ບົດຄວາມສຶກສາທີ 16
ເພງທີ 87 ເຊີນມາຮັບຄວາມສົດຊື່ນຈາກການປະຊຸມ
ການສະໜິດກັບພີ່ນ້ອງເປັນປະໂຫຍດສຳລັບເຮົາ
“ເມື່ອພີ່ນ້ອງມາຢູ່ຮ່ວມກັນແບບເປັນນ້ຳໜຶ່ງໃຈດຽວ ມັນກໍດີແທ້ໆແລະເຮັດໃຫ້ຊື່ນໃຈຫຼາຍ.”—ພສ. 133:1
ຈຸດສຳຄັນ
ເຮົາຈະເບິ່ງຄຳແນະນຳຕ່າງໆທີ່ຊ່ວຍເຮົາໃຫ້ສະໜິດກັບພີ່ນ້ອງຫຼາຍຂຶ້ນແລະສິ່ງດີໆຫຼາຍຢ່າງທີ່ມາຈາກການມີສາຍສຳພັນທີ່ໃກ້ຊິດກັບພີ່ນ້ອງ.
1-2. ອັນໃດເປັນເລື່ອງສຳຄັນຫຼາຍສຳລັບພະເຢໂຫວາ ແລະເພິ່ນຢາກໃຫ້ເຮົາເຮັດຫຍັງ?
ວິທີທີ່ເຮົາປະຕິບັດຕໍ່ຄົນອື່ນເປັນເລື່ອງສຳຄັນຫຼາຍສຳລັບພະເຢໂຫວາ. ພະເຢຊູສອນວ່າ: ເຮົາຕ້ອງຮັກຄົນອື່ນຄືກັບຮັກໂຕເອງ. (ມທ. 22:37-39) ຄຳສັ່ງນີ້ລວມເຖິງການເຮັດດີແມ່ນແຕ່ກັບຄົນທີ່ມີຄວາມເຊື່ອຕ່າງຈາກເຮົາ. ເມື່ອເຮັດແບບນັ້ນເຮົາກໍຮຽນແບບພະເຢໂຫວາພະເຈົ້າຜູ້ທີ່ “ໃຫ້ແສງຕາເວັນສ່ອງໃສ່ທັງຄົນດີແລະຄົນຊົ່ວ ແລະໃຫ້ມີຝົນສຳລັບຄົນເຮັດດີແລະຄົນເຮັດຊົ່ວ.”—ມທ. 5:45
2 ເຖິງວ່າພະເຢໂຫວາຮັກມະນຸດທຸກຄົນ. ແຕ່ເພິ່ນຮັກຄົນທີ່ເຮັດສິ່ງທີ່ຖືກຕ້ອງເປັນພິເສດ. (ຢຮ. 14:21) ພະເຢໂຫວາຢາກໃຫ້ເຮົາຮຽນແບບເພິ່ນ. ເພິ່ນກະຕຸ້ນເຮົາໃຫ້ “ຮັກກັນຫຼາຍໆ” ແລະໃຫ້ສະແດງ “[ຄວາມ] ຮັກ” ຕໍ່ກັນ. (1ປຕ. 4:8; ຣມ. 12:10) ຄວາມຮັກແບບນີ້ຄ້າຍຄືກັບຄວາມຮັກທີ່ເຮົາມີຕໍ່ຍາດຕິພີ່ນ້ອງແລະໝູ່ສະໜິດຂອງເຮົາ.
3. ເຮົາຕ້ອງຈື່ຫຍັງໄວ້ສະເໝີກ່ຽວກັບຄວາມຮັກ?
