ເລື່ອງຊີວິດຈິງ
“ຂ້ອຍຢາກເຮັດວຽກເພື່ອພະເຢໂຫວາ”
ຫຼັງຈາກທີ່ເຮົາລາພີ່ນ້ອງກຸ່ມນ້ອຍໆທີ່ຢູ່ໃກ້ກັບບ້ານກຣັນໂບຣີເຊິ່ງເປັນບ່ອນທີ່ຢູ່ເລິກໆໃນປ່າດົງດິບຫຼືປ່າຝົນຂອງປະເທດຊູຣີນາມ ເຮົາກໍໄດ້ຂີ່ເຮືອທີ່ຄວັດຈາກທ່ອນໄມ້ທ່ອນໜຶ່ງໃນແມ່ນ້ຳທາປານາໂຮນີ. ຕອນທີ່ຂີ່ເຮືອຜ່ານແກ້ງ ໃບເຮືອໄດ້ໄປຕຳໃສ່ໂງ່ນຫີນ ຫົວເຮືອກໍເລີຍສັກລົງໄປໃນນ້ຳແລະເຮົາກໍຈົມນ້ຳຄືກັນ ເຖິງວ່າຂ້ອຍຈະເຄີຍເດີນທາງດ້ວຍເຮືອຫຼາຍເທື່ອໃນຖານະທີ່ເປັນຜູ້ດູແລໝວດ. ແຕ່ຂ້ອຍກໍລອຍນ້ຳບໍ່ເປັນ! ຂ້ອຍຈຶ່ງຮູ້ສຶກຕົກໃຈແລະຢ້ານຫຼາຍ.
ກ່ອນທີ່ຂ້ອຍຈະເລົ່າລາຍລະອຽດກ່ຽວກັບເລື່ອງນີ້ ຂ້ອຍຢາກເລົ່າໃຫ້ຟັງວ່າຂ້ອຍໄດ້ເລີ່ມຮັບໃຊ້ເຕັມເວລາແນວໃດ.
ຂ້ອຍເກີດໃນປີ 1942 ຢູ່ເກາະກູຣາເຊົາຂອງທະເລຄາເລບຽນ. ພໍ່ຂ້ອຍເກີດຢູ່ປະເທດຊູຣີນາມ ແຕ່ລາວຍ້າຍມາເຮັດວຽກຢູ່ເກາະນີ້. ບໍ່ເທົ່າໃດປີກ່ອນທີ່ຂ້ອຍຈະເກີດ ພໍ່ເປັນໜຶ່ງໃນກຸ່ມທຳອິດທີ່ເຂົ້າມາເປັນພະຍານພະເຢໂຫວາໃນກູຣາເຊົາ.a ລາວໄດ້ສຶກສາຄຳພີໄບເບິນໃຫ້ຂ້ອຍແລະອ້າຍເອື້ອຍນ້ອງທັງສີ່ຄົນທຸກອາທິດ ເຖິງວ່າພວກເຮົາຈະບໍ່ຢາກສຶກສາກໍຕາມ. ຕອນທີ່ຂ້ອຍອາຍຸ 14 ປີ ພໍ່ໄດ້ພາຄອບຄົວຍ້າຍກັບໄປຊູຣີນາມເພື່ອຈະເບິ່ງແຍງແມ່ຕູ້ທີ່ເຖົ້າແລ້ວ.
