ບົດຄວາມສຶກສາທີ 34
ເພງທີ 3 ເປັນກຳລັງ ຄວາມຫວັງ ແລະຄວາມໝັ້ນໃຈຂອງເຮົາ
ຂໍໃຫ້ໝັ້ນໃຈວ່າພະເຢໂຫວາຍົກໂທດໃຫ້ເຈົ້າແລ້ວ
“ພະອົງ . . . ຍົກໂທດໃຫ້ລູກ.”—ພສ. 32:5
ຈຸດສຳຄັນ
ເຮົາຈະຮຽນວ່າເປັນຫຍັງເຮົາຕ້ອງໝັ້ນໃຈວ່າພະເຢໂຫວາຍົກໂທດໃຫ້ເຮົາ ແລະຄຳພີໄບເບິນຊ່ວຍເຮົາແນວໃດໃຫ້ໝັ້ນໃຈວ່າພະເຢໂຫວາຍົກໂທດໃຫ້ຄົນເຮັດຜິດທີ່ກັບໃຈ.
1-2. ພະເຢໂຫວາເຮັດແນວໃດເມື່ອເຮົາເຮັດຜິດແລ້ວກັບໃຈ ແລະມັນເຮັດໃຫ້ເຮົາຮູ້ສຶກແນວໃດ? (ເບິ່ງຮູບໜ້າປົກນຳ)
ກະສັດດາວິດເຂົ້າໃຈດີວ່າຄວາມຮູ້ສຶກຜິດທີ່ເກີດຈາກການເຮັດຜິດໃນອະດີດເຮັດໃຫ້ຮູ້ສຶກບໍ່ດີແທ້ໆ. (ພສ. 40:12; 51:3, ຫົວບົດ) ດາວິດເຄີຍເຮັດຜິດຮ້າຍແຮງບາງຢ່າງ ແຕ່ເມື່ອລາວກັບໃຈແທ້ໆພະເຢໂຫວາກໍຍົກໂທດໃຫ້ລາວ. (2ຊມ. 12:13) ເມື່ອເປັນແນວນັ້ນ ດາວິດຈຶ່ງຮູ້ສຶກສະບາຍໃຈທີ່ຮູ້ວ່າພະເຢໂຫວາຍົກໂທດໃຫ້ລາວແລ້ວ.—ພສ. 32:1
2 ຄ້າຍຄືກັບດາວິດ ເຮົາກໍຮູ້ສຶກສະບາຍໃຈຄືກັນເມື່ອຮູ້ວ່າພະເຢໂຫວາເມດຕາເຮົາແລະຍົກໂທດໃຫ້ເຮົາ. ເຮົາໄດ້ກຳລັງໃຈທີ່ຮູ້ວ່າພະເຢໂຫວາເຕັມໃຈຍົກໂທດໃຫ້ເຮົາ. ເຖິງວ່າຄວາມຜິດນັ້ນຈະຮ້າຍແຮງ ເພິ່ນກໍຍົກໂທດໃຫ້ເຮົາໄດ້ຖ້າເຮົາກັບໃຈແທ້ໆ ສາລະພາບຄວາມຜິດ ແລະພະຍາຍາມບໍ່ກັບໄປເຮັດຜິດອີກ. (ສພສ. 28:13; ກຈກ. 26:20; 1ຢຮ. 1:9) ເຮົາດີໃຈຫຼາຍແທ້ໆທີ່ຮູ້ວ່າເມື່ອພະເຢໂຫວາຍົກໂທດໃຫ້ເຮົາແລ້ວ ມັນກໍເປັນຄືກັບວ່າຄວາມຜິດນັ້ນບໍ່ເຄີຍເກີດຂຶ້ນເລີຍ!—ອຊກ. 33:16
ດາວິດແຕ່ງເພງສັນລະເສີນຫຼາຍເພງທີ່ເວົ້າເຖິງການໃຫ້ອະໄພຂອງພະເຢໂຫວາ (ເບິ່ງຂໍ້ 1-2)
3-4. ພີ່ນ້ອງເຈນນິເຟີ້ຮູ້ສຶກແນວໃດຫຼັງຈາກທີ່ຮັບບັບເຕມາແລ້ວ ແລະເຮົາຈະຮຽນຫຍັງໃນບົດນີ້?
