ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ຫ22 ທັນວາ ໜ້າ 22-27
  • ຊ່ວຍ​ຄົນອື່ນ​ໃຫ້​ອົດທົນ​ກັບ​ຄວາມ​ຍາກ​ລຳບາກ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຊ່ວຍ​ຄົນອື່ນ​ໃຫ້​ອົດທົນ​ກັບ​ຄວາມ​ຍາກ​ລຳບາກ
  • ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
  • ຫົວຂໍ້ຍ່ອຍ
  • ເລື່ອງທີ່ຄ້າຍກັນ
  • ຊ່ວຍ​ຄົນອື່ນ​ຕອນ​ທີ່​ມີ​ໂລກລະບາດ
  • ຊ່ວຍ​ພີ່ນ້ອງ​ຕອນ​ທີ່​ມີ​ໄພພິບັດ
  • ຊ່ວຍ​ພີ່ນ້ອງ​ໃຫ້​ອົດທົນ​ກັບ​ການ​ຂົ່ມເຫງ
  • ເຮົາ​ມີ​ຄວາມ​ສະຫງົບໃຈ​ໄດ້​ຕອນ​ທີ່​ເຈິ​ຄວາມ​ຍາກ​ລຳບາກ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
  • ຜູ້​ດູ​ແລ ຂໍ​ໃຫ້​ຮຽນແບບ​ອັກຄະສາວົກ​ໂປໂລ​ຕໍ່ໆໄປ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
  • ມີ​ການ​ຈັດ​ລະບຽບ​ປະຊາຄົມ​ຕ່າງໆ​ແນວ​ໃດ?
    ຊີວິດ​ທີ່​ມີ​ຄວາມ​ສຸກ​ຕະຫຼອດ​ໄປ!—ໄດ້​ຮັບ​ປະໂຫຍດ​ຈາກ​ການ​ຮຽນ​ຄຳພີ​ໄບເບິນ
  • ໃຫ້​ຂໍ​ຄວາມ​ຊ່ວຍ​ເຫຼືອ​ຈາກ​ຜູ້​ເບິ່ງແຍງ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2025
ເບິ່ງຕື່ມ
ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2022
ຫ22 ທັນວາ ໜ້າ 22-27

ບົດຄວາມ​ສຶກສາ​ທີ 52

ຊ່ວຍ​ຄົນອື່ນ​ໃຫ້​ອົດທົນ​ກັບ​ຄວາມ​ຍາກ​ລຳບາກ

“ຢ່າ​ກີດ​ກັນ​ສິ່ງ​ດີໆ​ໄວ້​ຈາກ​ຄົນ​ທີ່​ສົມຄວນ​ໄດ້​ຮັບ.”—ສຸພາ. 3:27, ລ.ມ.

ເພງ 103 ຜູ້​ບຳລຸງ​ລ້ຽງ​ຂອງຂວັນ​ທີ່​ເປັນ​ມະນຸດ

ໃຈ​ຄວາມ​ສຳຄັນa

1. ພະເຢໂຫວາ​ມັກ​ຈະ​ຕອບ​ຄຳ​ອະທິດຖານ​ຂອງ​ຜູ້​ຮັບໃຊ້​ຂອງ​ເພິ່ນ​ແນວໃດ?

ເຈົ້າ​ຮູ້​ບໍ​ວ່າ​ພະເຢໂຫວາ​ອາດຈະ​ໃຊ້​ເຈົ້າ​ໃຫ້​ຕອບ​ຄຳ​ອະທິດຖານ​ຂອງ​ບາງຄົນ? ບໍ່​ວ່າ​ເຈົ້າ​ຈະ​ເປັນ​ຜູ້​ດູແລ ຜູ້​ຊ່ວຍ​ວຽກ​ຮັບໃຊ້ ໄພໂອເນຍ ຜູ້​ປະກາດ ພີ່ນ້ອງ​ທີ່​ຍັງ​ໜຸ່ມ​ຫຼື​ພີ່ນ້ອງ​ທີ່​ສູງ​ອາຍຸ ເປັນ​ພີ່ນ້ອງ​ຊາຍ​ຫຼື​ພີ່ນ້ອງ​ຍິງ ເຈົ້າ​ກໍ​ສາມາດ​ຊ່ວຍ​ຄົນອື່ນ​ໄດ້. ເມື່ອ​ຜູ້​ທີ່​ຮັກ​ພະເຢໂຫວາ​ຮ້ອງ​ຂໍ​ຄວາມ​ຊ່ວຍເຫຼືອ ເພິ່ນ​ກໍ​ມັກ​ຈະ​ໃຊ້​ຜູ້​ດູແລ ຫຼື​ພີ່ນ້ອງ​ຄົນອື່ນໆ​ມາ “ໃຫ້​ກຳລັງໃຈ” ຜູ້​ນັ້ນ. (ກລຊ. 4:11) ເຮົາ​ຮູ້ສຶກ​ດີໃຈ​ຫຼາຍ​ແທ້ໆ​ທີ່​ໄດ້​ຮັບໃຊ້​ພະເຢໂຫວາ​ແລະ​ພີ່ນ້ອງ​ໃນ​ວິທີ​ນີ້! ດັ່ງນັ້ນ ເມື່ອ​ເກີດ​ໂລກລະບາດ ໄພພິບັດ ແລະ​ການ​ຂົ່ມເຫງ ກໍ​ເປັນ​ໂອກາດ​ທີ່​ເຮົາ​ຈະ​ຊ່ວຍ​ແລະ​ໃຫ້​ກຳລັງໃຈ​ພີ່ນ້ອງ​ໄດ້​ຄືກັນ.

ຊ່ວຍ​ຄົນອື່ນ​ຕອນ​ທີ່​ມີ​ໂລກລະບາດ

2. ເປັນຫຍັງ​ອາດ​ຮູ້ສຶກ​ວ່າ​ຍາກ​ທີ່​ຈະ​ຊ່ວຍເຫຼືອ​ຄົນອື່ນ​ຕອນ​ທີ່​ມີ​ໂລກລະບາດ?

2 ໂລກລະບາດ​ເຮັດ​ໃຫ້​ຍາກ​ທີ່​ເຮົາ​ຈະ​ຊ່ວຍເຫຼືອ​ຄົນອື່ນ. ຕົວຢ່າງ​ເຊັ່ນ: ເຮົາ​ຢາກ​ໄປ​ຫຼິ້ນ​ນຳ​ໝູ່ ແຕ່​ການ​ເຮັດ​ແນວ​ນັ້ນ​ບໍ່​ປອດໄພ. ເຮົາ​ຢາກ​ຊວນ​ພີ່ນ້ອງ​ທີ່​ມີ​ບັນຫາ​ທາງ​ດ້ານ​ການ​ເງິນ​ມາ​ກິນ​ເຂົ້າ​ນຳ ແຕ່​ກໍ​ເປັນ​ໄປ​ບໍ່​ໄດ້​ທີ່​ຈະ​ເຮັດ​ແບບນັ້ນ. ເຮົາ​ອາດ​ຢາກ​ຈະ​ຊ່ວຍ​ຄົນອື່ນ ແຕ່​ຄອບຄົວ​ຂອງ​ເຮົາ​ກໍ​ລຳບາກ​ຄື​ກັນ. ເຖິງ​ຈະ​ເປັນ​ແບບນັ້ນ ເຮົາ​ກໍ​ຍັງ​ຢາກ​ຊ່ວຍ​ຄົນອື່ນ ແລະ​ພະເຢໂຫວາ​ກໍ​ຈະ​ພໍໃຈ​ເຮົາ​ຖ້າ​ເຮົາ​ເຮັດ​ສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ຊ່ວຍເຫຼືອ​ຄົນອື່ນ. (ສຸພາ. 3:27; 19:17) ແລ້ວ​ເຮົາ​ຈະ​ເຮັດ​ແບບນັ້ນ​ໄດ້​ແນວໃດ?