3 ຄວາມຮັກເປັນຄືກັບຕົ້ນໄມ້ທີ່ເຮົາປູກໄວ້ຢູ່ໃນເຮືອນເຊິ່ງເຮົາຕ້ອງເບິ່ງແຍງເອົາໃຈໃສ່ເພື່ອມັນຈະເຕີບໃຫຍ່. ໂປໂລແນະນຳພີ່ນ້ອງຮ່ວມຄວາມເຊື່ອວ່າ: “ຂໍໃຫ້ພວກເຈົ້າຮັກກັນແບບພີ່ນ້ອງຕໍ່ໆໄປ.” (ຮຣ. 13:1) ພະເຢໂຫວາຢາກໃຫ້ເຮົາພັດທະນາຄວາມຮັກທີ່ເຮົາມີຕໍ່ຄົນອື່ນ. ໃນບົດນີ້ເຮົາຈະຮຽນວ່າເປັນຫຍັງເຮົາຄວນສະໜິດກັບພີ່ນ້ອງຫຼາຍຂຶ້ນ ແລະເຮົາຈະສະໜິດກັບເຂົາເຈົ້າຕໍ່ໆໄປໄດ້ແນວໃດ?
ເປັນຫຍັງເຮົາຄວນສະໜິດກັບພີ່ນ້ອງຫຼາຍຂຶ້ນ
4. ຕາມເພງສັນລະເສີນ 133:1 ເຮົາຈະເຮັດແນວໃດເພື່ອຈະເຫັນຄ່າຢູ່ສະເໝີຕໍ່ຄວາມເປັນນ້ຳໜຶ່ງໃຈດຽວກັນທີ່ເຮົາມີກັບພີ່ນ້ອງ? (ເບິ່ງຮູບນຳ)
4 ອ່ານເພງສັນລະເສີນ 133:1. ເຮົາເຫັນດີກັບຜູ້ຂຽນເພງສັນລະເສີນທີ່ຂຽນວ່າ ການເປັນໝູ່ກັບຄົນທີ່ຮັກພະເຢໂຫວາ “ດີແທ້ໆ” ແລະ “ເຮັດໃຫ້ຊື່ນໃຈຫຼາຍ.” ຄືກັບຄົນທີ່ເບິ່ງຂ້າມແລະບໍ່ໄດ້ສັງເກດເບິ່ງຕົ້ນໄມ້ງາມໆທີ່ລາວເຫັນທຸກໆມື້ ເຮົາກໍອາດຈະເບິ່ງຂ້າມແລະບໍ່ໄດ້ສັງເກດເບິ່ງຄວາມເປັນນ້ຳໜຶ່ງໃຈດຽວກັນທີ່ເຮົາມີກັບພີ່ນ້ອງວ່າງົດງາມສ່ຳໃດ. ເຮົາເຈິກັບພີ່ນ້ອງເລື້ອຍໆບາງເທື່ອຫຼາຍເທື່ອຕໍ່ອາທິດ ເຮົາຈະເຮັດແນວໃດເພື່ອຈະເຫັນຄ່າເຂົາເຈົ້າຢູ່ສະເໝີ? ຄວາມຮັກທີ່ເຮົາມີຕໍ່ພີ່ນ້ອງຈະເຕີບໃຫຍ່ຂຶ້ນຖ້າເຮົາໃຊ້ເວລາຄິດເບິ່ງວ່າແຕ່ລະຄົນມີຄ່າແນວໃດຕໍ່ປະຊາຄົມແລະຕໍ່ເຮົາ.
ຢ່າເບິ່ງຂ້າມຄວາມງົດງາມຂອງຄວາມເປັນນ້ຳໜຶ່ງໃຈດຽວກັນທີ່ເຮົາມີກັບພີ່ນ້ອງ (ເບິ່ງຂໍ້ 4)
5. ຄວາມຮັກທີ່ເຮົາມີຕໍ່ກັນສົ່ງຜົນຕໍ່ຄົນອື່ນແນວໃດ?
