ບົດ 24
ສາເຫດທີ່ພະເຍຊູສະເດັດເຂົ້າມາໃນໂລກ
ມື້ທີ່ພະເຍຊູພ້ອມກັບສາວົກສີ່ຄົນຢູ່ໃນເມືອງກັບເອນາອູມນັ້ນເປັນມື້ທີ່ມີວຽກຫຼາຍອີ່ຫຼີ ເຊິ່ງສິ້ນສຸດລົງຕອນຫົວຄ່ຳ ເມື່ອຊາວເມືອງພາຄົນເຈັບປ່ວຍມາປົວ. ບໍ່ມີເວລາຢູ່ຕາມລຳພັງເລີຍ.
ບັດນີ້ເປັນຕອນເຊົ້າໆ ຂອງອີກມື້ໜຶ່ງ. ຂະນະທີ່ຍັງມືດຢູ່ ພະເຍຊູໄປຂ້າງນອກຜູ້ດຽວ. ຊອກຫາບ່ອນສະຫງົບເພື່ອຈະອະທິດຖານເຖິງພະບິດາເປັນສ່ວນຕົວ. ແຕ່ພະເຍຊູຢູ່ຕາມລຳພັງໄດ້ບໍ່ດົນ ເພາະເມື່ອເປໂຕແລະຜູ້ອື່ນເຫັນວ່າພະອົງບໍ່ຢູ່ ເຂົາກໍພາກັນຊອກຫາພະອົງ.
ເມື່ອພົບພະເຍຊູແລ້ວ ເປໂຕກ່າວວ່າ “ຄົນທັງປວງຊອກຫາພະອົງ.” ຊາວເມືອງກັບເອນາອູມຢາກໃຫ້ພະເຍຊູພັກຢູ່ນຳເຂົາ. ເຂົາຢັ່ງຮູ້ຄ່າສິ່ງທີ່ພະອົງກະທຳເພື່ອເຂົາ! ແຕ່ການທີ່ພະເຍຊູເຂົ້າມາໃນໂລກແມ່ນເພື່ອເຮັດການປິ່ນປົວເປັນອັນດັບທີໜຶ່ງໂດຍການອັດສະຈັນບໍ? ພະອົງກ່າວເຊັ່ນໃດໃນເລື່ອງນີ້?
ຕາມບັນທຶກໃນພະຄຳພີເລື່ອງໜຶ່ງ ພະເຍຊູຕອບສາວົກຂອງພະອົງວ່າ “ຈົ່ງໄປບ່ອນອື່ນໃນບ້ານເມືອງໃກ້ຄຽງນີ້ ເພື່ອເຮົາຈະໄດ້ເທສະໜາປ່າວປະກາດທີ່ນັ້ນດ້ວຍ ເຫດວ່າເຮົາໄດ້ມາເພື່ອຈະກະທຳການນີ້.” ແມ່ນວ່າຊາວເມືອງວິ່ງວອນໃຫ້ພະເຍຊູພັກແຮມນຳ ແຕ່ພະອົງບອກເຂົາວ່າ “ເຮົາຕ້ອງເທສະໜາປ່າວປະກາດແຜ່ນດິນ [“ລາຊະອານາຈັກ,” ລ.ມ.] ຂອງພະເຈົ້າໃນເມືອງອື່ນທັງຫຼາຍດ້ວຍ ເຫດວ່າ ເຮົາໄດ້ຮັບໃຊ້ສຳລັບການນັ້ນ.”
ແມ່ນແລ້ວ ພະເຍຊູເຂົ້າມາໃນໂລກກໍເພື່ອປະກາດເລື່ອງລາຊະອານາຈັກຂອງພະເຈົ້າໂດຍສະເພາະ ເຊິ່ງຈະເຊີດຊູພະນາມພະບິດາຂອງພະອົງ ແລະແກ້ໄຂຄວາມທຸກຮ້ອນທຸກຢ່າງໃຫ້ແກ່ມະນຸດເປັນການຖາວອນ. ຢ່າງໃດກໍດີ ເພື່ອເປັນຫຼັກຖານວ່າ ພະເຈົ້າໄດ້ໃຊ້ພະອົງມາ ພະເຍຊູໄດ້ເຮັດການອັດສະຈັນປິ່ນປົວໂລກຕ່າງໆ. ເຊັ່ນດຽວກັບໂມເຊເຄີຍເຮັດການອັດສະຈັນຫຼາຍຮ້ອຍປີມາແລ້ວເພື່ອເປັນການພິສູດວ່າ ທ່ານເປັນຜູ້ຮັບໃຊ້ຂອງພະເຈົ້າ.
ຄັນເມື່ອພະເຍຊູອອກຈາກເມືອງກັບເອນາອູມເພື່ອປະກາດໃນເມືອງອື່ນໆ ສາວົກສີ່ຄົນໄດ້ໄປນຳພະອົງ. ສີ່ຄົນນີ້ແມ່ນເປໂຕກັບອັນດະເລອາ ແລະໂຍຮັນກັບຍາໂກໂບນ້ອງຊາຍຂອງເຂົາ. ເຈົ້າຄົງຈະຈື່ໄດ້ວ່າ ອາທິດກ່ອນນີ້ ເຂົາໄດ້ຮັບເຊີນໃຫ້ມາເປັນຜູ້ຮ່ວມງານເດີນທາງໝວດທຳອິດຂອງພະເຍຊູ.
ການເດີນທາງປະກາດທົ່ວແຂວງຄາລິເລຂອງພະເຍຊູພ້ອມກັບສາວົກສີ່ຄົນນັ້ນ ໄດ້ຜົນດີເລີດ! ທີ່ຈິງ ຂ່າວກ່ຽວກັບການເຄື່ອນໄຫວຂອງພະອົງເລົ່າລືໄປແມ່ນແຕ່ທົ່ວປະເທດຊີລີ. ຝູງຄົນມາກຫຼາຍຈາກແຂວງຄາລິເລ ຢູເດ ແລະອີກຟາກໜຶ່ງຂອງແມ່ນ້ຳຢູລະເດນໄດ້ຕິດຕາມພະເຍຊູແລະສາວົກຂອງພະອົງ. ມາລະໂກ 1:35-39; ລຶກາ 4:42, 43; ມັດທາຽ 4:23-25; ອຸປະຍົກໜີ 4:1-9, 30, 31.
▪ ເກີດອັນໃດຂຶ້ນໃນຕອນເຊົ້າໆ ຂອງອີກມື້ໜຶ່ງ ຫຼັງຈາກມື້ທີ່ພະເຍຊູມີວຽກຫຼາຍໃນເມືອງກັບເອນາອູມ?
▪ ເຫດໃດພະເຍຊູຈຶ່ງເຂົ້າມາໃນໂລກ ແລະການອັດສະຈັນຕ່າງໆ ຂອງພະອົງມີຈຸດປະສົງຫຍັງ?
▪ ໃຜໄປປະກາດໃນແຂວງຄາລິເລກັບພະເຍຊູ ແລະກິດຈະການຂອງພະເຍຊູເກີດຜົນຢ່າງໃດ?