3. ເຮົາ​ໄດ້​ບົດຮຽນ​ຫຍັງ​ຈາກ​ຕົວຢ່າງ​ຂອງ​ຜູ້​ດູແລ​ທີ່​ຢູ່​ໃນ​ປະຊາຄົມ​ຂອງ​ເດຊີ້? (ເຢເຣມີ 23:4)

3 ສິ່ງ​ທີ່​ຜູ້​ດູແລ​ຄວນ​ເຮັດ. ຖ້າ​ເຈົ້າ​ເປັນ​ຜູ້​ດູແລ ຂໍ​ໃຫ້​ເຈົ້າ​ຮູ້ຈັກ​ພີ່ນ້ອງ​ເປັນ​ຢ່າງ​ດີ. (ອ່ານ​ເຢເຣມີ 23:4) ພີ່ນ້ອງ​ຍິງ​ທີ່​ຊື່​ເດຊີ້b ທີ່​ເວົ້າ​ເຖິງ​ໃນ​ບົດຄວາມ​ກ່ອນ​ໜ້າ​ນີ້​ບອກ​ວ່າ: “ຜູ້​ດູແລ​ໃນ​ກຸ່ມ​ຂອງ​ຂ້ອຍ​ເຄີຍ​ຊວນ​ຂ້ອຍ​ແລະ​ພີ່ນ້ອງ​ຄົນອື່ນໆ​ໄປ​ປະກາດ​ແລະ​ເຮັດ​ກິດຈະກຳ​ອື່ນໆ​ນຳ​ກັນ.” ການ​ທີ່​ຜູ້​ດູແລ​ເຮັດ​ແບບ​ນີ້​ກໍ​ເຮັດ​ໃຫ້​ງ່າຍ​ຂຶ້ນ​ທີ່​ເຂົາເຈົ້າ​ຈະ​ຊ່ວຍເຫຼືອ​ເດຊີ້​ຕອນ​ທີ່​ພະຍາດ​ໂຄວິດ-19 ລະບາດ. ເພາະ​ບາງຄົນ​ໃນ​ຄອບຄົວ​ຂອງ​ລາວ​ໄດ້​ຕາຍ​ຍ້ອນ​ພະຍາດ​ນີ້.

4. ເປັນຫຍັງ​ຜູ້​ດູແລ​ຈຶ່ງ​ຊ່ວຍເຫຼືອ​ເດຊີ້​ໄດ້ ແລະ​ເລື່ອງ​ນີ້​ໃຫ້​ບົດຮຽນ​ຫຍັງ​ກັບ​ຜູ້​ດູແລ?

4 ເດຊີ້​ເວົ້າ​ວ່າ: “ຍ້ອນ​ຂ້ອຍ​ຮູ້​ວ່າ​ຜູ້​ດູແລ​ເປັນ​ຄື​ກັບ​ໝູ່ ມັນ​ຈຶ່ງ​ງ່າຍ​ທີ່​ຂ້ອຍ​ຈະ​ບອກ​ເຂົາເຈົ້າ​ໃຫ້​ຮູ້​ວ່າ​ຂ້ອຍ​ຮູ້ສຶກ​ແນວໃດ​ແລະ​ກັງວົນ​ເລື່ອງ​ຫຍັງ.” ຜູ້​ດູແລ​ໄດ້​ບົດຮຽນ​ຫຍັງ? ຜູ້​ດູແລ​ຄວນ​ສົນໃຈ​ແລະ​ເປັນ​ໝູ່​ກັບ​ພີ່ນ້ອງ​ກ່ອນ ທີ່​ຈະ​ມີ​ຄວາມ​ຍາກ​ລຳບາກ. ຖ້າ​ໂລກລະບາດ​ເຮັດ​ໃຫ້​ເຈົ້າ​ບໍ່​ສາມາດ​ໄປ​ຢາມ​ພີ່ນ້ອງ​ແບບ​ໜ້າ​ຕໍ່​ໜ້າ​ໄດ້ ກໍ​ໃຫ້​ຕິດ​ຕໍ່​ຫາ​ເຂົາເຈົ້າ​ດ້ວຍ​ວິທີ​ອື່ນ. ເດຊີ້​ຍັງ​ເວົ້າ​ອີກ​ວ່າ: “ບາງເທື່ອ​ຜູ້​ດູແລ​ຫຼາຍ​ຄົນ​ກໍ​ສົ່ງ​ຂໍ້​ຄວາມ​ຫຼື​ໂທ​ຫາ​ຂ້ອຍ​ໃນ​ມື້​ດຽວ​ກັນ. ຂໍ້​ຄຳພີ​ທີ່​ເຂົາເຈົ້າ​ໃຫ້​ກຳລັງໃຈ​ຂ້ອຍ​ເຮັດ​ໃຫ້​ຂ້ອຍ​ຮູ້ສຶກ​ປະທັບໃຈ​ຫຼາຍ​ເຖິງ​ວ່າ​ຂ້ອຍ​ຈະ​ຮູ້ຈັກ​ຂໍ້​ຄຳພີ​ນັ້ນ​ດີ​ຢູ່​ແລ້ວ​ກໍ​ຕາມ.”

5. ຜູ້​ດູແລ​ຕ້ອງ​ເຮັດ​ແນວໃດ​ເພື່ອ​ຈະ​ຮູ້​ວ່າ​ພີ່ນ້ອງ​ຢາກ​ໃຫ້​ຊ່ວຍຫຍັງ ແລະ​ເຂົາ​ເຈົ້າ​ຈະ​ຊ່ວຍ​ພີ່ນ້ອງ​ແນວໃດ?

5 ວິທີ​ໜຶ່ງ​ທີ່​ຜູ້​ດູແລ​ຈະ​ຊ່ວຍ​ພີ່ນ້ອງ​ໄດ້​ກໍ​ຄື ການໃຊ້​ຄຳຖາມ​ທີ່​ບໍ່​ເຮັດ​ໃຫ້​ພີ່ນ້ອງ​ຮູ້ສຶກ​ອາຍ. (ສຸພາ. 20:5) ເຊັ່ນ: ເຂົາເຈົ້າ​ມີ​ອາຫານ ຢາ ແລະ​ສິ່ງ​ຈຳເປັນ​ອື່ນໆ​ພຽງ​ພໍ​ບໍ? ເຂົາເຈົ້າ​ຢ້ານ​ວ່າ​ຈະ​ຕົກ​ວຽກ​ຫຼື​ບໍ່​ມີ​ເງິນ​ຈ່າຍ​ຄ່າ​ເຊົ່າ​ເຮືອນ​ບໍ? ຫຼື​ເຂົາເຈົ້າ​ຢາກ​ໃຫ້​ເຮົາ​ຊ່ວຍ​ເລື່ອງ​ການ​ຮ້ອງ​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ລັດຖະບານ​ບໍ? ເດຊີ້​ກໍ​ໄດ້​ຮັບ​ການ​ຊ່ວຍເຫຼືອ​ຈາກ​ພີ່ນ້ອງ​ທາງ​ດ້ານ​ວັດຖຸ. ແຕ່​ຄວາມ​ຮັກ​ແລະ​ຂໍ້​ຄຳພີ​ທີ່​ໃຫ້​ກຳລັງໃຈ​ຈາກ​ຜູ້​ດູແລ​ຊ່ວຍ​ລາວ​ໄດ້​ຫຼາຍ​ທີ່ສຸດ. ລາວ​ເວົ້າ​ວ່າ: “ເຖິງ​ຂ້ອຍ​ຈະ​ບໍ່​ຈື່​ວ່າ​ຜູ້​ດູແລ​ເວົ້າ​ຫຍັງ​ຕອນ​ທີ່​ອະທິດຖານ​ກັບ​ຂ້ອຍ ແຕ່​ຂ້ອຍ​ກໍ​ຈື່​ຄວາມ​ຮູ້ສຶກ​ໃນ​ຕອນ​ນັ້ນ​ໄດ້. ມັນ​ເປັນ​ຄື​ກັບ​ພະເຢໂຫວາ​ກຳລັງ​ເວົ້າ​ກັບ​ຂ້ອຍ​ວ່າ: ‘ລູກ​ບໍ່​ໄດ້​ຢູ່​ໂຕ​ຄົນ​ດຽວ​ເດີ້!’”—ອຊຢ. 41:10, 13

