ບົດຄວາມສຶກສາທີ 31
ເພງທີ 111 ສິ່ງທີ່ເຮັດໃຫ້ພວກເຮົາມີຄວາມຍິນດີ
ເຈົ້າໄດ້ “ຮຽນຮູ້ເຄັດລັບ” ທີ່ຈະພໍໃຈໃນສິ່ງທີ່ມີຢູ່ບໍ?
“ຂ້ອຍໄດ້ຮຽນຮູ້ທີ່ຈະພໍໃຈໃນສິ່ງທີ່ມີຢູ່ບໍ່ວ່າຈະຢູ່ໃນສະພາບໃດກໍຕາມ.”—ຟລປ. 4:11
ຈຸດສຳຄັນ
ຮຽນຮູ້ທີ່ຈະພໍໃຈໃນສິ່ງທີ່ມີຢູ່ໂດຍເປັນຄົນທີ່ຮູ້ຈັກເຫັນຄ່າ ເປັນຄົນຖ່ອມ ແລະຄິດເຖິງຄວາມຫວັງໃນອະນາຄົດ.
1. ການພໍໃຈໃນສິ່ງທີ່ມີຢູ່ໝາຍຄວາມວ່າແນວໃດ ແລະມັນບໍ່ໄດ້ໝາຍຄວາມວ່າແນວໃດ?
ເຈົ້າເປັນຄົນພໍໃຈໃນສິ່ງທີ່ມີຢູ່ບໍ? ບາງຄົນມີຄວາມສຸກແລະສະຫງົບໃຈຍ້ອນເຂົາເຈົ້າເຫັນຄ່າສິ່ງດີໆທີ່ພະເຢໂຫວາເອົາໃຫ້. ເຂົາເຈົ້າຈະບໍ່ຮູ້ສຶກເສຍໃຈຫຼືໃຈຮ້າຍຍ້ອນຂາດສິ່ງທີ່ໂຕເອງບໍ່ມີ. ເຖິງວ່າເຮົາພໍໃຈໃນສິ່ງທີ່ມີຢູ່ ແຕ່ກໍບໍ່ໄດ້ໝາຍຄວາມວ່າເຮົາຈະບໍ່ສົນໃຈຊີວິດການເປັນຢູ່ຂອງໂຕເອງ. ຕົວຢ່າງເຊັ່ນ: ມັນບໍ່ຜິດທີ່ເຮົາຢາກຈະຮັບໃຊ້ພະເຢໂຫວາຫຼາຍຂຶ້ນ. (ຣມ. 12:1; 1ຕມ. 3:1) ແຕ່ຖ້າເຮົາພໍໃຈໃນສິ່ງທີ່ມີຢູ່ ເຮົາກໍຈະມີຄວາມສຸກຕໍ່ໆໄປເຖິງວ່າຍັງບໍ່ທັນໄດ້ຮັບວຽກມອບໝາຍທັນທີຕາມທີ່ຄາດໝາຍໄວ້.
2. ເປັນຫຍັງການບໍ່ພໍໃຈໃນສິ່ງທີ່ມີຢູ່ຈຶ່ງເປັນອັນຕະລາຍ?
2 ການບໍ່ພໍໃຈໃນສິ່ງທີ່ມີຢູ່ຈະເຮັດໃຫ້ໄດ້ຮັບຜົນເສຍຫາຍຮ້າຍແຮງ. ຕົວຢ່າງເຊັ່ນ: ຄົນທີ່ບໍ່ເຄີຍພໍໃຈໃນສິ່ງທີ່ມີຢູ່ອາດຈະເຮັດວຽກຫຼາຍຊົ່ວໂມງເພື່ອຈະມີເງິນຊື້ສິ່ງຂອງທີ່ບໍ່ຈຳເປັນແທ້ໆ. ເປັນຕາໜ້າເສົ້າໃຈ ຄລິດສະຕຽນບາງຄົນເຖິງຂັ້ນລັກເງິນແລະລັກສິ່ງຂອງແນວອື່ນທີ່ເຂົາເຈົ້າຢາກໄດ້. ເຂົາເຈົ້າອາດບອກໂຕເອງວ່າ: ‘ຂ້ອຍສົມຄວນໄດ້ຮັບສິ່ງນີ້’ ‘ຂ້ອຍຖ້າມັນມາດົນແລ້ວ’ ຫຼື ‘ຕອນນີ້ຂ້ອຍຊິເອົາເງິນໄປກ່ອນແລ້ວຊິໄຊ້ຄືນນຳຫຼັງ.’ ແຕ່ການລັກຮູບແບບໃດກໍຕາມເຮັດໃຫ້ພະເຢໂຫວາບໍ່ພໍໃຈແລະເຮັດໃຫ້ເພິ່ນບໍ່ໄດ້ຮັບຄວາມນັບຖື. (ສພສ. 30:9) ບາງຄົນກໍຜິດຫວັງຫຼາຍທີ່ບໍ່ໄດ້ຮັບວຽກມອບໝາຍຈົນເຊົາຮັບໃຊ້ພະເຢໂຫວາ. (ຄລຕ. 6:9) ເປັນຫຍັງຜູ້ຮັບໃຊ້ຂອງພະເຢໂຫວາຈຶ່ງຄິດເຮັດແບບນັ້ນ? ບັນຫາອາດເປັນຍ້ອນວ່າລາວເລີ່ມບໍ່ພໍໃຈໃນສິ່ງທີ່ໂຕເອງມີຢູ່.
3. ເຮົາໄດ້ບົດຮຽນທີ່ໃຫ້ກຳລັງໃຈຫຍັງຈາກຟີລິບປອຍ 4:11, 12?
