ບົດຄວາມສຶກສາທີ 27
ເພງທີ 73 ຂໍຊ່ວຍໃຫ້ເຮົາກ້າຫານ
ໃຫ້ກ້າຫານຄືກັບຊາໂດກ
“[ຊາໂດກເປັນ] ຊາຍໜຸ່ມ . . . ທີ່ເກັ່ງແລະກ້າຫານ.”—1ຂຄ. 12:28
ຈຸດສຳຄັນ
ຕົວຢ່າງຂອງຊາໂດກຊ່ວຍເຮົາແນວໃດໃຫ້ກ້າຫານ.
1-2. ຊາໂດກແມ່ນໃຜ? (1 ຂ່າວຄາວ 12:22, 26-28)
ໃຫ້ນຶກພາບວ່າມີຄົນຫຼາຍກວ່າ 340.000 ຄົນມາຫາດາວິດເພື່ອຕັ້ງລາວໃຫ້ເປັນກະສັດປົກຄອງທົ່ວອິດສະຣາເອນ. ຄົນເຫຼົ່ານີ້ຢູ່ເນີນພູໃກ້ກັບເມືອງເຮັບໂຣນ 3 ມື້. ເຂົາເຈົ້າລົມກັນ ຫົວຢ່າງມ່ວນຊື່ນ ແລະຮ້ອງເພງສັນລະເສີນພະເຢໂຫວາຢ່າງມີຄວາມສຸກ. (1ຂຄ. 12:39) ໃນກຸ່ມຄົນເຫຼົ່ານີ້ມີຊາຍໜຸ່ມຄົນໜຶ່ງຊື່ຊາໂດກ. ຫຼາຍຄົນຄືຊິບໍ່ໄດ້ສັງເກດວ່າລາວຢູ່ຫັ້ນ ແຕ່ພະເຢໂຫວາສັງເກດເຫັນລາວແລະເພິ່ນກໍຢາກໃຫ້ເຮົາຮູ້ຈັກລາວ. (ອ່ານ 1 ຂ່າວຄາວ 12:22, 26-28) ຊາໂດກແມ່ນໃຜ?
2 ຊາໂດກເປັນປະໂລຫິດ ລາວເຮັດວຽກໃກ້ຊິດກັບປະໂລຫິດໃຫຍ່ອາບີອາທາ. ລາວຍັງເປັນຜູ້ເຫັນນິມິດນຳເຊິ່ງພະເຢໂຫວາໃຫ້ລາວມີສະຕິປັນຍາແລະມີຄວາມສາມາດທີ່ຈະເຂົ້າໃຈຄວາມຕ້ອງການຂອງເພິ່ນ. (2ຊມ. 15:27) ຄົນອິດສະຣາເອນຈະມາຫາຊາໂດກເພື່ອຂໍຄຳແນະນຳ. ນອກຈາກນັ້ນ ຊາໂດກຍັງເປັນຄົນກ້າຫານ. ໃນບົດນີ້ເຮົາຈະຮຽນກ່ຽວກັບຄຸນລັກສະນະນີ້ຂອງລາວ.
3. (ກ) ເປັນຫຍັງຜູ້ຮັບໃຊ້ຂອງພະເຢໂຫວາຕ້ອງກ້າຫານ? (ຂ) ເຮົາຈະຮຽນຫຍັງໃນບົດນີ້?
3 ໃນສະໄໝສຸດທ້າຍ ຊາຕານພະຍາຍາມຫຼາຍກວ່າເກົ່າເພື່ອຈະທຳລາຍຄວາມເຊື່ອຂອງຜູ້ຮັບໃຊ້ຂອງພະເຢໂຫວາ. (1ປຕ. 5:8) ດັ່ງນັ້ນ ເຮົາຕ້ອງກ້າຫ້ານເພື່ອຈະອົດທົນຕໍ່ໆໄປໄດ້ຈົນກວ່າພະເຢໂຫວາຈະທຳລາຍຊາຕານກັບໂລກຊົ່ວນີ້. (ພສ. 31:24) ໃຫ້ເຮົາມາເບິ່ງ 3 ວິທີທີ່ເຮົາຈະຮຽນແບບຄວາມກ້າຫານຂອງຊາໂດກ.
