ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບລ ບົດທີ 38
  • ໂຍຮັນ​ຂາດ​ຄວາມ​ເຊື່ອ​ບໍ?

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ໂຍຮັນ​ຂາດ​ຄວາມ​ເຊື່ອ​ບໍ?
  • ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ເລື່ອງທີ່ຄ້າຍກັນ
  • ໂຢຮັນ​ຜູ້​ໃຫ້​ບັບເຕມາ—ຕົວຢ່າງ​ທີ່​ຊ່ວຍ​ໃຫ້​ເຮົາ​ມີ​ຄວາມ​ສຸກ​ສະເໝີ
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2019
  • ພະ​ເຢຊູ​ຄລິດ​ແມ່ນ​ໃຜ?
    ຮຽນຄຳພີໄບເບິນແລ້ວໄດ້ຫຍັງ?
  • ພະ​ເຍຊູ​ຄລິດ​ແມ່ນ​ໃຜ?
    ຄຳພີໄບເບິນສອນແນວໃດແທ້ໆ?
  • ໂຍຮັນ​ລົດ​ນ້ອຍ​ລົງ ພະ​ເຍຊູ​ເພີ່ມ​ພູນ​ຂຶ້ນ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ບລ ບົດທີ 38

ບົດ 38

ໂຍຮັນ​ຂາດ​ຄວາມ​ເຊື່ອ​ບໍ?

ໂຍຮັນ​ຜູ້​ໃຫ້​ບັບເຕມາ​ເຊິ່ງ​ຕອນ​ນີ້​ຖືກ​ຄຸກ​ເກືອບ​ໜຶ່ງ​ປີ​ແລ້ວ ໄດ້​ຂ່າວ​ການ​ຟື້ນ​ຄືນ​ຈາກ​ຕາຍ​ຂອງ​ລູກ​ຊາຍ​ຍິງ​ໝ້າຍ​ຢູ່​ເມືອງ​ນາອີນ. ເຖິງ​ແນວ​ນັ້ນ​ກໍ​ຕາມ​ໂຍຮັນ​ຢາກ​ໄດ້​ຂ່າວ​ຈາກ​ພະ​ເຍຊູ​ໂດຍ​ກົງ​ເຖິງ​ຄວາມ​ໝາຍ​ກ່ຽວ​ກັບ​ເຫດການ​ນັ້ນ ດັ່ງ​ນັ້ນ​ທ່ານ​ຈຶ່ງ​ໃຊ້​ລູກ​ສິດ​ສອງ​ຄົນ​ໄປ​ຖາມ​ວ່າ “ພະອົງ​ເປັນ​ຜູ້​ທີ່​ຈະ​ມາ​ຫຼື ຫຼື​ພວກ​ຂ້າພະເຈົ້າ​ຕ້ອງ​ຈະ​ຄອງ​ຫາ​ຜູ້​ໜຶ່ງ​ອີກ”?

ນັ້ນ​ອາດ​ຈະ​ເປັນ​ຄຳຖາມ​ທີ່​ຟັງ​ແລ້ວ​ແປກໆ ໂດຍ​ສະເພາະ​ໂຍຮັນ​ທີ່​ເຄີຍ​ເຫັນ​ພະ​ວິນຍານ​ຂອງ​ພະເຈົ້າ​ລົງ​ມາ​ສະຖິດ​ກັບ​ພະ​ເຍຊູ ພ້ອມ​ທັງ​ໄດ້​ຍິນ​ສຽງ​ຂອງ​ພະເຈົ້າ​ສະແດງ​ຄວາມ​ໂປດປານ​ເມື່ອ​ທ່ານ​ໃຫ້​ພະ​ເຍຊູ​ຮັບ​ບັບເຕມາ​ເກືອບ​ສອງ​ປີ​ແລ້ວ. ຄຳຖາມ​ຂອງ​ໂຍຮັນ​ອາດ​ເຮັດ​ໃຫ້​ບາງ​ຄົນ​ລົງ​ຄວາມ​ເຫັນ​ວ່າ​ຄວາມ​ເຊື່ອ​ຂອງ​ທ່ານ​ພວມ​ອ່ອນ​ລົງ, ແຕ່​ບໍ່​ເປັນ​ເຊັ່ນ​ນັ້ນ. ຖ້າ​ໂຍຮັນ​ເລີ່ມ​ເກີດ​ຄວາມ​ສົງໄສ ພະ​ເຍຊູ​ຄົງ​ຈະ​ບໍ່​ຍົກຍ້ອງ​ໂຍຮັນ ດັ່ງ​ຄື​ພະອົງ​ກ່າວ​ໃນ​ໂອກາດ​ນີ້. ສະນັ້ນ ຍ້ອນ​ຫຍັງ​ໂຍຮັນ​ຈຶ່ງ​ຖາມ​ແບບ​ນີ້?