ໝູ່ທີ່ດີຊ່ວຍໃຫ້ເກີດຜົນດີ
ຕອນທີ່ຢູ່ຊູຣີນາມຂ້ອຍໄດ້ຫຼິ້ນກັບພີ່ນ້ອງທີ່ຍັງໜຸ່ມທັງຍິງແລະຊາຍເຊິ່ງຮັບໃຊ້ພະເຢໂຫວາຢ່າງກະຕືລືລົ້ນ. ເຂົາເຈົ້າອາຍຸຫຼາຍກວ່າຂ້ອຍໜ້ອຍໜຶ່ງແລະເປັນໄພໂອເນຍ. ເມື່ອເຂົາເຈົ້າເລົ່າປະສົບການໃນວຽກປະກາດ ສີໜ້າຂອງເຂົາເຈົ້າມີຄວາມສຸກຫຼາຍ. ຫຼັງຈາກທີ່ປະຊຸມແລ້ວ ຂ້ອຍກັບໝູ່ມັກຈະລົມກັນເລື່ອງຄຳພີໄບເບິນ. ບາງເທື່ອເຮົາກໍລົມກັນຕອນກາງຄືນຕອນທີ່ມີດາວເຕັມທ້ອງຟ້າ. ໝູ່ເຫຼົ່ານີ້ຊ່ວຍຂ້ອຍໃຫ້ຮູ້ວ່າຂ້ອຍຢາກເຮັດຫຍັງໃນຊີວິດ. ຂ້ອຍຢາກເຮັດວຽກເພື່ອພະເຢໂຫວາ. ດັ່ງນັ້ນ ຂ້ອຍຈຶ່ງໄດ້ຮັບບັບເຕມາຕອນທີ່ອາຍຸ 16 ປີ ແລະເລີ່ມເປັນໄພໂອເນຍຕອນອາຍຸ 18 ປີ.
ໄດ້ບົດຮຽນທີ່ສຳຄັນ
ຕອນເປັນໄພໂອເນຍຢູ່ປາຣາມາຣິໂບ
ການເປັນໄພໂອເນຍເຮັດໃຫ້ຂ້ອຍໄດ້ຮຽນຮູ້ຫຼາຍຢ່າງ. ຄວາມຮູ້ເຫຼົ່ານີ້ຊ່ວຍຂ້ອຍໃນການຮັບໃຊ້ເຕັມເວລາ. ຕົວຢ່າງເຊັ່ນ: ບົດຮຽນໜຶ່ງທີ່ຂ້ອຍໄດ້ຮຽນຮູ້ກໍຄືຄວາມສຳຄັນໃນການຝຶກຄົນອື່ນ. ຕອນທີ່ຂ້ອຍເລີ່ມເປັນໄພໂອເນຍ ມິດຊັນນາຣີຄົນໜຶ່ງຊື່ວິນເລມ ວານ ເຊວ ໄດ້ຊ່ວຍຂ້ອຍຫຼາຍຢ່າງ.b ລາວສອນຂ້ອຍໃຫ້ຮູ້ເຮັດວຽກມອບໝາຍຕ່າງໆໃນອົງການຂອງພະເຢໂຫວາ. ຕອນນັ້ນຂ້ອຍບໍ່ຄິດເລີຍວ່າຈະໄດ້ຮັບການຝຶກຫຼາຍປານນີ້. ປີຕໍ່ມາຂ້ອຍຖືກແຕ່ງຕັ້ງໃຫ້ເປັນໄພໂອເນຍພິເສດແລະໄປຊ່ວຍກຸ່ມນ້ອຍໆທີ່ຢູ່ໃນເຂດຫ່າງໄກໃນປ່າດົງດິບເຂດຮ້ອນຂອງຊູຣີນາມ. ຂ້ອຍເຫັນຄ່າຫຼາຍແທ້ໆທີ່ພີ່ນ້ອງໄດ້ຝຶກຂ້ອຍໃນເວລາທີ່ເໝາະສົມ. ຕັ້ງແຕ່ນັ້ນມາ ຂ້ອຍກໍຢາກພະຍາຍາມທີ່ຈະເຮັດຕາມຕົວຢ່າງຂອງເຂົາເຈົ້າໂດຍຝຶກຄົນອື່ນໆ.