3 ເຮົາທຸກຄົນສາມາດເປັນຄົນທີ່ຈະພໍໃຈໃນສິ່ງທີ່ມີຢູ່ໄດ້. ໂປໂລຂຽນວ່າ ລາວໄດ້ “ຮຽນຮູ້ທີ່ຈະພໍໃຈໃນສິ່ງທີ່ມີຢູ່ບໍ່ວ່າຈະຢູ່ໃນສະພາບໃດກໍຕາມ.” (ອ່ານຟີລິບປອຍ 4:11, 12) ລາວຂຽນຄຳເວົ້ານີ້ຕອນທີ່ຢູ່ໃນຄຸກ. ເຖິງຈະເປັນແນວນັ້ນ ແຕ່ລາວກໍບໍ່ໄດ້ສູນເສຍຄວາມຍິນດີ. ລາວໄດ້ “ຮຽນຮູ້ເຄັດລັບ” ທີ່ຈະພໍໃຈໃນສິ່ງທີ່ມີຢູ່. ຖ້າເຮົາຮູ້ສຶກວ່າຍາກທີ່ຈະພໍໃຈໃນສິ່ງທີ່ມີຢູ່ ຄຳເວົ້າແລະປະສົບການຂອງໂປໂລເຮັດໃຫ້ໝັ້ນໃຈວ່າເຮົາສາມາດເປັນຄົນທີ່ຈະພໍໃຈໃນສິ່ງທີ່ມີຢູ່ໄດ້. ເຮົາບໍ່ຄວນຄາດໝາຍວ່າມັນຈະງ່າຍທີ່ເຮົາຈະຮູ້ສຶກພໍໃຈກັບສະພາບການຂອງໂຕເອງ. ແຕ່ເຮົາຕ້ອງຮຽນຮູ້ທີ່ຈະພໍໃຈໃນສິ່ງທີ່ມີຢູ່. ເຮົາຈະເຮັດແບບນັ້ນໄດ້ແນວໃດ? ໃຫ້ມາເບິ່ງບາງສິ່ງທີ່ຈະຊ່ວຍເຮົາໃຫ້ຮຽນຮູ້ເຄັດລັບທີ່ຈະພໍໃຈໃນສິ່ງທີ່ມີຢູ່.
ໃຫ້ເປັນຄົນທີ່ຮູ້ຈັກເຫັນຄ່າໃນສິ່ງທີ່ມີຢູ່
4. ການເປັນຄົນຮູ້ຈັກຂອບໃຈຊ່ວຍເຮົາແນວໃດໃຫ້ພໍໃຈໃນສິ່ງທີ່ມີຢູ່? (1 ເທຊະໂລນິກ 5:18)
4 ການເປັນຄົນຮູ້ຈັກຂອບໃຈຈະຊ່ວຍເຮົາໃຫ້ເປັນຄົນທີ່ພໍໃຈໃນສິ່ງທີ່ມີຢູ່. (ອ່ານ 1 ເທຊະໂລນິກ 5:18) ຕົວຢ່າງເຊັ່ນ: ເມື່ອເຮົາຮູ້ສຶກຂອບໃຈແທ້ໆກັບສິ່ງຈຳເປັນທີ່ເຮົາມີໃນຊີວິດ ເຮົາກໍຈະບໍ່ກັງວົນຫຼາຍເກີນໄປກັບສິ່ງທີ່ເຮົາຢາກໄດ້ແຕ່ເຮົາຍັງບໍ່ມີ. ເມື່ອເຫັນຄ່າວຽກມອບໝາຍທີ່ເຮົາໄດ້ຮັບໃນຕອນນີ້ ເຮົາກໍຈະຕັ້ງໃຈເຮັດວຽກນັ້ນໃຫ້ດີທີ່ສຸດແທນທີ່ຈະຄິດເຖິງແຕ່ວຽກມອບໝາຍອື່ນທີ່ເຮົາຢາກເຮັດ. ສະນັ້ນ ຄຳພີໄບເບິນຈຶ່ງກະຕຸ້ນເຮົາໃຫ້ສະແດງຄວາມຂອບໃຈຕໍ່ພະເຢໂຫວາໃນຄຳອະທິດຖານ. ການເປັນຄົນຮູ້ຈັກຂອບໃຈຈະຊ່ວຍເຮົາໃຫ້ມີ “ສັນຕິສຸກຂອງພະເຈົ້າທີ່ເກີນຄວາມເຂົ້າໃຈທຸກຢ່າງ.”—ຟລປ. 4:6, 7
5. ມີເຫດຜົນຫຍັງແດ່ທີ່ຄົນອິດສະຣາເອນຄວນເປັນຄົນທີ່ຮູ້ຈັກເຫັນຄ່າ? (ເບິ່ງຮູບນຳ)
