ຫ້ອງສະໝຸດອອນລາຍຂອງວັອດສ໌ທາວເວີ້
ຫໍສັງເກດການ
ຫ້ອງສະໝຸດອອນລາຍ
ລາວ
  • ຄຳພີໄບເບິນ
  • ສິ່ງພິມ
  • ການປະຊຸມ
  • ບລ ບົດທີ 50
  • ຕຽມ​ປະເຊີນ​ໜ້າ​ການ​ຂົ່ມເຫງ

ສ່ວນນີ້ບໍ່ມີວິດີໂອ

ຂໍອະໄພ ບໍ່ສາມາດເປີດວິດີໂອໄດ້

  • ຕຽມ​ປະເຊີນ​ໜ້າ​ການ​ຂົ່ມເຫງ
  • ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • ເລື່ອງທີ່ຄ້າຍກັນ
  • ການ​ກຽມ​ເຫຼົ່າ​ອັກຄະສາວົກ​ເພື່ອ​ການ​ຈາກ​ໄປ​ຂອງ​ພະອົງ
    ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
  • “ຈົ່ງ​ໄປ​ແລະ​ກະທຳ​ໃຫ້ . . . ເປັນ​ລູກສິດ”
    “ຕາມເຮົາໄປເຖີ້ນ”
  • ‘ຈົ່ງ​ໄປ​ແລະ​ກະທຳ​ໃຫ້​ຄົນ​ທຸກ​ຊາດເຂົ້າ​ເປັນ​ລູກ​ສິດ’
    ຫໍສັງເກດການປະກາດລາຊະອານາຈັກຂອງພະເຢໂຫວາ (ສຶກສາ)—2016
ບຸລຸດຜູ້ຍິ່ງໃຫຍ່ທີ່ສຸດເທົ່າທີ່ໂລກເຄີຍເຫັນ
ບລ ບົດທີ 50

ບົດ 50

ຕຽມ​ປະເຊີນ​ໜ້າ​ການ​ຂົ່ມເຫງ

ຫຼັງ​ຈາກ​ທີ່​ໄດ້​ສອນ​ບັນດາ​ສາວົກ​ກ່ຽວ​ກັບ​ວິທີ​ປະຕິບັດ​ງານ​ປະກາດ​ແລ້ວ ພະ​ເຍຊູ​ຈຶ່ງ​ເຕືອນ​ເຂົາ​ເຈົ້າ​ໃຫ້​ຮູ້​ໄດ້​ເຖິງ​ຜູ້​ຕໍ່​ຕ້ານ. ພະອົງ​ກ່າວ​ວ່າ “ຈົ່ງ​ເບິ່ງ​ຝ່າຍ​ເຮົາໆ ໃຊ້​ທ່ານ​ທັງ​ຫຼາຍ​ໄປ​ເໝືອນ​ເປັນ​ແພະ [“ແກະ,” ລ.ມ.] ໃນ​ທ່າມກາງ​ຝູງ​ໝາໄນ . . . ແລະ​ຈົ່ງ​ລະວັງ​ໃຫ້​ດີ​ດ້ວຍ​ຄົນ​ທັງ​ຫຼາຍ ເພາະ​ວ່າ​ເຂົາ​ຈະ​ມອບ​ທ່ານ​ທັງ​ຫຼາຍ​ໄວ້​ລົງ​ສານ​ຕະລາການ ແລະ​ເຂົາ​ຈະ​ຂ້ຽນ​ທ່ານ​ທັງ​ຫຼາຍ​ໃນ​ໂຮງ​ທຳ​ແຫ່ງ​ເຂົາ. ແລະ​ເຂົາ​ຈະ​ເອົາ​ທ່ານ​ທັງ​ຫຼາຍ​ໄປ​ຕໍ່​ໜ້າ​ຜູ້​ຄຸ້ມຄອງ​ແລະ​ກະສັດ​ທັງ​ຫຼາຍ.”

