ບົດຄວາມສຶກສາທີ 26
ຄວາມຮັກຊ່ວຍເຮົາໃຫ້ເອົາຊະນະຄວາມຢ້ານໄດ້
“ພະເຢໂຫວາຢູ່ຝ່າຍຂ້ອຍ ຂ້ອຍຈະບໍ່ຢ້ານກົວ.”—ເພງ. 118:6
ເພງ 105 “ພະເຈົ້າເປັນຄວາມຮັກ”
ໃຈຄວາມສຳຄັນa
1. ພີ່ນ້ອງບາງຄົນຢ້ານຫຍັງ?
ລອງຄິດເຖິງສະພາບການທີ່ພີ່ນ້ອງບາງຄົນຕ້ອງເຈິ. ເຊັ່ນ: ເນັດສ໌ເຕີແລະມາເຣຍຢາກໄປຮັບໃຊ້ໃນເຂດທີ່ຕ້ອງການຜູ້ປະກາດຫຼາຍກວ່າ.b ແຕ່ເພື່ອຈະເຮັດແບບນັ້ນໄດ້ ເຂົາເຈົ້າຕ້ອງໃຊ້ຊີວິດແບບພໍພຽງແລະໃຊ້ເງິນໜ້ອຍລົງ. ແຕ່ເຂົາເຈົ້າກໍຢ້ານວ່າຖ້າເຮັດແບບນັ້ນ ເຂົາເຈົ້າຈະມີຊີວິດທີ່ບໍ່ມີຄວາມສຸກ. ເມື່ອບິນນຽມເຂົ້າມາເປັນພະຍານພະເຢໂຫວາໃນປະເທດທີ່ວຽກປະກາດຖືກຕໍ່ຕ້ານ ລາວກໍຮູ້ວ່າຕົວເອງຈະຖືກຕໍ່ຕ້ານຄືກັນ. ລາວຮູ້ສຶກຢ້ານຫຼາຍ ແຕ່ສິ່ງທີ່ເຮັດໃຫ້ລາວຢ້ານຫຼາຍກວ່ານັ້ນແມ່ນ ລາວຢ້ານວ່າຄອບຄົວຈະຮູ້ສຶກແນວໃດທີ່ລາວປ່ຽນມານັບຖືສາສະໜາໃໝ່. ວາລາຣີໄດ້ກວດພົບວ່າເປັນມະເຮັງທີ່ຮ້າຍແຮງ ແລະລາວກໍພະຍາຍາມຊອກຫາໝໍຜ່າຕັດທີ່ນັບຖືຄວາມເຊື່ອຂອງລາວເລື່ອງການບໍ່ໃສ່ເລືອດ ແລະລາວກໍຢ້ານວ່າຕົວເອງຈະຕາຍ.
2. ເປັນຫຍັງເຮົາຕ້ອງພະຍາຍາມທີ່ຈະຄວບຄຸມຄວາມຢ້ານ?
2 ເຈົ້າເຄີຍຮູ້ສຶກຢ້ານແບບນັ້ນບໍ? ພວກເຮົາຫຼາຍຄົນເຄີຍຮູ້ສຶກແບບນັ້ນ. ແຕ່ຖ້າເຮົາບໍ່ຄວບຄຸມຄວາມຢ້ານ ເຮົາອາດຈະຕັດສິນໃຈບໍ່ຄ່ອຍດີເຊິ່ງຈະເປັນອັນຕະລາຍຕໍ່ສາຍສຳພັນຂອງເຮົາກັບພະເຢໂຫວາ. ຊາຕານຢາກໃຫ້ເຮົາເຮັດແບບນັ້ນ ແລະມັນກໍພະຍາຍາມໃຊ້ຄວາມຢ້ານນີ້ມາເຮັດໃຫ້ເຮົາບໍ່ເຊື່ອຟັງກົດໝາຍຂອງພະເຢໂຫວາ ເຊິ່ງລວມເຖິງຄຳສັ່ງເລື່ອງການປະກາດຂ່າວດີນຳ. (ພນມ. 12:17) ເຖິງວ່າຊາຕານຈະຊົ່ວຮ້າຍ ໂຫດຫ້ຽມ ແລະມີພະລັງອຳນາດ ແຕ່ເຮົາກໍສາມາດປົກປ້ອງຕົວເອງຈາກມັນໄດ້. ເຮົາຈະເຮັດແບບນັ້ນໄດ້ແນວໃດ?
3. ສິ່ງໃດຈະຊ່ວຍເຮົາໃຫ້ເອົາຊະນະຄວາມຢ້ານໄດ້?