5 ບາງຄົນທີ່ເຂົ້າຮ່ວມການປະຊຸມເປັນເທື່ອທຳອິດປະທັບໃຈຫຼາຍກັບຄວາມຮັກທີ່ເຮົາມີຕໍ່ກັນ ພຽງແຕ່ເຫັນສິ່ງດຽວນີ້ເທົ່ານັ້ນເຂົາເຈົ້າກໍອາດໝັ້ນໃຈວ່າເຂົາເຈົ້າເຈິສາສະໜາແທ້ແລ້ວ. ພະເຢຊູເວົ້າວ່າ: “ທຸກຄົນຈະຮູ້ວ່າພວກເຈົ້າເປັນລູກສິດຂອງຂ້ອຍ ເມື່ອພວກເຈົ້າຮັກກັນ.” (ຢຮ. 13:35) ຂໍໃຫ້ເບິ່ງເລື່ອງຂອງຈິທຣານັກຮຽນມະຫາວິທະຍາໄລທີ່ກຳລັງຮຽນຄຳພີໄບເບິນກັບພະຍານພະເຢໂຫວາ. ລາວຕອບຮັບຄຳເຊີນທີ່ຈະເຂົ້າຮ່ວມການປະຊຸມພາກ. ຫຼັງຈາກເຂົ້າຮ່ວມໃນມື້ທຳອິດ ລາວບອກຜູ້ທີ່ສອນຄຳພີໄບເບິນໃຫ້ລາວວ່າ: “ພໍ່ແມ່ບໍ່ເຄີຍກອດຂ້ອຍ ແຕ່ຢູ່ການປະຊຸມຂອງເຈົ້າມີຄົນກອດຂ້ອຍ 52 ເທື່ອພາຍໃນມື້ດຽວ! ຂ້ອຍຮູ້ສຶກວ່າພະເຢໂຫວາໃຊ້ປະຊາຊົນຂອງເພິ່ນເພື່ອເຮັດໃຫ້ຂ້ອຍຮູ້ສຶກເຖິງຄວາມຮັກຂອງເພິ່ນ. ຂ້ອຍຢາກເປັນສ່ວນໜຶ່ງຂອງຄອບຄົວນັ້ນ.” ຈິທຣາຮຽນຄຳພີໄບເບິນຕໍ່ໄປຈົນກ້າວໜ້າ ແລະຮັບບັບເຕມາໃນປີ 2024. ແມ່ນແລ້ວ ເມື່ອຄົນໃໝ່ໆເຫັນວ່າເຮົາເຮັດດີແລະລວມທັງຄວາມຮັກທີ່ເຮົາມີຕໍ່ກັນ ເຂົາເຈົ້າມັກຈະຖືກກະຕຸ້ນໃຫ້ເລີ່ມຮັບໃຊ້ພະເຢໂຫວາ.—ມທ. 5:16
6. ການສະໜິດກັບພີ່ນ້ອງຫຼາຍຂຶ້ນສາມາດປົກປ້ອງເຮົາແນວໃດ?
6 ການສະໜິດກັບພີ່ນ້ອງຫຼາຍຂຶ້ນສາມາດປົກປ້ອງເຮົາໄດ້. ໂປໂລບອກພີ່ນ້ອງຮ່ວມຄວາມເຊື່ອວ່າ: “ໃຫ້ພວກເຈົ້າໃຫ້ກຳລັງໃຈກັນສະເໝີທຸກໆມື້ ເພື່ອຈະບໍ່ມີຜູ້ໃດໃນພວກເຈົ້າເປັນຄົນຫົວແຂງຍ້ອນແຮງຊັກຈູງຂອງບາບ.” (ຮຣ. 3:13) ຖ້າເຮົາທໍ້ໃຈຫຼາຍຈົນຮູ້ສຶກວ່າມັນຍາກຫຼາຍທີ່ຈະເຮັດສິ່ງທີ່ຖືກຕ້ອງຕໍ່ໆໄປ ພະເຢໂຫວາອາດກະຕຸ້ນພີ່ນ້ອງທີ່ສັງເກດເຫັນເລື່ອງນີ້ໃຫ້ຊ່ວຍເຮົາ. (ພສ. 73:2, 17, 23) ການຊ່ວຍເຫຼືອແບບນີ້ດີສຳລັບເຮົາແທ້ໆ.