ໂຍຮັນ​ອາດ​ຈະ​ຢາກ​ໄດ້​ການ​ຢືນຢັນ​ຈາກ​ພະ​ເຍຊູ​ວ່າ​ພະອົງ​ເປັນ​ເມຊີ​ເທົ່າ​ນັ້ນ. ສິ່ງ​ນີ້​ຈະ​ເປັນ​ການ​ຫນູນໃຈ​ຫຼາຍ​ແກ່​ໂຍຮັນ​ໃນ​ເວລາ​ທີ່​ທ່ານ​ຫງອຍ​ເຫງົາ​ຢູ່​ໃນ​ຄຸກ. ເຖິງ​ແນວ​ນັ້ນ​ກໍ​ຕາມ​ເບິ່ງ​ຄື​ວ່າ​ຄຳຖາມ​ຂອງ​ໂຍຮັນ​ໝາຍ​ເຖິງ​ຫຼາຍ​ກວ່າ​ນັ້ນ​ອີກ. ເຫັນ​ໄດ້​ແຈ້ງ​ວ່າ​ທ່ານ​ຕ້ອງການ​ຮູ້​ວ່າ​ຈະ​ມີ​ຄົນ​ໃດ​ອີກ​ມາ​ສືບ​ຕຳແໜ່ງ ເຊິ່ງ​ຈະ​ເຮັດ​ໃຫ້​ທຸກ​ສິ່ງ​ສຳເລັດ​ເປັນ​ຈິງ​ຕາມ​ທີ່​ພະຍາກອນ​ໄວ້​ວ່າ​ຈະ​ສຳເລັດ​ໃນ​ຕົວ​ພະ​ເມຊີ.

ຕາມ​ຄຳ​ພະຍາກອນ​ໃນ​ຄຳພີ​ໄບເບິນ​ທີ່​ໂຍຮັນ​ຮູ້​ຈັກ​ດີ​ວ່າ ຜູ້​ຖືກ​ເຈີມ​ຂອງ​ພະເຈົ້າ​ຈະ​ໄດ້​ເປັນ​ກະສັດ ເປັນ​ຜູ້​ຊ່ວຍ​ໃຫ້​ລອດ, ແຕ່​ໂຍຮັນ​ຍັງ​ຕິດ​ຄຸກ​ຢູ່ ເຖິງ​ວ່າ​ພະ​ເຍຊູ​ຮັບ​ບັບເຕມາ​ໄດ້​ຫຼາຍ​ເດືອນ​ແລ້ວ. ດັ່ງ​ນັ້ນ​ໂຍຮັນ​ຄົງ​ຈະ​ຖາມ​ພະ​ເຍຊູ​ວ່າ ‘ພະອົງ​ເປັນ​ທ່ານ​ຜູ້​ນັ້ນ​ທີ່​ຈະ​ຕັ້ງ​ລາຊະອານາຈັກ​ຂອງ​ພະເຈົ້າ​ດ້ວຍ​ລິດ​ອຳນາດ​ແທ້ໆ ຫຼື​ຈະ​ມີ​ອີກ​ຜູ້​ໜຶ່ງ​ມາ​ສືບ​ຕຳແໜ່ງ​ເຊິ່ງ​ພວກ​ເຮົາ​ຄວນ​ຄອງ​ຫາ​ໃຫ້​ສຳເລັດ​ຕາມ​ຄຳ​ພະຍາກອນ​ອັນ​ເລີດ​ລ້ຳ​ທີ່​ກຳນົດ​ໄວ້​ກ່ຽວ​ກັບ​ສະຫງ່າ​ລາສີ​ຂອງ​ພະ​ເມຊີ​ບໍ?’