3 ເມື່ອເຮົາໝັ້ນໃຈວ່າພະເຢໂຫວາຮັກແລະພ້ອມທີ່ຈະຊ່ວຍເຮົາ ເຮົາກໍຈະເອົາຊະນະຊາຕານໄດ້. (ເພງ. 118:6) ຂໍໃຫ້ຄິດເຖິງເລື່ອງຂອງຜູ້ຂຽນຄຳເພງບົດ 118 ທີ່ຕ້ອງເຈິຄວາມລຳບາກຫຼາຍຢ່າງ ເຊັ່ນ ລາວມີສັດຕູຫຼາຍຄົນເຊິ່ງບາງຄົນກໍເປັນຜູ້ທີ່ມີຕຳແໜ່ງສູງ. (ຂໍ້ 9, 10) ບາງເທື່ອລາວຕ້ອງເຈິຄວາມກົດດັນຫຼາຍຢ່າງ. (ຂໍ້ 13) ແລະລາວກໍໄດ້ຮັບການສັ່ງສອນຈາກພະເຢໂຫວາຢ່າງໜັກ. (ຂໍ້ 18) ເຖິງວ່າລາວຈະມີບັນຫາຫຼາຍຢ່າງ ແຕ່ລາວກໍຍັງຮ້ອງເພງວ່າ: ‘ຂ້ອຍຈະບໍ່ຢ້ານ.’ ສິ່ງໃດຊ່ວຍລາວບໍ່ໃຫ້ຢ້ານແລະຮູ້ສຶກປອດໄພ? ລາວຮູ້ວ່າເຖິງພະເຢໂຫວາຈະສັ່ງສອນລາວ ແຕ່ພະເຢໂຫວາກໍຮັກລາວຫຼາຍ. ລາວໝັ້ນໃຈວ່າບໍ່ວ່າລາວຈະເຈິບັນຫາແບບໃດ ພະເຢໂຫວາກໍຮັກແລະພ້ອມທີ່ຈະຊ່ວຍລາວສະເໝີ.—ເພງ. 118:29
4. ຖ້າເຮົາໝັ້ນໃຈວ່າພະເຢໂຫວາຮັກເຮົາ ເຮົາຈະເອົາຊະນະຄວາມຢ້ານຫຍັງແດ່?
4 ເຮົາຕ້ອງໝັ້ນໃຈວ່າພະເຢໂຫວາຮັກເຮົາ ເພາະການຮູ້ເລື່ອງນີ້ຈະຊ່ວຍເຮົາໃຫ້ເອົາຊະນະຄວາມຢ້ານ 3 ຢ່າງເຊິ່ງກໍຄື: (1) ຢ້ານຫາລ້ຽງຄອບຄົວບໍ່ໄດ້ (2) ຢ້ານຄົນອື່ນ (3) ຢ້ານຄວາມຕາຍ. ພີ່ນ້ອງທີ່ເຮົາເວົ້າເຖິງກ່ອນໜ້ານີ້ສາມາດເອົາຊະນະຄວາມຢ້ານໄດ້ຍ້ອນເຂົາເຈົ້າໝັ້ນໃຈວ່າພະເຢໂຫວາຮັກເຂົາເຈົ້າ.
ຢ້ານຫາລ້ຽງຄອບຄົວບໍ່ໄດ້
ພີ່ນ້ອງຊາຍກັບລູກຊາຍຂອງລາວເຮັດວຽກຫາປາເພື່ອຫາລ້ຽງຄອບຄົວ (ເບິ່ງຂໍ້ 5)
5. ຫົວໜ້າຄອບຄົວອາດຈະຢ້ານຫຍັງແດ່? (ເບິ່ງຮູບໜ້າປົກ)
5 ຫົວໜ້າຄອບຄົວມີໜ້າທີ່ຮັບຜິດຊອບທີ່ສຳຄັນໃນການຫາລ້ຽງຄອບຄົວ. (1 ຕມ. 5:8) ຖ້າເຈົ້າເປັນຫົວໜ້າຄອບຄົວ ເຈົ້າອາດຢ້ານວ່າຈະຕົກວຽກໃນຊ່ວງທີ່ມີໂລກລະບາດນີ້ ຢ້ານວ່າຈະບໍ່ມີເງິນຊື້ອາຫານຫຼືຈ່າຍຄ່າເຊົ່າເຮືອນ ແລະຢ້ານວ່າຖ້າຕົກວຽກຈະຊອກຫາວຽກໃໝ່ບໍ່ໄດ້. ຫຼືເຈົ້າອາດຈະຮູ້ສຶກຄືກັບເນັດສ໌ເຕີແລະມາເຣຍທີ່ຢ້ານວ່າ ຖ້າເຮັດວຽກໜ້ອຍລົງຈະມີເງິນບໍ່ພໍໃຊ້. ຊາຕານເຄີຍໃຊ້ຄວາມຢ້ານແບບນີ້ແຫຼະມາເຮັດໃຫ້ຫຼາຍຄົນເຊົາຮັບໃຊ້ພະເຢໂຫວາ.
6. ຊາຕານພະຍາຍາມເຮັດໃຫ້ເຮົາຄິດແບບໃດ?
6 ຊາຕານພະຍາຍາມເຮັດໃຫ້ເຮົາຄິດວ່າ ພະເຢໂຫວາບໍ່ຮັກແລະຈະບໍ່ຊ່ວຍເຮົາໃນການເບິ່ງແຍງຄອບຄົວ. ນີ້ອາດເຮັດໃຫ້ເຮົາຄິດວ່າເຮົາຕ້ອງເຮັດທຸກຢ່າງເພື່ອຈະມີວຽກເຮັດຕໍ່ໄປ ເຊິ່ງເຮົາອາດຈະຍອມເຮັດສິ່ງທີ່ຂັດກັບຫຼັກການໃນຄຳພີໄບເບິນ.
7. ພະເຢຊູຮັບຮອງກັບເຮົາເລື່ອງຫຍັງ?
