ຍິງ 4 ຄົນ​ລົມ​ກັນ​ຢ່າງ​ມີ​ຄວາມ​ສຸກ​ຢູ່​ຫໍ​ປະຊຸມ

ເຮົາ​ຈະ​ເອົາ​ຊະນະ​ຄວາມ​ອິດສາ​ທີ່​ເປັນ​ຄື​ກັບ​ຫຍ້າ​ໄດ້​ແນວ​ໃດ? ພະລັງ​ບໍລິສຸດ​ສາມາດ​ຊ່ວຍ​ເຮົາ​ໃຫ້​ກຳຈັດ​ຄວາມ​ອິດສາ​ຄື​ກັບ​ຫຼົກ​ຫຍ້າ​ແລະ​ປູກ​ຝັງ​ຄວາມ​ຖ່ອມ​ຕົວ​ແລະ​ຄວາມ​ພໍ​ໃຈ​ໃນ​ສິ່ງ​ທີ່​ມີ (ເບິ່ງ​ຂໍ້ 8-9)

8. ມີ​ຄຸນ​ລັກສະນະ​ຫຍັງ​ແດ່​ທີ່​ຊ່ວຍ​ເຮົາ​ໃຫ້​ເອົາ​ຊະນະ​ຄວາມ​ອິດສາ?

8 ເຮົາ​ຈະ​ເອົາ​ຊະນະ​ຄວາມ​ອິດສາ​ໂດຍ​ປູກ​ຝັງ​ຄວາມ​ຖ່ອມ​ແລະ​ພໍ​ໃຈ​ໃນ​ສິ່ງ​ທີ່​ມີ​ຢູ່. ເມື່ອ​ຫົວໃຈ​ຂອງ​ເຮົາ​ເຕັມ​ໄປ​ດ້ວຍ​ຄຸນ​ລັກສະນະ​ທີ່​ດີ​ເຫຼົ່າ​ນີ້ ມັນ​ກໍ​ຈະ​ບໍ່​ມີ​ບ່ອນ​ວ່າງ​ໃຫ້​ກັບ​ຄວາມ​ອິດສາ. ຄວາມ​ຖ່ອມ​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ຄິດ​ເຖິງ​ຕົວ​ເອງ​ຫຼາຍ​ເກີນ​ໄປ. ຄົນ​ຖ່ອມ​ຕົວ​ຈະ​ບໍ່​ຄິດ​ວ່າ​ຕົວ​ເອງ​ສົມຄວນ​ໄດ້​ຮັບ​ສິ່ງ​ຕ່າງໆຫຼາຍ​ກວ່າ​ຄົນ​ອື່ນ. (ຄລຕ. 6:3, 4) ສ່ວນ​ຄົນ​ທີ່​ພໍ​ໃຈ​ໃນ​ສິ່ງ​ທີ່​ມີ​ຢູ່​ຈະ​ບໍ່​ປຽບ​ທຽບ​ຕົວ​ເອງ​ກັບ​ຄົນ​ອື່ນ. (1 ຕມ. 6:7, 8) ຄົນ​ທີ່​ຖ່ອມ​ຕົວ​ແລະ​ພໍ​ໃຈ​ໃນ​ສິ່ງ​ທີ່​ມີ​ຢູ່​ຈະ​ມີ​ຄວາມ​ສຸກ​ເມື່ອ​ເຫັນ​ຄົນ​ອື່ນ​ໄດ້​ຮັບ​ສິ່ງ​ທີ່​ດີ.

9. ຕາມ​ຄາລາເຕຍ 5:16 ແລະ​ຟີລິບປອຍ 2:3, 4 ພະລັງ​ບໍລິສຸດ​ຊ່ວຍ​ເຮົາ​ໃຫ້​ເຮັດ​ຫຍັງ?