5 ໃຫ້ເຮົາມາເບິ່ງສິ່ງທີ່ເກີດຂຶ້ນກັບຄົນອິດສະຣາເອນ. ມີຫຼາຍເທື່ອເຂົາເຈົ້າຈົ່ມໃຫ້ພະເຢໂຫວາຍ້ອນບໍ່ມີອາຫານທີ່ເຂົາເຈົ້າເຄີຍກິນຢູ່ເອຢິບ. (ຈຊບ. 11:4-6) ທີ່ຈິງ ການໃຊ້ຊີວິດຢູ່ບ່ອນກັນດານບໍ່ແມ່ນເລື່ອງງ່າຍ ແຕ່ອັນໃດຈະຊ່ວຍຄົນອິດສະຣາເອນໃຫ້ພໍໃຈໃນສິ່ງທີ່ມີຢູ່? ເຂົາເຈົ້າຄວນເຫັນຄ່າສິ່ງທີ່ພະເຢໂຫວາໄດ້ເຮັດເພື່ອເຂົາເຈົ້າ. ເຂົາເຈົ້າຄວນຈື່ວ່າຕອນທີ່ຢູ່ເອຢິບເຂົາເຈົ້າເປັນທາດແລະຖືກປະຕິບັດແບບໂຫດຮ້າຍ. ພະເຢໂຫວາໄດ້ໃຊ້ໄພພິບັດ 10 ຢ່າງເພື່ອຊ່ວຍເຂົາເຈົ້າຈາກການເປັນທາດ. ຕອນທີ່ອອກຈາກເອຢິບ ເຂົາເຈົ້າ “ໄດ້ເຄື່ອງຂອງຈາກຄົນເອຢິບມາຫຼາຍອີ່ຫຼີ” ບໍ່ວ່າຈະເປັນເງິນ ຄຳ ແລະເຄື່ອງນຸ່ງ. (ອພຍ. 12:35, 36) ຕອນທີ່ຖືກກອງທັບຂອງຟາໂຣໄລ່ນຳຈົນມາຄາຢູ່ທະເລແດງ ພະເຢໂຫວາໄດ້ເຮັດການອັດສະຈັນໂດຍແຍກນ້ຳຢູ່ທະເລແດງເພື່ອຊ່ວຍເຂົາເຈົ້າ. ຕອນທີ່ຢູ່ບ່ອນກັນດານ ພະເຢໂຫວາໄດ້ໃຫ້ເຂົາເຈົ້າມີມານາກິນທຸກໆມື້. ຄັນຊັ້ນ ເປັນຫຍັງເຂົາເຈົ້າຈຶ່ງຈົ່ມກ່ຽວກັບເລື່ອງອາຫານ? ຄົນອິດສະຣາເອນບໍ່ພໍໃຈບໍ່ແມ່ນຍ້ອນບໍ່ມີອາຫານກິນ ແຕ່ຍ້ອນບໍ່ເຫັນຄ່າໃນສິ່ງທີ່ມີຢູ່.
ເປັນຫຍັງຄົນອິດສະຣາເອນຈຶ່ງບໍ່ພໍໃຈໃນສິ່ງທີ່ມີຢູ່? (ເບິ່ງຂໍ້ 5)
6. ເຮົາຈະເປັນຄົນທີ່ຮູ້ຈັກເຫັນຄ່າໄດ້ແນວໃດ?
6 ເຮົາຈະເປັນຄົນທີ່ຮູ້ຈັກເຫັນຄ່າໄດ້ແນວໃດ? ສິ່ງທຳອິດ ໃນແຕ່ລະມື້ໃຫ້ເຮົາຈັດເວລາໄວ້ເພື່ອຄິດເຖິງສິ່ງດີໆທີ່ເຮັດໃຫ້ເຮົາມີຄວາມສຸກ. ເຮົາອາດຈະຂຽນສິ່ງທີ່ເຮົາຈະຂອບໃຈສອງຫຼືສາມຢ່າງອອກມາ. (ສສ. 3:22, 23) ສິ່ງທີ 2 ໃຫ້ສະແດງຄວາມຂອບໃຈ. ໃຫ້ຂອບໃຈຄົນທີ່ເຮັດສິ່ງດີໆເພື່ອເຮົາ ແລະສິ່ງທີ່ສຳຄັນທີ່ສຸດແມ່ນໃຫ້ຂອບໃຈພະເຢໂຫວາທຸກໆມື້. (ພສ. 75:1) ສິ່ງທີ 3 ໃຫ້ເລືອກເປັນໝູ່ກັບຄົນທີ່ຮູ້ຈັກຂອບໃຈ. ຖ້າໝູ່ຂອງເຮົາເປັນຄົນທີ່ບໍ່ຮູ້ຈັກຂອບໃຈແລະມັກຈົ່ມເລື້ອຍໆ ເຮົາກໍຈະເປັນແບບນັ້ນຄືກັນ. ແຕ່ຖ້າໝູ່ຂອງເຮົາເປັນຄົນທີ່ຮູ້ຈັກຂອບໃຈກໍຈະມີຜົນດີຕໍ່ເຮົາແລະເຮັດໃຫ້ເຮົາເປັນຄົນທີ່ຮູ້ຈັກຂອບໃຈຄືກັນ. (ພບຍ. 1:26-28; 2ຕມ. 3:1, 2, 5) ຖ້າເຮົາຊອກຫາໂອກາດທີ່ຈະເວົ້າຂອບໃຈສະເໝີ ເຮົາກໍຈະບໍ່ກາຍເປັນຄົນທີ່ບໍ່ພໍໃຈໃນສິ່ງທີ່ມີຢູ່.
7. ອັນໃດຊ່ວຍອາຊີ່ໃຫ້ພໍໃຈໃນສິ່ງທີ່ມີຢູ່?