3 ບາງຄົນອາດສົງໄສວ່າພະເຢໂຫວາຍົກໂທດໃຫ້ລາວແທ້ໆບໍ? ໃຫ້ເຮົາມາເບິ່ງເລື່ອງຂອງພີ່ນ້ອງເຈນນິເຟີ້ທີ່ໃຫຍ່ມາໃນຄອບຄົວທີ່ພໍ່ແມ່ເປັນພະຍານພະເຢໂຫວາ. ຕອນເປັນໄວລຸ້ນ ລາວເຮັດສິ່ງທີ່ບໍ່ດີຫຼາຍຢ່າງແລະໃຊ້ຊີວິດແບບຕີສອງໜ້າ. ຫຼາຍປີຕໍ່ມາ ເຈນນິເຟີ້ໄດ້ປ່ຽນແປງໂຕເອງ ອຸທິດໂຕໃຫ້ພະເຢໂຫວາ ແລະຮັບບັບເຕມາ. ລາວເວົ້າວ່າ: “ໃນອະດີດ ຂ້ອຍເຮັດຜິດສິນລະທຳທາງເພດເລື້ອຍໆ ກິນເຫຼົ້າຫຼາຍ ໃຈຮ້າຍງ່າຍ ແລະສົນໃຈແຕ່ເລື່ອງເງິນ. ຂ້ອຍຮູ້ວ່າເມື່ອຂ້ອຍອະທິດຖານຂໍໃຫ້ພະເຢໂຫວາຍົກໂທດໃຫ້ແລະກັບໃຈແທ້ໆ ຄ່າໄຖ່ຂອງພະເຢຊູກໍສາມາດເຮັດໃຫ້ພະເຢໂຫວາຍົກໂທດໃຫ້ຂ້ອຍໄດ້. ແຕ່ເຖິງຈະເປັນແນວນັ້ນ ຂ້ອຍກໍຍັງບໍ່ໝັ້ນໃຈວ່າພະເຢໂຫວາຍົກໂທດໃຫ້ຂ້ອຍແທ້ໆບໍ.”
4 ບາງເທື່ອເຈົ້າຮູ້ສຶກວ່າຍາກບໍທີ່ຈະໝັ້ນໃຈວ່າພະເຢໂຫວາໄດ້ຍົກໂທດຄວາມຜິດທີ່ເຈົ້າເຄີຍເຮັດໃນອະດີດ? ພະເຢໂຫວາຢາກໃຫ້ເຮົາໝັ້ນໃຈວ່າເຮົາຈະໄດ້ຮັບຄວາມເມດຕາຈາກເພິ່ນຄືກັບທີ່ດາວິດໄດ້ຮັບ. ໃນບົດນີ້ເຮົາຈະຮຽນວ່າເປັນຫຍັງເຮົາຕ້ອງໝັ້ນໃຈວ່າພະເຢໂຫວາຍົກໂທດໃຫ້ເຮົາແທ້ໆ ແລະອັນໃດຈະຊ່ວຍເຮົາໃຫ້ໝັ້ນໃຈໃນເລື່ອງນີ້.
ເປັນຫຍັງເຮົາຕ້ອງໝັ້ນໃຈວ່າພະເຢໂຫວາຍົກໂທດໃຫ້ເຮົາແທ້ໆ?
5. ຊາຕານຢາກໃຫ້ເຮົາເຊື່ອແນວໃດ? ຂໍໃຫ້ຍົກຕົວຢ່າງ.
5 ຖ້າເຮົາໝັ້ນໃຈແທ້ໆວ່າພະເຢໂຫວາຍົກໂທດໃຫ້ເຮົາ ເຮົາກໍຈະບໍ່ຕິດກັບດັກຂອງຊາຕານ. ຂໍໃຫ້ຈື່ໄວ້ວ່າຊາຕານຈະພະຍາຍາມເຮັດທຸກສິ່ງເພື່ອໃຫ້ເຮົາເຊົາຮັບໃຊ້ພະເຢໂຫວາ. ເພື່ອຈະໃຫ້ເປົ້າໝາຍຂອງມັນສຳເລັດ ຊາຕານອາດພະຍາຍາມເຮັດໃຫ້ເຮົາເຊື່ອວ່າຄວາມຜິດທີ່ເຮົາເຮັດມັນຮ້າຍແຮງຫຼາຍຈົນພະເຢໂຫວາບໍ່ມີທາງຈະຍົກໂທດໃຫ້ເຮົາ. ໃຫ້ເຮົາມາເບິ່ງເລື່ອງຂອງຜູ້ຊາຍຄົນໜຶ່ງຢູ່ເມືອງໂກຣິນໂທທີ່ຖືກຕັດອອກຈາກປະຊາຄົມຍ້ອນເຮັດຜິດສິນລະທຳທາງເພດ. (1ກຣ. 5:1, 5, 13) ຕໍ່ມາ ເມື່ອລາວກັບໃຈ ຊາຕານຢາກໃຫ້ພີ່ນ້ອງໃນປະຊາຄົມບໍ່ໃຫ້ອະໄພລາວແລະບໍ່ຕ້ອນຮັບລາວກັບເຂົ້າມາໃນປະຊາຄົມ. ໃນເວລາດຽວກັນ ຊາຕານກໍຢາກໃຫ້ຜູ້ຊາຍຄົນນີ້ທີ່ກັບໃຈແລ້ວຮູ້ສຶກວ່າໂຕເອງບໍ່ສົມຄວນໄດ້ຮັບການໃຫ້ອະໄພຈົນເຮັດໃຫ້ລາວ “ຈົມຢູ່ກັບຄວາມໂສກເສົ້າຫຼາຍໂພດ” ແລະເຊົາຮັບໃຊ້ພະເຢໂຫວາ. ໃນທຸກມື້ນີ້ ຊາຕານກໍບໍ່ໄດ້ປ່ຽນເປົ້າໝາຍຫຼືວິທີການຂອງມັນ ແຕ່ “ພວກເຮົາຮູ້ກົນອຸບາຍຂອງມັນ.”—2ກຣ. 2:5-11
6. ເຮົາຈະເຮັດແນວໃດເພື່ອຈະບໍ່ຮູ້ສຶກຜິດຢູ່ຕະຫຼອດ?