ແທນ​ທີ່​ພະ​ເຍຊູ​ຈະ​ບອກ​ລູກ​ສິດ​ຂອງ​ໂຍຮັນ​ວ່າ ‘ແນ່ນອນ ເຮົາ​ເປັນ​ຜູ້​ນັ້ນ​ທີ່​ຈະ​ມາ!’ ໃນ​ຕອນ​ນັ້ນ​ແຫຼະ ພະອົງ​ໄດ້​ສະແດງ​ການ​ອັດສະຈັນ​ໂດຍ​ການ​ປົວ​ຄົນ​ເຈັບ​ປ່ວຍ​ຫຼາຍ​ຄົນ​ໃຫ້​ດີ​ຈາກ​ພະຍາດ​ຕ່າງໆ ຫຼາຍ​ຢ່າງ. ແລ້ວ​ພະອົງ​ບອກ​ລູກ​ສິດ​ສອງ​ຄົນ​ນັ້ນ​ວ່າ “ທ່ານ​ຈົ່ງ​ໄປ​ເລົ່າ​ເລື່ອງ​ການ​ທັງ​ຫຼາຍ​ທີ່​ທ່ານ​ໄດ້​ຍິນ​ແລະ​ໄດ້​ເຫັນ​ໃຫ້​ທ່ານ​ໂຍຮັນ​ຟັງ. ຄື​ວ່າ​ຫມູ່​ຄົນ​ຕາ​ບອດ​ກໍ​ເຫັນ​ຮຸ່ງ​ມາ​ອີກ ແລະ​ຫມູ່​ຄົນ​ຂາ​ເຢກ​ຂາ​ຫ້ານ​ກໍ​ຍ່າງ​ໄປ ຫມູ່​ຄົນ​ຂີ້ທູດ​ເປັນ​ດີ​ສະອາດ​ແລ້ວ ແລະ​ຫມູ່​ຄົນ​ຫູ​ໜວກ​ກໍ​ຍິນ​ໄດ້ ແລະ​ຄົນ​ຕາຍ​ແລ້ວ​ກໍ​ຄືນ​ມາ​ຈາກ​ຕາຍ ແລະ​ຄຳ​ປະເສີດ​ເປັນ​ທີ່​ເທສະໜາ​ແກ່​ຄົນ​ທຸກ​ຍາກ​ທັງ​ຫຼາຍ.”

ອັນ​ນີ້​ໝາຍ​ຄວາມ​ວ່າ ຄຳຖາມ​ຂອງ​ໂຍຮັນ​ສໍ່​ວ່າ​ທ່ານ​ຄາດ​ໝາຍ​ຈະ​ເຫັນ​ພະ​ເຍຊູ​ທຳ​ການ​ອັດສະຈັນ​ຫຼາຍ​ກວ່າ​ພະອົງ​ໄດ້​ທຳ​ຢູ່ ຫຼື​ອາດ​ຈະ​ປົດ​ປ່ອຍ​ໂຍຮັນ​ໃຫ້​ເປັນ​ອິດສະຫຼະ. ຢ່າງ​ໃດ​ກໍ​ຕາມ ພະ​ເຍຊູ​ບອກ​ໂຍຮັນ​ບໍ່​ໃຫ້​ຄາດ​ໝາຍ​ຍິ່ງ​ກວ່າ​ການ​ອັດສະຈັນ​ທີ່​ກະທຳ​ຢູ່​ແລ້ວ.

ເມື່ອ​ລູກ​ສິດ​ຂອງ​ໂຍຮັນ​ຈາກ​ໄປ ພະ​ເຍຊູ​ປິ່ນ​ໄປ​ກ່າວ​ກັບ​ຝູງ​ຊົນ​ວ່າ​ໂຍຮັນ​ເປັນ “ຜູ້​ຮັບໃຊ້” ຂອງ​ພະ​ເຢໂຫວາ ຕາມ​ທີ່​ກ່າວ​ໄວ້​ລ່ວງ​ໜ້າ​ໃນ​ມາລາກີ 3:1 ແລະ​ເປັນ​ຜູ້​ພະຍາກອນ​ເອລີ​ດັ່ງ​ທີ່​ໄດ້​ບອກ​ໄວ້​ໃນ​ມາລາກີ 4:5, 6. ດັ່ງ​ນັ້ນ​ພະອົງ​ໄດ້​ຍົກຍ້ອງ​ໂຍຮັນ​ໃຫ້​ເທົ່າ​ກັບ​ຜູ້​ພະຍາກອນ​ອື່ນໆ ທີ່​ເຄີຍ​ຢູ່​ກ່ອນ​ທ່ານ ໂດຍ​ຊີ້​ແຈງ​ວ່າ “ຈິງ​ແທ້ ເຮົາ​ກ່າວ​ແກ່​ທ່ານ​ທັງ​ຫຼາຍ​ວ່າ ໃນ​ທ່າມກາງ​ຄົນ​ທັງ​ຫຼາຍ​ທີ່​ໄດ້​ເກີດ​ແຕ່​ຜູ້​ຍິງ​ທ່ານ​ໃຫຍ່​ກວ່າ​ທ່ານ​ໂຍຮັນ​ບັບຕິດໂຕ ກໍ​ບໍ່​ເກີດ​ມາ​ສັກ​ເທື່ອ ແຕ່​ວ່າ​ຄົນ​ເລັກ​ນ້ອຍ​ທີ່​ສຸດ​ໃນ​ແຜ່ນດິນ​ສະຫວັນ​ກໍ​ໃຫຍ່​ກວ່າ​ທ່ານ​ໂຍຮັນ​ອີກ. ແຕ່​ວ່າ​ຕັ້ງ​ແຕ່​ເວລາ​ວັນ​ແຫ່ງ​ທ່ານ​ໂຍຮັນ​ບັບຕິດໂຕ​ຈົນ​ເຖິງ​ທຸກ​ວັນ​ນີ້ ແຜ່ນດິນ​ສະຫວັນ​ເປັນ​ທີ່​ຊີງ​ເອົາ ແລະ​ຜູ້​ທີ່​ເປັນ​ຄົນ​ຊີງ​ກໍ​ຍາດ​ເອົາ​ແຜ່ນດິນ​ນັ້ນ.”