9 ເຮົາ​ຈຳເປັນ​ຕ້ອງ​ມີ​ພະລັງ​ບໍລິສຸດ​ຂອງ​ພະເຈົ້າ​ເພື່ອ​ຈະ​ຊ່ວຍ​ເຮົາ​ບໍ່​ໃຫ້​ເປັນ​ຄົນ​ມັກ​ອິດສາ ແລະ​ຊ່ວຍ​ເຮົາ​ໃຫ້​ເປັນ​ຄົນ​ຖ່ອມ​ຕົວ​ແລະ​ພໍ​ໃຈ​ໃນ​ສິ່ງ​ທີ່​ມີ​ຢູ່. (ອ່ານ​ຄາລາເຕຍ 5:16; ຟີລິບປອຍ 2:3, 4) ພະລັງ​ບໍລິສຸດ​ຂອງ​ພະ​ເຢໂຫວາ​ສາມາດ​ຊ່ວຍ​ເຮົາ​ໃຫ້​ກວດ​ເບິ່ງ​ຄວາມ​ຄິດ​ແລະ​ຄວາມ​ຮູ້ສຶກ​ເລິກໆຂອງ​ເຮົາ. ພະເຈົ້າ​ສາມາດ​ຊ່ວຍ​ເຮົາ​ໃຫ້​ເອົາ​ຄວາມ​ຄິດ​ແລະ​ຄວາມ​ຮູ້ສຶກ​ທີ່​ບໍ່​ດີ​ອອກ​ໄປ ແລ້ວ​ໃສ່​ຄວາມ​ຄິດ​ແລະ​ຄວາມ​ຮູ້ສຶກ​ທີ່​ດີ​ເຂົ້າ​ມາ​ແທນ​ໄດ້. (ເພງ. 26:2; 51:10) ຂໍ​ໃຫ້​ພິຈາລະນາ​ຕົວຢ່າງ​ຂອງ​ໂມເຊ​ແລະ​ໂປໂລ​ເຊິ່ງ​ພວກ​ເຂົາ​ໄດ້​ເອົາ​ຊະນະ​ຄວາມ​ຮູ້ສຶກ​ອິດສາ​ມາ​ແລ້ວ.

ໂມເຊ ໂຢຊວຍ ແລະ​ຊາວ​ອິດສະຣາເອນ​ກຸ່ມ​ໜຶ່ງ​ກຳລັງ​ຢືນ​ຢູ່​ໃກ້​ເຕັ້ນ​ສັກສິດ. ໂຢຊວຍ​ບອກ​ໂມເຊ​ຫ້າມ​ຜູ້​ຊາຍ 2 ຄົນ​ທີ່​ເຮັດ​ທ່າ​ທາງ​ຄື​ຜູ້​ພະຍາກອນ.

ຊາຍ​ໜຸ່ມ​ອິດສະຣາເອນ​ຄົນ​ໜຶ່ງ​ແລ່ນ​ມາ​ບອກ​ໂມເຊ​ແລະ​ໂຢຊວຍ​ວ່າ ມີ​ຜູ້​ຊາຍ​ສອງ​ຄົນ​ທີ່​ຢູ່​ໃນ​ຄ້າຍ​ພັກ​ກຳລັງ​ເຮັດ​ທ່າ​ທາງ​ຄື​ຜູ້​ພະຍາກອນ. ໂຢຊວຍ​ບອກ​ໂມເຊ​ໃຫ້​ຫ້າມ​ພວກ​ເຂົາ ແຕ່​ໂມເຊ​ບໍ່​ເຮັດ ລາວ​ບອກ​ໂຢຊວຍ​ວ່າ ລາວ​ດີ​ໃຈ​ທີ່​ພະ​ເຢໂຫວາ​ໃຫ້​ພະລັງ​ບໍລິສຸດ​ຂອງ​ພະອົງ​ຢູ່​ກັບ 2 ຄົນ​ນັ້ນ (ເບິ່ງ​ຂໍ້ 10)

10. ມີ​ເຫດການ​ຫຍັງ​ເກີດ​ຂຶ້ນ​ທີ່​ອາດ​ເຮັດ​ໃຫ້​ໂມເຊ​ຮູ້ສຶກ​ອິດສາ? (ເບິ່ງ​ຮູບ​ໜ້າ​ປົກ)

10 ໂມເຊ ມີ​ອຳນາດ​ເໜືອ​ປະຊາຊົນ​ຂອງ​ພະເຈົ້າ ແຕ່​ລາວ​ກໍ​ບໍ່​ໄດ້​ຂັດ​ຂວາງ​ຄົນ​ອື່ນ​ບໍ່​ໃຫ້​ໄດ້​ຮັບ​ສິດທິ​ພິເສດ. ຕົວຢ່າງ: ມີ​ເທື່ອ​ໜຶ່ງ ພະ​ເຢໂຫວາ​ໄດ້​ເອົາ​ພະລັງ​ບໍລິສຸດ​ບາງ​ສ່ວນ​ທີ່​ໃຫ້​ໂມເຊ​ໄປ​ໃຫ້​ກັບ​ພວກ​ຜູ້​ນຳ​ອິດສະຣາເອນ​ທີ່​ຢືນ​ຢູ່​ໃກ້​ເຕັ້ນ​ສັກສິດ. ຫຼັງ​ຈາກ​ນັ້ນ​ບໍ່​ດົນ​ໂມເຊ​ກໍ​ໄດ້​ຍິນ​ວ່າ ມີ​ຜູ້​ນຳ​ສອງ​ຄົນ​ທີ່​ບໍ່​ໄດ້​ໄປ​ເຕັ້ນ​ສັກສິດ​ກໍ​ໄດ້​ຮັບ​ພະລັງ​ບໍລິສຸດ​ຄື​ກັນ​ແລະ​ເລີ່ມ​ເຮັດ​ທ່າ​ທາງ​ຄື​ຜູ້​ພະຍາກອນ. ໂຢຊວຍ​ບອກ​ໂມເຊ​ໃຫ້​ຫ້າມ​ພວກ​ເຂົາ ແຕ່​ໂມເຊ​ມີ​ທ່າທີ​ແນວ​ໃດ? ໂມເຊ​ບໍ່​ໄດ້​ອິດສາ​ສອງ​ຄົນ​ນັ້ນ​ທີ່​ພະ​ເຢໂຫວາ​ໃສ່​ໃຈ​ເປັນ​ພິເສດ. ແຕ່​ລາວ​ຖ່ອມ​ຕົວ​ແລະ​ດີ​ໃຈ​ທີ່​ພວກ​ເຂົາ​ໄດ້​ຮັບ​ສິດທິ​ພິເສດ. (ຈົດເຊັນ. 11:24-29) ເຮົາ​ໄດ້​ຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ໂມເຊ?