ບົດຮຽນທີສອງທີ່ຂ້ອຍໄດ້ຮຽນຮູ້ກໍຄື ການໃຊ້ຊີວິດແບບຮຽບງ່າຍແລະວາງແຜນຢ່າງດີ. ໃນຕົ້ນເດືອນ ຂ້ອຍກັບຄູ່ໄພໂອເນຍຈະວາງແຜນວ່າເຮົາຕ້ອງມີສິ່ງຈຳເປັນຫຍັງແດ່ໃນແຕ່ລະອາທິດ. ຈາກນັ້ນພວກເຮົາກໍຈະເດີນທາງໄກເຂົ້າມາໃນເມືອງເພື່ອຊື້ສິ່ງຈຳເປັນ. ເຮົາຕ້ອງໃຊ້ເງິນແຕ່ລະເດືອນຢ່າງສຸຂຸມແລະປະຢັດຂອງກິນທີ່ເຮົາມີເພື່ອຈະຢູ່ໄດ້ໝົດເດືອນ ເພາະຖ້າຂອງກິນເຮົາໝົດຕອນທີ່ຢູ່ໃນປ່າ ຈະບໍ່ມີໃຜຊ່ວຍເຮົາໄດ້. ຂ້ອຍໝັ້ນໃຈວ່າການຮຽນຮູ້ທີ່ຈະໃຊ້ຊີວິດແບບຮຽບງ່າຍແລະວາງແຜນຢ່າງດີຕັ້ງແຕ່ຕອນທີ່ຍັງໜຸ່ມຊ່ວຍຂ້ອຍໃຫ້ຈົດຈໍ່ກັບວຽກຮັບໃຊ້ພະເຢໂຫວາຕະຫຼອດຊີວິດ.
ບົດຮຽນທີສາມທີ່ຂ້ອຍໄດ້ຮຽນຮູ້ກໍຄື ຄວາມສຳຄັນໃນການສອນຄົນອື່ນໃນພາສາຂອງເຂົາເຈົ້າເອງ. ຕັ້ງແຕ່ຍັງນ້ອຍຂ້ອຍໄດ້ເວົ້າພາສາໂຮນລັງ ອັງກິດ ປາເປຍມຽນໂຕ ແລະຊາຣານັນຕັງໂກ ພາສານີ້ຍັງເອີ້ນວ່າຊາຣານັນເຊິ່ງເປັນພາສາປະຈຳຊາດຂອງຊູຣີນາມ. ແຕ່ຕອນທີ່ຢູ່ໃນປ່າດົງດິບ ຂ້ອຍເຫັນວ່າຜູ້ຄົນຈະສົນໃຈຂ່າວດີຫຼາຍກວ່າເມື່ອເຮົາປະກາດໃນພາສາຂອງເຂົາເຈົ້າເອງ. ຂ້ອຍຮູ້ສຶກວ່າມັນຍາກທີ່ຈະເວົ້າບາງພາສາ ເຊັ່ນ ພາສາຊາຣາມັກກັນເຊິ່ງໃຊ້ສຽງສູງຕ່ຳ. ແຕ່ມັນກໍຄຸ້ມຄ່າທີ່ຈະຮຽນພາສາຂອງເຂົາເຈົ້າ ເພາະຫຼາຍປີຕໍ່ມາຂ້ອຍສາມາດສອນຄວາມຈິງໃຫ້ກັບຫຼາຍຄົນເພາະຂ້ອຍເວົ້າພາສາຂອງເຂົາເຈົ້າໄດ້.
ທີ່ຈິງ ຂ້ອຍມີປະສົບການທີ່ໜ້າອາຍ. ມີເທື່ອໜຶ່ງຂ້ອຍຕັ້ງໃຈຈະຖາມນັກສຶກສາທີ່ເວົ້າພາສາຊາຣາມັກກັນວ່າ ອາການເຈັບທ້ອງຂອງລາວເປັນແນວໃດ. ແຕ່ຂ້ອຍພັດຖາມວ່າ ລາວຖືພາບໍ? ຄຳຖາມນີ້ເຮັດໃຫ້ລາວຮູ້ສຶກໜ້າອາຍ. ເຖິງວ່າຂ້ອຍຈະເວົ້າຜິດ ແຕ່ຂ້ອຍກໍພະຍາຍາມທີ່ຈະເວົ້າພາສາຂອງຄົນໃນເຂດທີ່ຂ້ອຍປະກາດ.