6 ຖ້າເຮົາໝັ້ນໃຈແທ້ໆວ່າພະເຢໂຫວາຍົກໂທດໃຫ້ເຮົາ ເຮົາກໍຈະບໍ່ຮູ້ສຶກຜິດອີກຕໍ່ໄປ. ເມື່ອເຮົາເຮັດຜິດ ເປັນເລື່ອງທຳມະດາທີ່ເຮົາຈະຮູ້ສຶກບໍ່ດີ. (ພສ. 51:17) ການຮູ້ສຶກແບບນັ້ນເປັນສິ່ງທີ່ດີຍ້ອນມັນຈະກະຕຸ້ນເຮົາໃຫ້ປ່ຽນແປງໂຕເອງແລະເຮັດສິ່ງທີ່ຖືກຕ້ອງ. (2ກຣ. 7:10, 11) ແຕ່ຖ້າເຮົາຮູ້ສຶກຜິດຢູ່ຕະຫຼອດທັງໆທີ່ກັບໃຈແລ້ວ ເຮົາອາດຈະທໍ້ໃຈຈົນເຊົາຮັບໃຊ້ພະເຢໂຫວາ. ຖ້າເຮົາໝັ້ນໃຈວ່າພະເຢໂຫວາໄດ້ຍົກໂທດໃຫ້ເຮົາແທ້ໆ ເຮົາກໍຈະບໍ່ຮູ້ສຶກຜິດອີກຕໍ່ໄປ. ແລ້ວເຮົາກໍຈະຮັບໃຊ້ພະເຢໂຫວາຢ່າງມີຄວາມສຸກແລະບໍ່ມີຫຍັງມາລົບກວນໃຈເຊິ່ງພະເຢໂຫວາຢາກໃຫ້ເຮົາເປັນແບບນັ້ນ. (ກລຊ. 1:10, 11; 2ຕມ. 1:3) ແຕ່ເຮົາຈະໝັ້ນໃຈໄດ້ແນວໃດວ່າພະເຢໂຫວາຍົກໂທດໃຫ້ເຮົາແທ້ໆ?
ອັນໃດຈະຊ່ວຍເຮົາໃຫ້ໝັ້ນໃຈວ່າພະເຢໂຫວາຍົກໂທດໃຫ້ເຮົາ?
7-8. ພະເຢໂຫວາບອກໂມເຊວ່າເພິ່ນເປັນພະເຈົ້າແບບໃດ ແລະເລື່ອງນີ້ເຮັດໃຫ້ເຮົາໝັ້ນໃຈຫຍັງ? (ອົບພະຍົບ 34:6, 7)
7 ໃຫ້ຄິດເຖິງສິ່ງທີ່ພະເຢໂຫວາເວົ້າກ່ຽວກັບໂຕເພິ່ນເອງ. ຕົວຢ່າງເຊັ່ນ: ຕອນຢູ່ພູຊີນາຍ ພະເຢໂຫວາເວົ້າແນວໃດເມື່ອໂມເຊຢາກຮູ້ກ່ຽວກັບເພິ່ນ.a (ອ່ານອົບພະຍົບ 34:6, 7) ເຖິງວ່າພະເຢໂຫວາມີຄຸນລັກສະນະທີ່ດີຫຼາຍຢ່າງ ແຕ່ເພິ່ນກໍເລືອກທີ່ຈະບອກໂມເຊວ່າເພິ່ນເປັນ “ພະເຈົ້າທີ່ມີຄວາມເມດຕາ [ແລະ] ໃຈດີ.” ສະນັ້ນ ຖ້າພະເຢໂຫວາເປັນພະເຈົ້າທີ່ເມດຕາ ເມື່ອຜູ້ຮັບໃຊ້ຂອງເພິ່ນເຮັດຜິດແລະກັບໃຈ ເພິ່ນຈະບໍ່ຍົກໂທດໃຫ້ລາວບໍ? ເພິ່ນຈະບໍ່ເຮັດແບບນັ້ນເດັດຂາດ! ຖ້າພະເຢໂຫວາບໍ່ຍົກໂທດໃຫ້ລາວ ເພິ່ນກໍຈະເປັນພະເຈົ້າທີ່ໂຫດຮ້າຍແລະບໍ່ມີຄວາມເມດຕາເຊິ່ງພະເຢໂຫວາບໍ່ເປັນແບບນັ້ນແນ່ນອນ.