ຮູບ 1: ໃນ​ການ​ປະຊຸມ​ຂອງ​ຄະນະ​ຜູ້​ດູ​ແລ ພີ່ນ້ອງ​ຊາຍ​ສູງ​ອາຍຸ​ຖືກ​ຂໍ​ໃຫ້​ຝຶກ​ຜູ້​ດູ​ແລ​ທີ່​ອາຍຸ​ນ້ອຍ​ກວ່າ​ໃຫ້​ນຳ​ການ​ສຶກສາ​ຫໍສັງເກດການ. 2. ຜູ້​ດູ​ແລ​ທີ່​ອາຍຸ​ນ້ອຍ​ນຳ​ການ​ສຶກສາ​ຫໍສັງເກດການ​ໃນ​ຂະນະ​ທີ່​ພີ່ນ້ອງ​ຊາຍ​ສູງ​ອາຍຸ​ຕັ້ງ​ໃຈ​ນັ່ງ​ຟັງ​ລາວ. 3. ພີ່ນ້ອງ​ຊາຍ​ສູງ​ອາຍຸ​ຈັບ​ມື​ຜູ້​ດູ​ແລ​ທີ່​ອາຍຸ​ນ້ອຍ​ກວ່າ​ແລະ​ຊົມ​ເຊີຍ​ລາວ.

ຜູ້​ດູ​ແລ​ຈະ​ຮຽນ​ແບບ​ຄວາມ​ຖ່ອມ​ຕົວ​ຂອງ​ໂມເຊ​ໄດ້​ແນວ​ໃດ? (ເບິ່ງ​ຂໍ້ 11-12)c

11. ຜູ້​ດູ​ແລ​ສາມາດ​ຮຽນ​ແບບ​ໂມເຊ​ແນວ​ໃດ?

11 ຖ້າ​ເຈົ້າ​ເປັນ​ຜູ້​ດູ​ແລ ເຈົ້າ​ເຄີຍ​ຖືກ​ຂໍ​ໃຫ້​ຝຶກ​ຄົນ​ອື່ນ​ໃຫ້​ເຮັດ​ວຽກ​ທີ່​ເຈົ້າ​ມັກ​ເປັນ​ພິເສດ​ໃນ​ປະຊາຄົມ​ບໍ? ຕົວຢ່າງ: ເຈົ້າ​ອາດ​ມັກ​ສິດທິ​ພິເສດ​ທີ່​ໄດ້​ນຳ​ການ​ສຶກສາ​ຫໍສັງເກດການ ແຕ່​ລະ​ອາທິດ. ຖ້າ​ເຈົ້າ​ຖ່ອມ​ຕົວ​ຄື​ໂມເຊ ເຈົ້າ​ຈະ​ບໍ່​ຄິດ​ວ່າ​ຕົວ​ເອງ​ສູນ​ເສຍ​ສິດທິ​ພິເສດ​ເມື່ອ​ຖືກ​ຂໍ​ໃຫ້​ຝຶກ​ພີ່ນ້ອງ​ຊາຍ​ຈົນ​ລາວ​ສາມາດ​ເຮັດ​ວຽກ​ນີ້​ໄດ້. ແຕ່​ເຈົ້າ​ຈະ​ດີ​ໃຈ​ທີ່​ໄດ້​ຊ່ວຍ​ພີ່ນ້ອງ​ຂອງ​ເຈົ້າ.

12. ຄລິດສະຕຽນ​ຫຼາຍ​ຄົນ​ໃນ​ທຸກ​ມື້​ນີ້​ສະແດງ​ຄວາມ​ຖ່ອມ​ແລະຄວາມ​ພໍ​ໃຈ​ໃນ​ສິ່ງ​ທີ່​ມີ​ຢູ່​ແນວ​ໃດ?