ຮັບເອົາວຽກມອບໝາຍຫຼາຍຂຶ້ນ
ໃນປີ 1970 ຂ້ອຍຖືກແຕ່ງຕັ້ງໃຫ້ເປັນຜູ້ດູແລໝວດ. ໃນປີນັ້ນຂ້ອຍໄດ້ໄປສາຍພາບສະໄລ້ເລື່ອງ “ການຢ້ຽມຢາມສຳນັກງານໃຫຍ່ຂອງພະຍານພະເຢໂຫວາ” ໃຫ້ພີ່ນ້ອງທີ່ຢູ່ໃນກຸ່ມໂດດດ່ຽວໃນປ່າດົງດິບເບິ່ງ. ເພື່ອຈະເຮັດແບບນັ້ນ ຂ້ອຍກັບພີ່ນ້ອງບາງຄົນໄດ້ຂີ່ເຮືອໄມ້ໄປຕາມແມ່ນ້ຳສາຍຕ່າງໆໃນປ່າດົງດິບ. ພວກເຮົາໄດ້ເອົາເຄື່ອງປັ່ນໄຟ ນ້ຳມັນ ຕະກຽງ ແລະອຸປະກອນທີ່ສາຍພາບສະໄລ້ໄປນຳ. ເມື່ອຮອດບ່ອນຈອດເຮືອ ເຮົາຕ້ອງໄດ້ຂົນເຄື່ອງທັງໝົດນີ້ໄປບ່ອນທີ່ຈະສາຍພາບ. ສິ່ງທີ່ຂ້ອຍຈື່ໄດ້ກໍຄື ພີ່ນ້ອງຢູ່ຫັ້ນມັກແລະເຫັນຄ່າການຈັດກຽມນີ້ຫຼາຍ. ຂ້ອຍມີຄວາມສຸກຫຼາຍແທ້ໆທີ່ໄດ້ຊ່ວຍຄົນອື່ນໃຫ້ຮຽນຮູ້ເລື່ອງຂອງພະເຢໂຫວາແລະອົງການຂອງເພິ່ນທີ່ຢູ່ໃນໂລກ. ຄວາມສຸກນີ້ເປັນລາງວັນແລະຄຸ້ມຄ່າຫຼາຍກວ່າສິ່ງອື່ນໆທີ່ຂ້ອຍໄດ້ສະລະໄປ.
ຝັ້ນເຊືອກສາມກຽວເຂົ້າກັນ
ຂ້ອຍກັບເອເທວແຕ່ງດອງໃນເດືອນກັນຍາປີ 1971
ເຖິງຂ້ອຍຈະເຫັນວ່າການເປັນໂສດເປັນປະໂຫຍດຫຼາຍໃນການຮັບໃຊ້ພະເຢໂຫວາ ແຕ່ຂ້ອຍກໍຢາກໄດ້ຄູ່ຊີວິດ. ດັ່ງນັ້ນ ຂ້ອຍຈຶ່ງອະທິດຖານເຈາະຈົງໃຫ້ເຈິຄູ່ຊີວິດທີ່ມີຄວາມສຸກກັບການຮັບໃຊ້ເຕັມເວລາ ເຖິງວ່າຈະຫຍຸ້ງຍາກໃນປ່າດົງດິບ. ປີຕໍ່ມາຂ້ອຍໄດ້ເລີ່ມຄົບຫາກັບພີ່ນ້ອງຍິງຄົນໜຶ່ງທີ່ຊື່ເອເທວທີ່ເປັນໄພໂອເນຍພິເສດແລະມີນ້ຳໃຈເສຍສະລະ. ຕັ້ງແຕ່ຍັງນ້ອຍ ເອເທວມັກເລື່ອງຂອງອັກຄະສາວົກໂປໂລແລະລາວຢາກທຸ່ມເທຕົວໃນວຽກປະກາດຄືກັບໂປໂລ. ເຮົາໄດ້ແຕ່ງດອງໃນເດືອນກັນຍາປີ 1971 ແລະເລີ່ມເຮັດວຽກເດີນໝວດນຳກັນ.