8 ເຮົາໝັ້ນໃຈໄດ້ວ່າພະເຢໂຫວາບໍ່ເຄີຍເວົ້າຕົວະກ່ຽວກັບໂຕເອງ ຍ້ອນເພິ່ນເປັນພະເຈົ້າທີ່ເວົ້າແຕ່ຄວາມຈິງສະເໝີ. (ພສ. 31:5) ສະນັ້ນ ເຮົາຈຶ່ງເຊື່ອຄຳເວົ້າຂອງເພິ່ນໄດ້. ຖ້າເຈົ້າຮູ້ສຶກວ່າຍາກທີ່ຈະເຊື່ອວ່າພະເຢໂຫວາໄດ້ຍົກໂທດໃຫ້ເຈົ້າແລ້ວ ໃຫ້ຖາມໂຕເອງວ່າ: ‘ຂ້ອຍເຊື່ອບໍວ່າພະເຢໂຫວາມີຄວາມເມດຕາແລະໃຈດີແລະພ້ອມທີ່ຈະຍົກໂທດໃຫ້ຄົນເຮັດຜິດທີ່ກັບໃຈ?’ ຖ້າເຈົ້າເຊື່ອແບບນັ້ນ ເຈົ້າກໍໝັ້ນໃຈໄດ້ວ່າພະເຢໂຫວາໄດ້ຍົກໂທດໃຫ້ເຈົ້າແລ້ວ.
9. ໃນເພງສັນລະເສີນ 32:5 ຄຳວ່າ “ຍົກໂທດ” ມີຄວາມໝາຍແນວໃດ?
9 ໃຫ້ຄິດຕຶກຕອງສິ່ງທີ່ພະເຢໂຫວາໃຫ້ຂຽນໄວ້ໃນຄຳພີໄບເບິນກ່ຽວກັບການຍົກໂທດຂອງເພິ່ນ. ຕົວຢ່າງເຊັ່ນ: ໃຫ້ເຮົາມາເບິ່ງວ່າດາວິດໄດ້ເວົ້າແນວໃດກ່ຽວກັບການຍົກໂທດຂອງພະເຢໂຫວາ. (ອ່ານເພງສັນລະເສີນ 32:5) ດາວິດເວົ້າວ່າ: “ພະອົງ . . . ຍົກໂທດໃຫ້ລູກ.” ຄຳພາສາເຮັບເຣີທີ່ແປວ່າ “ຍົກໂທດ” ໃນຂໍ້ນີ້ຍັງໝາຍເຖິງ “ຍົກອອກ” ຫຼື “ເອົາອອກໄປ.” ສະນັ້ນ ເມື່ອພະເຢໂຫວາຍົກໂທດໃຫ້ດາວິດກໍເປັນຄືກັບວ່າເພິ່ນຍົກແນວໜັກໆທີ່ດາວິດແບກໄວ້ອອກໄປ ດາວິດຈຶ່ງຮູ້ສຶກສະບາຍໃຈແລະບໍ່ຕ້ອງແບກຄວາມຮູ້ສຶກຜິດອີກຕໍ່ໄປ. (ພສ. 32:2-4) ເຮົາກໍສາມາດຮູ້ສຶກຄ້າຍໆກັນນີ້ໄດ້. ເມື່ອເຮົາກັບໃຈແທ້ໆຈາກຄວາມຜິດທີ່ເຮົາເຄີຍເຮັດ ເຮົາກໍບໍ່ຈຳເປັນຕ້ອງແບກຄວາມຮູ້ສຶກຜິດທີ່ເປັນຄືກັບແນວໜັກໆອີກຕໍ່ໄປ ແຕ່ເຮົາຈະຮູ້ສຶກສະບາຍໃຈທີ່ພະເຢໂຫວາເອົາແນວໜັກໆອອກໄປຈາກເຮົາ.