12 ຂໍ​ໃຫ້​ເຮົາ​ມາ​ເບິ່ງ​ສະຖານະການ​ຂອງ​ພີ່ນ້ອງ​ຊາຍ​ທີ່​ມີ​ອາຍຸ​ຫຼາຍ​ແລ້ວ. ຫຼາຍ​ຄົນ​ຮັບໃຊ້​ເປັນ​ຜູ້​ປະສານ​ງານ​ຄະນະ​ຜູ້​ດູ​ແລ​ໄດ້​ຫຼາຍ​ປີ​ແລ້ວ ເມື່ອ​ຮອດ​ອາຍຸ 80 ປີ​ພວກ​ເຂົາ​ກໍ​ເຕັມ​ໃຈ​ເຊົາ​ເຮັດ​ວຽກ​ນັ້ນ. ສ່ວນ​ຜູ້​ດູ​ແລ​ໝວດ​ເມື່ອ​ຮອດ​ອາຍຸ 70 ປີ​ພວກ​ເຂົາ​ກໍ​ຖ່ອມ​ຕົວ​ຍອມ​ຮັບ​ເອົາ​ວຽກ​ມອບ​ໝາຍ​ອື່ນ. ນອກ​ຈາກ​ນັ້ນ ໃນ​ບໍ່​ເທົ່າໃດ​ປີ​ມາ​ນີ້ ສະມາຊິກ​ຄອບຄົວ​ເບເທນ​ຫຼາຍ​ຄົນ​ກໍໄດ້​ຮັບ​ວຽກ​ມອບ​ໝາຍ​ໃໝ່​ໃນ​ເຂດ​ປະກາດ. ພີ່ນ້ອງ​ຊາຍ​ຍິງ​ທີ່​ສັດ​ຊື່​ເຫຼົ່າ​ນີ້​ບໍ່​ໄດ້​ຮູ້ສຶກ​ຄຽດ​ຫຼື​ບໍ່​ພໍ​ໃຈ​ຜູ້​ທີ່​ເຮັດ​ວຽກ​ມອບ​ໝາຍ​ແທນ​ພວກ​ເຂົາ.

13. ອັນ​ໃດ​ອາດ​ເຮັດ​ໃຫ້​ໂປໂລ​ອິດສາ​ອັກຄະສາວົກ 12 ຄົນ?

13 ອັກຄະສາວົກ​ໂປໂລ ເປັນ​ອີກ​ຄົນ​ໜຶ່ງ​ທີ່​ເປັນ​ຕົວຢ່າງ​ທີ່​ດີ​ໃນ​ການ​ເປັນ​ຄົນ​ຖ່ອມ​ຕົວ​ແລະ​ພໍ​ໃຈ​ກັບ​ສິ່ງ​ທີ່​ມີ. ໂປໂລ​ບໍ່​ຍອມ​ໃຫ້​ຄວາມ​ອິດສາ​ເຕີບ​ໃຫຍ່​ຂຶ້ນ​ໃນ​ຫົວໃຈ. ເຖິງ​ວ່າ​ລາວ​ຈະ​ເຮັດ​ວຽກ​ໜັກ​ຫຼາຍ​ໃນ​ວຽກ​ຮັບໃຊ້ ແຕ່​ລາວ​ກໍ​ຍັງ​ເວົ້າ​ຢ່າງ​ຖ່ອມ​ຕົວ​ວ່າ: “ຂ້ອຍ​ຕ່ຳ​ຕ້ອຍ​ທີ່ສຸດ​ໃນ​ພວກ​ອັກຄະສາວົກ ແລະ​ບໍ່​ເໝາະ​ສົມ​ທີ່​ຈະ​ຖືກ​ເອີ້ນ​ວ່າ​ອັກຄະສາວົກ​ດ້ວຍ​ຊ້ຳ.” (1 ກຣ. 15:9, 10) ອັກຄະສາວົກ 12 ຄົນ​ໄດ້​ໃກ້​ຊິດ​ກັບ​ພະ​ເຢຊູ​ຕອນ​ທີ່​ເພິ່ນ​ຢູ່​ເທິງ​ໂລກ ແຕ່​ຕອນ​ນັ້ນ​ໂປໂລ​ຍັງ​ບໍ່​ໄດ້​ເຂົ້າ​ມາ​ເປັນ​ຄລິດສະຕຽນ​ຈົນ​ຫຼັງ​ຈາກ​ພະ​ເຢຊູ​ຕາຍ​ແລະ​ຄືນ​ມາ​ຈາກ​ຕາຍ. ຕໍ່​ມາ​ໂປໂລ​ກໍ​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ໃຫ້​ເປັນ “ອັກຄະສາວົກ​ທີ່​ຖືກ​ສົ່ງ​ໄປ​ຫາ​ຄົນ​ຕ່າງ​ຊາດ” ແຕ່​ລາວ​ກໍ​ບໍ່ໄດ້​ຮັບ​ສິດທິ​ພິເສດ​ໃຫ້​ເປັນ​ໜຶ່ງ​ໃນ​ອັກຄະສາວົກ 12 ຄົນ. (ຣມ. 11:13; ກຈກ. 1:21-26) ແທນ​ທີ່​ຈະ​ອິດສາ​ອັກຄະສາວົກ 12 ຄົນ​ທີ່​ໄດ້​ໃກ້​ຊິດ​ພະ​ເຢຊູ ໂປໂລ​ກໍ​ພໍ​ໃຈ​ກັບ​ຖານະ​ທີ່​ລາວ​ມີ.