7. ຄວາມຮັກແລະຄວາມເປັນນ້ຳໜຶ່ງໃຈດຽວກັນກ່ຽວຂ້ອງກັນແນວໃດ? (ໂກໂລຊາຍ 3:13, 14)
7 ເຮົາເປັນສ່ວນໜຶ່ງຂອງຄົນກຸ່ມໜຶ່ງທີ່ພະຍາຍາມແທ້ໆທີ່ຈະສະແດງຄວາມຮັກຕໍ່ກັນ ຍ້ອນແນວນີ້ເຮົາຈຶ່ງໄດ້ຮັບສິ່ງດີໆຫຼາຍຢ່າງ. (1ຢຮ. 4:11) ຕົວຢ່າງເຊັ່ນ: ຄວາມຮັກກະຕຸ້ນເຮົາໃຫ້ “ອົດທົນຕໍ່ກັນແລະກັນ” ແລະການເຮັດແບບນີ້ຊ່ວຍເຮົາໃຫ້ເປັນນ້ຳໜຶ່ງໃຈດຽວກັນກັບພີ່ນ້ອງ. (ອ່ານໂກໂລຊາຍ 3:13, 14; ອຟຊ. 4:2-6) ດັ່ງນັ້ນ ຢູ່ການປະຊຸມຂອງເຮົາ ເຮົາຈຶ່ງມີຄວາມສຸກກັບສະພາບແວດລ້ອມທີ່ສະຫງົບສຸກຫຼາຍກວ່າຄົນກຸ່ມອື່ນໃນໂລກ.
ໃຫ້ກຽດຄົນອື່ນ
8. ພະເຢໂຫວາຊ່ວຍເຮົາແນວໃດໃຫ້ເປັນນ້ຳໜຶ່ງໃຈດຽວກັນກັບພີ່ນ້ອງ?
8 ຄວາມເປັນນ້ຳໜຶ່ງໃຈດຽວກັນທີ່ເຮົາມີກັບພີ່ນ້ອງຢູ່ທົ່ວໂລກເປັນເລື່ອງທີ່ເປັນຕາງຶດຫຼາຍ. ພະເຢໂຫວາເທົ່ານັ້ນທີ່ເຮັດໃຫ້ເປັນໄປໄດ້ເຖິງວ່າເຮົາເປັນຄົນບໍ່ສົມບູນແບບ. (1ກຣ. 12:25) ຄຳພີໄບເບິນບອກວ່າ: “ພະເຈົ້າສອນພວກເຈົ້າໃຫ້ຮັກກັນ.” (1ທຊ. 4:9) ນີ້ໝາຍຄວາມວ່າພະເຢໂຫວາໃຊ້ຄຳພີໄບເບິນເພື່ອບອກເຮົາໃຫ້ຮູ້ວ່າເຮົາຕ້ອງເຮັດຫຍັງເພື່ອຈະສະໜິດກັນຫຼາຍຂຶ້ນ. ເຮົາໃຫ້ “ພະເຈົ້າສອນ” ໂດຍຮຽນຄຳສອນຕ່າງໆຂອງເພິ່ນຢ່າງລະອຽດແລະເອົາໄປໃຊ້ໃນຊີວິດ. (ຮຣ. 4:12; ຢກບ. 1:25) ນີ້ແມ່ນສິ່ງທີ່ພະຍານພະເຢໂຫວາພະຍາຍາມແທ້ໆທີ່ຈະເຮັດ.
9. ເຮົາຮຽນຫຍັງຈາກໂຣມ 12:9-13 ກ່ຽວກັບການໃຫ້ກຽດຄົນອື່ນ?