10-11. ຄຳວ່າ “ພ້ອມທີ່ຈະໃຫ້ອະໄພ” ບອກໃຫ້ເຮົາຮູ້ຫຍັງກ່ຽວກັບພະເຢໂຫວາ? (ເພງສັນລະເສີນ 86:5)
10 ອ່ານເພງສັນລະເສີນ 86:5. ດາວິດເວົ້າວ່າພະເຢໂຫວາເປັນພະເຈົ້າທີ່ “ພ້ອມທີ່ຈະໃຫ້ອະໄພ.” ນີ້ໝາຍຄວາມວ່າພະເຢໂຫວາບໍ່ໄດ້ໃຈຮ້າຍໃຫ້ເຮົາທັນທີເມື່ອເຮົາເຮັດຜິດ. ເພິ່ນຢາກຍົກໂທດໃຫ້ຄົນທີ່ກັບໃຈ. ເປັນຫຍັງເພິ່ນຈຶ່ງເຮັດແບບນັ້ນ? ໃນສ່ວນຕໍ່ມາຂອງຂໍ້ຄຳພີນີ້ບອກວ່າ: “ພະອົງມີຄວາມຮັກທີ່ໝັ້ນຄົງຫຼາຍຕໍ່ທຸກຄົນທີ່ຮ້ອງຫາພະອົງ.” ໃນບົດແລ້ວນີ້ເຮົາໄດ້ຮຽນວ່າພະເຢໂຫວາສັນຍາວ່າຈະສະແດງຄວາມຮັກທີ່ໝັ້ນຄົງຕໍ່ຄົນທີ່ຮັກເພິ່ນແລະຈະບໍ່ມີວັນປະຖິ້ມເຂົາເຈົ້າ. ສະນັ້ນ ຖ້າເຂົາເຈົ້າເຮັດຜິດແລ້ວກັບໃຈ ພະເຢໂຫວາກໍຈະສະແດງຄວາມຮັກທີ່ໝັ້ນຄົງຕໍ່ເຂົາເຈົ້າຕໍ່ໆໄປ ແລະ “ຈະຍົກໂທດໃຫ້ເຂົາເຈົ້າແທ້ໆ.” (ອຊຢ. 55:7) ຖ້າເຈົ້າຮູ້ສຶກວ່າຍາກທີ່ຈະເຊື່ອວ່າພະເຢໂຫວາໄດ້ຍົກໂທດຄວາມຜິດທີ່ເຈົ້າເຄີຍເຮັດ ໃຫ້ຖາມໂຕເອງວ່າ: ‘ຂ້ອຍເຊື່ອບໍວ່າພະເຢໂຫວາພ້ອມທີ່ຈະຍົກໂທດໃຫ້ທຸກຄົນທີ່ກັບໃຈແລະຮ້ອງຂໍຄວາມເມດຕາຈາກເພິ່ນ? ຖ້າຂ້ອຍເຊື່ອແບບນັ້ນ ຂ້ອຍກໍໝັ້ນໃຈໄດ້ວ່າພະເຢໂຫວາຈະຍົກໂທດໃຫ້ຂ້ອຍຄືກັນເມື່ອຂ້ອຍຮ້ອງຂໍຄວາມເມດຕາຈາກເພິ່ນແລະຂໍໃຫ້ເພິ່ນຍົກໂທດໃຫ້ຂ້ອຍ?’
11 ເຮົາໄດ້ກຳລັງໃຈແທ້ໆທີ່ຮູ້ວ່າພະເຢໂຫວາເຂົ້າໃຈດີວ່າເຮົາຖືກສ້າງມາແນວໃດແລະຮູ້ວ່າເຮົາບໍ່ສົມບູນແບບ. (ພສ. 139:1, 2) ໃຫ້ເຮົາມາເບິ່ງວ່າດາວິດເວົ້າແນວໃດກ່ຽວກັບເລື່ອງນີ້ໃນເພງສັນລະເສີນອີກຂໍ້ໜຶ່ງເຊິ່ງຈະຊ່ວຍເຮົາໃຫ້ໝັ້ນໃຈວ່າພະເຢໂຫວາຢາກຍົກໂທດໃຫ້ເຮົາ.
ພະເຢໂຫວາຈື່ວ່າເຮົາເປັນຫຍັງ?
12-13. ຕາມເພງສັນລະເສີນ 103:14 ພະເຢໂຫວາຈື່ວ່າເຮົາເປັນຫຍັງ ແລະເພິ່ນປະຕິບັດກັບເຮົາແນວໃດ?
12 ອ່ານເພງສັນລະເສີນ 103:14. ດາວິດເວົ້າວ່າ ພະເຢໂຫວາ “ຈື່ວ່າພວກເຮົາເປັນແຕ່ຂີ້ດິນ.” ຈາກຄຳເວົ້ານີ້ ດາວິດອະທິບາຍໃຫ້ເຮົາເຂົ້າໃຈອີກເຫດຜົນໜຶ່ງທີ່ພະເຢໂຫວາພ້ອມຈະຍົກໂທດໃຫ້ຜູ້ຮັບໃຊ້ຂອງເພິ່ນທີ່ກັບໃຈ ເຫດຜົນນັ້ນກໍຄືເພິ່ນຮູ້ດີວ່າເຮົາບໍ່ສົມບູນແບບ. ເພື່ອຈະເຂົ້າໃຈເລື່ອງນີ້ຫຼາຍຂຶ້ນ ໃຫ້ເຮົາມາເບິ່ງສິ່ງທີ່ດາວິດເວົ້າຢ່າງລະອຽດ.