7 ພະເຢຊູຮູ້ຈັກພະເຢໂຫວາດີກວ່າຄົນອື່ນໆ. ເພິ່ນຈຶ່ງຮັບຮອງກັບເຮົາວ່າ: “ພະເຈົ້າຜູ້ເປັນພໍ່ ຮູ້ວ່າ [ເຮົາ] ຕ້ອງການຫຍັງກ່ອນທີ່ [ເຮົາ] ຈະຂໍນຳເພິ່ນຊ້ຳ.” (ມທ. 6:8) ພະເຢຊູຮູ້ວ່າພະເຢໂຫວາພ້ອມທີ່ຈະໃຫ້ສິ່ງຈຳເປັນກັບເຮົາ. ເນື່ອງຈາກເຮົາເປັນຄລິດສະຕຽນ ເຮົາຈຶ່ງເປັນຄົນໃນຄອບຄົວຂອງເພິ່ນ. ດັ່ງນັ້ນ ເຮົາໝັ້ນໃຈໄດ້ວ່າພະເຢໂຫວາຜູ້ທີ່ເປັນຫົວໜ້າຄອບຄົວຈະເຮັດຕາມຫຼັກການທີ່ຢູ່ໃນ 1 ຕີໂມທຽວ 5:8.
ພະເຢໂຫວາຈະເບິ່ງແຍງເຮົາໃຫ້ມີສິ່ງຈຳເປັນ. ເພິ່ນອາດຈະໃຊ້ພີ່ນ້ອງໃຫ້ມາຊ່ວຍເຮົາ. (ເບິ່ງຂໍ້ 8)d
8. (ກ) ສິ່ງໃດຈະຊ່ວຍເຮົາໃຫ້ເອົາຊະນະຄວາມຢ້ານທີ່ວ່າຈະຫາລ້ຽງຄອບຄົວບໍ່ໄດ້? (ມັດທາຍ 6:31-33) (ຂ) ຕາມຮູບພາບ ເຮົາຈະຮຽນແບບພີ່ນ້ອງຄູ່ໜຶ່ງທີ່ແບ່ງປັນອາຫານໃຫ້ພີ່ນ້ອງຄົນອື່ນແນວໃດ?
8 ເມື່ອເຮົາເຊື່ອວ່າພະເຢໂຫວາຮັກເຮົາແລະ ຄອບຄົວຂອງເຮົາ ເຮົາກໍໝັ້ນໃຈໄດ້ວ່າເຮົາຈະມີສິ່ງຈຳເປັນ. (ອ່ານມັດທາຍ 6:31-33) ຍ້ອນພະເຢໂຫວາເປັນພະເຈົ້າທີ່ໃຈກວ້າງແລະຮັກເຮົາ ເພິ່ນຈຶ່ງໄດ້ຈັດກຽມຫຼາຍຢ່າງເພື່ອເຮົາ ເຊັ່ນ: ຕອນທີ່ເພິ່ນສ້າງໂລກນີ້ ເພິ່ນບໍ່ພຽງແຕ່ໃຫ້ສິ່ງຈຳເປັນເພື່ອເຮົາຈະມີຊີວິດຢູ່ໄດ້ ແຕ່ເພິ່ນໄດ້ໃຫ້ເຮົາມີສິ່ງຕ່າງໆທີ່ເຮັດໃຫ້ເຮົາມີຄວາມສຸກ. (ຕົ້ນ. 2:9) ເຖິງວ່າບາງຄັ້ງເຮົາຈະມີແຕ່ສິ່ງຈຳເປັນແລະບໍ່ໄດ້ມີສິ່ງຂອງຫຼາຍຢ່າງ ແຕ່ຂໍໃຫ້ຮູ້ວ່າທີ່ເຮົາມີ ສິ່ງຈຳເປັນເຫຼົ່ານີ້ກໍຍ້ອນພະເຢໂຫວາ. (ມທ. 6:11) ດັ່ງນັ້ນ ເຮົາຄວນຈື່ໄວ້ສະເໝີວ່າ ທຸກສິ່ງທີ່ເຮົາເສຍສະລະໄປໃນຕອນນີ້ທຽບບໍ່ໄດ້ເລີຍກັບສິ່ງທີ່ພະເຢໂຫວາໃຫ້ເຮົາໃນຕອນນີ້ແລະຈະໃຫ້ໃນອະນາຄົດ. ເລື່ອງນີ້ໄດ້ເກີດຂຶ້ນແທ້ກັບເນັດສ໌ເຕີແລະມາເຣຍ.—ເອຊາ. 65:21, 22
9. ເຮົາໄດ້ບົດຮຽນຫຍັງຈາກເລື່ອງຂອງເນັດສ໌ເຕີກັບມາເຣຍ?