7 ໃຫ້ມາເບິ່ງເລື່ອງຂອງພີ່ນ້ອງອາຊີ່ທີ່ຢູ່ອິນໂດເນເຊຍ. ລາວເວົ້າວ່າ: “ຕອນທີ່ພະຍາດໂຄວິດ-19 ລະບາດ ຂ້ອຍເລີ່ມປຽບທຽບສະພາບການຂອງໂຕເອງກັບພີ່ນ້ອງຄົນອື່ນ. ຜົນກໍຄື ມັນເຮັດໃຫ້ຂ້ອຍເລີ່ມບໍ່ພໍໃຈໃນສິ່ງທີ່ມີຢູ່.” (ຄລຕ. 6:4) ອັນໃດຊ່ວຍອາຊີ່ໃຫ້ປ່ຽນແປງຄວາມຄິດ? ລາວເວົ້າວ່າ: “ຂ້ອຍຄິດເຖິງສິ່ງດີໆທີ່ຂ້ອຍໄດ້ຮັບຈາກພະເຢໂຫວາໃນແຕ່ລະມື້ ແລະຄິດເຖິງສິ່ງດີໆທຸກຢ່າງທີ່ຂ້ອຍໄດ້ຮັບຍ້ອນເຂົ້າມາເປັນສ່ວນໜຶ່ງໃນອົງການຂອງເພິ່ນ. ຈາກນັ້ນ ຂ້ອຍກໍຂອບໃຈເພິ່ນສຳລັບສິ່ງເຫຼົ່ານັ້ນ. ການເຮັດແບບນີ້ຊ່ວຍຂ້ອຍໃຫ້ພໍໃຈແທ້ໆໃນສິ່ງທີ່ມີຢູ່.” ຖ້າເຈົ້າຮູ້ສຶກບໍ່ພໍໃຈກັບສະພາບການຂອງໂຕເອງ ເຈົ້າກໍເຮັດຄືກັບອາຊີ່ໄດ້ເພື່ອຈະພໍໃຈໃນສິ່ງທີ່ມີຢູ່.
ໃຫ້ເປັນຄົນຖ່ອມ
8. ເກີດຫຍັງຂຶ້ນກັບບາຣຸກ?
8 ມີເທື່ອໜຶ່ງ ບາຣຸກທີ່ເປັນເລຂາຂອງເຢເຣມີຢາບໍ່ພໍໃຈກັບສະພາບການໃນຊີວິດຂອງໂຕເອງ. ບາຣຸກໄດ້ຮັບວຽກມອບໝາຍທີ່ຍາກຫຼາຍ. ລາວຕ້ອງຊ່ວຍເຢເຣມີຢາບອກຊາດອິດສະຣາເອນທີ່ບໍ່ຮູ້ຈັກສຳນຶກບຸນຄຸນກ່ຽວກັບສິ່ງທີ່ຈະເກີດຂຶ້ນກັບເຂົາເຈົ້າຍ້ອນບໍ່ເຊື່ອຟັງພະເຢໂຫວາ. ແທນທີ່ບາຣຸກຈະຈົດຈໍ່ໃນສິ່ງທີ່ພະເຢໂຫວາຢາກໃຫ້ລາວເຮັດ ແຕ່ລາວພັດເລີ່ມຄິດເຖິງໂຕເອງຫຼາຍໂພດກ່ຽວກັບສິ່ງທີ່ລາວຕ້ອງການຢາກເຮັດ. ພະເຢໂຫວາບອກບາຣຸກຜ່ານທາງເຢເຣມີຢາວ່າ: “ເຈົ້າກຳລັງຊອກຫາຄວາມສຳເລັດໃຫ້ໂຕເອງ. ໃຫ້ເຈົ້າເຊົາເຮັດແນວນັ້ນສະ.” (ຢຣມ. 45:3-5) ເວົ້າງ່າຍໆກໍຄື ພະເຢໂຫວາກຳລັງບອກລາວວ່າ: “ໃຫ້ເຈົ້າພໍໃຈກັບສະພາບການໃນຊີວິດຂອງໂຕເອງ.” ໃນຕອນນີ້ ບາຣຸກຟັງຄຳເຕືອນຂອງພະເຢໂຫວາແລະຮັບໃຊ້ເພິ່ນຢ່າງມີຄວາມສຸກຕໍ່ໆໄປ.
9. 1 ໂກຣິນໂທ 4:6, 7 ຊ່ວຍເຮົາແນວໃດໃຫ້ມີຄວາມຄິດທີ່ຖືກຕ້ອງກ່ຽວກັບສິດທິພິເສດໃນວຽກຮັບໃຊ້? (ເບິ່ງຮູບນຳ)
9 ບາງເທື່ອຜູ້ຮັບໃຊ້ຂອງພະເຢໂຫວາອາດຮູ້ສຶກວ່າລາວສົມຄວນໄດ້ຮັບສິດທິພິເສດບາງຢ່າງ. ລາວອາດເປັນຄົນທີ່ເກັ່ງຫຼາຍ ເຮັດວຽກຢ່າງດຸໝັ່ນ ຫຼືມີປະສົບການຫຼາຍ ຫຼືລາວອາດຈະມີທັງສາມຢ່າງນີ້. ແຕ່ຄົນອື່ນພັດອາດໄດ້ຮັບສິດທິພິເສດທີ່ລາວຢາກໄດ້. ສິ່ງໃດຈະຊ່ວຍໄດ້ຖ້າລາວຮູ້ສຶກບໍ່ພໍໃຈ? ລາວອາດຄິດເຖິງຄຳເວົ້າຂອງໂປໂລໃນ 1 ໂກຣິນໂທ 4:6, 7. (ອ່ານ) ສິດທິພິເສດທຸກຢ່າງທີ່ເຮົາໄດ້ຮັບແລະຄວາມສາມາດທຸກຢ່າງທີ່ເຮົາມີແມ່ນມາຈາກພະເຢໂຫວາ. ພະເຢໂຫວາໃຫ້ເຮົາມີສິ່ງເຫຼົ່ານີ້ບໍ່ແມ່ນຍ້ອນເຮົາພິເສດກວ່າຄົນອື່ນ ແຕ່ແມ່ນຍ້ອນຄວາມກະລຸນາທີ່ຍິ່ງໃຫຍ່ຂອງເພິ່ນ.—ຣມ. 12:3, 6; ອຟຊ. 2:8, 9
ພະເຢໂຫວາເປັນຜູ້ທີ່ໃຫ້ເຮົາມີຄວາມສາມາດຕ່າງໆ (ເບິ່ງຂໍ້ 9)b
10. ເຮົາຈະເປັນຄົນຖ່ອມໄດ້ແນວໃດ?