ຮູບພາບ: 1. ພີ່ນ້ອງ​ຊາຍ​ນຳ​ສ່ວນ​ການ​ປະຊຸມ​ຢູ່​ຫໍປະຊຸມ. ລາວ​ໃຊ້​ແທັບເລັດ​ເພື່ອ​ເບິ່ງ​ພີ່ນ້ອງ​ທີ່​ເຈັບ​ປ່ວຍ​ທີ່​ມາ​ປະຊຸມ​ທາງ​ອອນລາຍ. 2. ພີ່ນ້ອງ​ຊາຍ​ສູງ​ອາຍຸ​ທີ່​ປະຊຸມ​ທາງ​ອອນລາຍ​ໄດ້​ຍົກ​ມື​ອອກ​ຄວາມຄິດ​ເຫັນ. ລາວ​ຫາຍໃຈ​ຜ່ານ​ທໍ່​ຊ່ວຍ​ຫາຍໃຈ.

ພີ່ນ້ອງ​ຊາຍ​ທີ່​ນຳ​ສ່ວນ​ໃນ​ການ​ປະຊຸມ​ຮູ້ສຶກ​ດີໃຈ​ທີ່​ໄດ້​ຟັງ​ຄວາມຄິດເຫັນ​ທີ່​ໃຫ້​ກຳລັງໃຈ​ຂອງ​ພີ່ນ້ອງ​ທີ່​ມາ​ປະຊຸມ​ແລະ​ພີ່ນ້ອງ​ທີ່​ບໍ່​ສະບາຍ​ທີ່​ເຂົ້າຮ່ວມ​ການ​ປະຊຸມ​ທາງ​ອອນລາຍ. (ເບິ່ງ​ຂໍ້ 6)

6. ພີ່ນ້ອງ​ໃນ​ປະຊາຄົມ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຈະ​ຊ່ວຍເຫຼືອ​ຄົນອື່ນ? (ເບິ່ງ​ຮູບພາບ)

6 ສິ່ງ​ທີ່​ເຮົາ​ເຮັດ​ໄດ້. ເຮົາ​ຄາດໝາຍ​ວ່າ​ຜູ້​ດູແລ​ຈະ​ເປັນ​ຜູ້​ທີ່​ເບິ່ງແຍງ​ພີ່ນ້ອງ​ໃນ​ປະຊາຄົມ. ແຕ່​ພະເຢໂຫວາ​ຢາກ​ໃຫ້​ເຮົາ​ທຸກ​ຄົນ​ໃຫ້​ກຳລັງໃຈ​ແລະ​ຊ່ວຍເຫຼືອ​ຄົນອື່ນ. (ຄລຕ. 6:10) ເຖິງ​ວ່າ​ສິ່ງ​ທີ່​ເຮົາ​ເຮັດ​ຈະ​ເລັກໆ​ນ້ອຍໆ​ກໍ​ຕາມ ແຕ່​ກໍ​ສາມາດ​ໃຫ້​ກຳລັງໃຈ​ຜູ້​ທີ່​ເຈັບ​ປ່ວຍ​ໄດ້. ເດັກນ້ອຍ​ສາມາດ​ຂຽນ​ຈົດໝາຍ​ຫຼື​ແຕ້ມ​ຮູບ​ເພື່ອ​ໃຫ້​ກຳລັງໃຈ. ຄົນ​ທີ່​ຍັງ​ໜຸ່ມ​ອາດ​ຊ່ວຍ​ໄປ​ຊື້​ເຄື່ອງ​ຫຼື​ຊ່ວຍ​ເຮັດ​ວຽກ​ອື່ນໆ. ສ່ວນ​ພີ່ນ້ອງ​ຄົນອື່ນໆ​ອາດຈະ​ເຮັດ​ອາຫານ​ໄປ​ໃຫ້. ທີ່​ຈິງ ໃນ​ຊ່ວງ​ທີ່​ມີ​ໂລກລະບາດ​ທຸກ​ຄົນ​ກໍ​ຕ້ອງການ​ກຳລັງໃຈ. ດັ່ງນັ້ນ ຫຼັງ​ຈາກ​ເລີກ​ປະຊຸມ ເຮົາ​ອາດຈະ​ຢູ່​ຕໍ່​ໜ້ອຍ​ໜຶ່ງ​ເພື່ອ​ໃຫ້​ກຳລັງໃຈ​ພີ່ນ້ອງ​ບໍ່​ວ່າ​ເຮົາ​ຈະ​ປະຊຸມ​ແບບ​ເຈິ​ໂຕ​ກັນ​ຫຼື​ປະຊຸມ​ທາງ​ອອນລາຍ. ຜູ້​ດູແລ​ກໍ​ຕ້ອງການ​ກຳລັງໃຈ​ຄື​ກັນ ພີ່ນ້ອງ​ບາງຄົນ​ຈຶ່ງ​ໄດ້​ສົ່ງ​ຂໍ້​ຄວາມ​ໄປ​ຂອບໃຈ​ຜູ້​ດູແລ​ເພາະ​ເຂົາເຈົ້າ​ເຮັດ​ວຽກ​ຫຼາຍ​ກວ່າ​ເກົ່າ​ໃນ​ຊ່ວງ​ທີ່​ມີ​ໂລກລະບາດ. ເປັນ​ສິ່ງ​ທີ່​ດີ​ຫຼາຍ​ແທ້ໆ​ທີ່​ເຮົາ​ຈະ​ພະຍາຍາມ “ໃຫ້​ກຳລັງໃຈ​ກັນ​ແລະ​ເສີມສ້າງ​ກັນ​ໃຫ້​ເຂັ້ມແຂງ​ຢູ່​ສະເໝີ”!—1ທຊ. 5:11

ຊ່ວຍ​ພີ່ນ້ອງ​ຕອນ​ທີ່​ມີ​ໄພພິບັດ

7. ເຮົາ​ອາດ​ເຈິ​ບັນຫາ​ຫຍັງ​ແດ່​ເມື່ອ​ເກີດ​ໄພພິບັດ?

7 ໄພພິບັດ​ສາມາດ​ເຮັດ​ໃຫ້​ຊີວິດ​ຂອງ​ເຮົາ​ປ່ຽນ​ໄປ​ພາຍ​ໃນ​ພິບ​ຕາ​ດຽວ. ບາງຄົນ​ອາດ​ສູນ​ເສຍ​ຊັບສິນ​ເງິນ​ຄຳ ເຮືອນ​ຊານ​ບ້ານ​ຊ່ອງ ຫຼື​ຄົນ​ທີ່​ເຂົາເຈົ້າ​ຮັກ​ຕາຍ​ຈາກ​ໄປ. ສິ່ງ​ເຫຼົ່ານີ້​ກໍ​ເກີດ​ຂຶ້ນ​ກັບ​ພີ່ນ້ອງ​ຂອງ​ເຮົາ​ຄື​ກັນ ແລ້ວ​ເຮົາ​ຈະ​ຊ່ວຍເຫຼືອ​ເຂົາເຈົ້າ​ໄດ້​ແນວໃດ?