ສະໜັບສະໜູນການປົກຄອງຂອງພະເຈົ້າ
4. ເປັນຫຍັງຜູ້ຮັບໃຊ້ຂອງພະເຢໂຫວາຕ້ອງກ້າຫານເພື່ອຈະສະໜັບສະໜູນການປົກຄອງຂອງເພິ່ນ? (ເບິ່ງຮູບນຳ)
4 ເຮົາເປັນຜູ້ຮັບໃຊ້ຂອງພະເຢໂຫວາ ເຮົາຈຶ່ງສະໜັບສະໜູນການປົກຄອງຂອງເພິ່ນສຸດຫົວໃຈ. (ມທ. 6:33) ແຕ່ເຮົາຕ້ອງມີຄວາມກ້າຫານເພື່ອຈະເຮັດແບບນັ້ນໄດ້. ຕົວຢ່າງເຊັ່ນ: ໃນໂລກທີ່ຊາຕານປົກຄອງ ເຮົາຕ້ອງມີຄວາມກ້າຫານເພື່ອຈະໃຊ້ຊີວິດຕາມມາດຕະຖານຂອງພະເຢໂຫວາແລະປະກາດຂ່າວດີເລື່ອງການປົກຄອງຂອງເພິ່ນ. (1ທຊ. 2:2) ເຮົາຍັງຕ້ອງກ້າຫານເພື່ອຈະຮັກສາຄວາມເປັນກາງໃນເລື່ອງການເມືອງ ຍ້ອນໂລກໃນທຸກມື້ນີ້ມີແຕ່ຄວາມແຕກແຍກຫຼາຍຂຶ້ນເລື້ອຍໆ. (ຢຮ. 18:36) ຜູ້ຮັບໃຊ້ຂອງພະເຢໂຫວາຫຼາຍຄົນມີບັນຫາເສດຖະກິດ ຖືກທຳຮ້າຍຮ່າງກາຍ ແລະຖືກຈັບເຂົ້າຄຸກ ຍ້ອນເຂົາເຈົ້າບໍ່ຫຍຸ້ງກ່ຽວກັບການເມືອງຫຼືບໍ່ຍອມເປັນທະຫານ.
ເມື່ອຄົນອື່ນເລືອກຢູ່ຝ່າຍໃດຝ່າຍໜຶ່ງໃນເລື່ອງການເມືອງ ເຈົ້າຈະເຮັດແນວໃດ? (ເບິ່ງຂໍ້ 4)
5. ເປັນຫຍັງຊາໂດກຕ້ອງກ້າຫານເພື່ອຈະສະໜັບສະໜູນດາວິດ?
5 ຊາໂດກໄປເມືອງເຮັບໂຣນບໍ່ແມ່ນເພື່ອສະຫຼອງທີ່ດາວິດເປັນກະສັດເທົ່ານັ້ນ ແຕ່ລາວເອົາອາວຸດໄປນຳແລະພ້ອມທີ່ຈະໄປຕໍ່ສູ້. (1ຂຄ. 12:38) ລາວເຕັມໃຈຕິດຕາມດາວິດໄປສະໜາມຮົບແລະພ້ອມຈະປົກປ້ອງຄົນອິດສະຣາເອນຈາກສັດຕູ. ເຖິງວ່າຊາໂດກບໍ່ມີປະສົບການຫຼາຍປານໃດໃນການຕໍ່ສູ້ ແຕ່ລາວກໍກ້າຫານຫຼາຍ.
6. ດາວິດເປັນຕົວຢ່າງໃຫ້ຊາໂດກແນວໃດໃນເລື່ອງຄວາມກ້າຫານ? (ເພງສັນລະເສີນ 138:3)
6 ຊາໂດກທີ່ເປັນປະໂລຫິດໄດ້ຄວາມກ້າຫານມາຈາກໃສ? ລາວຢູ່ກັບຜູ້ຊາຍຫຼາຍຄົນທີ່ເຂັ້ມແຂງແລະກ້າຫານເຊິ່ງລາວສາມາດຮຽນແບບເຂົາເຈົ້າໄດ້. ຕົວຢ່າງເຊັ່ນ: ດາວິດ “ເປັນຜູ້ນຳກອງທັບອິດສະຣາເອນອອກໄປຕໍ່ສູ້” ຢ່າງກ້າຫານຈຶ່ງເຮັດໃຫ້ຄົນອິດສະຣາເອນຢາກໃຫ້ລາວເປັນກະສັດ. (1ຂຄ. 11:1, 2) ດາວິດເພິ່ງພະເຢໂຫວາສະເໝີເມື່ອໄປຕໍ່ສູ້ກັບສັດຕູ. (ພສ. 28:7; ອ່ານເພງສັນລະເສີນ 138:3) ນອກຈາກນັ້ນ ຊາໂດກຍັງໄດ້ຮຽນເລື່ອງຄວາມກ້າຫານຈາກຄົນອື່ນໆນຳ ເຊັ່ນ: ເຢໂຮຢາດາກັບເບນາຢາລູກຊາຍຂອງລາວທີ່ເປັນທະຫານທີ່ເກັ່ງ ລວມທັງຄົນທີ່ເປັນຫົວໜ້າໃນຈຸ້ມເຈື້ອອີກ 22 ຄົນທີ່ຢູ່ຝ່າຍດາວິດ. (1ຂຄ. 11:22-25; 12:26-28) ຄົນເຫຼົ່ານີ້ເຕັມໃຈສະໜັບສະໜູນດາວິດໃຫ້ເປັນກະສັດແລະພ້ອມທີ່ຈະປົກປ້ອງລາວ.