10 ເຮົາເປັນຄົນຖ່ອມໄດ້ໂດຍຄິດເຖິງຕົວຢ່າງຂອງພະເຢຊູແລະຮຽນແບບເພິ່ນ. ພະເຢຊູລ້າງຕີນໃຫ້ພວກອັກຄະສາວົກເຖິງແມ່ນຮູ້ວ່າເພິ່ນເປັນລູກຂອງພະເຈົ້າແລະມີສິດອຳນາດຫຼາຍ. ອັກຄະສາວົກໂຢຮັນຂຽນວ່າ: “ພະເຢຊູຮູ້ວ່າພະເຈົ້າຜູ້ເປັນພໍ່ໄດ້ມອບທຸກຢ່າງໄວ້ໃນມືເພິ່ນແລ້ວ. ເພິ່ນຮູ້ວ່າເພິ່ນມາຈາກພະເຈົ້າແລະກຳລັງຈະກັບໄປຫາພະເຈົ້າ” ແຕ່ເພິ່ນໄດ້ “ລ້າງຕີນໃຫ້ລູກສິດ.” (ຢຮ. 13:3-5) ພະເຢຊູອາດຮູ້ສຶກກະໄດ້ວ່າພວກລູກສິດຄວນລ້າງຕີນໃຫ້ເພິ່ນ. ຕອນທີ່ຢູ່ໃນໂລກນີ້ ພະເຢຊູບໍ່ເຄີຍຮູ້ສຶກວ່າເພິ່ນຕ້ອງມີເຮືອນທີ່ງາມໆ ມີເງິນມີຄຳຫຼາຍໆ ແລະມີຊີວິດທີ່ສະດວກສະບາຍ. (ລກ. 9:58) ພະເຢຊູເປັນຄົນຖ່ອມແທ້ໆ. ເພິ່ນພໍໃຈໃນສິ່ງທີ່ມີຢູ່. ເພິ່ນເປັນຕົວຢ່າງທີ່ດີທີ່ສຸດໃຫ້ເຮົາ.—ຢຮ. 13:15
11. ສິ່ງໃດຊ່ວຍເດັນນິດສ໌ໃຫ້ພໍໃຈໃນສິ່ງທີ່ມີຢູ່?
11 ພີ່ນ້ອງເດັນນິດສ໌ຈາກເນເທີແລນພະຍາຍາມແທ້ໆທີ່ຈະຮຽນແບບພະເຢຊູໃນເລື່ອງຄວາມຖ່ອມ ແຕ່ມັນກໍບໍ່ງ່າຍ. ລາວເວົ້າວ່າ: “ເມື່ອບາງຄົນໄດ້ຮັບວຽກມອບໝາຍທີ່ຂ້ອຍຢາກໄດ້ ບາງເທື່ອຂ້ອຍກໍຮູ້ສຶກເສຍໃຈຍ້ອນຂ້ອຍຄິດວ່າຂ້ອຍຄວນເປັນຜູ້ທີ່ໄດ້ຮັບວຽກມອບໝາຍນັ້ນ. ເມື່ອຮູ້ສຶກແບບນັ້ນ ຂ້ອຍໄດ້ສຶກສາສ່ວນໂຕກ່ຽວກັບເລື່ອງຄວາມຖ່ອມ. ໃນແອັບ JW Library® ຂ້ອຍໄດ້ລວບລວມຂໍ້ຄຳພີທີ່ເວົ້າເລື່ອງຄວາມຖ່ອມໄວ້ຢູ່ບ່ອນໜຶ່ງເພື່ອຈະຊອກມັນໄດ້ງ່າຍແລະອ່ານຄືນໄດ້. ຂ້ອຍຍັງໄດ້ດາວໂຫຼດຄຳບັນລະຍາຍທີ່ເວົ້າເຖິງຄວາມຖ່ອມໄວ້ໃນໂທລະສັບ ແລະຂ້ອຍຟັງຄຳບັນລະຍາຍເຫຼົ່ານັ້ນເລື້ອຍໆ.a ຂ້ອຍໄດ້ຮຽນຮູ້ວ່າວຽກທຸກຢ່າງທີ່ເຮົາເຮັດແມ່ນເພື່ອສັນລະເສີນພະເຢໂຫວາ ບໍ່ແມ່ນໂຕເຮົາເອງ. ເຮົາແຕ່ລະຄົນມີສ່ວນເລັກນ້ອຍໃນສິ່ງທີ່ພະເຢໂຫວາກຳລັງເຮັດໃຫ້ສຳເລັດ.” ຖ້າເຈົ້າເລີ່ມຮູ້ສຶກບໍ່ພໍໃຈຍ້ອນເຈົ້າບໍ່ໄດ້ຮັບວຽກມອບໝາຍທີ່ເຈົ້າຕ້ອງການ ໃຫ້ພະຍາຍາມຫຼາຍຂຶ້ນທີ່ຈະເປັນຄົນຖ່ອມ. ການເຮັດແບບນີ້ຈະຊ່ວຍເຈົ້າໃຫ້ສະໜິດກັບພະເຢໂຫວາຫຼາຍຂຶ້ນແລະຊ່ວຍເຈົ້າໃຫ້ພໍໃຈໃນສິ່ງທີ່ມີຢູ່.—ຢກບ. 4:6, 8
ໃຫ້ຄິດເຖິງຄວາມຫວັງໃນອະນາຄົດ
12. ຄວາມຫວັງແບບໃດໃນອະນາຄົດທີ່ຊ່ວຍເຮົາໃຫ້ພໍໃຈໃນສິ່ງທີ່ມີຢູ່? (ເອຊາຢາ 65:21-25)