9 ເນັດສ໌ເຕີແລະມາເຣຍມີວຽກທີ່ດີແລະມີເຮືອນຫຼັງງາມໆຢູ່ໂກລົມບີ. ເຂົາເຈົ້າເວົ້າວ່າ: “ພວກເຮົາຄິດທີ່ຈະໃຊ້ຊີວິດແບບພໍພຽງແລະຮັບໃຊ້ພະເຢໂຫວາຫຼາຍຂຶ້ນ. ແຕ່ເຮົາກໍຢ້ານວ່າຖ້າເຮົາມີເງິນໜ້ອຍລົງ ເຮົາຈະບໍ່ມີຄວາມສຸກ.” ແລ້ວສິ່ງໃດຊ່ວຍເຂົາເຈົ້າໃຫ້ເອົາຊະນະຄວາມຢ້ານໄດ້? ເຂົາເຈົ້າໄດ້ຄິດເຖິງຄວາມຮັກທີ່ພະເຢໂຫວາສະແດງຕໍ່ເຂົາເຈົ້າໃນວິທີຕ່າງໆ. ນີ້ຈຶ່ງເຮັດໃຫ້ເຂົາເຈົ້າໝັ້ນໃຈວ່າພະເຢໂຫວາຈະເບິ່ງແຍງໃຫ້ເຂົາເຈົ້າມີສິ່ງຈຳເປັນ. ເຂົາເຈົ້າກໍເລີຍລາອອກຈາກວຽກທີ່ມີເງິນເດືອນສູງ ຂາຍເຮືອນ ແລະຍ້າຍໄປເຂດທີ່ຕ້ອງການຜູ້ປະກາດຫຼາຍກວ່າ. ເຂົາເຈົ້າຮູ້ສຶກແນວໃດເມື່ອຕັດສິນໃຈແບບນັ້ນ? ເນັດສ໌ເຕີບອກວ່າ: “ເຮົາເຫັນດ້ວຍຕົວເອງເລີຍວ່າ ຂໍ້ຄຳພີໃນມັດທາຍ 6:33 ເປັນຈິງກັບເຮົາ. ເຮົາບໍ່ເຄີຍຂາດສິ່ງຈຳເປັນຫຍັງເລີຍ ແລະຕອນນີ້ເຮົາກໍມີຊີວິດທີ່ມີຄວາມສຸກຫຼາຍກວ່າ.”
ຢ້ານຄົນອື່ນ
10. ເປັນຫຍັງເຮົາຈຶ່ງຢ້ານຄົນອື່ນ?
10 ຕະຫຼອດປະຫວັດສາດສະແດງໃຫ້ເຫັນວ່າຄົນເຮົາມັກທຳຮ້າຍກັນ. (ຜູ້ປ. 8:9) ຕົວຢ່າງເຊັ່ນ: ຜູ້ທີ່ມີອຳນາດມັກໃຊ້ອຳນາດຂົ່ມຂູ່ຄົນອື່ນ. ພວກອາດຊະຍາກອນມັກໃຊ້ຄວາມຮຸນແຮງ. ຢູ່ໂຮງຮຽນບາງຄົນກໍດູຖູກ ເຍາະເຍີ້ຍ ແລະຂົ່ມຂູ່ໝູ່. ແລະແມ່ນແຕ່ຄົນໃນຄອບຄົວກໍເຮັດບໍ່ດີຕໍ່ກັນ. ນີ້ຈຶ່ງບໍ່ແປກທີ່ເຮົາຈະຢ້ານຄົນອື່ນ. ແລ້ວຊາຕານໄດ້ໃຊ້ຄວາມຢ້ານນີ້ໂຈມຕີເຮົາແນວໃດ?
11-12. ຊາຕານໄດ້ໃຊ້ການຢ້ານຄົນອື່ນໂຈມຕີເຮົາແນວໃດ?
11 ຊາຕານພະຍາຍາມເຮັດໃຫ້ເຮົາຢ້ານຄົນອື່ນເພື່ອເຮົາຈະເຊົາປະກາດແລະເຊົາເຮັດສິ່ງຕ່າງໆທີ່ພະເຢໂຫວາບອກ. ຊາຕານໄດ້ໃຊ້ອຳນາດການປົກຄອງໃຫ້ຂົ່ມເຫງເຮົາແລະສັ່ງຫ້າມວຽກປະກາດ. (ລກ. 21:12; ພນມ. 2:10) ນອກຈາກນັ້ນ ຫຼາຍຄົນຍັງໄດ້ເວົ້າຕົວະກ່ຽວກັບພະຍານພະເຢໂຫວາ ແລະຄົນທີ່ເຊື່ອຄຳຕົວະນີ້ກໍໄດ້ເຍາະເຍີ້ຍແລະເຖິງຂັ້ນທຳຮ້າຍຮ່າງກາຍເຮົາ. (ມທ. 10:36) ເຮົາບໍ່ແປກໃຈທີ່ເຈິເລື່ອງແບບນີ້ ເພາະຊາຕານກໍເຄີຍໃຊ້ວິທີນີ້ກັບຄລິດສະຕຽນໃນສະຕະວັດທຳອິດ.—ກຈກ. 5:27, 28, 40
ເຖິງວ່າຄົນໃນຄອບຄົວຈະຕໍ່ຕ້ານ ແຕ່ເຮົາສາມາດໝັ້ນໃຈໃນຄວາມຮັກຂອງພະເຢໂຫວາໄດ້. (ເບິ່ງຂໍ້ 12-14)e
12 ການຢ້ານການຕໍ່ຕ້ານຈາກອຳນາດການປົກຄອງບໍ່ແມ່ນວິທີດຽວທີ່ຊາຕານໃຊ້. ບາງຄົນກໍຢ້ານຄອບຄົວຕໍ່ຕ້ານຫຼາຍກວ່າຢ້ານການໂຈມຕີຈາກຄົນອື່ນ. ເຂົາເຈົ້າຮັກຄອບຄົວແລະຍາດພີ່ນ້ອງ ແລະຢາກຈະໃຫ້ຄົນເຫຼົ່ານັ້ນໄດ້ມາຮູ້ຈັກແລະມາຮັບໃຊ້ພະເຢໂຫວາ. ດັ່ງນັ້ນ ເຂົາເຈົ້າຈຶ່ງຮູ້ສຶກເສຍໃຈຫຼາຍເມື່ອຍາດພີ່ນ້ອງເວົ້າບໍ່ດີກ່ຽວກັບພະເຢໂຫວາແລະປະຊາຊົນຂອງເພິ່ນ. ແຕ່ບາງເທື່ອຍາດພີ່ນ້ອງທີ່ຕໍ່ຕ້ານເຮົາໃນຕອນທຳອິດອາດຈະເຂົ້າມາເປັນພະຍານພະເຢໂຫວາກໍໄດ້. ແຕ່ຖ້າຄົນໃນຄອບຄົວຕັດຂາດກັບເຮົາຍ້ອນເຮົາເປັນພະຍານພະເຢໂຫວາເດ ເຮົາຈະເຮັດແນວໃດ?