7. (ກ) ໃນທຸກມື້ນີ້ມີຕົວຢ່າງຂອງໃຜແດ່ທີ່ເຮົາສາມາດຮຽນແບບໄດ້ໃນເລື່ອງຄວາມກ້າຫານ? (ຂ) ໃນວິດີໂອ ເຈົ້າໄດ້ຮຽນຫຍັງຈາກຕົວຢ່າງຂອງພີ່ນ້ອງອະເຍນເກ ເອັນຊີລູ?
7 ເມື່ອເຮົາເຫັນພີ່ນ້ອງກ້າຫານເພື່ອຈະພັກດີຕໍ່ພະເຢໂຫວາແລະສະໜັບສະໜູນການປົກຄອງຂອງເພິ່ນ ມັນກໍເຮັດໃຫ້ເຮົາເຂັ້ມແຂງແລະກ້າຫານຄືກັນ. ຕອນທີ່ພະເຢຊູຢູ່ໃນໂລກນີ້ ເພິ່ນບໍ່ຍອມມີສ່ວນຮ່ວມໃນເລື່ອງການເມືອງທີ່ກ່ຽວຂ້ອງກັບລະບົບຂອງຊາຕານ. (ມທ. 4:8-11; ຢຮ. 6:14, 15) ພະເຢຊູເພິ່ງພະເຢໂຫວາສະເໝີເພື່ອຈະເຂັ້ມແຂງແລະກ້າຫານ. ໃນທຸກມື້ນີ້ ເຮົາໄດ້ເຫັນຫຼາຍຕົວຢ່າງຂອງພີ່ນ້ອງຊາຍທີ່ໜຸ່ມນ້ອຍທີ່ສະແດງຄວາມກ້າຫານໂດຍບໍ່ຍອມເປັນທະຫານແລະບໍ່ຫຍຸ້ງກ່ຽວກັບການເມືອງ. ເຈົ້າອ່ານເລື່ອງຂອງເຂົາເຈົ້າໄດ້ໃນເວັບໄຊ jw.org.a
ຊ່ວຍເຫຼືອພີ່ນ້ອງ
8. ຕອນໃດທີ່ຜູ້ເບິ່ງແຍງຕ້ອງມີຄວາມກ້າຫານເພື່ອຈະຊ່ວຍເຫຼືອພີ່ນ້ອງ?
8 ຜູ້ຮັບໃຊ້ຂອງພະເຢໂຫວາມັກຊ່ວຍເຫຼືອກັນ. (2ກຣ. 8:4) ແຕ່ບາງເທື່ອການເຮັດແບບນີ້ກໍຕ້ອງມີຄວາມກ້າຫານຄືກັນ. ຕົວຢ່າງເຊັ່ນ: ຕອນທີ່ມີສົງຄາມ ຜູ້ເບິ່ງແຍງຮູ້ວ່າພີ່ນ້ອງຕ້ອງການກຳລັງໃຈ ຕ້ອງການຄວາມຊ່ວຍເຫຼືອ ແລະຮູ້ວ່າພີ່ນ້ອງຕ້ອງມີຄຳພີໄບເບິນແລະປຶ້ມຕ່າງໆຂອງອົງການເພື່ອຈະມີຄວາມເຊື່ອທີ່ເຂັ້ມແຂງ. ຜູ້ເບິ່ງແຍງຍັງຮູ້ວ່າພີ່ນ້ອງຕ້ອງມີຂອງກິນ ເຄື່ອງນຸ່ງ ແລະບ່ອນຢູ່. ຄວາມຮັກທີ່ຜູ້ເບິ່ງແຍງມີຕໍ່ພີ່ນ້ອງເຮັດໃຫ້ເຂົາເຈົ້າຈັດກຽມສິ່ງຕ່າງໆທີ່ພີ່ນ້ອງຈຳເປັນຕ້ອງມີເຖິງວ່າບາງເທື່ອເຂົາເຈົ້າອາດຕ້ອງສ່ຽງອັນຕະລາຍ. (ຢຮ. 15:12, 13) ເມື່ອເຮັດແບບນີ້ ເຂົາເຈົ້າກໍກຳລັງຮຽນແບບຄວາມກ້າຫານຂອງຊາໂດກ.