13 ດາວິດເວົ້າວ່າ ພະເຢໂຫວາ “ຮູ້ວ່າພວກເຮົາຖືກສ້າງມາແບບໃດ.” ພະເຢໂຫວາສ້າງອາດາມ “ຈາກຂີ້ດິນ.” ສະນັ້ນ ເພິ່ນຮູ້ດີວ່າມະນຸດຈຳເປັນຕ້ອງມີຫຍັງ. ຕົວຢ່າງເຊັ່ນ: ເຂົາເຈົ້າຕ້ອງກິນເຂົ້າ ຕ້ອງນອນ ແລະຕ້ອງຫາຍໃຈ. ແມ່ນແຕ່ມະນຸດທີ່ສົມບູນແບບກໍຕ້ອງການສິ່ງເຫຼົ່ານີ້. (ປຖກ. 2:7) ແຕ່ເມື່ອອາດາມກັບເອວາເຮັດຜິດ ຄຳເວົ້າທີ່ວ່າ “ພວກເຮົາເປັນແຕ່ຂີ້ດິນ” ຍັງໝາຍເຖິງຄວາມຈິງທີ່ວ່າເຮົາເກີດມາເປັນມະນຸດທີ່ບໍ່ສົມບູນແບບຍ້ອນໄດ້ຮັບບາບຈາກອາດາມກັບເອວາແລະເຮົາມີທ່າອຽງທີ່ຈະເຮັດຜິດ. ພະເຢໂຫວາຮູ້ເລື່ອງນີ້ດີ. ແຕ່ເມື່ອດາວິດເວົ້າວ່າພະເຢໂຫວາຈື່ວ່າເຮົາເປັນແຕ່ຂີ້ດິນ ລາວຍັງໝາຍຄວາມວ່າພະເຢໂຫວາຮູ້ວ່າເຮົາເປັນຄົນບໍ່ສົມບູນແບບແລະເຮັດຜິດພາດ ເພິ່ນຈຶ່ງປະຕິບັດກັບເຮົາດ້ວຍຄວາມເຫັນອົກເຫັນໃຈສະເໝີ. ເຮົາອາດສະຫຼຸບຄວາມໝາຍຂອງຄຳເວົ້າຂອງດາວິດແບບນີ້: ພະເຢໂຫວາຮູ້ວ່າຍ້ອນເຮົາເປັນຄົນບໍ່ສົມບູນແບບເຮົາຈຶ່ງເຮັດຜິດບາງເທື່ອ ແຕ່ເມື່ອເພິ່ນເຫັນວ່າເຮົາກັບໃຈແທ້ໆ ເພິ່ນກໍສະແດງຄວາມເມດຕາແລະຍົກໂທດໃຫ້ເຮົາ.—ພສ. 78:38, 39
14. (ກ) ດາວິດໄດ້ເວົ້າຫຍັງອີກກ່ຽວກັບວິທີທີ່ພະເຢໂຫວາຍົກໂທດໃຫ້ເຮົາ? (ເພງສັນລະເສີນ 103:12) (ຂ) ເຮົາໄດ້ຮຽນຫຍັງຈາກວິທີທີ່ພະເຢໂຫວາຍົກໂທດໃຫ້ດາວິດ? (ເບິ່ງຂອບ “ການຍົກໂທດແລະການລືມຂອງພະເຢໂຫວາໝາຍເຖິງຫຍັງ?”)
14 ເຮົາຍັງໄດ້ຮຽນຫຍັງອີກກ່ຽວກັບວິທີທີ່ພະເຢໂຫວາຍົກໂທດໃຫ້ເຮົາ? (ອ່ານເພງສັນລະເສີນ 103:12) ດາວິດເວົ້າວ່າເມື່ອພະເຢໂຫວາຍົກໂທດໃຫ້ເຮົາ ເພິ່ນກໍເອົາຄວາມຜິດຂອງເຮົາຖິ້ມໄປໄກໆຄືກັບ “ທິດຕາເວັນອອກໄກຈາກທິດຕາເວັນຕົກ.” ທິດຕາເວັນອອກກັບທິດຕາເວັນຕົກຢູ່ໄກກັນຫຼາຍແລະບໍ່ມີທາງທີ່ 2 ທິດນີ້ຈະມາເຈິກັນໄດ້. ນີ້ໝາຍຄວາມວ່າເມື່ອພະເຢໂຫວາຍົກໂທດໃຫ້ເຮົາກໍເປັນຄືກັບວ່າເພິ່ນເອົາຄວາມຜິດຂອງເຮົາຖິ້ມໄປໄກໆຈາກເຮົາ. ເພິ່ນເອົາຄວາມຜິດເຫຼົ່ານັ້ນໄປໄກແທ້ໄກວ່າຈົນບໍ່ມີຫຍັງຈະເຮັດໃຫ້ເພິ່ນຄິດເຖິງຄວາມຜິດເຫຼົ່ານັ້ນອີກ ຫຼືເຮັດໃຫ້ເພິ່ນເອົາຄວາມຜິດເຫຼົ່ານັ້ນມາເປັນຂໍ້ອ້າງເພື່ອຈະລົງໂທດເຮົາ.—ອຊກ. 18:21, 22; ກຈກ. 3:19
15. ເຮົາຄວນເຮັດແນວໃດຖ້າຍັງຮູ້ສຶກຜິດຢູ່ຍ້ອນຄວາມຜິດທີ່ເຄີຍເຮັດໃນອະດີດ?