9 ຄຳພີໄບເບິນສອນເຮົາແນວໃດເພື່ອຈະສະໜິດກັນຫຼາຍຂຶ້ນ? ຂໍໃຫ້ເບິ່ງສິ່ງທີ່ໂປໂລເວົ້າກ່ຽວກັບເລື່ອງນີ້ໃນໂຣມ 12:9-13. (ອ່ານ) ຂໍໃຫ້ສັງເກດທີ່ລາວເວົ້າວ່າ: “ໃຫ້ເປັນຝ່າຍເລີ່ມໃຫ້ກຽດຄົນອື່ນກ່ອນ.” ຄຳເວົ້ານີ້ໝາຍຄວາມວ່າແນວໃດ? ໝາຍຄວາມວ່າເຮົາຄວນເປັນຝ່າຍເລີ່ມສະແດງຄວາມ “ເຫັນອົກເຫັນໃຈກັນ” ຕໍ່ຄົນອື່ນໂດຍເປັນຄົນທີ່ໃຫ້ອະໄພ ມີນ້ຳໃຈ ແລະໃຈກວ້າງ. (ອຟຊ. 4:32) ເຮົາບໍ່ຄວນຖ້າໃຫ້ພີ່ນ້ອງເປັນຝ່າຍທີ່ຈະສະໜິດກັບເຮົາຫຼາຍຂຶ້ນ. ແຕ່ເຮົາສາມາດ “ເປັນຝ່າຍເລີ່ມ” ສະໜິດກັບເຂົາເຈົ້າຫຼາຍຂຶ້ນ. ພະເຢຊູເວົ້າວ່າ: “ການໃຫ້ເຮັດໃຫ້ມີຄວາມສຸກຫຼາຍກວ່າການຮັບ.”—ກຈກ. 20:35
10. ເຮົາຈະເປັນຄົນດຸໝັ່ນໃນການ “ໃຫ້ກຽດຄົນອື່ນ” ແນວໃດ? (ເບິ່ງຮູບນຳ)
10 ເປັນຕາໜ້າສົນໃຈ ທັນທີຫຼັງຈາກທີ່ບອກເຮົາໃຫ້ເປັນຝ່າຍເລີ່ມໃຫ້ກຽດຄົນອື່ນກ່ອນ ໂປໂລກະຕຸ້ນເຮົາ “ໃຫ້ເປັນຄົນດຸໝັ່ນ ຢ່າຂີ້ຄ້ານ.” ຄົນດຸໝັ່ນແມ່ນຄົນທີ່ກະຕືລືລົ້ນແລະເຮັດວຽກໜັກ. ເມື່ອລາວຖືກມອບໝາຍໃຫ້ເຮັດວຽກໃດໜຶ່ງ ລາວເຮັດແບບເຕັມທີ. ສຸພາສິດ 3:27, 28 ກະຕຸ້ນເຮົາວ່າ: “ຢ່າປະຕິເສດຄົນທີ່ຕ້ອງການຄວາມຊ່ວຍເຫຼືອຖ້າ [ເຈົ້າ] ສາມາດຊ່ວຍໄດ້.” ດັ່ງນັ້ນ ເມື່ອເຫັນວ່າບາງຄົນຕ້ອງການຄວາມຊ່ວຍເຫຼືອ ເຮົາກໍຈະຟ້າວເຮັດໃນສິ່ງທີ່ເຮົາຊ່ວຍໄດ້ ເຮົາຈະບໍ່ຊັກຊ້າໃນການຊ່ວຍເຫຼືອແລະຈະບໍ່ຄິດເອົາເອງວ່າຖ້າເຮົາບໍ່ຊ່ວຍຄົນອື່ນກໍຈະຊ່ວຍ.—1ຢຮ. 3:17, 18
ເຮົາຄວນເປັນຝ່າຍເລີ່ມຊ່ວຍເຫຼືອພີ່ນ້ອງທີ່ຕ້ອງການຄວາມຊ່ວຍເຫຼືອ (ເບິ່ງຂໍ້ 10)
11. ອັນໃດຈະຊ່ວຍເຮົາໃຫ້ສະໜິດກັນຫຼາຍຂຶ້ນ?