8. ຜູ້​ດູແລ​ແລະ​ຫົວໜ້າ​ຄອບຄົວ​ຄວນ​ຈະ​ເຮັດ​ຫຍັງ​ກ່ອນ​ທີ່​ຈະ​ເກີດ​ໄພພິບັດ?

8 ສິ່ງ​ທີ່​ຜູ້​ດູແລ​ຄວນ​ເຮັດ. ຜູ້​ດູແລ ຂໍ​ເຈົ້າ​ຊ່ວຍ​ພີ່ນ້ອງ​ໃຫ້​ກຽມ​ຕົວ​ກ່ອນ​ທີ່​ຈະ​ເກີດ​ໄພພິບັດ. ເຮັດ​ໃຫ້​ແນ່​ໃຈ​ວ່າ​ພີ່ນ້ອງ​ທຸກ​ຄົນ​ຮູ້​ວິທີ​ທີ່​ຈະ​ປົກປ້ອງ​ຕົວເອງ​ໃຫ້​ປອດໄພ​ແລະ​ຕິດ​ຕໍ່​ກັບ​ຜູ້​ດູແລ​ໄດ້. ມາກາເຣັດ​ທີ່​ເວົ້າ​ເຖິງ​ໃນ​ບົດຄວາມ​ກ່ອນ​ໜ້າ​ນີ້​ບອກ​ວ່າ: “ໃນ​ສ່ວນ​ຄວາມ​ຈຳເປັນ​ຂອງ​ປະຊາຄົມ ຜູ້​ດູແລ​ໄດ້​ເຕືອນ​ວ່າ​ຍັງ​ຈະ​ມີ​ໄຟ​ໄໝ້​ປ່າ​ຢູ່ ຖ້າ​ອຳນາດ​ການ​ປົກຄອງ​ສັ່ງ​ໃຫ້​ອົບພະຍົບ​ຫຼື​ສະຖານະການ​ນັ້ນ​ເຖິງ​ຂີດ​ອັນຕະລາຍ​ແລ້ວ ກໍ​ໃຫ້​ອົບພະຍົບ​ທັນທີ.” ພີ່ນ້ອງ​ໄດ້​ໃຫ້​ຄຳແນະນຳ​ທີ່​ເໝາະ​ກັບ​ເວລາ​ແທ້ໆ ເພາະ 5 ອາທິດ​ຕໍ່ມາ​ກໍ​ເກີດ​ໄຟ​ໄໝ້​ປ່າ. ໃນ​ການ​ນະມັດສະການ​ປະຈຳ​ຄອບຄົວ ຫົວໜ້າ​ຄອບຄົວ​ຄວນ​ຈະ​ທົບທວນ​ນຳ​ກັນ​ກັບ​ຄອບຄົວ​ວ່າ​ແຕ່​ລະ​ຄົນ​ຕ້ອງ​ເຮັດ​ຫຍັງ​ແດ່. ຖ້າ​ເຈົ້າ​ກັບ​ຄອບຄົວ​ກຽມ​ຕົວ​ລ່ວງ​ໜ້າ ເຈົ້າ​ກໍ​ຈະ​ສະຫງົບໃຈ​ເມື່ອ​ເກີດ​ໄພພິບັດ.

9. ຜູ້​ດູແລ​ຄວນ​ຈະ​ເຮັດ​ຫຍັງ​ກ່ອນ​ແລະ​ຫຼັງ​ຈາກ​ເກີດ​ໄພພິບັດ?

9 ຖ້າ​ເຈົ້າ​ເປັນ​ຜູ້​ດູແລ​ກຸ່ມ​ປະກາດ ເຈົ້າ​ຄວນ​ຈະ​ມີ​ເບີ​ໂທ​ແລະ​ທີ່​ຢູ່​ຫຼ້າ​ສຸດ​ຂອງ​ພີ່ນ້ອງ​ໃນ​ກຸ່ມ​ຂອງ​ເຈົ້າ​ກ່ອນ​ທີ່​ຈະ​ມີ​ໄພພິບັດ. ເມື່ອ​ເກີດ​ໄພພິບັດ ເຈົ້າ​ກໍ​ຈະ​ສາມາດ​ຕິດ​ຕໍ່​ພີ່ນ້ອງ​ແລະ​ໃຫ້​ຄວາມ​ຊ່ວຍເຫຼືອ​ກັບ​ເຂົາເຈົ້າ​ໄດ້. ໃຫ້​ສົ່ງ​ຕໍ່​ຂໍ້ມູນ​ນັ້ນ​ໃຫ້​ກັບ​ຜູ້​ປະສານງານ​ຂອງ​ຄະນະ​ຜູ້​ດູແລ ແລ້ວ​ລາວ​ຈະ​ລາຍງານ​ຕໍ່​ຜູ້​ດູແລ​ໝວດ. ເມື່ອ​ພີ່ນ້ອງ​ເຫຼົ່ານີ້​ເຮັດ​ວຽກ​ຮ່ວມ​ກັນ ເຂົາເຈົ້າ​ກໍ​ສາມາດ​ຊ່ວຍເຫຼືອ​ພີ່ນ້ອງ​ໃນ​ວິທີ​ທີ່​ດີ​ທີ່ສຸດ​ໄດ້. ຫຼັງ​ຈາກ​ເກີດ​ໄຟ​ໄໝ້​ປ່າ ຜູ້​ດູແລ​ໝວດ​ໃນ​ໝວດ​ຂອງ​ພີ່ນ້ອງ​ມາກາເຣັດ​ບໍ່​ໄດ້​ນອນ​ຕັ້ງ 36 ຊົ່ວໂມງ​ເພື່ອ​ຈະ​ປະສານ​ງານ​ກັບ​ຜູ້​ດູແລ​ຕອນ​ທີ່​ເຂົາເຈົ້າ​ພະຍາຍາມ​ຕິດ​ຕໍ່​ແລະ​ເບິ່ງແຍງ​ພີ່ນ້ອງ 450 ຄົນ​ທີ່​ຕ້ອງ​ອົບພະຍົບ. (2ກຣ. 11:27) ການ​ເຮັດ​ແບບ​ນີ້​ຊ່ວຍ​ໃຫ້​ພີ່ນ້ອງ​ມີ​ບ່ອນ​ລີ້ໄພ.