15 ຄຳເວົ້າຂອງດາວິດໃນເພງສັນລະເສີນບົດ 103 ຊ່ວຍເຮົາແນວໃດໃຫ້ໝັ້ນໃຈວ່າພະເຢໂຫວາຍົກໂທດໃຫ້ເຮົາ? ຖ້າເຮົາຍັງຮູ້ສຶກຜິດຢູ່ຍ້ອນຄວາມຜິດທີ່ເຄີຍເຮັດໃນອະດີດ ໃຫ້ເຮົາຄິດເບິ່ງວ່າພະເຢໂຫວາຮູ້ສຶກແນວໃດ. ເພິ່ນຈື່ວ່າເຮົາເປັນຄົນບໍ່ສົມບູນແບບ. ເພິ່ນຍົກໂທດໃຫ້ທຸກຄົນທີ່ຮູ້ສຶກເສຍໃຈກັບສິ່ງທີ່ໂຕເອງເຄີຍເຮັດແລະໄດ້ປ່ຽນແປງໂຕເອງ. ນີ້ເປັນສິ່ງທີ່ເຈົ້າໄດ້ເຮັດແລ້ວ. ນອກຈາກນັ້ນ ຂໍໃຫ້ຈື່ໄວ້ວ່າພະເຢໂຫວາເລືອກທີ່ຈະບໍ່ຄິດເຖິງຄວາມຜິດທີ່ເພິ່ນໄດ້ຍົກໂທດໃຫ້ແລ້ວ ແລະເພິ່ນຈະບໍ່ເອົາຄວາມຜິດເຫຼົ່ານັ້ນມາເປັນຂໍ້ອ້າງເພື່ອຈະລົງໂທດເຮົາອີກ. ພະເຢໂຫວາບໍ່ໄດ້ຄິດເຖິງຄວາມຜິດທີ່ເຮົາເຄີຍເຮັດໃນອະດີດ ຄັນຊັ້ນເຮົາກໍບໍ່ຄວນຄິດເຖິງຄືກັນ. (ພສ. 130:3) ເມື່ອເຮົາໝັ້ນໃຈວ່າພະເຢໂຫວາຍົກໂທດໃຫ້ເຮົາແລ້ວ ເຮົາກໍຈະບໍ່ຮູ້ສຶກຜິດອີກຕໍ່ໄປແລະຈະຮັບໃຊ້ເພິ່ນຢ່າງມີຄວາມສຸກຕໍ່ໆໄປ.
16. ການຄິດເຖິງແຕ່ຄວາມຜິດພາດໃນອະດີດເປັນອັນຕະລາຍແນວໃດ? ຂໍໃຫ້ຍົກຕົວຢ່າງ. (ເບິ່ງຮູບນຳ)
16 ໃຫ້ເຮົາມາເບິ່ງຕົວຢ່າງໜຶ່ງນຳກັນ. ການຄິດເຖິງແຕ່ຄວາມຜິດໃນອະດີດເປັນຄືກັບການພະຍາຍາມຂັບລົດໄປທາງໜ້າແຕ່ພັດຍັງແນມເບິ່ງແວ່ນຫຼັງຕະຫຼອດ. ການເບິ່ງແວ່ນຫຼັງເປັນບາງເທື່ອເປັນສິ່ງທີ່ດີຍ້ອນມັນຊ່ວຍເຮົາໃຫ້ຮູ້ວ່າມີອັນຕະລາຍຫຍັງຢູ່ທາງຫຼັງແລະສາມາດຫຼີກລ່ຽງໄດ້. ແຕ່ເພື່ອຈະຂັບລົດດ້ວຍຄວາມປອດໄພ ເຮົາຕ້ອງເບິ່ງໄປທາງໜ້າ. ຄ້າຍຄືກັນ ອາດເປັນເລື່ອງທີ່ດີທີ່ບາງເທື່ອເຮົາຈະຄິດເຖິງຄວາມຜິດພາດໃນອະດີດຍ້ອນມັນຊ່ວຍເຮົາບໍ່ໃຫ້ກັບໄປເຮັດຜິດຊ້ຳອີກ. ແຕ່ຖ້າເຮົາຄິດເຖິງແຕ່ຄວາມຜິດທີ່ພະເຢໂຫວາຍົກໂທດໃຫ້ແລ້ວ ມັນອາດເຮັດໃຫ້ເຮົາບໍ່ມີຄວາມສຸກແລະບໍ່ສາມາດຮັບໃຊ້ພະເຢໂຫວາໄດ້ຢ່າງເຕັມທີ. ແທນທີ່ຈະເຮັດແບບນັ້ນ ຂໍໃຫ້ເຮົາເບິ່ງໄປທາງໜ້າ ນັ້ນຄືຈົດຈໍ່ໃນການຮັບໃຊ້ພະເຢໂຫວາແລະຄິດເຖິງສິ່ງທີ່ພະເຢໂຫວາສັນຍາໄວ້ໃນໂລກໃໝ່ ເຊິ່ງຢູ່ຫັ້ນ “ຈະບໍ່ມີໃຜຈື່” ຄວາມຊົງຈຳທີ່ບໍ່ດີອີກເລີຍ.—ອຊຢ. 65:17; ສພສ. 4:25
ຄືກັບຄົນທີ່ຂັບລົດຕ້ອງເບິ່ງໄປທາງໜ້າແທນທີ່ຈະເບິ່ງແຕ່ແວ່ນຫຼັງ ເຮົາກໍຕ້ອງເບິ່ງໄປທີ່ລາງວັນໃນອະນາຄົດແທນທີ່ຈະຄິດເຖິງແຕ່ຄວາມຜິດທີ່ເຮົາເຄີຍເຮັດໃນອະດີດ (ເບິ່ງຂໍ້ 16)
ໃຫ້ໝັ້ນໃຈຕໍ່ໆໄປວ່າພະເຢໂຫວາຍົກໂທດໃຫ້ເຈົ້າແລ້ວ
17. ເປັນຫຍັງເຮົາຕ້ອງໝັ້ນໃຈຕໍ່ໆໄປວ່າພະເຢໂຫວາຮັກແລະພ້ອມທີ່ຈະຍົກໂທດໃຫ້ເຮົາ?