ເອເທວໃຫຍ່ມາໃນຄອບຄົວທີ່ບໍ່ມີສິ່ງທີ່ອຳນວຍຄວາມສະດວກຫຼາຍປານໃດ. ລາວຈຶ່ງປັບຕົວໃນວຽກເດີນໝວດທີ່ຢູ່ໃນປ່າດົງດິບໄດ້ງ່າຍ. ຕົວຢ່າງເຊັ່ນ: ເມື່ອເຮົາກຽມທີ່ຈະໄປຢາມປະຊາຄົມຕ່າງໆໃນປ່າ ເຮົາບໍ່ໄດ້ເອົາສິ່ງຂອງໄປຫຼາຍ. ເຮົາຊັກເຄື່ອງແລະອາບນ້ຳຢູ່ໃນແມ່ນ້ຳ ແລະເຮົາຍັງລຶ້ງກິນອາຫານທຸກຢ່າງທີ່ພີ່ນ້ອງຫາມາໄດ້ ເຊັ່ນ: ໂຕກະປອມໃຫຍ່ ປາປີຣັນຢາ ແລະສິ່ງອື່ນໆທີ່ພີ່ນ້ອງຫາໄດ້ໃນປ່າແລະໃນແມ່ນ້ຳ. ເມື່ອບໍ່ມີຈານໃສ່ ເຮົາກໍກິນໃສ່ໃບຕອງ. ເມື່ອບໍ່ມີບ່ວງສ້ອມ ເຮົາກໍໃຊ້ມືຈັບ. ຂ້ອຍກັບເອເທວຮູ້ສຶກວ່າການເສຍສະລະເພື່ອຮັບໃຊ້ພະເຢໂຫວາເຮັດໃຫ້ເຮົາໃກ້ຊິດກັນຫຼາຍຂຶ້ນຄືກັບເຊືອກສາມກຽວ. (ຜູ້ປ. 4:12) ບໍ່ມີຫຍັງທີ່ຈະມີຄວາມສຸກເທົ່າກັບການເຮັດແບບນີ້!
ເມື່ອເຮົາກັບຈາກການຢ້ຽມຢາມພີ່ນ້ອງຢູ່ໃນສ່ວນເລິກໆຂອງປ່າດົງດິບ ເປັນເຫດການທີ່ຂ້ອຍໄດ້ເລົ່າມາໃນເບື້ອງຕົ້ນ. ຫົວເຮືອໄດ້ສັກລົງໄປໃນນ້ຳແປັບດຽວແລ້ວກໍໂຜ່ຂຶ້ນມາ. ຍັງດີທີ່ທຸກຄົນໃສ່ເສື້ອຊູຊີບແລະບໍ່ໄດ້ຕົກເຮືອຈັກຄົນ. ແຕ່ນ້ຳໄດ້ເຂົ້າມາເຕັມເຮືອ ເຮົາເລີຍເທອາຫານອອກຈາກໝໍ້ ແລ້ວໃຊ້ໝໍ້ນັ້ນຕັກນ້ຳອອກຈາກເຮືອ.
ເມື່ອເຮົາບໍ່ມີອາຫານ ເຮົາກໍເລີ່ມຊິດເບັດຕອນທີ່ຂີ່ເຮືອ ແຕ່ເຮົາບໍ່ໄດ້ປາຈັກໂຕເລີຍ. ເຮົາຈຶ່ງອະທິດຖານເຖິງພະເຢໂຫວາແລະຂໍໃຫ້ເພິ່ນຊ່ວຍເຮົາໃຫ້ມີອາຫານກິນໃນມື້ນັ້ນ. ຫຼັງຈາກທີ່ອະທິດຖານຈົບ ພີ່ນ້ອງຄົນໜຶ່ງທີ່ຊິດເບັດຢູ່ກໍໄດ້ປາໃຫຍ່ໂຕໜຶ່ງທີ່ພໍກິນສຳລັບ 5 ຄົນໃນມື້ນັ້ນແລະກິນອີ່ມພ້ອມ.