10. ເປັນຫຍັງ​ຜູ້​ດູແລ​ຄວນ​ຖື​ວ່າ​ການ​ເບິ່ງແຍງ​ພີ່ນ້ອງ​ເປັນ​ເລື່ອງ​ສຳຄັນ? (ໂຢຮັນ 21:15)

10 ຜູ້​ດູແລ​ມີ​ໜ້າທີ່​ທີ່​ຈະ​ຊ່ວຍເຫຼືອ​ພີ່ນ້ອງ​ທັງ​ສອງ​ດ້ານ​ຄື ດ້ານຄວາມເຊື່ອ​ແລະ​ດ້ານ​ອາລົມ​ຄວາມ​ຮູ້ສຶກ. (1ປຕ. 5:2) ເມື່ອ​ມີ​ໄພພິບັດ​ເກີດ​ຂຶ້ນ ທຳອິດ ຜູ້​ດູແລ​ຄວນ​ເຮັດ​ໃຫ້​ແນ່​ໃຈ​ວ່າ​ພີ່ນ້ອງ​ມີ​ອາຫານ ເຄື່ອງນຸ່ງ ແລະ​ບ່ອນ​ຢູ່​ອາໄສ​ບໍ. ແຕ່​ຫຼັງຈາກ​ຫຼາຍ​ເດືອນ​ຜ່ານ​ໄປ ພີ່ນ້ອງເຫຼົ່ານັ້ນອາດ​ຍັງ​ຕ້ອງ​ໄດ້ຮັບການຊ່ວຍເຫຼືອ​ໃນ​ສອງ​ດ້ານ​ນີ້​ຢູ່. (ອ່ານ​ໂຢຮັນ 21:15) ພີ່ນ້ອງ​ແຮໂຣດ​ທີ່​ເປັນ​ສະມາຊິກ​ຂອງ​ຄະນະ​ກຳມະການ​ສາຂາ​ໄດ້​ພົບ​ກັບ​ພີ່ນ້ອງ​ຫຼາຍ​ຄົນ​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພພິບັດ. ລາວ​ບອກ​ວ່າ: “ມັນ​ຕ້ອງ​ໃຊ້​ເວລາ​ເພື່ອ​ຈະ​ທຳ​ໃຈ​ຍອມຮັບ​ກັບ​ສິ່ງ​ທີ່​ເກີດ​ຂຶ້ນ. ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໄພພິບັດ​ອາດ​ພະຍາຍາມ​ກັບ​ມາ​ໃຊ້​ຊີວິດ​ຕາມ​ປົກກະຕິ ແຕ່​ເມື່ອ​ເຂົາເຈົ້າ​ຄິດເຖິງ​ເຫດການ​ທີ່​ລອດ​ຕາຍ​ມາ​ໄດ້ ຫຼື​ຄົນ​ທີ່​ຮັກ​ຕາຍ ຫຼື​ສູນ​ເສຍ​ມໍລະດົກ​ທີ່​ມີຄ່າ​ໄປ ມັນ​ກໍ​ຈະ​ເຮັດ​ໃຫ້​ເຂົາເຈົ້າ​ເຈັບ​ປວດ​ໃຈ​ຂຶ້ນ​ມາ​ອີກ. ນີ້​ບໍ່​ໄດ້​ໝາຍ​ຄວາມ​ວ່າ​ເຂົ້າ​ເຈົ້າ​ຂາດ​ຄວາມເຊື່ອ ມັນ​ເປັນ​ເລື່ອງ​ທຳມະດາ​ທີ່​ຄົນ​ເຮົາ​ຈະ​ຮູ້ສຶກ​ແບບ​ນີ້​ກັບ​ເຫດການ​ທີ່​ເກີດ​ຂຶ້ນ.”

11. ຜູ້​ດູແລ​ອາດ​ຕ້ອງ​ເຮັດ​ຫຍັງ​ອີກ​ເພື່ອ​ຊ່ວຍເຫຼືອ​ຜູ້​ທີ່​ປະສົບ​ກັບ​ໄພພິບັດ?

11 ຜູ້​ດູແລ​ຄວນ​ເຮັດ​ຕາມ​ຫຼັກການ​ທີ່​ວ່າ “ຮ້ອງໄຫ້​ກັບ​ຄົນ​ທີ່​ຮ້ອງໄຫ້.” (ຣມ. 12:15) ຜູ້​ດູແລ​ຕ້ອງ​ເຮັດ​ໃຫ້​ຜູ້​ທີ່​ປະສົບ​ກັບ​ໄພພິບັດ​ໝັ້ນໃຈ​ວ່າ​ພະເຢໂຫວາ​ແລະ​ພີ່ນ້ອງ​ຍັງ​ຮັກ​ເຂົາເຈົ້າ​ຢູ່. ຜູ້​ດູແລ​ຈະ​ຊ່ວຍ​ພີ່ນ້ອງ​ແຕ່​ລະ​ຄອບຄົວ​ໃຫ້​ເຮັດ​ສິ່ງ​ທີ່​ເສີມ​ຄວາມເຊື່ອ​ຢູ່​ສະເໝີ ເຊັ່ນ: ອະທິດຖານ ສຶກສາ​ຄຳພີໄບເບິນ ເຂົ້າຮ່ວມ​ການ​ປະຊຸມ ແລະ​ໄປ​ປະກາດ. ນອກຈາກນັ້ນ ຜູ້​ດູແລ​ຍັງ​ສາມາດ​ກະຕຸ້ນ​ພໍ່​ແມ່​ໃຫ້​ຊ່ວຍ​ລູກ​ຈົດຈໍ່​ຢູ່​ກັບ​ສິ່ງ​ທີ່​ໄພພິບັດ​ທຳລາຍ​ບໍ່​ໄດ້ ເຊິ່ງ​ກໍ​ຄື​ການ​ຊ່ວຍ​ລູກ​ໃຫ້​ເຫັນ​ວ່າ​ພະເຢໂຫວາ​ເປັນ​ໝູ່​ແລະ​ຊ່ວຍເຫຼືອ​ເຂົາເຈົ້າ​ສະເໝີ. ແລະ​ອະທິບາຍ​ໃຫ້​ລູກ​ເຂົ້າໃຈ​ວ່າ​ຍັງ​ມີ​ພີ່ນ້ອງ​ທີ່​ຢູ່​ທົ່ວ​ໂລກ​ທີ່​ພ້ອມ​ຈະ​ຊ່ວຍເຫຼືອ​ເຂົາເຈົ້າ​ຢູ່​ຕະຫຼອດ.—1ປຕ. 2:17

ພີ່ນ້ອງ​ຄູ່​ໜຶ່ງ​ໄດ້​ເອົາ​ອາຫານ​ແລະ​ສິ່ງ​ຈຳເປັນ​ອື່ນໆ​ໄປ​ໃຫ້​ພີ່ນ້ອງ​ຍິງ​ຄົນ​ທີ່​ມີ​ລູກ​ຍັງ​ນ້ອຍ​ເຊິ່ງ​ພັກ​ຢູ່​ບ່ອນ​ລີ້ໄພ.

ເຈົ້າ​ຈະ​ອາສາ​ໄປ​ຊ່ວຍ​ພີ່ນ້ອງ​ທີ່​ຢູ່​ໃນ​ເຂດ​ຂອງ​ເຈົ້າ​ຫຼັງ​ຈາກ​ເກີດ​ໄພພິບັດ​ໄດ້​ບໍ? (ເບິ່ງ​ຂໍ້ 12)e

12. ເຮົາ​ຈະ​ຊ່ວຍ​ພີ່ນ້ອງ​ທີ່​ປະສົບ​ກັບ​ໄພພິບັດ​ໄດ້​ແນວໃດ? (ເບິ່ງ​ຮູບພາບ)