13. ການໝັ້ນໃຈໃນຄວາມຮັກຂອງພະເຢໂຫວາຊ່ວຍເຮົາແນວໃດເມື່ອຄອບຄົວປະຖິ້ມເຮົາ? (ຄຳເພງ 27:10)
13 ເຮົາໄດ້ຮັບກຳລັງໃຈຈາກຄຳເວົ້າທີ່ຢູ່ໃນຄຳເພງ 27:10. (ອ່ານ) ເມື່ອເຮົາຈື່ວ່າພະເຢໂຫວາຮັກເຮົາຫຼາຍສ່ຳໃດ ເຮົາກໍຈະບໍ່ຢ້ານເຖິງວ່າຄອບຄົວຈະຕັດຂາດກັບເຮົາຫຼືປະຖິ້ມເຮົາ. ເຮົາໝັ້ນໃຈວ່າພະເຢໂຫວາຈະໃຫ້ລາງວັນກັບເຮົາຖ້າເຮົາອົດທົນ. ພະເຢໂຫວາຈະເບິ່ງແຍງເຮົາທາງຮ່າງກາຍ ອາລົມຄວາມຮູ້ສຶກ ແລະທາງຄວາມເຊື່ອໄດ້ດີກວ່າຄົນອື່ນໆອີກ! ເລື່ອງນີ້ໄດ້ເກີດຂຶ້ນແທ້ກັບບິນນຽມ.
14. ເຮົາໄດ້ບົດຮຽນຫຍັງຈາກເລື່ອງຂອງບິນນຽມ?
14 ບິນນຽມໄດ້ເຂົ້າມາເປັນພະຍານພະເຢໂຫວາເຖິງຈະຮູ້ວ່າຕ້ອງຖືກຂົ່ມເຫງຈາກອຳນາດການປົກຄອງ. ໃຫ້ເຮົາມາເບິ່ງວ່າ ການທີ່ບິນນຽມຮູ້ວ່າພະເຢໂຫວາຮັກລາວໄດ້ຊ່ວຍລາວໃຫ້ເອົາຊະນະການຢ້ານຄົນອື່ນແນວໃດ. ບິນນຽມບອກວ່າ: “ການຖືກຂົ່ມເຫງເປັນຕາຢ້ານຫຼາຍກວ່າທີ່ຂ້ອຍຄິດໄວ້. ແຕ່ສິ່ງທີ່ຂ້ອຍຢ້ານຫຼາຍກວ່າການຂົ່ມເຫງຈາກອຳນາດການປົກຄອງກໍຄືການຕໍ່ຕ້ານຈາກຄອບຄົວ. ຂ້ອຍຢ້ານວ່າ ການທີ່ຂ້ອຍເລືອກມາເປັນພະຍານພະເຢໂຫວາຈະເຮັດໃຫ້ພໍ່ຜິດຫວັງ ແລະເຮັດໃຫ້ຄອບຄົວຄິດວ່າຂ້ອຍບໍ່ປະສົບຜົນສຳເລັດໃນຊີວິດ.” ແຕ່ບິນນຽມກໍໝັ້ນໃຈວ່າພະເຢໂຫວາຈະເບິ່ງແຍງຜູ້ທີ່ເພິ່ນຮັກ. ລາວບອກວ່າ: “ຂ້ອຍຄິດເຖິງວິທີທີ່ພະເຢໂຫວາໄດ້ຊ່ວຍພີ່ນ້ອງຄົນອື່ນໃຫ້ອົດທົນໄດ້ຕອນທີ່ເຂົາເຈົ້າມີບັນຫາເສດຖະກິດ ເຈິຄວາມບໍ່ຍຸຕິທຳ ແລະຖືກທຳຮ້າຍຈາກພວກຜູ້ຕໍ່ຕ້ານ. ຂ້ອຍຮູ້ວ່າຖ້າຂ້ອຍຮັກສາຄວາມສັດຊື່ ພະເຢໂຫວາກໍຈະຊ່ວຍຂ້ອຍ. ແລະຕອນທີ່ຂ້ອຍຖືກຈັບຫຼາຍເທື່ອແລະຖືກທຸບຕີຢ່າງທໍລະມານ ຂ້ອຍກໍເຫັນດ້ວຍຕົວເອງວ່າພະເຢໂຫວາຊ່ວຍຂ້ອຍແທ້ໆ.” ເຫັນໄດ້ວ່າພະເຢໂຫວາເປັນຄືກັບພໍ່ແທ້ໆຂອງບິນນຽມ ແລະພີ່ນ້ອງຄົນອື່ນໆກໍເປັນຄືກັບຄອບຄົວຂອງລາວ.