14. ເຮົາ​ຈະ​ເຮັດ​ຫຍັງ​ຖ້າ​ເຮົາ​ຖ່ອມ​ຕົວ​ແລະ​ພໍ​ໃຈ​ໃນ​ສິ່ງ​ທີ່​ມີ?

14 ຖ້າ​ເຮົາ​ເປັນ​ຄົນ​ຖ່ອມ​ຕົວ​ແລະ​ພໍ​ໃຈ​ໃນ​ສິ່ງ​ທີ່​ມີ ເຮົາ​ຈະ​ເປັນ​ຄື​ກັບ​ໂປໂລ​ແລະ​ນັບຖື​ຄົນ​ທີ່​ພະ​ເຢໂຫວາ​ໃຫ້​ອຳນາດ. (ກຈກ. 21:20-26) ພະ​ເຢໂຫວາ​ແຕ່ງ​ຕັ້ງ​ຜູ້​ຊາຍ​ໃຫ້​ນຳ​ໜ້າ​ປະຊາຄົມ​ຄລິດສະຕຽນ. ເຖິງ​ວ່າ​ພວກ​ເຂົາ​ຈະ​ບໍ່​ສົມບູນ​ແບບ ແຕ່​ພະອົງ​ກໍ​ຖື​ວ່າ​ພວກ​ເຂົາ​ເປັນ “ຂອງ​ຂວັນ​ທີ່​ເປັນ​ມະນຸດ.” (ອຟຊ. 4:8, 11) ເມື່ອ​ພວກ​ເຮົາ​ນັບຖື​ຜູ້​ຊາຍ​ທີ່​ໄດ້​ຮັບ​ການ​ແຕ່ງ​ຕັ້ງ​ເຫຼົ່າ​ນີ້​ແລະ​ຖ່ອມ​ຕົວ​ເຮັດ​ຕາມ​ການ​ຊີ້​ນຳ​ຂອງ​ພວກ​ເຂົາ ເຮົາ​ກໍ​ຈະ​ໃກ້​ຊິດ​ພະ​ເຢໂຫວາ​ສະເໝີ​ແລະ​ມີ​ສັນຕິສຸກ​ກັບ​ພີ່ນ້ອງ​ຮ່ວມ​ຄວາມ​ເຊື່ອ.

“ຕັ້ງ​ໃຈ​ເຮັດ​ສິ່ງ​ທີ່​ສ້າງ​ສັນຕິສຸກ”

15. ເຮົາ​ຕ້ອງ​ເຮັດ​ຫຍັງ?

15 ຖ້າ​ເຮົາ​ອິດສາ​ຄົນ​ອື່ນ​ຫຼື​ຄົນ​ອື່ນ​ອິດສາ​ເຮົາ ເຮົາ​ກໍ​ຈະ​ບໍ່​ມີ​ສັນຕິສຸກ. ເຮົາ​ຕ້ອງ​ກຳຈັດ​ຄວາມ​ອິດສາ​ອອກ​ຈາກ​ຫົວໃຈ​ຄື​ກັບ​ຫຼົກ​ຫຍ້າ​ຖິ້ມ ແລະ​ຫຼີກ​ລ່ຽງ​ທີ່​ຈະ​ບໍ່​ເຮັດ​ສິ່ງ​ທີ່​ເຮັດ​ໃຫ້​ຄົນ​ອື່ນ​ອິດສາ. ເຮົາ​ຕ້ອງ​ເຮັດ​ສອງ​ຢ່າງ​ນັ້ນ​ເພື່ອ​ຈະ​ເຊື່ອ​ຟັງ​ຄຳ​ສັ່ງ​ຂອງ​ພະ​ເຢໂຫວາ​ທີ່​ໃຫ້ “ເຮັດ​ສິ່ງ​ທີ່​ສ້າງ​ສັນຕິສຸກ​ແລະ​ສິ່ງ​ທີ່​ສົ່ງເສີມ​ກັນ​ໃຫ້​ເຂັ້ມແຂງ​ຂຶ້ນ.” (ຣມ. 14:19) ເຮົາ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຊ່ວຍ​ຄົນ​ອື່ນ​ໃຫ້​ເອົາ​ຊະນະ​ຄວາມ​ອິດສາ ແລະ​ເຮົາ​ຈະ​ຊ່ວຍ​ສ້າງ​ສັນຕິສຸກ​ໄດ້​ແນວ​ໃດ?