12 ສິ່ງ​ທີ່​ເຮົາ​ເຮັດ​ໄດ້. ຖ້າ​ໄພພິບັດ​ເກີດ​ຂຶ້ນ​ໃກ້​ກັບ​ບໍລິເວນ​ທີ່​ເຈົ້າ​ຢູ່ ເຈົ້າ​ອາດ​ບອກ​ຜູ້​ດູແລ​ວ່າ​ເຈົ້າ​ສາມາດ​ຊ່ວຍ​ຫຍັງ​ໄດ້​ແດ່. ເຈົ້າ​ອາດ​ໃຫ້​ບ່ອນ​ພັກ​ຊົ່ວຄາວ​ກັບ​ຜູ້​ທີ່​ອົບພະຍົບ​ຫຼື​ອາສາ​ສະໝັກ​ທີ່​ມາ​ຊ່ວຍ​ກໍ່​ສ້າງ. ເຈົ້າ​ອາດຈະ​ຊ່ວຍ​ສົ່ງ​ອາຫານ​ຫຼື​ເຄື່ອງໃຊ້​ອື່ນໆ​ໃຫ້​ກັບ​ພີ່ນ້ອງ​ທີ່​ຕ້ອງການ​ກໍ​ໄດ້. ແຕ່​ຖ້າ​ໄພພິບັດ​ເກີດ​ຂຶ້ນ​ຢູ່ຫ່າງໄກ​ຈາກ​ບ່ອນ​ທີ່​ເຈົ້າ​ຢູ່​ເດ​ເຈົ້າ​ຈະ​ຊ່ວຍ​ໄດ້​ແນວໃດ? ເຈົ້າ​ສາມາດ​ຊ່ວຍ​ໄດ້​ໂດຍ​ການ​ອະທິດຖານ​ເພື່ອ​ຜູ້​ທີ່​ໄດ້​ຮັບ​ຜົນ​ກະທົບ. (2ກຣ. 1:8-11) ແລະ​ເຈົ້າ​ອາດຈະ​ສະໜັບສະໜູນ​ວຽກ​ບັນເທົາ​ທຸກ​ໂດຍ​ບໍລິຈາກ​ເງິນ​ສຳລັບ​ວຽກ​ງານ​ທົ່ວ​ໂລກ. (2ກຣ. 8:2-5) ຖ້າ​ເຈົ້າ​ສາມາດ​ໄປ​ຊ່ວຍ​ໃນ​ເຂດ​ທີ່​ປະສົບ​ໄພພິບັດ​ໄດ້ ໃຫ້​ເຈົ້າ​ຖາມ​ຜູ້​ດູແລ​ວ່າ​ຕ້ອງ​ເຮັດ​ແນວໃດ. ຖ້າ​ເຈົ້າ​ຖືກ​ເຊີນ​ໃຫ້​ໄປ​ຊ່ວຍ ເຈົ້າ​ອາດຈະ​ໄດ້​ຮັບ​ການ​ຝຶກ​ອົບຮົມ​ເພື່ອ​ຈະ​ສາມາດ​ຊ່ວຍ​ພີ່ນ້ອງ​ໃນ​ແບບ​ທີ່​ດີ​ທີ່ສຸດ​ໄດ້.

ຊ່ວຍ​ພີ່ນ້ອງ​ໃຫ້​ອົດທົນ​ກັບ​ການ​ຂົ່ມເຫງ

13. ພີ່ນ້ອງ​ທີ່​ຢູ່​ໃນ​ເຂດ​ທີ່​ວຽກ​ຂອງ​ອົງການ​ຖືກ​ສັ່ງ​ຫ້າມ​ມີ​ບັນຫາ​ຫຍັງ​ແດ່?

13 ຊີວິດ​ຂອງ​ເຮົາ​ກໍ​ຈະ​ລຳບາກ​ຫຼາຍ​ຂຶ້ນ​ຖ້າ​ວຽກ​ຂອງ​ອົງການ​ຖືກ​ສັ່ງ​ຫ້າມ​ໃນ​ບ່ອນ​ທີ່​ເຮົາ​ຢູ່​ຫຼື​ມີການ​ຂົ່ມເຫງ. ພີ່ນ້ອງ​ໃນ​ບ່ອນ​ເຫຼົ່າ​ນັ້ນ​ຍັງ​ມີ​ບັນຫາ​ທາງ​ການ​ເງິນ ເຈັບ​ປ່ວຍ ແລະ​ຄົນ​ທີ່​ຮັກ​ຕາຍ​ໄປ. ຜູ້​ດູແລ​ອາດ​ບໍ່​ສາມາດ​ໄປ​ຢາມ​ພີ່ນ້ອງ​ທີ່​ຕ້ອງການ​ກຳລັງໃຈ​ໄດ້​ຄື​ແຕ່​ກ່ອນ. ເລື່ອງ​ນີ້​ໄດ້​ເກີດ​ຂຶ້ນ​ກັບ​ຜູ້​ດູແລ​ຄົນ​ໜຶ່ງ​ທີ່​ຊື່​ອັນເດຣ​ທີ່​ເວົ້າ​ເຖິງ​ໃນ​ບົດຄວາມ​ກ່ອນ​ໜ້າ​ນີ້. ພີ່ນ້ອງ​ຍິງ​ຄົນ​ໜຶ່ງ​ທີ່​ຢູ່​ໃນ​ກຸ່ມ​ປະກາດ​ຂອງ​ອັນເດຣ​ມີ​ບັນຫາ​ທາງ​ການ​ເງິນ. ຈາກ​ນັ້ນ ລາວ​ກໍ​ເກີດ​ອຸບັດຕິເຫດ​ຕອນ​ທີ່​ຂັບ​ລົດ​ໃຫຍ່. ລາວ​ຕ້ອງ​ໄດ້​ຜ່າ​ຕັດ​ຫຼາຍ​ເທື່ອ​ແລະ​ບໍ່​ສາມາດ​ເຮັດ​ວຽກ​ໄດ້. ເຖິງ​ວຽກ​ຂອງ​ອົງການ​ຈະ​ຖືກ​ສັ່ງ​ຫ້າມ​ແລະ​ມີ​ໂລກລະບາດ ແຕ່​ພີ່ນ້ອງ​ກໍ​ເຮັດ​ທຸກ​ສິ່ງ​ທີ່​ເຮັດ​ໄດ້​ເພື່ອ​ຊ່ວຍເຫຼືອ​ລາວ ແລະ​ພະເຢໂຫວາ​ກໍ​ຮູ້​ສິ່ງ​ທີ່​ເກີດ​ຂຶ້ນ​ກັບ​ລາວ.

14. ຜູ້​ດູແລ​ຈະ​ເປັນ​ຕົວຢ່າງ​ແນວໃດ​ໃນ​ການ​ໝາຍເພິ່ງ​ພະເຢໂຫວາ?

14 ສິ່ງ​ທີ່​ຜູ້​ດູແລ​ຄວນ​ເຮັດ. ອັນເດຣ​ອະທິດຖານ​ແລະ​ເຮັດ​ສິ່ງ​ທີ່​ລາວ​ເຮັດ​ໄດ້. ແລ້ວ​ພະເຢໂຫວາ​ໄດ້​ຕອບ​ຄຳ​ອະທິດຖານ​ແນວໃດ? ພະເຢໂຫວາ​ໄດ້​ກະຕຸ້ນ​ພີ່ນ້ອງ​ທີ່​ມີ​ອິດ​ສະຫຼະ​ຫຼາຍ​ກວ່າ​ໃຫ້​ຊ່ວຍເຫຼືອ​ພີ່ນ້ອງ​ຍິງ​ຄົນ​ນັ້ນ. ບາງຄົນ​ໄດ້​ພາ​ລາວ​ໄປ​ຫາ​ໝໍ. ສ່ວນ​ຄົນອື່ນໆ​ກໍ​ໄດ້​ເອົາ​ເງິນ​ຊ່ວຍ​ລາວ. ພະເຢໂຫວາ​ກະຕຸ້ນ​ພີ່ນ້ອງ​ເຫຼົ່າ​ນັ້ນ​ໃຫ້​ເຮັດ​ສິ່ງ​ທີ່​ເຂົາເຈົ້າ​ເຮັດ​ໄດ້ ແລະ​ເພິ່ນ​ກໍ​ອວຍພອນ​ຄວາມ​ພະຍາຍາມ​ຂອງ​ເຂົາເຈົ້າ​ທີ່​ກ້າຫານ​ແລະ​ເປັນ​ນ້ຳໜຶ່ງໃຈດຽວກັນ. (ຮຣ. 13:16) ຜູ້​ດູແລ ຖ້າ​ວຽກ​ປະກາດ​ໃນ​ບ່ອນ​ທີ່​ເຈົ້າ​ຢູ່​ຖືກ​ສັ່ງ​ຫ້າມ ກໍ​ໃຫ້​ຂໍ​ຄວາມ​ຊ່ວຍເຫຼືອ​ຈາກ​ຄົນອື່ນ. (ຢເຣ. 36:5, 6) ແລະ​ທີ່​ສຳຄັນ​ແມ່ນ​ໃຫ້​ໝາຍເພິ່ງ​ພະເຢໂຫວາ ເພາະ​ເພິ່ນ​ຈະ​ຊ່ວຍ​ເຈົ້າ​ໃຫ້​ເບິ່ງແຍງ​ພີ່ນ້ອງ​ໄດ້.