9. ໃນ 2 ຊາມູເອນ 15:27-29 ດາວິດບອກຊາໂດກໃຫ້ເຮັດຫຍັງ? (ເບິ່ງຮູບນຳ)
9 ຊີວິດຂອງດາວິດຕົກຢູ່ໃນອັນຕະລາຍ. ອັບຊາໂລມລູກຊາຍຂອງລາວຢາກຂ້າລາວເພື່ອຈະເປັນກະສັດແທນ. (2ຊມ. 15:12, 13) ດາວິດຈຶ່ງຕ້ອງໜີອອກຈາກເມືອງເຢຣູຊາເລັມທັນທີ. ດາວິດບອກຄົນຂອງລາວວ່າ: “ໃຫ້ພວກເຮົາຟ້າວໜີໄວໆ! ຄັນບໍ່ຊັ້ນຊິບໍ່ມີໃຜລອດຈາກອັບຊາໂລມ.” (2ຊມ. 15:14) ຕອນທີ່ຄົນຂອງດາວິດກຳລັງໜີ ດາວິດຮູ້ວ່າຕ້ອງໃຫ້ມີຄົນຂອງລາວຢູ່ເມືອງເຢຣູຊາເລັມເພື່ອລາຍງານແຜນການຂອງອັບຊາໂລມໃຫ້ລາວຮູ້. ດາວິດຈຶ່ງໃຫ້ຊາໂດກແລະປະໂລຫິດຄົນອື່ນໆກັບໄປເມືອງເຢຣູຊາເລັມເພື່ອເປັນສາຍສືບ. (ອ່ານ 2 ຊາມູເອນ 15:27-29) ຊາໂດກແລະປະໂລຫິດຄົນອື່ນໆຕ້ອງລະວັງຫຼາຍແທ້ໆ ຍ້ອນສິ່ງທີ່ດາວິດບອກໃຫ້ເຂົາເຈົ້າເຮັດເປັນເລື່ອງທີ່ສ່ຽງຫຼາຍແລະເຖິງຂັ້ນເຮັດໃຫ້ຊີວິດເຂົາເຈົ້າຕົກຢູ່ໃນອັນຕະລາຍ. ອັບຊາໂລມເປັນຄົນຍິ່ງ ເຫັນແກ່ໂຕ ໂຫດຮ້າຍ ແລະທໍລະຍົດພໍ່ຂອງໂຕເອງ. ຄິດເບິ່ງວ່າອັບຊາໂລມຈະເຮັດແນວໃດກັບຊາໂດກແລະປະໂລຫິດຄົນອື່ນໆຖ້າລາວຮູ້ວ່າເຂົາເຈົ້າກຳລັງສອດແນມເພື່ອປົກປ້ອງດາວິດ.
ດາວິດໃຫ້ຊາໂດກໄປເຮັດວຽກມອບໝາຍທີ່ອັນຕະລາຍ (ເບິ່ງຂໍ້ 9)
10. ຊາໂດກແລະຄົນອື່ນໆທີ່ຢູ່ກັບລາວຊ່ວຍປົກປ້ອງດາວິດແນວໃດ?
10 ດາວິດຂໍໃຫ້ຊາໂດກກັບຮູຊາຍໝູ່ທີ່ພັກດີອີກຄົນໜຶ່ງຂອງລາວຊ່ວຍໃນແຜນການຂອງລາວ. (2ຊມ. 15:32-37) ຮູຊາຍເຮັດຕາມແຜນຂອງດາວິດ ລາວທຳທ່າສະໜັບສະໜູນອັບຊາໂລມ ແລະອັບຊາໂລມກໍໄວ້ໃຈລາວ. ຮູຊາຍແນະນຳອັບຊາໂລມວ່າຄວນໂຈມຕີດາວິດແນວໃດ. ການເຮັດແບບນີ້ຊ່ວຍດາວິດໃຫ້ມີເວລາພໍທີ່ຈະກຽມໂຕຮັບມືກັບການໂຈມຕີຂອງອັບຊາໂລມ. (2ຊມ. 17:8-16) ຈາກນັ້ນ ຮູຊາຍກໍບອກແຜນການຕ່າງໆໃຫ້ຊາໂດກກັບອາບີອາທາຮູ້ ແລະ 2 ຄົນນີ້ກໍສົ່ງຂ່າວໄປບອກດາວິດ. (2ຊມ. 17:17) ຍ້ອນພະເຢໂຫວາຊ່ວຍ ຊາໂດກແລະປະໂລຫິດຄົນອື່ນໆຈຶ່ງສາມາດປົກປ້ອງດາວິດຈາກອັນຕະລາຍໄດ້.—2ຊມ. 17:21, 22
11. ເຮົາຈະຮຽນແບບຄວາມກ້າຫານຂອງຊາໂດກໄດ້ແນວໃດເມື່ອຊ່ວຍເຫຼືອພີ່ນ້ອງ?