16. ເຮົາ​ຈະ​ຊ່ວຍ​ຄົນ​ອື່ນ​ໃຫ້​ເອົາ​ຊະນະ​ຄວາມ​ອິດສາ​ໄດ້​ແນວ​ໃດ?

16 ຄວາມ​ຄິດ​ແລະ​ການ​ກະທຳ​ຂອງ​ເຮົາ​ສົ່ງ​ຜົນ​ຕໍ່​ຄົນ​ອື່ນ​ໄດ້. ໂລກ​ນີ້​ຢາກ​ໃຫ້​ເຮົາ “ໂອ້​ອວດ” ສິ່ງ​ຂອງ​ທີ່​ເຮົາ​ມີ. (1 ຢຮ. 2:16) ແຕ່​ຄວາມ​ຄິດ​ແບບ​ນັ້ນ​ເຮັດ​ໃຫ້​ເກີດ​ຄວາມ​ອິດສາ. ເພື່ອ​ເຮົາ​ຈະ​ບໍ່​ເຮັດ​ໃຫ້​ຄົນ​ອື່ນ​ມີ​ຄວາມ​ອິດສາ ເຮົາ​ຕ້ອງ​ບໍ່​ເວົ້າ​ເລື້ອຍໆກ່ຽວ​ກັບ​ສິ່ງ​ທີ່​ເຮົາ​ມີ​ຫຼື​ສິ່ງ​ທີ່​ເຮົາ​ວາງ​ແຜນ​ຈະ​ຊື້. ແລະ​ອີກ​ວິທີ​ໜຶ່ງ​ກໍ​ຄື​ເຮົາ​ຕ້ອງ​ຈຽມ​ຕົວ​ເມື່ອ​ໄດ້​ຮັບ​ສິດທິ​ພິເສດ​ໃນ​ປະຊາຄົມ. ຖ້າ​ເຮົາ​ເວົ້າ​ເລື່ອງ​ສິດທິ​ພິເສດ​ຂອງ​ຕົວ​ເອງ​ຕະຫຼອດ ກໍ​ສ່ຳ​ກັບ​ວ່າ​ເຮົາ​ກຳລັງ​ກຽມ​ດິນ​ໃຫ້​ຄວາມ​ອິດສາ​ເຕີບ​ໃຫຍ່. ແຕ່​ຖ້າ​ເຮົາ​ສົນ​ໃຈ​ຄົນ​ອື່ນ​ແທ້ໆແລະ​ຊົມ​ເຊີຍ​ສິ່ງ​ດີໆທີ່​ພວກ​ເຂົາ​ເຮັດ ເຮົາ​ກໍ​ຈະ​ຊ່ວຍ​ພວກ​ເຂົາ​ໃຫ້​ພໍ​ໃຈ​ໃນ​ສິ່ງ​ທີ່​ມີ​ແລະ​ເຮົາ​ກໍ​ກຳລັງ​ສ້າງ​ສັນຕິສຸກ​ແລະ​ຄວາມ​ເປັນ​ນ້ຳ​ໜຶ່ງ​ໃຈ​ດຽວ​ໃນ​ປະຊາຄົມ.

17. ໃນ​ທີ່​ສຸດ​ພວກ​ອ້າຍ​ຂອງ​ໂຢເຊັບ​ສາມາດ​ເຮັດ​ຫຍັງ​ໄດ້ ແລະ​ຍ້ອນ​ຫຍັງ?