15. ເຮົາ​ຈະ​ເປັນ​ນ້ຳໜຶ່ງໃຈດຽວກັນ​ໄດ້​ແນວໃດ?

15 ສິ່ງ​ທີ່​ເຮົາ​ເຮັດ​ໄດ້. ຕອນ​ທີ່​ຖືກ​ຂົ່ມເຫງ​ຫຼື​ວຽກ​ປະກາດ​ຖືກ​ສັ່ງ​ຫ້າມ ເຮົາ​ອາດ​ຄົບຫາ​ກັບ​ພີ່ນ້ອງ​ແຕ່​ກຸ່ມ​ນ້ອຍໆ​ເທົ່າ​ນັ້ນ. ດັ່ງນັ້ນ ຈຶ່ງ​ເປັນ​ເລື່ອງ​ສຳຄັນ​ທີ່​ເຮົາ​ຈະ​ຮັກສາ​ສັນຕິສຸກ​ກັບ​ພີ່ນ້ອງ​ໃຫ້​ຫຼາຍ​ກວ່າ​ເກົ່າ. ໃຫ້​ຕໍ່ສູ້​ກັບ​ຊາຕານ ບໍ່​ແມ່ນ​ຕໍ່ສູ້​ກັນເອງ. ໃຫ້​ເບິ່ງ​ຂ້າມ​ຄວາມ​ຜິດ​ພາດ​ຂອງ​ພີ່ນ້ອງ ຫຼື​ຖ້າ​ມີ​ບັນຫາ​ກໍ​ໃຫ້​ພະຍາຍາມ​ແກ້ໄຂ​ໃຫ້​ໄວ​ທີ່ສຸດ. (ສຸພາ. 19:11; ອຟຊ. 4:26) ໃຫ້​ເປັນ​ຝ່າຍ​ລິເລີ່ມ​ຊ່ວຍເຫຼືອ​ຄົນອື່ນ. (ຕຕ. 3:14) ການ​ທີ່​ພີ່ນ້ອງ​ຄົນອື່ນ​ຊ່ວຍເຫຼືອ​ພີ່ນ້ອງ​ຍິງ​ທີ່​ຕ້ອງການ​ຄວາມ​ຊ່ວຍເຫຼືອ​ມີ​ຜົນ​ດີ​ຕໍ່​ພີ່ນ້ອງ​ທີ່​ຢູ່​ໃນ​ກຸ່ມ ເພາະ​ມັນ​ຊ່ວຍ​ໃຫ້​ເຂົາເຈົ້າ​ໃກ້ຊິດ​ກັນ​ຫຼາຍ​ຂຶ້ນ​ຄື​ກັບ​ຄອບຄົວ.—ເພງ. 133:1

16. ຕາມ​ໂກໂລຊາຍ 4:3, 18 ເຮົາ​ຈະ​ຊ່ວຍ​ພີ່ນ້ອງ​ທີ່​ຖືກ​ຂົ່ມເຫງ​ໄດ້​ແນວໃດ?

16 ເຖິງ​ວ່າ​ລັດຖະບານ​ຈະ​ສັ່ງ​ຫ້າມ​ວຽກ​ຂອງ​ອົງການ ແຕ່​ພີ່ນ້ອງ​ຫຼາຍ​ພັນ​ຄົນ​ກໍ​ຍັງ​ຮັບໃຊ້​ພະເຢໂຫວາ. ບາງຄົນ​ຕ້ອງ​ເຂົ້າ​ຄຸກ​ເພາະ​ຄວາມເຊື່ອ. ເຮົາ​ສາມາດ​ອະທິດຖານ​ເພື່ອ​ເຂົາເຈົ້າ​ແລະ​ຄອບຄົວ​ຂອງ​ເຂົາເຈົ້າ​ໄດ້. ແລະ​ເຮົາ​ຍັງ​ສາມາດ​ອະທິດຖານ​ເພື່ອ​ພີ່ນ້ອງ​ທີ່​ສ່ຽງ​ທີ່​ຈະ​ຖືກ​ຈັບ​ຍ້ອນ​ໄປ​ໃຫ້​ກຳລັງໃຈ​ແລະ​ສົ່ງ​ສິ່ງ​ຈຳເປັນ​ໄປ​ໃຫ້​ພີ່ນ້ອງ​ທີ່​ຢູ່​ໃນ​ຄຸກ ແລະ​ປົກປ້ອງ​ເຂົາເຈົ້າ​ຕອນ​ຂຶ້ນ​ສານ.c (ອ່ານ​ໂກໂລຊາຍ 4:3, 18) ຂໍ​ເຮົາ​ຢ່າ​ລືມ​ອະທິດຖານ​ເພື່ອ​ພີ່ນ້ອງ​ເຫຼົ່ານີ້ ເພາະ​ຄຳ​ອະທິດຖານ​ຂອງ​ເຮົາ​ຊ່ວຍ​ພີ່ນ້ອງ​ໄດ້​ຫຼາຍ​ແທ້ໆ!—2​ທຊ. 3:1, 2; 1​ຕມ. 2:1, 2

ພໍ່​ແມ່​ແລະ​ລູກ​ສອງ​ຄົນ​ໃນ​ການ​ນະມັດສະການ​ປະຈຳ​ຄອບຄົວ. ລູກ​ຊາຍ​ເວົ້າ​ເລື່ອງ​ໃນ​ວິດີໂອ “ດານີເອນ: ສະແດງ​ຄວາມເຊື່ອ​ຕະຫຼອດ​ຊີວິດ.”

ເຈົ້າ​ຈະ​ກຽມ​ຄອບຄົວ​ໃຫ້​ພ້ອມ​ສຳລັບ​ການ​ຖືກ​ຂົ່ມເຫງ​ຕັ້ງແຕ່​ຕອນນີ້​ໄດ້​ແນວໃດ? (ເບິ່ງ​ຂໍ້ 17)

17. ເຈົ້າ​ຈະ​ກຽມ​ຕົວ​ສຳລັບ​ການ​ຖືກ​ຂົ່ມເຫງ​ຕັ້ງແຕ່​ຕອນນີ້​ໄດ້​ແນວໃດ?