ເປັນຜົວ ເປັນພໍ່ ແລະເປັນຜູ້ດູແລໝວດ
ຫຼັງຈາກທີ່ເຮັດວຽກເດີນໝວດມາໄດ້ 5 ປີ ເຮົາກໍໄດ້ຮັບພອນທີ່ບໍ່ຄາດຄິດ ນັ້ນກໍຄືການເປັນພໍ່ແມ່. ຂ້ອຍດີໃຈຫຼາຍທີ່ຮູ້ວ່າເຮົາມີລູກ ແຕ່ຂ້ອຍກໍບໍ່ຮູ້ວ່າຊີວິດຕໍ່ຈາກນີ້ຊິເປັນແນວໃດ. ຂ້ອຍກັບເອເທວຍັງຢາກຮັບໃຊ້ເຕັມເວລາເທົ່າທີ່ເຮັດໄດ້. ລູກຊາຍກົກຂອງເຮົາຊື່ ເອັນນຽວ ເກີດໃນປີ 1976. ແລະຫຼັງຈາກຜ່ານມາໄດ້ 2 ປີເຄິ່ງ ເຮົາກໍໄດ້ລູກຊາຍຄົນທີສອງຊື່ ຈີໂອວັນນີ.
ເບິ່ງພີ່ນ້ອງຮັບບັບເຕມາໃນແມ່ນ້ຳທາປານາໂຮນີ ເຊິ່ງຢູ່ໃກ້ກັບໂກໂດໂຮໂລຢູ່ທາງຕາເວັນອອກຂອງຊູຣີນາມໃນປີ 1983
ຍ້ອນຕອນນັ້ນປະເທດຊູຣີນາມມີຄວາມຈຳເປັນຫຼາຍ ສຳນັກງານສາຂາຈຶ່ງໃຫ້ຂ້ອຍຮັບໃຊ້ເປັນຜູ້ດູແລໝວດຕໍ່ໄປເຖິງຈະມີລູກກໍຕາມ. ຕອນທີ່ລູກເຮົາຍັງນ້ອຍ ຂ້ອຍຖືກມອບໝາຍໃຫ້ເບິ່ງແຍງໃນໝວດທີ່ມີປະຊາຄົມບໍ່ຫຼາຍ. ປົກກະຕິແລ້ວໃນແຕ່ລະເດືອນຂ້ອຍຈະຮັບໃຊ້ເປັນຜູ້ດູແລໝວດໃນ 2-3 ອາທິດ ແລະເວລາທີ່ເຫຼືອກໍຈະຮັບໃຊ້ເປັນໄພໂອເນຍໃນປະຊາຄົມທີ່ຖືກມອບໝາຍໃຫ້ໄປ. ຕອນທີ່ຂ້ອຍຮັບໃຊ້ໃນປະຊາຄົມທີ່ຢູ່ໃກ້ບ້ານ ເອເທວກັບລູກສອງຄົນກໍຈະມານຳຂ້ອຍ. ແຕ່ຖ້າຂ້ອຍຕ້ອງໄປປະຊາຄົມຫຼືຈັດການປະຊຸມໝວດທີ່ຢູ່ໃນປ່າດົງດິບ ຂ້ອຍກໍຕ້ອງໄດ້ໄປຄົນດຽວ.