ໃນ​ຂໍ້​ຄວາມ​ນີ້ ພະ​ເຍຊູ​ສະແດງ​ວ່າ​ໂຍຮັນ​ຈະ​ບໍ່​ຢູ່​ໃນ​ລາຊະອານາຈັກ​ຝ່າຍ​ສະຫວັນ ເນື່ອງ​ຈາກ​ຜູ້​ນ້ອຍ​ທີ່​ສຸດ​ໃນ​ແຜ່ນດິນ​ສະຫວັນ​ກໍ​ໃຫຍ່​ກວ່າ​ໂຍຮັນ​ອີກ. ໂຍຮັນ​ກຽມ​ທາງ​ໄວ້​ໃຫ້​ພະ​ເຍຊູ​ແຕ່​ທ່ານ​ເອງ​ໄດ້​ຕາຍ​ກ່ອນ​ພະ​ຄລິດ​ປະທັບ​ຕາ​ຄຳ​ສັນຍາ​ໄມຕີ​ຫຼື​ຂໍ້​ຕົກ​ລົງ​ກັບ​ພວກ​ສາວົກ​ຂອງ​ພະອົງ ເພື່ອ​ໃຫ້​ເຂົາ​ຮ່ວມ​ປົກຄອງ​ກັບ​ພະອົງ​ໃນ​ລາຊະອານາຈັກ. ນັ້ນ​ເປັນ​ເຫດ​ທີ່​ພະ​ເຍຊູ​ກ່າວ​ວ່າ​ໂຍຮັນ​ຈະ​ບໍ່​ຢູ່​ໃນ​ລາຊະອານາຈັກ​ຝ່າຍ​ສະຫວັນ. ດັ່ງ​ນັ້ນ​ທ່ານ​ໂຍຮັນ​ຈະ​ເປັນ​ພົນລະເມືອງ​ຂອງ​ແຜ່ນດິນ​ໂລກ​ພາຍ​ໃຕ້​ລາຊະອານາຈັກ​ຂອງ​ພະເຈົ້າ. ລຶກາ 7:18-30; ມັດທາຽ 11:2-15.

▪ ຍ້ອນ​ຫຍັງ​ໂຍຮັນ​ຈຶ່ງ​ຖາມ​ວ່າ​ພະ​ເຍຊູ​ເປັນ​ຜູ້​ນັ້ນ​ທີ່​ຈະ​ມາ​ຫຼື​ບໍ່ ຫຼື​ຄວນ​ຈະ​ຄອງ​ຫາ​ອີກ​ຜູ້​ໜຶ່ງ?

▪ ພະ​ເຍຊູ​ກ່າວ​ເຖິງ​ຄຳ​ພະຍາກອນ​ໃດ​ທີ່​ສຳເລັດ​ສົມ​ຈິງ​ກັບ​ໂຍຮັນ?

▪ ເປັນ​ຫຍັງ​ໂຍຮັນ​ຜູ້​ໃຫ້​ບັບເຕມາ​ຈະ​ບໍ່​ຢູ່​ໃນ​ສະຫວັນ​ກັບ​ພະ​ເຍຊູ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