ຢ້ານຄວາມຕາຍ
15. ເປັນຫຍັງຈຶ່ງເປັນເລື່ອງທຳມະດາທີ່ເຮົາຈະຢ້ານຄວາມຕາຍ?
15 ຄຳພີໄບເບິນບອກວ່າຄວາມຕາຍເປັນຄືກັບສັດຕູ. (1 ກຣ. 15:25, 26) ເຮົາອາດຈະຢ້ານຄວາມຕາຍ ໂດຍສະເພາະຕອນທີ່ເຮົາຫຼືຄົນທີ່ເຮົາຮັກເຈັບປ່ວຍຮ້າຍແຮງ. ເປັນຫຍັງເຮົາຈຶ່ງຢ້ານ? ກໍຍ້ອນວ່າພະເຢໂຫວາສ້າງເຮົາໃຫ້ຢາກມີຊີວິດຕະຫຼອດໄປ. (ຜູ້ປ. 3:11) ແຕ່ການຢ້ານຄວາມຕາຍຢ່າງເໝາະສົມກໍຊ່ວຍປົກປ້ອງຊີວິດເຮົາ ເຊັ່ນ: ຈະເຮັດໃຫ້ເຮົາຢາກກິນອາຫານທີ່ມີປະໂຫຍດແລະອອກກຳລັງກາຍເປັນປະຈຳ. ຫຼືເຮົາອາດຈະຢາກໄປຫາໝໍຫຼືກິນຢາເວລາເຈັບປ່ວຍ. ແລະຍັງຊ່ວຍເຮົາໃຫ້ຫຼີກລ່ຽງທີ່ຈະບໍ່ເຮັດສິ່ງທີ່ເປັນອັນຕະລາຍຕໍ່ຊີວິດ.
16. ຊາຕານໄດ້ໃຊ້ການຢ້ານຄວາມຕາຍເພື່ອໂຈມຕີເຮົາແນວໃດ?
16 ຊາຕານຮູ້ວ່າເຮົາຮັກຊີວິດ. ມັນຈຶ່ງອ້າງວ່າ ເຮົາຈະຍອມຖິ້ມທຸກຢ່າງເຊິ່ງລວມເຖິງສາຍສຳພັນຂອງເຮົາກັບພະເຢໂຫວາເພື່ອຈະມີຊີວິດຢູ່ຕໍ່ໄປ. (ໂຢບ 2:4, 5) ແຕ່ຊາຕານມັນຄິດຜິດ! ຍ້ອນຊາຕານ “ສາມາດເຮັດໃຫ້ຄົນຕາຍໄດ້” ມັນຈຶ່ງພະຍາຍາມໃຊ້ການຢ້ານຄວາມຕາຍເພື່ອເຮັດໃຫ້ເຮົາຖິ້ມພະເຢໂຫວາ. (ຮຣ. 2:14, 15) ບາງເທື່ອຊາຕານກໍໃຊ້ບາງຄົນໃຫ້ມາຂູ່ວ່າຈະຂ້າເຮົາເພື່ອໃຫ້ເຮົາຢ້ານແລະຖິ້ມຄວາມເຊື່ອ. ຫຼືບາງເທື່ອມັນອາດຈະສວຍໂອກາດຕອນທີ່ເຮົາເຈັບປ່ວຍຮ້າຍແຮງແລະຕ້ອງຟ້າວປິ່ນປົວເພື່ອໃຫ້ເຮົາຍອມເຮັດສິ່ງທີ່ຂັດກັບກົດໝາຍຂອງພະເຈົ້າ ເຊັ່ນ ມັນອາດຈະໃຊ້ໝໍຫຼືຄົນໃນຄອບຄົວທີ່ບໍ່ມີຄວາມເຊື່ອກົດດັນເຮົາໃຫ້ຮັບການປິ່ນປົວໂດຍໃສ່ເລືອດ. ຫຼືບາງຄົນອາດພະຍາຍາມຊວນເຮົາໃຫ້ປິ່ນປົວໃນແບບທີ່ຂັດກັບຫຼັກການໃນຄຳພີໄບເບິນ.
17. ຕາມໂຣມ 8:37-39 ເປັນຫຍັງເຮົາຈຶ່ງບໍ່ຢ້ານຄວາມຕາຍ?