12 ເຮົາຈະພໍໃຈຫຼາຍຂຶ້ນໃນສິ່ງທີ່ມີຢູ່ເມື່ອເຮົາຄິດເຖິງຄວາມຫວັງດີໆທີ່ພະເຢໂຫວາສັນຍາໄວ້ກັບເຮົາ. ໃນປຶ້ມເອຊາຢາ ພະເຢໂຫວາບອກວ່າ ເພິ່ນຮູ້ວ່າຊີວິດໃນທຸກມື້ນີ້ຍາກຫຼາຍແທ້ໆສຳລັບເຮົາ ແລະເພິ່ນກໍສັນຍາວ່າເພິ່ນຈະກຳຈັດບັນຫາທຸກຢ່າງໃຫ້ໝົດໄປ. (ອ່ານເອຊາຢາ 65:21-25) ເຮົາຈະໄດ້ຢູ່ໃນເຮືອນທີ່ງາມໆແລະປອດໄພ ໄດ້ເຮັດວຽກທີ່ເຮັດໃຫ້ມີຄວາມສຸກ ແລະກິນອາຫານທີ່ແຊບແລະດີຕໍ່ສຸຂະພາບ. ເຮົາຈະບໍ່ຕ້ອງກັງວົນວ່າຈະມີອັນຕະລາຍເກີດຂຶ້ນກັບເຮົາຫຼືລູກຂອງເຮົາ. (ອຊຢ. 32:17, 18; ອຊກ. 34:25) ເຮົາຈະມີອະນາຄົດທີ່ດີແລະປອດໄພ.
13. ເຮົາເຈິຄວາມຫຍຸ້ງຍາກຫຍັງແດ່ ແລະການຄິດເຖິງຄວາມຫວັງກ່ຽວກັບອະນາຄົດຊ່ວຍເຮົາແນວໃດ?
13 ໃນຕອນນີ້ ເຮົາຈຳເປັນຕ້ອງຄິດເຖິງຄວາມຫວັງກ່ຽວກັບອະນາຄົດໃຫ້ຫຼາຍກວ່າທີ່ຜ່ານມາ. ຍ້ອນຫຍັງ? ຍ້ອນເຮົາກຳລັງມີຊີວິດຢູ່ໃນ “ສະໄໝສຸດທ້າຍ” ແລະເຮົາທຸກຄົນເຈິບັນຫາທີ່ “ຫຍຸ້ງຍາກລຳບາກ.” (2ຕມ. 3:1) ໃນແຕ່ລະມື້ພະເຢໂຫວາຊ່ວຍເຮົາໃຫ້ອົດທົນໄດ້ໂດຍຊີ້ນຳເຮົາ ໃຫ້ກຳລັງເຮົາ ແລະຊ່ວຍເຫຼືອເຮົາ. (ພສ. 145:14) ນອກຈາກນັ້ນ ຄວາມຫວັງຍັງຊ່ວຍເຮົາຕອນທີ່ເຈິຄວາມຍາກລຳບາກ. ບາງເທື່ອເຈົ້າເຮັດວຽກເອົາແທ້ເອົາວ່າເພື່ອຈະໃຫ້ຄອບຄົວມີສິ່ງທີ່ຈຳເປັນ. ນີ້ໝາຍຄວາມວ່າເຈົ້າຈະຕ້ອງດິ້ນລົນແບບນີ້ໄປຕະຫຼອດບໍເພື່ອຈະຢູ່ລອດ? ບໍ່ແມ່ນຈັ່ງຊັ້ນ. ໃນໂລກໃໝ່ ພະເຢໂຫວາສັນຍາວ່າເພິ່ນຈະໃຫ້ເຈົ້າມີສິ່ງທີ່ຈຳເປັນແລະມີອີກຫຼາຍໆຢ່າງ. (ພສ. 9:18; 72:12-14) ໃນແຕ່ລະມື້ເຈົ້າອາດຕ້ອງຕໍ່ສູ້ກັບຄວາມເຈັບປວດທາງຮ່າງກາຍ ອາການຊຶມເສົ້າ ຫຼືບັນຫາສຸຂະພາບທີ່ຮ້າຍແຮງ. ແຕ່ເຈົ້າຈະທໍລະມານແບບນີ້ຕະຫຼອດໄປແລະຈະບໍ່ເຊົາຈັກເທື່ອບໍ? ບໍ່ແມ່ນ. ໃນໂລກໃໝ່ພະເຢໂຫວາຈະກຳຈັດຄວາມເຈັບປ່ວຍແລະຄວາມຕາຍໃຫ້ໝົດໄປ. (ພນມ. 21:3, 4) ຄວາມຫວັງແບບນີ້ຊ່ວຍເຮົາບໍ່ໃຫ້ຮູ້ສຶກໂສກເສົ້າເສຍໃຈຫຼືໃຈຮ້າຍໃນສິ່ງທີ່ເຮົາກຳລັງເຈິຢູ່ໃນຕອນນີ້. ເຮົາຍັງມີຄວາມສຸກແລະມີຄວາມສະຫງົບໃຈໄດ້ເຖິງວ່າຈະເຈິຄວາມບໍ່ຍຸຕິທຳ ສູນເສຍຄົນທີ່ຮັກໃນຄວາມຕາຍ ຕ້ອງອົດທົນກັບຄວາມເຈັບປ່ວຍແລະບັນຫາແນວອື່ນ. ຍ້ອນຫຍັງຈຶ່ງອົດທົນໄດ້? ຍ້ອນເຮົາຮູ້ວ່າ “ຄວາມທຸກລຳບາກທີ່ພວກເຮົາເຈິນັ້ນຈະຢູ່ແຕ່ໄລຍະສັ້ນໆ” ແລະໃນໂລກໃໝ່ເຮົາຈະບໍ່ເຈິກັບສິ່ງເຫຼົ່ານີ້ອີກເລີຍ.—2ກຣ. 4:17, 18
14. ເຮົາຈະເຮັດໃຫ້ຄວາມຫວັງຂອງເຮົາຊັດເຈນຢູ່ສະເໝີໄດ້ແນວໃດ?