11 ອີກວິທີໜຶ່ງທີ່ເຮົາຈະໃຫ້ກຽດຄົນອື່ນແມ່ນ ໃຫ້ເຮົາຟ້າວໃຫ້ອະໄພເມື່ອເຂົາເຈົ້າເຮັດໃຫ້ເຮົາເສຍໃຈ. ເອເຟໂຊ 4:26 ບອກວ່າ: “ຢ່າໃຈຮ້າຍຈົນຮອດຕາເວັນຕົກດິນ.” ເປັນຫຍັງຈຶ່ງບໍ່ຄວນເຮັດແບບນັ້ນ? ຂໍ້ທີ 27 ບອກວ່າ: “ຢ່າໃຫ້ມານຮ້າຍມີໂອກາດ.” ຖ້າເຮົາໃຈຮ້າຍບໍ່ເຊົາ ເຮົາກໍຈະເປີດໂອກາດໃຫ້ມານຮ້າຍ. ໃນຄຳພີໄບເບິນ ພະເຢໂຫວາບອກເຮົາເລື້ອຍໆວ່າໃຫ້ອະໄພກັນ. ໂກໂລຊາຍ 3:13 ກະຕຸ້ນເຮົາ “ໃຫ້ອະໄພກັນຢ່າງໃຈກວ້າງຕໍ່ໆໄປ.” ການໃຫ້ອະໄພໃນສິ່ງທີ່ຄົນອື່ນເຮັດຜິດຕໍ່ເຮົາເປັນວິທີໜຶ່ງທີ່ດີທີ່ສຸດທີ່ເຮົາຈະສະໜິດກັບເຂົາເຈົ້າຫຼາຍຂຶ້ນ. ເມື່ອເຮັດແບບນັ້ນ ເຮົາກໍຈະຊ່ວຍໃຫ້ “ມີສັນຕິສຸກທີ່ຜູກພັນຄົນເຮົາໃຫ້ເປັນອັນໜຶ່ງອັນດຽວກັນ.” (ອຟຊ. 4:3) ເຫັນໄດ້ແຈ້ງວ່າການໃຫ້ອະໄພຊ່ວຍເຮົາໃຫ້ເປັນນ້ຳໜຶ່ງໃຈດຽວກັນຫຼາຍຂຶ້ນແລະມີສັນຕິສຸກຫຼາຍຂຶ້ນ.
12. ພະລັງບໍລິສຸດຊ່ວຍເຮົາແນວໃດທີ່ຈະໃຫ້ອະໄພ?
12 ເປັນຄວາມຈິງທີ່ມັນອາດຈະຍາກສຳລັບເຮົາທີ່ຈະໃຫ້ອະໄພຄົນທີ່ເຮັດໃຫ້ເຮົາເສຍໃຈຫຼືເຮັດໃຫ້ເຮົາຮູ້ສຶກບໍ່ດີ. ແຕ່ເຮົາສາມາດໃຫ້ອະໄພເຂົາເຈົ້າໄດ້ໂດຍການຊ່ວຍເຫຼືອຈາກພະລັງບໍລິສຸດຂອງພະເຈົ້າ. ຫຼັງຈາກບອກເຮົາ “ໃຫ້ຮັກກັນແບບພີ່ນ້ອງ” ແລະ “ໃຫ້ເປັນຄົນດຸໝັ່ນ” ຄຳພີໄບເບິນບອກເຮົາວ່າ: “ໃຫ້ພະລັງຂອງພະເຈົ້າກະຕຸ້ນພວກເຈົ້າໃຫ້ມີໃຈກະຕືລືລົ້ນ.” (ຣມ. 12:11) ນີ້ໝາຍຄວາມວ່າພະລັງບໍລິສຸດຂອງພະເຢໂຫວາສາມາດເຮັດໃຫ້ເຮົາມີຄວາມກະຕືລືລົ້ນໃນການເຮັດສິ່ງທີ່ຖືກຕ້ອງ ເຊິ່ງລວມເຖິງການຮັກກັນແບບພີ່ນ້ອງແລະໃຫ້ອະໄພກັນຢ່າງໃຈກວ້າງຕໍ່ໆໄປ. ຍ້ອນແນວນີ້ເຮົາຈຶ່ງຂໍໃຫ້ພະເຢໂຫວາຊ່ວຍເຮົາ.—ລກ. 11:13
“ຢ່າແຕກແຍກກັນ”
13. ອັນໃດທີ່ອາດສ້າງຄວາມແຕກແຍກລະຫວ່າງພວກເຮົາ?
13 ໃນປະຊາຄົມມີ “ຄົນທຸກປະເພດ” ຈາກຫຼາຍພູມຫຼັງ. (1ຕມ. 2:3, 4) ຖ້າເຮົາບໍ່ລະວັງ ຄວາມແຕກຕ່າງເຫຼົ່ານີ້ສາມາດສ້າງຄວາມແຕກແຍກໄດ້ໃນເລື່ອງຄວາມມັກສ່ວນໂຕ ເຊັ່ນ: ເລື່ອງເຄື່ອງນຸ່ງແລະການແຕ່ງໂຕ ການເບິ່ງແຍງສຸຂະພາບ ຫຼືຄວາມບັນເທີງ. (ຣມ. 14:4; 1ກຣ. 1:10) ຍ້ອນພະເຈົ້າສອນເຮົາໃຫ້ຮັກກັນ ເຮົາຕ້ອງລະວັງທີ່ຈະບໍ່ຢືນການວ່າສິ່ງທີ່ເຮົາມັກດີກວ່າສິ່ງທີ່ຄົນອື່ນມັກ.—ຟລປ. 2:3
14. ເຮົາຄວນພະຍາຍາມເປັນຄົນແບບໃດສະເໜີ ແລະຍ້ອນຫຍັງ?