17 ເຮົາບໍ່ຢາກຕາຍ ແຕ່ຖ້າເຮົາຕ້ອງຕາຍພະເຢໂຫວາກໍຈະຍັງຮັກເຮົາຢູ່. (ອ່ານໂຣມ 8:37-39) ເມື່ອໝູ່ຂອງພະເຢໂຫວາຕາຍຈາກໄປ ເພິ່ນກໍເກັບເຂົາເຈົ້າໄວ້ໃນຄວາມຊົງຈຳຂອງເພິ່ນເຊິ່ງຄືກັບວ່າເຂົາເຈົ້າຍັງມີຊີວິດຢູ່. (ລກ. 20:37, 38) ແລະເພິ່ນກໍລໍຖ້າເວລາທີ່ຈະປຸກເຂົາເຈົ້າໃຫ້ຄືນມາ. (ໂຢບ 14:15) ພະເຢໂຫວາໄດ້ເສຍສະລະຫຼາຍເພື່ອທີ່ເຮົາຈະ “ມີຊີວິດຕະຫຼອດໄປ.” (ຢຮ. 3:16) ເຮົາຮູ້ວ່າພະເຢໂຫວາຮັກແລະເປັນຫ່ວງເຮົາຫຼາຍແທ້ໆ. ດັ່ງນັ້ນ ເມື່ອເຮົາເຈັບປ່ວຍແລະຮູ້ວ່າຕົວເອງຈະຕ້ອງຕາຍ ແທນທີ່ເຮົາຈະຖິ້ມພະເຢໂຫວາ ເຮົາຄວນຈະໝາຍເພິ່ງໃນກຳລັງ ສະຕິປັນຍາ ແລະການປອບໂຍນຈາກເພິ່ນ. ເລື່ອງນີ້ໄດ້ເກີດຂຶ້ນແທ້ກັບວາລາຣີແລະຜົວຂອງລາວ.—ເພງ. 41:3
18. ເຮົາໄດ້ບົດຮຽນຫຍັງຈາກເລື່ອງຂອງວາລາຣີ?
18 ຕອນທີ່ວາລາຣີອາຍຸ 35 ປີ ລາວກວດພົບວ່າຕົວເອງເປັນມະເຮັງຊະນິດທີ່ຮ້າຍແຮງແລະບໍ່ຄ່ອຍມີໃຜເປັນ. ໃຫ້ເຮົາມາເບິ່ງວ່າ ການທີ່ວາລາຣີຮູ້ວ່າພະເຢໂຫວາຮັກລາວຊ່ວຍລາວໃຫ້ເອົາຊະນະການຢ້ານຄວາມຕາຍແນວໃດ. ລາວບອກວ່າ: “ເມື່ອຂ້ອຍຮູ້ວ່າຕົວເອງເປັນມະເຮັງ ຂ້ອຍກັບຜົວກໍຕົກໃຈຫຼາຍ ແລະຊີວິດເຮົາກໍປ່ຽນໄປເລີຍ. ຂ້ອຍຕ້ອງໄດ້ຜ່າຕັດໃຫຍ່ເພື່ອຈະມີຊີວິດຕໍ່ໄປ. ຂ້ອຍໄປປຶກສາໝໍຫຼາຍຄົນກ່ຽວກັບການຜ່າຕັດໂດຍບໍ່ໃສ່ເລືອດ ແຕ່ທຸກຄົນກໍປະຕິເສດ. ຂ້ອຍຮູ້ສຶກຢ້ານຫຼາຍ ແຕ່ຂ້ອຍບໍ່ມີທາງທີ່ຈະຍອມຮັບການໃສ່ເລືອດແນ່ນອນເພາະມັນຂັດກັບກົດໝາຍຂອງພະເຈົ້າ. ຕະຫຼອດຊີວິດຂອງຂ້ອຍ ຂ້ອຍເຫັນວ່າພະເຢໂຫວາຮັກຂ້ອຍຫຼາຍແທ້ໆ. ດັ່ງນັ້ນ ຕອນນີ້ຈຶ່ງເປັນໂອກາດທີ່ຂ້ອຍຈະສະແດງຄວາມຮັກຕໍ່ເພິ່ນ. ທຸກເທື່ອທີ່ຂ້ອຍໄດ້ຍິນຂ່າວຮ້າຍ ຂ້ອຍກໍຕັ້ງໃຈທີ່ຈະເຮັດໃຫ້ພະເຢໂຫວາພໍໃຈແລະບໍ່ຍອມໃຫ້ຊາຕານຊະນະ. ໃນທີ່ສຸດ ຂ້ອຍກໍໄດ້ຮັບການຜ່າຕັດໂດຍບໍ່ໃສ່ເລືອດ. ເຖິງວ່າຂ້ອຍຈະຍັງມີບັນຫາສຸຂະພາບຢູ່ ແຕ່ພະເຢໂຫວາກໍຊ່ວຍຂ້ອຍສະເໝີ. ທີ່ຈິງ ກ່ອນມື້ທີ່ຂ້ອຍຈະກວດພົບວ່າຕົວເອງເປັນມະເຮັງ ເຮົາໄດ້ເຂົ້າຮ່ວມການປະຊຸມທ້າຍອາທິດແລະໄດ້ສຶກສາບົດຄວາມທີ່ຊື່ວ່າ ‘ຮັບມືຄວາມທຸກລຳບາກໃນສະໄໝປັດຈຸບັນດ້ວຍຄວາມກ້າຫານ.’c ບົດຄວາມນີ້ໄດ້ໃຫ້ກຳລັງໃຈເຮົາຫຼາຍ. ເຮົາໄດ້ອ່ານບົດນີ້ຊ້ຳໄປຊ້ຳມາຫຼາຍເທື່ອ. ການອ່ານບົດຄວາມນີ້ ການເຮັດວຽກປະກາດແລະເຂົ້າຮ່ວມປະຊຸມເປັນປະຈຳຊ່ວຍເຮົາໃຫ້ມີໃຈສະຫງົບແລະຕັດສິນໃຈໄດ້ດີ.”
