ບົດ 16
ຮ້ອນຮົນເພື່ອການນະມັດສະການພະເຢໂຫວາ
ພວກນ້ອງຊາຍຕ່າງບິດາຂອງພະເຍຊູ—ລູກຊາຍຄົນອື່ນໆ ຂອງມາລີ—ແມ່ນຍາໂກໂບ, ໂຍເຊບ, ຊີໂມນ, ແລະຢູເດ. ກ່ອນທີ່ພວກເຫຼົ່ານີ້ເດີນທາງກັບພະເຍຊູແລະສາວົກຂອງພະອົງໄປກັບເອນາອູມ ເຊິ່ງເປັນເມືອງໃກ້ທະເລຄາລິເລ ເຂົາອາດແວ່ບ້ານຂອງເຂົາທີ່ນາຊາເລດ ເພື່ອຄອບຄົວຈະເກັບສິ່ງຂອງຕ່າງໆ ທີ່ເຂົາຈຳເປັນຕ້ອງໃຊ້.
ເຖິງຢ່າງນັ້ນກໍຕາມ ເປັນຫຍັງພະເຍຊູຈຶ່ງໄປເມືອງກັບເອນາອູມແທນທີ່ຈະສັ່ງສອນໃນເມືອງການາ, ເມືອງນາຊາເລດ ຫຼືບ່ອນອື່ນແຖວເນີນເຂົາຄາລິເລ? ປະການໜຶ່ງຄືວ່າເມືອງກັບເອນາອູມຕັ້ງຢູ່ບ່ອນທີ່ສຳຄັນກວ່າແລະເປັນເມືອງໃຫຍ່ກວ່າ. ນອກນັ້ນ ສາວົກໃໝ່ຂອງພະເຍຊູສ່ວນຫຼາຍອາໄສຢູ່ເມືອງກັບເອນາອູມແລະແຖວໃກ້ຄຽງ ດັ່ງນັ້ນ ພວກເຂົາຈະບໍ່ຕ້ອງປະບ້ານໄປເພື່ອຮັບການອົບຮົມຈາກພະອົງ.
ລະຫວ່າງຢູ່ທີ່ເມືອງກັບເອນາອູມ ພະເຍຊູໄດ້ເຮັດການອັດສະຈັນຫຼາຍຢ່າງ ດັ່ງທີ່ພະອົງເອງໄດ້ຢືນຢັນເຖິງເລື່ອງນັ້ນຫຼາຍເດືອນຕໍ່ມາ. ແຕ່ບໍ່ດົນພະເຍຊູພ້ອມດ້ວຍຜູ້ຕິດຕາມກໍໄດ້ອອກເດີນທາງໄປອີກ. ຕອນນັ້ນເປັນລະດູໃບໄມ້ປົ່ງ ແລະເຂົາເຈົ້າອອກເດີນທາງໄປເຢຣຶຊາເລມເພື່ອຮ່ວມສະຫຼອງປັດສະຄາໃນປີສາກົນສັກກະຫຼາດ 30. ລະຫວ່າງຢູ່ທີ່ນັ້ນ ສາວົກຂອງພະອົງ ເຫັນບາງສິ່ງກ່ຽວກັບພະເຍຊູເຊິ່ງພວກເຂົາອາດຈະບໍ່ເຄີຍເຫັນມາກ່ອນ.
ຕາມພະບັນຍັດຂອງພະເຈົ້າ ພວກຍິດສະລາເອນຕ້ອງຖວາຍສັດເປັນເຄື່ອງບູຊາ. ດັ່ງນັ້ນ ເພື່ອຄວາມສະດວກຂອງເຂົາ ພໍ່ຄ້າໃນກຸງເຢຣຶຊາເລມໄດ້ພາສັດຫຼືນົກມາຂາຍເພື່ອຈຸດປະສົງນັ້ນ. ແຕ່ເຂົາຂາຍພາຍໃນພະວິຫານນັ້ນເລີຍ ນອກນັ້ນເຂົາສໍ້ໂກງຜູ້ຊື້ໂດຍການຂາຍໃນລາຄາສູງເກີນໄປ.