11 ຖ້າເຮົາຖືກຂໍໃຫ້ຊ່ວຍພີ່ນ້ອງໃນສະຖານະການທີ່ອັນຕະລາຍ ເຮົາຈະສະແດງຄວາມກ້າຫານຄືກັບຊາໂດກໄດ້ແນວໃດ? (1) ໃຫ້ເຮັດຕາມຄຳແນະນຳ. ໃນສະຖານະການແບບນັ້ນ ເປັນເລື່ອງສຳຄັນຫຼາຍທີ່ເຮົາຕ້ອງເປັນນ້ຳໜຶ່ງໃຈດຽວກັນ. ໃຫ້ເຊື່ອຟັງແລະເຮັດຕາມຄຳແນະນຳທີ່ມາຈາກສຳນັກງານສາຂາ. (ຮຣ. 13:17) ຜູ້ເບິ່ງແຍງຄວນທົບທວນເປັນໄລຍະໆກ່ຽວກັບຄຳແນະນຳວ່າຈະກຽມໂຕແນວໃດສຳລັບໄພພິບັດ ແລະຄວນເຮັດແນວໃດເມື່ອມີໄພພິບັດເກີດຂຶ້ນ. (1ກຣ. 14:33, 40) (2) ໃຫ້ກ້າຫານແຕ່ຕ້ອງລະມັດລະວັງ. (ສພສ. 22:3) ຄິດກ່ອນເຮັດ ແລະຢ່າສ່ຽງຖ້າບໍ່ຈຳເປັນ. (3) ໃຫ້ເພິ່ງພະເຢໂຫວາ. ໃຫ້ຈື່ໄວ້ວ່າພະເຢໂຫວາຢາກໃຫ້ເຈົ້າແລະພີ່ນ້ອງປອດໄພ. ເພິ່ນຈະຊ່ວຍເຈົ້າໃຫ້ປົກປ້ອງພີ່ນ້ອງໄດ້.
12-13. ເຈົ້າຮຽນຫຍັງຈາກປະສົບການຂອງວິກເຕີ້ແລະວິທາລີ? (ເບິ່ງຮູບນຳ)
12 ໃຫ້ເຮົາມາເບິ່ງເລື່ອງຂອງພີ່ນ້ອງຊາຍ 2 ຄົນທີ່ເປັນຜູ້ເບິ່ງແຍງຊື່ວິກເຕີ້ແລະວິທາລີ. ເຂົາເຈົ້າເອົາອາຫານແລະນ້ຳໄປສົ່ງໃຫ້ພີ່ນ້ອງຢູ່ຢູເຄຣນ. ວິກເຕີ້ເວົ້າວ່າ: “ເຮົາໄປທຸກບ່ອນເພື່ອຊອກຫາອາຫານໃຫ້ພີ່ນ້ອງ. ຫຼາຍເທື່ອເຮົາໄດ້ຍິນສຽງປືນຍິງກັນໃກ້ໆເຮົາ. ພີ່ນ້ອງຊາຍຄົນໜຶ່ງໄດ້ບໍລິຈາກອາຫານທີ່ລາວເກັບໄວ້ ແລະອາຫານນີ້ໄດ້ຊ່ວຍພີ່ນ້ອງຫຼາຍຄົນໃຫ້ຢູ່ລອດໄດ້ໄລຍະໜຶ່ງ. ຕອນທີ່ເຮົາກຳລັງຂົນເຄື່ອງຂຶ້ນລົດ ມີລະເບີດລູກໜຶ່ງຕົກລົງມາໄກຈາກບ່ອນທີ່ເຮົາຢູ່ປະມານ 20 ແມັດ ແຕ່ມັນບໍ່ແຕກ. ຂ້ອຍອະທິດຖານຫາພະເຢໂຫວາໝົດມື້ເພື່ອຊ່ວຍຂ້ອຍໃຫ້ມີຄວາມກ້າຫານທີ່ຈະຊ່ວຍເຫຼືອພີ່ນ້ອງຕໍ່ໆໄປ.”