14 ເຮົາສາມາດປົກປ້ອງປະຊາຄົມບໍ່ໃຫ້ແຕກແຍກໂດຍພະຍາຍາມເປັນຄົນທີ່ເຮັດໃຫ້ຄົນອື່ນສົດຊື່ນແລະໃຫ້ກຳລັງໃຈຄົນອື່ນສະເໝີ. (1ທຊ. 5:11) ໃນທຸກມື້ນີ້ ຫຼາຍຄົນທີ່ເຊົາຮັບໃຊ້ພະເຢໂຫວາຫຼືຖືກຕັດອອກຈາກປະຊາຄົມໄດ້ກັບຄືນມາ ເຮົາຕ້ອນຮັບເຂົາເຈົ້າດ້ວຍຄວາມຮັກ. (2ກຣ. 2:8) ຂໍໃຫ້ເບິ່ງເລື່ອງຂອງພີ່ນ້ອງຍິງຄົນໜຶ່ງທີ່ມາປະຊຸມຢູ່ຫໍປະຊຸມເປັນເທື່ອທຳອິດ ຫຼັງຈາກທີ່ເຊົາຮັບໃຊ້ພະເຢໂຫວາເປັນເວລາ 10 ປີ. ລາວເວົ້າວ່າ: “ພີ່ນ້ອງທັກທາຍຂ້ອຍໂດຍຍິ້ມໃຫ້ແລະຈັບມືຂ້ອຍ.” (ກຈກ. 3:19) ການກະທຳທີ່ເລັກໆນ້ອຍໆແບບນີ້ສົ່ງຜົນຕໍ່ລາວແນວໃດ? ລາວເວົ້າວ່າ: “ມັນເຮັດໃຫ້ຂ້ອຍຮູ້ສຶກວ່າພະເຢໂຫວາກຳລັງຊ່ວຍຂ້ອຍໃຫ້ກັບມາມີຄວາມສຸກອີກ.” ຖ້າເຮົາພະຍາຍາມເປັນຄົນທີ່ໃຫ້ກຳລັງໃຈຄົນອື່ນ ພະເຢຊູກໍສາມາດໃຊ້ເຮົາເພື່ອເຮັດໃຫ້ “ຄົນທີ່ເມື່ອຍແລະມີພາລະຫຼາຍ” ຮູ້ສຶກສົດຊື່ນ.—ມທ. 11:28, 29
15. ມີວິທີໃດອີກທີ່ເຮົາສາມາດຊ່ວຍປະຊາຄົມໃຫ້ເປັນນ້ຳໜຶ່ງໃຈດຽວກັນ? (ເບິ່ງຮູບນຳ)
15 ອີກວິທີໜຶ່ງທີ່ເຮົາສາມາດຊ່ວຍປະຊາຄົມໃຫ້ເປັນນ້ຳໜຶ່ງໃຈດຽວກັນແມ່ນໂດຍທາງຄຳເວົ້າຂອງເຮົາ. ໂຢບ 12:11 ເວົ້າວ່າ: “ຫູມີໄວ້ຟັງໃຫ້ດີໆເພື່ອໃຫ້ແຍກໄດ້ວ່າອັນໃດດີອັນໃດຊົ່ວ ຄືກັບລີ້ນທີ່ມີໄວ້ຊີມອາຫານ.” ພໍ່ຄົວທີ່ດີຈະຊີມອາຫານກ່ອນສະເໝີເພື່ອແນ່ໃຈວ່າມັນແຊບກ່ອນເອົາໄປເສີບໃຫ້ຄົນອື່ນ. ເຮົາກໍຄືກັນຄວນຄິດດີໆກ່ອນທີ່ຈະເວົ້າ. (ພສ. 141:3) ເຮົາຢາກແນ່ໃຈຢູ່ສະເໝີວ່າສິ່ງທີ່ເຮົາເວົ້າຈະເສີມສ້າງ ເຮັດໃຫ້ສົດຊື່ນ ແລະ “ຜູ້ທີ່ຟັງຈະໄດ້ຮັບປະໂຫຍດ.”—ອຟຊ. 4:29
ໃຫ້ຄິດກ່ອນເວົ້າ (ເບິ່ງຂໍ້ 15)
16. ໃຜເປັນພິເສດທີ່ຄວນພະຍາຍາມໃຊ້ຄຳເວົ້າທີ່ໃຫ້ກຳລັງໃຈ?