ຕອນທີ່ເຮັດວຽກເດີນໝວດ ຂ້ອຍມັກຈະເດີນທາງດ້ວຍເຮືອເພື່ອໄປຢາມປະຊາຄົມຕ່າງໆໃນເຂດທີ່ຫ່າງໄກ
ຂ້ອຍຕ້ອງວາງແຜນຢ່າງດີເພື່ອຈະເຮັດໜ້າທີ່ຕ່າງໆໄດ້ທັງໝົດ. ຂ້ອຍເຮັດໃຫ້ແນ່ໃຈວ່າເຮົາໄດ້ຈັດການນະມັດສະການປະຈຳຄອບຄົວທຸກອາທິດ. ຕອນທີ່ຂ້ອຍໄປຢາມປະຊາຄົມຕ່າງໆທີ່ຢູ່ໃນປ່າ ເອເທວຈະເປັນຜູ້ນຳການສຶກສາໃຫ້ລູກສອງຄົນ. ເຮົາພະຍາຍາມທີ່ຈະເຮັດທຸກຢ່າງນຳກັນເປັນຄອບຄົວ ແລະສິ່ງທີ່ເຮົາເຮັດເລື້ອຍໆແມ່ນໄປພັກຜ່ອນຢ່ອນໃຈກັບລູກ ເຊັ່ນ ຫຼິ້ນເກມຫຼືໄປທ່ຽວບ່ອນທີ່ຢູ່ໃກ້ໆເຮືອນ. ຂ້ອຍຈະນອນເດິກຕະຫຼອດເພື່ອກຽມວຽກມອບໝາຍຕ່າງໆ. ແຕ່ເອເທວຊ່ວຍຂ້ອຍໄດ້ຫຼາຍ ລາວເປັນເມຍທີ່ດີຕາມທີ່ບອກໄວ້ໃນສຸພາສິດ 31:15. ລາວຈະລຸກແຕ່ເຊົ້າເພື່ອເຮັດໃຫ້ແນ່ໃຈວ່າຄອບຄົວຈະໄດ້ກິນເຂົ້າແລະອ່ານພະຄຳພີປະຈຳວັນນຳກັນກ່ອນທີ່ລູກຈະໄປໂຮງຮຽນ. ຂ້ອຍຂອບໃຈພະເຢໂຫວາຫຼາຍແທ້ໆທີ່ໃຫ້ຂ້ອຍມີເມຍທີ່ດີແບບນີ້ ແລະຊ່ວຍຂ້ອຍໃຫ້ເຮັດວຽກມອບໝາຍທຸກຢ່າງຂອງອົງການໄດ້.
ໃນຖານະພໍ່ແມ່ ເຮົາຕ້ອງພະຍາຍາມຊ່ວຍລູກໃຫ້ຮັກພະເຢໂຫວາແລະມັກວຽກຮັບໃຊ້. ເຮົາຢາກໃຫ້ລູກເລືອກຮັບໃຊ້ເຕັມເວລາ ບໍ່ແມ່ນຍ້ອນເຮົາບອກແຕ່ຍ້ອນເຂົາເຈົ້າຢາກເຮັດເອງ. ເຮົາມັກຈະເນັ້ນກັບລູກເລື້ອຍໆວ່າ ວຽກຮັບໃຊ້ເຕັມເວລາເຮັດໃຫ້ເຮົາມີຄວາມສຸກແລະເວົ້າເຖິງວິທີທີ່ພະເຢໂຫວາຊ່ວຍແລະອວຍພອນຄອບຄົວຂອງເຮົາເຖິງວ່າຈະມີຄວາມຫຍຸ້ງຍາກ. ນອກຈາກນັ້ນ ເຮົາຍັງເຮັດໃຫ້ແນ່ໃຈວ່າລູກຈະມີໝູ່ທີ່ຮັກພະເຢໂຫວາຄືກັນ.