14 ຍ້ອນຄວາມຫວັງກ່ຽວກັບອະນາຄົດເປັນສິ່ງທີ່ສຳຄັນທີ່ຊ່ວຍເຮົາໃຫ້ພໍໃຈກັບສະພາບການຂອງໂຕເອງ. ເຮົາຈະເຮັດແນວໃດເພື່ອໃຫ້ຄວາມຫວັງຂອງເຮົາຊັດເຈນຢູ່ສະເໝີ? ຄົນທີ່ສາຍຕາສັ້ນອາດຕ້ອງໃສ່ແວ່ນຕາເພື່ອຈະເຫັນສິ່ງທີ່ຢູ່ໄກໆໄດ້ແຈ້ງຂຶ້ນ. ເຮົາອາດຕ້ອງເຮັດຕາມຂັ້ນຕອນບາງຢ່າງທີ່ຈະຊ່ວຍໃຫ້ຄວາມຫວັງຂອງເຮົາຊັດເຈນຂຶ້ນເພື່ອເຮົາຈະເຫັນພາບໂລກໃໝ່ໄດ້ແຈ້ງຂຶ້ນ. ເມື່ອເຮົາອຸກໃຈຫຼາຍຍ້ອນບໍ່ມີເງິນພໍໃຊ້ພໍຈ່າຍ ໃຫ້ເຮົານຶກພາບຊີວິດຕອນທີ່ເງິນບໍ່ແມ່ນສິ່ງທີ່ຈຳເປັນອີກຕໍ່ໄປ ບໍ່ມີໜີ້ສິນ ແລະບໍ່ມີຄົນທຸກຄົນຮັ່ງ. ຖ້າເຮົາຮູ້ສຶກຜິດຫວັງຍ້ອນຍັງບໍ່ທັນໄດ້ຮັບສິດທິພິເສດບາງຢ່າງ ໃຫ້ເຮົາຄິດວ່າເລື່ອງນີ້ບໍ່ສຳຄັນຫຍັງເລີຍເມື່ອທຽບກັບຊີວິດດີໆທີ່ເຮົາຈະມີຕອນທີ່ເປັນຄົນສົມບູນແບບແລ້ວແລະໄດ້ຮັບໃຊ້ພະເຢໂຫວາເປັນເວລາຫຼາຍພັນປີ. (1ຕມ. 6:19) ຕອນນີ້ ເຮົາອຸກໃຈກ່ຽວກັບຫຼາຍເລື່ອງທີ່ອາດເຮັດໃຫ້ຍາກສຳລັບເຮົາທີ່ຈະຄິດເຖິງຄຳສັນຍາທີ່ດີໆເຫຼົ່ານີ້ກ່ຽວກັບອະນາຄົດ. ແຕ່ແຮ່ງເຮົາຄິດເຖິງອະນາຄົດທີ່ດີເລີດທີ່ພະເຢໂຫວາໄດ້ສັນຍາໄວ້ ມັນກໍແຮ່ງງ່າຍຂຶ້ນສຳລັບເຮົາທີ່ຈະຈົດຈໍ່ກັບສິ່ງເຫຼົ່ານັ້ນແທນທີ່ຈະອຸກໃຈກ່ຽວກັບບັນຫາທີ່ເຮົາກຳລັງເຈິ.
15. ເຈົ້າຮຽນຫຍັງຈາກສິ່ງທີ່ຄຣິດສະຕ້າເວົ້າ?
15 ໃຫ້ເຮົາມາເບິ່ງວ່າຄວາມຫວັງຊ່ວຍພີ່ນ້ອງຄຣິດສະຕ້າເຊິ່ງເປັນເມຍຂອງພີ່ນ້ອງເດັນນິດສ໌ທີ່ເວົ້າເຖິງກ່ອນໜ້ານີ້ແນວໃດ. ລາວເວົ້າວ່າ: “ຂ້ອຍເປັນພະຍາດກ້າມເນື້ອອ່ອນເພຍ. ຂ້ອຍຍ່າງບໍ່ໄດ້ແລະຕ້ອງໃຊ້ແຕ່ລໍ້ຍູ້ ແລະສ່ວນຫຼາຍຂ້ອຍຕ້ອງນອນຢູ່ແຕ່ຕຽງ. ທຸກມື້ຂ້ອຍເຈັບປວດຫຼາຍ. ບໍ່ດົນມານີ້ທ່ານໝໍບອກຂ້ອຍວ່າ ຂ້ອຍຈະບໍ່ມີທາງດີຂຶ້ນເລີຍ. ແຕ່ຂ້ອຍກໍຄິດຂຶ້ນມາທັນທີວ່າ: ‘ລາວເບິ່ງອະນາຄົດຕ່າງຈາກຂ້ອຍ.’ ຂ້ອຍຈົດຈໍ່ຢູ່ກັບຄວາມຫວັງເຊິ່ງຊ່ວຍຂ້ອຍໃຫ້ມີໃຈທີ່ສະຫງົບ. ຕອນນີ້ຂ້ອຍອາດຕ້ອງອົດທົນໃຊ້ຊີວິດຢູ່ໃນໂລກນີ້ຕໍ່ໄປ ແຕ່ໃນໂລກໃໝ່ຂ້ອຍຈະມີຊີວິດທີ່ດີ.”