17 ເຮົາ​ສາມາດ​ເອົາ​ຊະນະ​ຄວາມ​ອິດສາ​ໄດ້! ໃຫ້​ເຮົາ​ມາ​ເບິ່ງ​ຕົວຢ່າງ​ຂອງ​ພວກ​ອ້າຍ​ໂຢເຊັບ​ອີກ​ເທື່ອ​ໜຶ່ງ. ຫຼາຍ​ປີ​ຫຼັງ​ຈາກ​ທີ່​ພວກ​ອ້າຍ​ເຮັດ​ບໍ່​ດີ​ຕໍ່​ໂຢເຊັບ ພວກ​ເຂົາ​ກໍ​ພົບ​ໂຢເຊັບ​ອີກ​ຢູ່​ເອຢິບ. ກ່ອນ​ທີ່​ໂຢເຊັບ​ຈະ​ບອກ​ວ່າ​ລາວ​ແມ່ນ​ໃຜ ລາວ​ໄດ້​ລອງ​ໃຈ​ພວກ​ອ້າຍ​ເບິ່ງ​ວ່າ​ພວກ​ເຂົາ​ໄດ້​ປ່ຽນ​ແປງ​ຕົວ​ເອງ​ຫຼື​ບໍ. ລາວ​ໄດ້​ຈັດ​ໂອກາດ​ກິນ​ເຂົ້າ​ກັບ​ອ້າຍ​ນ້ອງ​ຂອງ​ລາວ ແລະ​ໃຫ້​ເບນຢາມີນ​ນ້ອງ​ຊາຍ​ຫຼ້າ​ໄດ້​ອາຫານ​ຫຼາຍ​ກວ່າ​ໝູ່. (ຕົ້ນ. 43:33, 34) ແຕ່​ພວກ​ອ້າຍ​ບໍ່​ໄດ້​ອິດສາ​ເບນຢາມີນ​ຈັກ​ໜ້ອຍ. ແທນ​ທີ່​ຈະ​ເປັນ​ແນວ​ນັ້ນ ພວກ​ເຂົາ​ຮັກ​ແລະ​ເປັນ​ຫ່ວງ​ເບນຢາມີນ​ແລະ​ຢາໂຄບ​ພໍ່​ຂອງ​ພວກ​ເຂົາ​ແທ້ໆ. (ຕົ້ນ. 44:30-34) ຍ້ອນ​ພວກ​ອ້າຍ​ຂອງ​ໂຢເຊັບ​ບໍ່​ມີ​ຄວາມ​ອິດສາ​ແລ້ວ ພວກ​ເຂົາ​ຈຶ່ງ​ເຮັດ​ໃຫ້​ຄອບຄົວ​ກັບ​ມາ​ມີ​ຄວາມ​ສຸກ​ແລະ​ສັນຕິສຸກ​ອີກ​ເທື່ອ​ໜຶ່ງ. (ຕົ້ນ. 45:4, 15) ຄ້າຍ​ຄື​ກັນ ຖ້າ​ເຮົາ​ກຳຈັດ​ຄວາມ​ຮູ້ສຶກ​ອິດສາ​ອອກ​ໄປ​ຈາກ​ໃຈ​ຂອງ​ເຮົາ ເຮົາ​ກໍ​ຈະ​ຊ່ວຍ​ຄອບຄົວ​ແລະ​ປະຊາຄົມ​ໃຫ້​ມີ​ຄວາມ​ສຸກ​ແລະ​ສັນຕິສຸກ​ສະເໝີ.

18. ຕາມ​ຢາໂກໂບ 3:17, 18 ຈະ​ເກີດ​ຫຍັງ​ຂຶ້ນ ຖ້າ​ເຮົາ​ພະຍາຍາມ​ສ້າງ​ສັນຕິສຸກ?

18 ພະ​ເຢໂຫວາ​ຢາກ​ໃຫ້​ເຮົາ​ເອົາ​ຊະນະ​ຄວາມ​ອິດສາ​ແລະ​ສ້າງ​ສັນຕິສຸກ. ເພື່ອ​ຈະ​ເຮັດ​ສອງ​ຢ່າງ​ນີ້​ໄດ້​ເຮົາ​ຕ້ອງ​ອອກ​ຄວາມ​ພະຍາຍາມ​ຫຼາຍ​ແທ້ໆ. ຄື​ກັບ​ທີ່​ເຮົາ​ໄດ້​ຮຽນ​ມາ​ແລ້ວ ເປັນ​ໄປ​ໄດ້​ທີ່​ເຮົາ​ຈະ​ຮູ້ສຶກ​ອິດສາ. (ຢກບ. 4:5) ເຮົາ​ຢູ່​ໃນ​ໂລກ​ທີ່​ຜູ້​ຄົນ​ສົ່ງເສີມ​ໃຫ້​ເຮົາ​ເປັນ​ຄົນ​ທີ່​ອິດສາ. ແຕ່​ຖ້າ​ເຮົາ​ປູກ​ຝັງ​ຄວາມ​ຖ່ອມ ຄວາມ​ພໍ​ໃຈ​ໃນ​ສິ່ງ​ທີ່​ມີ ແລະ​ຮູ້ຈັກ​ຂອບໃຈ ເຮົາ​ກໍ​ຈະ​ບໍ່​ເປັນ​ຄົນ​ຂີ້​ອິດສາ ແລະ​ເຮົາ​ກໍ​ຈະ​ຊ່ວຍ​ສ້າງ​ສັນຕິສຸກ​ເຊິ່ງ​ຈະ​ເຮັດ​ໃຫ້​ເກີດ​ຜົນ​ເປັນ​ຄວາມ​ຖືກຕ້ອງ​ຊອບທຳ.—ອ່ານ​ຢາໂກໂບ 3:17, 18

ເຈົ້າ​ຈະ​ຕອບ​ແນວ​ໃດ?