ເຮົາເອົາຊະນະຄວາມຢ້ານໄດ້
19. ອີກບໍ່ດົນຈະເກີດຫຍັງຂຶ້ນ?
19 ຍ້ອນພະເຢໂຫວາຊ່ວຍ ຄລິດສະຕຽນທົ່ວໂລກຈຶ່ງສາມາດເອົາຊະນະບັນຫາຕ່າງໆແລະການຕໍ່ຕ້ານຈາກຊາຕານໄດ້. ເຈົ້າກໍເຮັດແບບນັ້ນໄດ້ຄືກັນ. (1 ປຕ. 5:8, 9) ອີກບໍ່ດົນ ພະເຢໂຫວາຈະໃຫ້ພະເຢຊູແລະຜູ້ທີ່ຮ່ວມປົກຄອງກັບເພິ່ນ “ທຳລາຍຜົນງານຂອງມານຮ້າຍ.” (1 ຢຮ. 3:8) ຫຼັງຈາກນັ້ນ ປະຊາຊົນຂອງພະເຢໂຫວາຈະຮັບໃຊ້ເພິ່ນໃນໂລກນີ້ໂດຍທີ່ “ບໍ່ຕ້ອງຢ້ານຫຍັງ ແລະຈະບໍ່ມີຫຍັງມາເຮັດໃຫ້ຢ້ານ.” (ເອຊາ. 54:14, ລ.ມ.; ມີເກ 4:4) ແຕ່ກ່ອນຈະຮອດມື້ນັ້ນ ເຮົາທຸກຄົນຕ້ອງພະຍາຍາມທີ່ຈະເອົາຊະນະຄວາມຢ້ານໃຫ້ໄດ້.
20. ສິ່ງໃດຈະຊ່ວຍເຮົາໃຫ້ເອົາຊະນະຄວາມຢ້ານໄດ້?
20 ເຮົາຕ້ອງໝັ້ນໃຈສະເໝີວ່າພະເຢໂຫວາຮັກແລະປົກປ້ອງຜູ້ຮັບໃຊ້ຂອງເພິ່ນ. ແລະສິ່ງທີ່ຈະຊ່ວຍເຮົາໃຫ້ໝັ້ນໃຈໄດ້ກໍຄືການຄິດຕຶກຕອງແລະເວົ້າເຖິງວິທີທີ່ພະເຢໂຫວາເຄີຍຊ່ວຍຜູ້ຮັບໃຊ້ຂອງເພິ່ນໃນອະດີດ. ແລະໃຫ້ເຮົາຈື່ວ່າທີ່ຜ່ານມາພະເຢໂຫວາໄດ້ຊ່ວຍເຮົາໃຫ້ເອົາຊະນະບັນຫາຫຍັງແດ່. ເຮົາໝັ້ນໃຈໄດ້ວ່າພະເຢໂຫວາຈະຊ່ວຍເຮົາໃຫ້ເອົາຊະນະຄວາມຢ້ານໄດ້!—ເພງ. 34:4
ເພງ 129 ເຮົາຈະອົດທົນຕໍ່ໄປ
a ຄວາມຢ້ານກໍເປັນຄວາມຮູ້ສຶກທີ່ດີ ເພາະມັນຊ່ວຍປົກປ້ອງເຮົາຈາກອັນຕະລາຍ. ແຕ່ບາງເທື່ອຄວາມຮູ້ສຶກນີ້ກໍບໍ່ດີສະເໝີໄປ. ຍ້ອນຫຍັງ? ຍ້ອນວ່າຊາຕານຈະໃຊ້ຄວາມຢ້ານນີ້ເພື່ອໂຈມຕີເຮົາ. ດັ່ງນັ້ນ ເຮົາຕ້ອງພະຍາຍາມຄວບຄຸມຄວາມຢ້ານ. ແລ້ວສິ່ງໃດຈະຊ່ວຍເຮົາໄດ້? ໃນບົດຄວາມນີ້ຈະຊ່ວຍເຮົາໃຫ້ເຫັນວ່າ ເມື່ອເຮົາໝັ້ນໃຈວ່າພະເຢໂຫວາຢູ່ກັບເຮົາແລະຮັກເຮົາ ເຮົາກໍຈະເອົາຊະນະຄວາມຢ້ານຕ່າງໆໄດ້.
b ຊື່ສົມມຸດ
c ເບິ່ງຫໍສັງເກດການ 15 ຕຸລາ 2012 ໜ້າ 7-11 (ພາສາໄທ)
d ຄຳອະທິບາຍຮູບພາບ: ພີ່ນ້ອງຜົວເມຍຄູ່ໜຶ່ງຈາກປະຊາຄົມທ້ອງຖິ່ນໄດ້ເອົາອາຫານມາໃຫ້ພີ່ນ້ອງຍິງແລະຄອບຄົວຂອງລາວທີ່ຕ້ອງເຮັດວຽກໜັກເພື່ອເບິ່ງແຍງຄອບຄົວ.
e ຄຳອະທິບາຍຮູບພາບ: ພີ່ນ້ອງຊາຍໜຸ່ມຄົນໜຶ່ງຖືກພໍ່ແມ່ຕໍ່ຕ້ານຍ້ອນຮັບໃຊ້ພະເຢໂຫວາ ແຕ່ລາວໝັ້ນໃຈວ່າພະເຢໂຫວາຈະຊ່ວຍລາວ.