ເຖິງ​ວ່າ​ສາວົກ​ຂອງ​ພະອົງ​ຈະ​ປະເຊີນ​ໜ້າ​ກັບ​ການ​ຂົ່ມເຫງ​ຢ່າງ​ແສນ​ສາຫັດ​ກໍ​ຕາມ ພະ​ເຍຊູ​ໄດ້​ໃຫ້​ຄຳ​ສັນຍາ​ທີ່​ໃຫ້​ກຳລັງ​ໃຈ​ວ່າ “ເມື່ອ​ເຂົາ​ຈະ​ມອບ​ທ່ານ​ທັງ​ຫຼາຍ​ໄວ້​ນັ້ນ ຢ່າ​ຄຶດ​ອຸກ​ໃຈ​ວ່າ​ຈະ​ປາກ​ຢ່າງ​ໃດ​ແລະ​ຈະ​ເວົ້າ​ສິ່ງ​ໃດ ດ້ວຍ​ວ່າ​ສິ່ງ​ນັ້ນ​ທີ່​ທ່ານ​ທັງ​ຫຼາຍ​ຕ້ອງ​ເວົ້າ ກໍ​ຈະ​ເປັນ​ທີ່​ປະທານ​ໃຫ້​ແກ່​ທ່ານ​ໃນ​ເວລາ​ໂມງ​ນັ້ນ. ເພາະ​ວ່າ​ທ່ານ​ທັງ​ຫຼາຍ​ຈະ​ບໍ່​ເປັນ​ຜູ້​ປາກ ແຕ່​ວ່າ​ເປັນ​ພະ​ວິນຍານ​ແຫ່ງ​ພະ​ບິດາ​ຂອງ​ທ່ານ​ທັງ​ຫຼາຍ​ທີ່​ປາກ​ໃນ​ທ່ານ​ທັງ​ຫຼາຍ.”

ພະ​ເຍຊູ​ກ່າວ​ຕໍ່​ໄປ​ວ່າ “ອ້າຍ​ຈະ​ມອບ​ນ້ອງ​ໄວ້​ໃຫ້​ຕາຍ ແລະ​ພໍ່​ຈະ​ມອບ​ໄວ້​ລູກ ແລະ​ລູກ​ຈະ​ຢືນ​ຂຶ້ນ​ຕໍ່​ພໍ່​ແມ່​ແລະ​ຈະ​ໃຫ້​ເຂົາ​ຕາຍ​ເສຍ.” ພະອົງ​ກ່າວ​ເສີມ​ອີກ​ວ່າ “ຄົນ​ທັງ​ປວງ​ຈະ​ກຽດ​ຊັງ​ທ່ານ​ທັງ​ຫຼາຍ​ເພາະ​ເຫັນ​ແກ່​ນາມ​ຊື່​ຂອງ​ເຮົາ ແຕ່​ວ່າ​ຜູ້​ທີ່​ຈະ​ອົດ​ທົນ​ເຖິງ​ທີ່​ສຸດ ຜູ້​ນັ້ນ​ຈະ​ໄດ້​ພົ້ນ.”

ການ​ປະກາດ​ເປັນ​ວຽກ​ງານ​ສຳຄັນ​ທີ່​ສຸດ. ສະນັ້ນ ພະ​ເຍຊູ​ຈຶ່ງ​ເນັ້ນ​ເຖິງ​ຄວາມ​ຈຳເປັນ​ທີ່​ຕ້ອງ​ຮອບຄອບ​ເພື່ອ​ຈະ​ດຳເນີນ​ງານ​ນັ້ນ​ໄດ້​ຢ່າງ​ສະດວກ. ພະອົງ​ກ່າວ​ວ່າ “ເມື່ອ​ເຂົາ​ຈະ​ຂົ່ມເຫງ​ທ່ານ​ທັງ​ຫຼາຍ​ໃນ​ເມືອງ​ນີ້ ຈົ່ງ​ປົບ​ໜີ​ໄປ​ໃນ​ເມືອງ​ນັ້ນ ເຫດ​ວ່າ ຈິງ​ແທ້​ເຮົາ​ກ່າວ​ແກ່​ທ່ານ​ທັງ​ຫຼາຍ​ວ່າ ທ່ານ​ທັງ​ຫຼາຍ​ຈະ​ບໍ່​ທັນ​ໄປ​ທົ່ວ​ເມືອງ​ທັງ​ຫຼາຍ​ແຫ່ງ​ພວກ​ຍິດສະລາເອນ​ກ່ອນ​ບຸດ​ມະນຸດ​ຈະ​ມາ​ແລ້ວ.”