  • ພະລັງ​ບໍລິສຸດ​ຈະ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເອົາ​ຊະນະ​ຄວາມ​ອິດສາ?

  • ຄວາມ​ຖ່ອມ​ແລະ​ຄວາມ​ພໍ​ໃຈ​ໃນ​ສິ່ງ​ທີ່​ມີ​ຈະ​ຊ່ວຍ​ເຮົາ​ແນວ​ໃດ​ໃຫ້​ເອົາ​ຊະນະ​ຄວາມ​ອິດສາ?

  • ການ​ທີ່​ເຮົາ​ມີ​ຄວາມ​ຄິດ​ທີ່​ຖືກຕ້ອງ​ຈະ​ຊ່ວຍ​ຄົນ​ອື່ນ​ແນວ​ໃດ​ໃຫ້​ເອົາ​ຊະນະ​ຄວາມ​ອິດສາ?

ເພງ 130 ເຮົາ​ຕ້ອງ​ໃຫ້​ອະໄພ​ກັນ

a ອົງການ​ຂອງ​ພະ​ເຢໂຫວາ​ເປັນ​ອົງການ​ທີ່​ມີ​ສັນຕິສຸກ. ແຕ່​ຖ້າ​ເຮົາ​ອິດສາ​ຄົນ​ອື່ນ ເຮົາ​ກໍ​ຈະ​ທຳລາຍ​ສັນຕິສຸກ​ໃນ​ອົງການ. ໃນ​ບົດ​ຄວາມ​ນີ້ ເຮົາ​ຈະ​ພິຈາລະນາ​ວ່າ​ສິ່ງ​ໃດ​ທີ່​ເຮັດ​ໃຫ້​ເກີດ​ຄວາມ​ອິດສາ ເຮົາ​ຈະ​ເອົາ​ຊະນະ​ນິດໄສ​ທີ່​ບໍ່​ດີ​ນີ້​ໄດ້​ແນວ​ໃດ ແລະ​ເຮົາ​ຈະ​ມີ​ສ່ວນ​ຊ່ວຍ​ສ້າງ​ສັນຕິສຸກ​ໄດ້​ແນວ​ໃດ?

b ການ​ອະທິບາຍ​ສຳນວນ: ຕາມ​ທີ່​ບອກ​ໄວ້​ໃນ​ຄຳພີ​ໄບເບິນ ຄວາມ​ອິດສາ​ເຮັດ​ໃຫ້​ຄົນ​ເຮົາ​ບໍ່​ພຽງ​ແຕ່​ຢາກ​ມີ​ໃນ​ສິ່ງ​ທີ່​ຄົນ​ອື່ນ​ມີ ແຕ່​ຢາກ​ໃຫ້​ຄົນ​ນັ້ນ​ສູນ​ເສຍ​ສິ່ງ​ທີ່​ມີ​ນຳ.

c ຄຳ​ອະທິບາຍ​ຮູບ​ພາບ: ໃນ​ການ​ປະຊຸມ​ຂອງ​ຄະນະ​ຜູ້​ດູ​ແລ ຜູ້​ດູ​ແລ​ສູງ​ອາຍຸ​ຄົນ​ໜຶ່ງ​ເຊິ່ງ​ເປັນ​ຜູ້​ນຳ​ການ​ສຶກສາ​ຫໍສັງເກດການຖືກ​ຂໍ​ໃຫ້​ຝຶກ​ຜູ້​ດູ​ແລ​ທີ່​ອາຍຸ​ນ້ອຍ​ກວ່າ. ເຖິງ​ວ່າ​ຜູ້​ດູ​ແລ​ສູງ​ອາຍຸ​ຈະ​ມັກ​ນຳ​ການ​ສຶກສາ​ຫໍສັງເກດການ​ຫຼາຍ ແຕ່​ລາວ​ກໍ​ພ້ອມ​ທີ່​ຈະ​ເຮັດ​ຕາມ​ການ​ຕັດສິນ​ໃຈ​ຂອງ​ຄະນະ​ຜູ້​ດູ​ແລ​ໂດຍ​ໃຫ້​ຄຳ​ແນະນຳ​ທີ່​ມີ​ປະໂຫຍດ​ແລະ​ຊົມ​ເຊີຍ​ຜູ້​ດູ​ແລ​ທີ່​ອາຍຸ​ນ້ອຍ​ກວ່າ​ຈາກ​ໃຈ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