“ຄົນທີ່ຢ້ານຢຳ [ພະເຢໂຫວາ] ຈະບໍ່ຂາດສິ່ງໃດເລີຍ”
16. ເປັນຫຍັງກະສັດດາວິດຈຶ່ງເວົ້າວ່າຄົນທີ່ຢ້ານຢຳພະເຢໂຫວາ “ຈະບໍ່ຂາດສິ່ງໃດເລີຍ”?
16 ເຖິງວ່າເຮົາຈະພໍໃຈກັບສະພາບການຂອງໂຕເອງ ແຕ່ເຮົາກໍຍັງຈະເຈິບັນຫາ. ກະສັດດາວິດຕ້ອງທົນທຸກກັບການສູນເສຍລູກຢ່າງໜ້ອຍ 3 ຄົນ. ລາວຖືກກ່າວຫາແບບຜິດໆ ຖືກທໍລະຍົດ ແລະຖືກໄລ່ລ່າເປັນເວລາຫຼາຍປີ. ແຕ່ຕອນທີ່ອົດທົນກັບເລື່ອງເຫຼົ່ານີ້ ດາວິດເວົ້າວ່າ: “ຄົນທີ່ຢ້ານຢຳ [ພະເຢໂຫວາ] ຈະບໍ່ຂາດສິ່ງໃດເລີຍ.” (ພສ. 34:9, 10) ເປັນຫຍັງລາວຈຶ່ງເວົ້າແນວນັ້ນ? ຍ້ອນລາວຮູ້ວ່າເຖິງວ່າເຮົາເປັນຜູ້ຮັບໃຊ້ຂອງພະເຢໂຫວາ ເຮົາກໍບໍ່ຄວນຄາດໝາຍວ່າຊີວິດຂອງເຮົາຈະບໍ່ມີບັນຫາ. ແຕ່ເຮົາໝັ້ນໃຈວ່າເຮົາຈະບໍ່ຂາດສິ່ງທີ່ຈຳເປັນໃນຊີວິດ. (ພສ. 145:16) ເຮົາສາມາດເພິ່ງພະເຢໂຫວາໃຫ້ຊ່ວຍເຮົາເພື່ອຈະຜ່ານບັນຫາທຸກຢ່າງໄປໄດ້. ເຮົາມີຄວາມສະຫງົບໃຈແລະມີຄວາມສຸກໄດ້ບໍ່ວ່າສະພາບການຂອງເຮົາຈະເປັນແນວໃດກໍຕາມ.
17. ເປັນຫຍັງເຈົ້າຈຶ່ງຕັ້ງໃຈທີ່ຈະຮຽນຮູ້ເຄັດລັບທີ່ຈະພໍໃຈໃນສິ່ງທີ່ມີຢູ່?
17 ພະເຢໂຫວາຢາກໃຫ້ເຮົາພໍໃຈກັບສະພາບການຂອງໂຕເອງ. (ພສ. 131:1, 2) ສະນັ້ນ ໃຫ້ຮຽນຮູ້ເຄັດລັບທີ່ຈະພໍໃຈໃນສິ່ງທີ່ມີຢູ່. ຖ້າເຈົ້າພະຍາຍາມເປັນຄົນທີ່ຮູ້ຈັກເຫັນຄ່າໃນສິ່ງທີ່ມີຢູ່ ເປັນຄົນຖ່ອມ ແລະຮັກສາຄວາມຫວັງໃນອະນາຄົດໃຫ້ຊັດເຈນຢູ່ສະເໝີ ເຈົ້າກໍຈະເວົ້າໄດ້ວ່າ: “ຂ້ອຍໄດ້ຮຽນຮູ້ທີ່ຈະພໍໃຈໃນສິ່ງທີ່ມີຢູ່.”—ຟລປ. 4:11
ເພງທີ 118 ‘ຂໍຊ່ວຍໃຫ້ພວກເຮົາມີຄວາມເຊື່ອຫຼາຍຂຶ້ນ’
a ຕົວຢ່າງເຊັ່ນ: ໃຫ້ເບິ່ງລາຍການການນະມັດສະການຕອນເຊົ້າເລື່ອງພະເຢໂຫວາເບິ່ງແຍງຄົນທີ່ຖ່ອມໂຕ ແລະເລື່ອງຄວາມຍິ່ງເຮັດໃຫ້ພິນາດ ໃນເວັບໄຊ jw.org.
b ຄຳອະທິບາຍຮູບ: ພີ່ນ້ອງຊາຍກວດເບິ່ງອຸປະກອນໃນອາຄານຂອງອົງການ ພີ່ນ້ອງຍິງທີ່ຮຽນພາສາມືຖືກສຳພາດຢູ່ການປະຊຸມໝວດ ແລະພີ່ນ້ອງຊາຍໃຫ້ຄຳບັນລະຍາຍສາທາລະນະ.