17 ເຈົ້າ​ກັບ​ຄອບຄົວ​ສາມາດ​ກຽມ​ຕົວ​ກັບ​ການ​ຖືກ​ຂົ່ມເຫງ​ໄວ້​ຕັ້ງແຕ່​ຕອນນີ້. (ກຈກ. 14:22) ຢ່າ​ຄິດ​ວ່າ​ສິ່ງ​ທີ່​ບໍ່​ດີ​ທຸກ​ຢ່າງ​ຈະ​ເກີດ​ຂຶ້ນ. ແຕ່​ໃຫ້​ພະຍາຍາມ​ສະໜິດ​ກັບ​ພະເຢໂຫວາ​ແລະ​ຊ່ວຍ​ລູກ​ຂອງ​ເຈົ້າ​ໃຫ້​ເຮັດ​ແບບນັ້ນ​ຄື​ກັນ. ຖ້າ​ເຈົ້າ​ຮູ້ສຶກ​ກັງວົນ​ໃຫ້​ອະທິດຖານ​ລະບາຍ​ຄວາມ​ຮູ້ສຶກ​ກັບ​ພະເຢໂຫວາ. (ເພງ. 62:7, 8) ໃຫ້​ລົມ​ກັບ​ຄອບຄົວ​ວ່າ​ເປັນຫຍັງ​ເຈົ້າ​ຈຶ່ງ​ໄວ້ໃຈ​ພະເຢໂຫວາ​ໄດ້.d ຄື​ກັບ​ທີ່​ເຈົ້າ​ຊ່ວຍ​ລູກ​ໃຫ້​ກຽມ​ຕົວ​ສຳລັບ​ໄພພິບັດ​ທີ່​ຈະ​ເກີດ​ຂຶ້ນ ການ​ກຽມ​ລູກ​ໃຫ້​ພ້ອມ​ສຳລັບ​ການ​ຖືກ​ຂົ່ມເຫງ​ແລະ​ໄວ້ໃຈ​ພະເຢໂຫວາ​ກໍ​ຈະ​ຊ່ວຍ​ໃຫ້​ເຂົາເຈົ້າ​ກ້າຫານ​ແລະ​ສະຫງົບໃຈ​ໄດ້​ເມື່ອ​ມີການ​ຂົ່ມເຫງ.

18. ອະນາຄົດ​ຂອງ​ເຮົາ​ຈະ​ເປັນ​ແນວໃດ?

18 ສັນຕິສຸກ​ຂອງ​ພະເຈົ້າ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ປອດໄພ. (ຟລປ. 4:6, 7) ພະເຢໂຫວາ​ຊ່ວຍ​ເຮົາ​ໃຫ້​ມີ​ຄວາມ​ສະຫງົບໃຈ​ໂດຍ​ທາງ​ສັນຕິສຸກ​ນີ້​ເຖິງ​ວ່າ​ເຮົາ​ຈະ​ໄດ້​ຮັບ​ຜົນ​ກະທົບ​ຈາກ​ໂລກລະບາດ ໄພພິບັດ ແລະ​ການ​ຂົ່ມເຫງ. ພະເຢໂຫວາ​ໃຊ້​ຜູ້​ດູແລ​ໃຫ້​ເບິ່ງແຍງ​ເຮົາ ແລະ​ເພິ່ນ​ຍັງ​ໃຫ້​ກຽດ​ເຮົາ​ທຸກ​ຄົນ​ທີ່​ຈະ​ຊ່ວຍເຫຼືອ​ຄົນອື່ນ. ສັນຕິສຸກ​ທີ່​ເຮົາ​ມີ​ໃນ​ຕອນນີ້​ຈະ​ກຽມ​ເຮົາ​ໃຫ້​ພ້ອມ​ສຳລັບ​ຄວາມ​ຍາກ​ລຳບາກ​ທີ່​ຈະ​ເກີດ​ຂຶ້ນ​ໃນ​ອະນາຄົດ ເຊິ່ງ​ລວມ​ເຖິງ “ຄວາມທຸກ​ລຳບາກ​ຄັ້ງ​ໃຫຍ່.” (ມທ. 24:21) ໃນ​ຕອນ​ນັ້ນ ເຮົາ​ຕ້ອງ​ມີ​ຄວາມ​ສະຫງົບໃຈ​ແລະ​ຊ່ວຍ​ຄົນອື່ນ​ໃຫ້​ມີ​ຄວາມ​ສະຫງົບໃຈ​ຄື​ກັນ. ແຕ່​ຫຼັງ​ຈາກ​ທີ່​ເຫດການ​ນັ້ນ​ຜ່ານ​ໄປ ຈະ​ບໍ່​ມີ​ສິ່ງ​ໃດ​ມາ​ເຮັດ​ໃຫ້​ເຮົາ​ຮູ້ສຶກ​ກັງວົນ​ອີກ​ເລີຍ. ພະເຢໂຫວາ​ຢາກ​ໃຫ້​ເຮົາ​ມີ​ສັນຕິສຸກ​ແທ້​ເຊິ່ງ​ເປັນ​ສັນຕິສຸກ​ທີ່​ຈະ​ຢູ່​ຕະຫຼອດໄປ.—ອຊຢ. 26:3, 4

ເຈົ້າ​ຈະ​ຊ່ວຍ​ຄົນອື່ນ​ໃຫ້​ມີ​ຄວາມ​ສະຫງົບໃຈ​ໄດ້​ແນວໃດ​ເຖິງ​ວ່າ​ຈະ​ມີ . . .

  • ໂລກລະບາດ?

  • ໄພພິບັດ?

  • ການ​ຂົ່ມເຫງ?

ເພງ 109 ຮັກ​ທີ່​ແຮງ​ກ້າ​ສຸດ​ຫົວໃຈ

a ພະເຢໂຫວາ​ມັກ​ຈະ​ໃຊ້​ຜູ້​ຮັບໃຊ້​ຂອງ​ເພິ່ນ​ໃຫ້​ຊ່ວຍເຫຼືອ​ຜູ້​ທີ່​ເຈິ​ຄວາມ​ຍາກ​ລຳບາກ. ເພິ່ນ​ອາດຈະ​ໃຊ້​ເຈົ້າ​ເພື່ອ​ໄປ​ໃຫ້​ກຳລັງໃຈ​ພີ່ນ້ອງ. ໃຫ້​ເຮົາ​ມາ​ເບິ່ງ​ວ່າ​ເຮົາ​ຈະ​ເຮັດ​ຫຍັງ​ໄດ້​ແດ່​ເພື່ອ​ຊ່ວຍເຫຼືອ​ພີ່ນ້ອງ​ທີ່​ລຳບາກ.

b ຊື່​ສົມມຸດ

c ສຳນັກງານ​ສາຂາ​ຫຼື​ສຳນັກງານ​ໃຫຍ່​ບໍ່​ສາມາດ​ສົ່ງ​ຕໍ່​ຈົດໝາຍ​ຈາກ​ບຸກຄົນ​ໄປ​ໃຫ້​ພີ່ນ້ອງ​ທີ່​ຢູ່​ໃນ​ຄຸກ.

d ເບິ່ງ​ບົດຄວາມ​ທີ່​ຊື່​ວ່າ “ກຽມ​ພ້ອມ​ຮັບ​ມື​ກັບ​ການ​ຂົ່ມເຫງ​ຕັ້ງແຕ່​ຕອນນີ້” ໃນ​ຫໍສັງເກດການ ກໍລະກົດ 2019.

e ຄຳ​ອະທິບາຍ​ຮູບພາບ: ພີ່ນ້ອງ​ຄູ່​ໜຶ່ງ​ໄດ້​ເອົາ​ອາຫານ​ມາ​ໃຫ້​ຄອບຄົວໜຶ່ງ​ທີ່​ຢູ່​ບ່ອນ​ລີ້ໄພ​ຍ້ອນ​ໄພພິບັດ.

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