ພະເຍຊູເດືອດດານເຕັມທີຍ້ອນການກະທຳນັ້ນ ຈຶ່ງເຮັດແສ້ດ້ວຍເຊືອກແລະໄລ່ຄົນຂາຍສັດອອກໄປຈາກບ່ອນນັ້ນ. ພະອົງຖອກເງິນຂອງຄົນແລກເງິນແລະຂວ້ຳໂຕ໊ະຂອງເຂົາ. ພະອົງຮ້ອງສຽງດັງໃສ່ຄົນຂາຍນົກເຂົາວ່າ “ຈົ່ງເອົາສິ່ງຂອງນີ້ອອກເສຍຈາກທີ່ນີ້ເທີ້ນ ຢ່າໃຫ້ວິຫານແຫ່ງພະບິດາຂອງເຮົາເປັນໂຮງຄ້າຂາຍ.”
ເມື່ອສາວົກຂອງພະເຍຊູເຫັນເຊັ່ນນັ້ນຈຶ່ງນຶກເຖິງຄຳພະຍາກອນເຊິ່ງກ່າວເຖິງພະບຸດຂອງພະເຈົ້າວ່າ “ຄວາມຮ້ອນຮົນສຳລັບວິຫານຂອງພະເຈົ້າກໍກິນຂ້າພະເຈົ້າເສຍ.” ແຕ່ພວກຄົນຢິວຖາມວ່າ “ທ່ານໃຫ້ພວກເຮົາເຫັນການສຳຄັນອັນໃດວ່າທ່ານໄດ້ກະທຳສິ່ງທັງຫຼາຍນີ້.” ພະເຍຊູຕອບວ່າ “ຈົ່ງທຳລາຍວິຫານນີ້ ແລະເຮົາຈະກໍ່ສ້າງອີກ ໃນເວລາສາມວັນ.”
ພວກຢິວສະຫລຸບວ່າພະເຍຊູກ່າວເຖິງວິຫານແທ້ໆ ດັ່ງນັ້ນເຂົາຈຶ່ງຖາມວ່າ “ເຂົາໄດ້ກໍ່ສ້າງວິຫານນີ້ໄດ້ 46 ປີ ຈຶ່ງແລ້ວ ແລະທ່ານຈະກໍ່ສ້າງອີກໃນເວລາ 3 ວັນຫຼື”? ຢ່າງໃດກໍດີ ພະເຍຊູກ່າວເຖິງວິຫານແຫ່ງພະກາຍຂອງພະອົງ. ແລະຫຼັງຈາກນັ້ນສາມປີ ເມື່ອພະອົງຖືກປຸກຈາກຕາຍ ສາວົກຂອງພະອົງໄດ້ລະນຶກເຖິງສິ່ງທີ່ພະອົງເຄີຍກ່າວໄວ້. ໂຍຮັນ 2:12-22; ມັດທາຽ 13:55; ລຶກາ 4:23.
▪ ຫຼັງຈາກງານແຕ່ງດອງທີ່ເມືອງການາ ພະເຍຊູເດີນທາງໄປບ່ອນໃດແດ່?
▪ ເປັນຫຍັງພະເຍຊູຈຶ່ງເດືອດດານ ແລ້ວພະອົງກະທຳສິ່ງໃດແດ່?
▪ ສາວົກຂອງພະເຍຊູນຶກເຖິງສິ່ງໃດເມື່ອເຫັນການກະທຳຂອງພະອົງ?
▪ ພະເຍຊູກ່າວຫຍັງກ່ຽວກັບ “ວິຫານນີ້” ແຕ່ພະອົງໝາຍເຖິງສິ່ງໃດແທ້ໆ?