13 ວິທາລີເວົ້າວ່າ: “ເມື່ອເຈິເລື່ອງແບບນີ້ ເຮົາຕ້ອງມີຄວາມກ້າຫານຫຼາຍແທ້ໆ. ການເດີນທາງເທື່ອທຳອິດຂອງຂ້ອຍໃຊ້ເວລາ 12 ຊົ່ວໂມງ. ຂ້ອຍອະທິດຖານຫາພະເຢໂຫວາສຸດທາງ.” ວິທາລີກ້າຫານ ແຕ່ລາວກໍລະມັດລະວັງຄືກັນ. ລາວເວົ້າຕື່ມອີກວ່າ: “ຂ້ອຍອະທິດຖານຂໍສະຕິປັນຍາຈາກພະເຢໂຫວາ ແລະຂໍໃຫ້ເພິ່ນຊ່ວຍຂ້ອຍບໍ່ໃຫ້ສ່ຽງອັນຕະລາຍໂດຍບໍ່ຈຳເປັນແລະໃຫ້ເຊື່ອຟັງອຳນາດການປົກຄອງ. ຂ້ອຍໃຊ້ເສັ້ນທາງທີ່ອຳນາດການປົກຄອງອະນຸຍາດເທົ່ານັ້ນ. ເມື່ອເຫັນພີ່ນ້ອງຊ່ວຍເຫຼືອກັນ ຄວາມເຊື່ອຂອງຂ້ອຍກໍແຮ່ງເຂັ້ມແຂງຫຼາຍຂຶ້ນ. ເຂົາເຈົ້າເອົາສິ່ງທີ່ຂວາງທາງອອກ ຊ່ວຍກັນຂົນອາຫານ ເຄື່ອງນຸ່ງ ແລະສິ່ງຈຳເປັນແນວອື່ນໃສ່ລົດ. ເຂົາເຈົ້າຍັງກຽມຂອງກິນແລະບ່ອນພັກໃຫ້ເຮົາຕະຫຼອດທາງນຳອີກ.”
ໃນສະຖານະການທີ່ອັນຕະລາຍ ໃຫ້ກ້າຫານແຕ່ຕ້ອງລະມັດລະວັງຕອນທີ່ຊ່ວຍເຫຼືອພີ່ນ້ອງ (ເບິ່ງຂໍ້ 12-13)
ສັດຊື່ຕໍ່ພະເຢໂຫວາສະເໝີ
14. ເຮົາອາດຮູ້ສຶກແນວໃດເມື່ອຄົນທີ່ເຮົາຮັກປະຖິ້ມພະເຢໂຫວາ?
14 ບັນຫາຢ່າງໜຶ່ງທີ່ເຮົາຮັບມືໄດ້ຍາກທີ່ສຸດແມ່ນຕອນທີ່ຄົນໃນຄອບຄົວຫຼືໝູ່ສະໜິດປະຖິ້ມພະເຢໂຫວາ. (ພສ. 78:40; ສພສ. 24:10) ແຮ່ງເຮົາສະໜິດກັບເຂົາເຈົ້າ ມັນກໍແຮ່ງຍາກທີ່ຈະຮັບມືກັບເລື່ອງນີ້. ຖ້າເລື່ອງທີ່ເຈັບປວດແບບນີ້ເກີດຂຶ້ນກັບເຈົ້າ ຕົວຢ່າງເລື່ອງຄວາມສັດຊື່ຂອງຊາໂດກສາມາດໃຫ້ກຳລັງໃຈເຈົ້າໄດ້.