17 ເຮົາຕ້ອງໝັ້ນໃຈຕໍ່ໆໄປວ່າພະເຢໂຫວາຮັກແລະພ້ອມທີ່ຈະຍົກໂທດໃຫ້ເຮົາ. (1ຢຮ. 3:19) ຍ້ອນຫຍັງ? ຍ້ອນຊາຕານຈະພະຍາຍາມເຮັດໃຫ້ເຮົາເຊື່ອວ່າພະເຢໂຫວາບໍ່ຮັກເຮົາ ແລະເພິ່ນຈະບໍ່ຍົກໂທດໃຫ້ເຮົາ. ຊາຕານໃຊ້ວິທີເຫຼົ່ານີ້ເພື່ອເຮັດໃຫ້ເຮົາເຊົາຮັບໃຊ້ພະເຢໂຫວາ. ແຮ່ງຈຸດຈົບຂອງໂລກນີ້ໃກ້ເຂົ້າມາ ຊາຕານແຮ່ງພະຍາຍາມຫຼາຍຂຶ້ນເລື້ອຍໆຍ້ອນມັນຮູ້ວ່າເວລາຂອງມັນເຫຼືອໜ້ອຍແລ້ວ. (ພນມ. 12:12) ແຕ່ເຮົາຕ້ອງຕໍ່ສູ້ກັບຊາຕານແລະຮັບໃຊ້ພະເຢໂຫວາຢ່າງສັດຊື່ຕໍ່ໆໄປ!
18. ເຈົ້າຕ້ອງເຮັດຫຍັງເພື່ອຈະໝັ້ນໃຈວ່າພະເຢໂຫວາຮັກເຈົ້າແລະພ້ອມທີ່ຈະຍົກໂທດໃຫ້ເຈົ້າ?
18 ເພື່ອຈະໝັ້ນໃຈວ່າພະເຢໂຫວາຮັກເຈົ້າ ໃຫ້ເຈົ້າເຮັດຕາມຄຳແນະນຳທີ່ເວົ້າເຖິງໃນບົດແລ້ວນີ້. ເພື່ອຈະໝັ້ນໃຈວ່າພະເຢໂຫວາຍົກໂທດໃຫ້ເຈົ້າ ໃຫ້ຄິດເຖິງສິ່ງທີ່ພະເຢໂຫວາເວົ້າກ່ຽວກັບໂຕເພິ່ນເອງ. ໃຫ້ຄິດຕຶກຕອງສິ່ງທີ່ພະເຢໂຫວາໃຫ້ຂຽນໄວ້ໃນຄຳພີໄບເບິນກ່ຽວກັບການໃຫ້ອະໄພຂອງເພິ່ນ. ໃຫ້ຈື່ໄວ້ວ່າພະເຢໂຫວາຮູ້ວ່າເຈົ້າເປັນຄົນບໍ່ສົມບູນແບບ ແລະເພິ່ນຈະປະຕິບັດກັບເຈົ້າດ້ວຍຄວາມເມດຕາ. ໃຫ້ຈື່ໄວ້ວ່າເມື່ອພະເຢໂຫວາຍົກໂທດໃຫ້ແລ້ວ ເພິ່ນກໍຍົກໂທດໃຫ້ແທ້ໆ. ເມື່ອເຮັດແບບນີ້ ເຈົ້າກໍຈະມີຄວາມສຸກຍ້ອນໝັ້ນໃຈວ່າພະເຢໂຫວາສະແດງຄວາມເມດຕາຕໍ່ເຈົ້າ ແລະເຈົ້າກໍສາມາດເວົ້າໄດ້ຄືກັບດາວິດທີ່ວ່າ: “ຂອບໃຈພະເຢໂຫວາທີ່ ‘ຍົກໂທດໃຫ້ລູກ.’”—ພສ. 32:5
ເພງທີ 1 ຄຸນລັກສະນະຂອງພະເຢໂຫວາ
a ເບິ່ງບົດຄວາມ “ພະເຢໂຫວາເປັນຜູ້ໃຫ້ອະໄພທີ່ດີທີ່ສຸດ” ໃນຫໍສັງເກດການ ເດືອນມິຖຸນາ ປີ 2022 ຂໍ້ 4-7.