16 ຄົນທີ່ເປັນຜົວແລະເປັນພໍ່ຄວນເວົ້າໃນແບບທີ່ໃຫ້ກຳລັງໃຈ. (ກລຊ. 3:19, 21; ຕຕ. 2:4) ຜູ້ເບິ່ງແຍງກໍຄືກັນຄວນເຮັດໃຫ້ພີ່ນ້ອງໃນປະຊາຄົມຮູ້ສຶກສົດຊື່ນແລະໄດ້ກຳລັງໃຈ. (ອຊຢ. 32:1, 2; ຄລຕ. 6:1) ສຸພາສິດໜຶ່ງໃນຄຳພີໄບເບິນເຕືອນເຮົາວ່າ: “ຄຳເວົ້າທີ່ເວົ້າຖືກຈັງຫວະກໍດີຫຼາຍແທ້ໆ!”—ສພສ. 15:23
“ໃຫ້ຮັກດ້ວຍການກະທຳແລະດ້ວຍຄວາມຈິງໃຈ”
17. ເຮົາຈະແນ່ໃຈໄດ້ແນວໃດວ່າຄວາມຮັກທີ່ເຮົາມີຕໍ່ພີ່ນ້ອງມາຈາກໃຈຂອງເຮົາ?
17 ອັກຄະສາວົກໂຢຮັນກະຕຸ້ນເຮົາວ່າ: “ຢ່າໃຫ້ພວກເຮົາຮັກດ້ວຍຄຳເວົ້າເທົ່ານັ້ນ ແຕ່ໃຫ້ຮັກດ້ວຍການກະທຳແລະດ້ວຍຄວາມຈິງໃຈ.” (1ຢຮ. 3:18) ເຮົາຢາກໃຫ້ຄວາມຮັກທີ່ມີຕໍ່ພີ່ນ້ອງມາຈາກໃຈຂອງເຮົາ. ເຮົາຈະເຮັດແບບນັ້ນໄດ້ແນວໃດ? ແຮ່ງເຮົາໃຊ້ເວລາກັບພີ່ນ້ອງ ເຮົາກໍແຮ່ງຈະສະໜິດກັບເຂົາເຈົ້າຫຼາຍຂຶ້ນ ແລະແຮ່ງຈະຮັກກັນຫຼາຍຂຶ້ນອີກ. ສະນັ້ນ ໃຫ້ຊອກໂອກາດທີ່ຈະໃຊ້ເວລານຳກັນ ເຊັ່ນ: ຢູ່ການປະຊຸມແລະຕອນໄປປະກາດ ແລະໃຫ້ໄປມາຫາສູ່ກັນ. ເມື່ອເຮັດແບບນັ້ນ ເຮົາກໍສະແດງໃຫ້ເຫັນວ່າເຮົາກຳລັງໄດ້ຮັບການສອນຈາກພະເຢໂຫວາ. (1ທຊ. 4:9) ແລ້ວເຮົາຈະເຫັນດ້ວຍໂຕເອງຕໍ່ໆໄປວ່າ “ເມື່ອພີ່ນ້ອງມາຢູ່ຮ່ວມກັນແບບເປັນນ້ຳໜຶ່ງໃຈດຽວ ມັນກໍດີແທ້ໆແລະເຮັດໃຫ້ຊື່ນໃຈຫຼາຍ.”—ພສ. 133:1
ເພງທີ 90 ໃຫ້ກຳລັງໃຈກັນແລະກັນ