15. ເປັນຫຍັງຊາໂດກຕ້ອງມີຄວາມກ້າຫານເພື່ອຈະຮັກສາຄວາມສັດຊື່ຕໍ່ພະເຢໂຫວາ? (1 ກະສັດ 1:5-8)
15 ຊາໂດກສັດຊື່ຕໍ່ພະເຢໂຫວາສະເໝີເຖິງວ່າອາບີອາທາໝູ່ສະໜິດຂອງລາວເລືອກທີ່ຈະບໍ່ສັດຊື່ຕໍ່ເພິ່ນ. ເລື່ອງນີ້ເກີດຂຶ້ນໃນຕອນທ້າຍໆທີ່ດາວິດປົກຄອງ. ຕອນທີ່ດາວິດເຖົ້າຫຼາຍແລະໃກ້ຊິຕາຍ ອາໂດນີຢາລູກຊາຍຂອງລາວພະຍາຍາມທີ່ຈະເຮັດໃຫ້ໂຕເອງໄດ້ເປັນກະສັດເຖິງວ່າພະເຢໂຫວາສັນຍາໄວ້ແລ້ວວ່າຈະໃຫ້ໂຊໂລໂມນເປັນກະສັດ. (1ຂຄ. 22:9, 10) ອາບີອາທາເລືອກທີ່ຈະຢູ່ຝ່າຍອາໂດນີຢາ. (ອ່ານ 1 ກະສັດ 1:5-8) ການເຮັດແບບນີ້ສະແດງໃຫ້ເຫັນວ່າອາບີອາທາບໍ່ພຽງແຕ່ບໍ່ສັດຊື່ຕໍ່ດາວິດເທົ່ານັ້ນ ແຕ່ລາວຍັງບໍ່ສັດຊື່ຕໍ່ພະເຢໂຫວານຳ. ຊາໂດກຄືຊິເສຍໃຈແລະຜິດຫວັງຫຼາຍແທ້ໆ. ລາວກັບອາບີອາທາຮັບໃຊ້ເປັນປະໂລຫິດນຳກັນປະມານ 40 ປີ. (2ຊມ. 8:17) ເຂົາເຈົ້າເຄີຍເບິ່ງແຍງ “ຫີບສັນຍາຂອງພະເຈົ້າທ່ຽງແທ້” ນຳກັນ. (2ຊມ. 15:29) ໃນຕອນທຳອິດ ເຂົາເຈົ້າ 2 ຄົນໄດ້ສະໜັບສະໜູນດາວິດໃຫ້ເປັນກະສັດແລະເຄີຍເຮັດວຽກຮັບໃຊ້ພະເຢໂຫວາຫຼາຍຢ່າງນຳກັນ.—2ຊມ. 19:11-14
16. ອັນໃດອາດຊ່ວຍຊາໂດກໃຫ້ຮັກສາຄວາມສັດຊື່?
16 ຊາໂດກຮັກສາຄວາມສັດຊື່ຕໍ່ພະເຢໂຫວາເຖິງວ່າອາບີອາທາເລືອກທີ່ຈະບໍ່ເຮັດແບບນັ້ນ. ດາວິດຮູ້ວ່າລາວໄວ້ໃຈຊາໂດກໄດ້ສະເໝີ. ຕອນທີ່ແຜນການຂອງອາໂດນີຢາຖືກເປີດໂປງ ດາວິດໄດ້ເລືອກຊາໂດກ ນາທານ ແລະເບນາຢາໃຫ້ໄປແຕ່ງຕັ້ງໂຊໂລໂມນເປັນກະສັດ. (1ກສ. 1:32-34) ຊາໂດກຕ້ອງໄດ້ກຳລັງໃຈຫຼາຍແທ້ໆຈາກຕົວຢ່າງຂອງຄົນອື່ນ ເຊັ່ນ ນາທານທີ່ສັດຊື່ຕໍ່ພະເຢໂຫວາແລະສະໜັບສະໜູນດາວິດ. (1ກສ. 1:38, 39) ເມື່ອໂຊໂລໂມນໄດ້ເປັນກະສັດ ລາວກໍ “ໃຫ້ປະໂລຫິດຊາໂດກເຮັດໜ້າທີ່ແທນອາບີອາທາ.”—1ກສ. 2:35
17. ເຈົ້າຈະຮຽນແບບຊາໂດກໄດ້ແນວໃດຖ້າຄົນທີ່ເຈົ້າຮັກປະຖິ້ມພະເຢໂຫວາ?
17 ເຈົ້າຈະຮຽນແບບຊາໂດກໄດ້ແນວໃດ? ຖ້າຄົນທີ່ເຈົ້າຮັກເລືອກທີ່ຈະປະຖິ້ມພະເຢໂຫວາ ເຈົ້າຕ້ອງເຮັດໃຫ້ພະເຢໂຫວາເຫັນວ່າເຈົ້າເລືອກທີ່ຈະສັດຊື່ຕໍ່ເພິ່ນ. (ຢຊ. 24:15) ພະເຢໂຫວາຈະໃຫ້ເຈົ້າມີກຳລັງແລະມີຄວາມກ້າຫານເພື່ອຈະເຮັດສິ່ງທີ່ຖືກຕ້ອງ. ຖ້າເຈົ້າເພິ່ງພະເຢໂຫວາໂດຍອະທິດຖານຫາເພິ່ນແລະສະໜິດກັບໝູ່ທີ່ພັກດີຕໍ່ເພິ່ນສະເໝີ ພະເຢໂຫວາເຫັນຄ່າທີ່ເຈົ້າສັດຊື່ແລະເພິ່ນຈະໃຫ້ລາງວັນເຈົ້າແນ່ນອນ.—2ຊມ. 22:26
18. ເຈົ້າໄດ້ບົດຮຽນຫຍັງຈາກປະສົບການຂອງມາໂຄກັບຊິດເຊ້?