ເຖິງວ່າພະເຢໂຫວາຈະຈັດໃຫ້ເຮົາມີສິ່ງຈຳເປັນທຸກຢ່າງເພື່ອລ້ຽງຄອບຄົວ ແຕ່ຂ້ອຍກໍຕ້ອງອອກຄວາມພະຍາຍາມຄືກັນ. ຕອນທີ່ຂ້ອຍເປັນໄພໂອເນຍພິເສດຢູ່ໃນປ່າ ຂ້ອຍໄດ້ຮຽນຮູ້ທີ່ຈະວາງແຜນຢ່າງດີເພື່ອຈະມີສິ່ງຈຳເປັນ. ແຕ່ບາງເທື່ອເຖິງເຮົາຈະພະຍາຍາມຫຼາຍສ່ຳໃດ ມັນກໍເກີນຄວາມສາມາດຂອງເຮົາ ແລະຂ້ອຍກໍເຊື່ອວ່າພະເຢໂຫວາຊ່ວຍເຮົາຕະຫຼອດ. ຕົວຢ່າງເຊັ່ນ: ໃນປີ 1986-1992 ມີສົງຄາມກາງເມືອງຢູ່ໃນປະເທດຊູຣີນາມ. ໃນປີນັ້ນມັນຍາກຫຼາຍທີ່ຈະຫາສິ່ງຈຳເປັນພື້ນຖານ ແຕ່ພະເຢໂຫວາກໍຊ່ວຍເຮົາໃຫ້ມີສິ່ງຈຳເປັນ.—ມທ. 6:32
ຄິດຄືນຫຼັງ
ຈາກຊ້າຍຫາຂວາ: ກັບເອເທວເມຍຂອງຂ້ອຍ
ເອັນນຽວລູກຊາຍກົກກັບນາຕາລີເມຍຂອງລາວ
ຈີໂອວັນນີລູກຊາຍຜູ້ທີສອງແລະຄຣິດສ໌ຕໍເມຍຂອງລາວ
ເມື່ອຄິດຄືນຫຼັງ ຂ້ອຍຮູ້ສຶກວ່າພະເຢໂຫວາໄດ້ເບິ່ງແຍງເຮົາແລະຊ່ວຍເຮົາໃຫ້ມີຄວາມສຸກແລະຄວາມອີ່ມໃຈພໍໃຈມາຕະຫຼອດ. ເຮົາຖືວ່າລູກເປັນພະພອນຈາກພະເຢໂຫວາ ແລະເຮົາກໍດີໃຈຫຼາຍທີ່ໄດ້ລ້ຽງລູກໃຫ້ຮັບໃຊ້ພະເຢໂຫວາ. ທັງເອັນນຽວແລະຈີໂອວັນນີໄດ້ເລືອກຮັບໃຊ້ເຕັມເວລາ. ເຂົາເຈົ້າຈົບຈາກໂຮງຮຽນຕ່າງໆຂອງອົງການແລະຕອນນີ້ເຂົາເຈົ້າກັບເມຍກໍໄດ້ຮັບໃຊ້ຢູ່ສຳນັກງານສາຂາໃນປະເທດຊູຣີນາມ.
ຕອນນີ້ ຂ້ອຍກັບເອເທວກໍອາຍຸຫຼາຍແລ້ວ ແຕ່ເຮົາຍັງເຮັດວຽກຫຼາຍຢ່າງໃນການຮັບໃຊ້ພະເຢໂຫວາໃນຖານະທີ່ເປັນໄພໂອເນຍພິເສດ. ທີ່ຈິງ ເຮົາຫຍຸ້ງຫຼາຍຈົນຂ້ອຍບໍ່ມີເວລາທີ່ຈະໄປຮຽນລອຍນ້ຳ! ແຕ່ກໍບໍ່ເປັນຫຍັງ. ເມື່ອຄິດຄືນຫຼັງຂ້ອຍກໍຮູ້ສຶກວ່າ ການຕັດສິນໃຈຮັບໃຊ້ເຕັມເວລາຕັ້ງແຕ່ຕອນເປັນໄວລຸ້ນເປັນໜຶ່ງໃນການຕັດສິນໃຈທີ່ດີທີ່ສຸດຂອງຂ້ອຍ!
a ເບິ່ງປຶ້ມປະຈຳປີຂອງພະຍານພະເຢໂຫວາປີ 2002 ໜ້າ 70 (ພາສາອັງກິດ)
b ເບິ່ງເລື່ອງຊີວິດຈິງຂອງວິນເລມ ວານ ເຊວ ໃນບົດຄວາມທີ່ຊື່ວ່າ “Reality Has Exceeded My Expectations” ໃນປຶ້ມຕື່ນເຖີດ! 8 ຕຸລາ 1999 (ພາສາອັງກິດ)