18 ໃຫ້ເຮົາມາເບິ່ງປະສົບການຂອງຜົວເມຍຄູ່ໜຶ່ງຊື່ມາໂຄກັບຊິດເຊ້. ເຂົາເຈົ້າມີລູກສາວ 2 ຄົນ ແຕ່ທັງສອງກໍຕັດສິນໃຈປະຖິ້ມພະເຢໂຫວາ. ມາໂຄເວົ້າວ່າ: “ຕັ້ງແຕ່ມື້ທີ່ລູກເກີດເຮົາຮັກເຂົາເຈົ້າຫຼາຍ ເຮົາພ້ອມຈະເຮັດທຸກສິ່ງເພື່ອປົກປ້ອງເຂົາເຈົ້າບໍ່ໃຫ້ເຈິກັບອັນຕະລາຍ. ແຕ່ເມື່ອເຂົາເຈົ້າເລືອກທີ່ຈະປະຖິ້ມພະເຢໂຫວາ ມັນກໍເຮັດໃຫ້ເຮົາຫົວໃຈແຕກສະຫຼາຍ.” ລາວເວົ້າຕໍ່ອີກວ່າ: “ແຕ່ພະເຢໂຫວາຢູ່ຄຽງຂ້າງເຮົາສະເໝີ. ເພິ່ນຊ່ວຍເຮົາ 2 ຄົນໃຫ້ກຳລັງໃຈກັນ. ຕອນທີ່ຂ້ອຍອ່ອນແອ ເມຍກໍເຂັ້ມແຂງ ແລະຕອນທີ່ລາວອ່ອນແອ ຂ້ອຍກໍເຂັ້ມແຂງ.” ຊິດເຊ້ເວົ້າຕື່ມວ່າ: “ເຮົາບໍ່ມີທາງທີ່ຈະອົດທົນກັບເລື່ອງນີ້ໄດ້ຖ້າພະເຢໂຫວາບໍ່ຊ່ວຍເຮົາ. ຂ້ອຍເສຍໃຈຫຼາຍແລະຮູ້ສຶກວ່າເປັນຄວາມຜິດຂອງຂ້ອຍທີ່ລູກສາວທັງສອງຄົນປະຖິ້ມພະເຢໂຫວາ ຂ້ອຍຈຶ່ງບອກພະເຢໂຫວາວ່າຂ້ອຍຮູ້ສຶກແນວໃດ. ສອງສາມມື້ຫຼັງຈາກນັ້ນຕອນທີ່ຢູ່ຫໍປະຊຸມ ຂ້ອຍໄດ້ເຈິກັບພີ່ນ້ອງຍິງຄົນໜຶ່ງທີ່ບໍ່ໄດ້ເຈິກັນຫຼາຍປີ. ລາວເອົາມືຈັບບ່າຂ້ອຍແລະເບິ່ງຕາຂ້ອຍ ແລ້ວເວົ້າວ່າ ‘ຊິດເຊ້ຈື່ໄວ້ເດີ້ ມັນບໍ່ແມ່ນຄວາມຜິດຂອງເຈົ້າ.’ ຍ້ອນພະເຢໂຫວາຊ່ວຍ ຂ້ອຍຈຶ່ງຮັບໃຊ້ເພິ່ນຢ່າງມີຄວາມສຸກຕໍ່ໆໄປໄດ້.”
19. ເຈົ້າຕັ້ງໃຈຈະເຮັດຫຍັງ?
19 ພະເຢໂຫວາຢາກໃຫ້ຜູ້ຮັບໃຊ້ຂອງເພິ່ນທຸກຄົນກ້າຫານຄືກັບຊາໂດກ. (2ຕມ. 1:7) ແຕ່ເພິ່ນບໍ່ຢາກໃຫ້ເຮົາເພິ່ງກຳລັງຂອງໂຕເອງ ເພິ່ນຢາກໃຫ້ເຮົາເພິ່ງເພິ່ນ. ດັ່ງນັ້ນ ຖ້າເຈົ້າເຈິກັບສະຖານະການທີ່ຕ້ອງກ້າຫານ ຂໍໃຫ້ເພິ່ງພະເຢໂຫວາ. ເຈົ້າໝັ້ນໃຈໄດ້ວ່າເພິ່ນຈະຊ່ວຍເຈົ້າໃຫ້ກ້າຫານຄືກັບຊາໂດກ.—1ປຕ. 5:10
ເພງທີ 126 ຈົ່ງຕື່ນຕົວ ເຂັ້ມແຂງ ໝັ້ນຄົງ