ແມ່ນ​ຢູ່​ພະ​ເຍຊູ​ໃຫ້​ຄຳ​ແນະນຳ ຄຳ​ເຕືອນ ແລະ​ຄຳ​ຫນູນໃຈ​ນີ້​ແກ່​ອັກຄະສາວົກ 12 ຄົນ​ຂອງ​ພະອົງ​ກໍ​ຈິງ ແຕ່​ມັນ​ຫາກ​ມີ​ຄວາມ​ໝາຍ​ຕໍ່​ບັນດາ​ຄົນ​ທີ່​ມີ​ສ່ວນ​ຮ່ວມ​ໃນ​ການ​ປະກາດ​ທົ່ວ​ໂລກ ພາຍ​ຫຼັງ​ທີ່​ພະອົງ​ສິ້ນ​ພະຊົນ​ແລ້ວ​ຄືນ​ຈາກ​ຕາຍ. ນີ້​ປາກົດ​ໃນ​ຄຳ​ກ່າວ​ຂອງ​ພະອົງ​ທີ່​ວ່າ “ຄົນ​ທັງ​ປວງ​ຈະ​ກຽດ​ຊັງ” ສາວົກ​ຂອງ​ພະອົງ ບໍ່​ພຽງ​ແຕ່​ຊາດ​ຍິດສະລາເອນ​ທີ່​ພວກ​ອັກຄະສາວົກ​ປະກາດ​ນຳ. ນອກ​ຈາກ​ນັ້ນ ຕອນ​ທີ່​ພະ​ເຍຊູ​ສົ່ງ​ເຫຼົ່າ​ອັກຄະສາວົກ​ອອກ​ໄປ​ປະກາດ​ໄລຍະ​ສັ້ນ ເຂົາ​ບໍ່​ໄດ້​ຖືກ​ຟ້ອງ​ຮ້ອງ​ຕໍ່​ໜ້າ​ເຈົ້າ​ເມືອງ​ແລະ​ກະສັດ. ອີກ​ອັນ​ໜຶ່ງ ຜູ້​ມີ​ຄວາມ​ເຊື່ອ​ສະໄໝ​ນັ້ນ ບໍ່​ໄດ້​ຖືກ​ສະມາຊິກ​ໃນ​ຄອບຄົວ​ມອບ​ເຂົາ​ໄວ້​ໃຫ້​ເຖິງ​ແກ່​ຄວາມ​ຕາຍ.

ດັ່ງ​ນັ້ນ​ແລ້ວ ເມື່ອ​ພະອົງ​ກ່າວ​ຕໍ່​ສາວົກ​ທັງ​ຫຼາຍ​ໃຫ້​ຮູ້​ວ່າ​ເຂົາ​ເຈົ້າ​ຈະ​ບໍ່​ທັນ​ປະກາດ​ໄປ​ທົ່ວ​ເຖິງ “ກ່ອນ​ບຸດ​ມະນຸດ​ຈະ​ມາ​ແລ້ວ” ນັ້ນ ພະ​ເຍຊູ​ກ່າວ​ເຊີງ​ພະຍາກອນ​ໃຫ້​ເຮົາ​ຮູ້​ວ່າ ພວກ​ສາວົກ​ຄົງ​ຈະ​ບໍ່​ທັນ​ປະກາດ​ຂ່າວ​ການ​ຈັດ​ຕັ້ງ​ລາຊະອານາຈັກ​ຂອງ​ພະເຈົ້າ​ໄປ​ທົ່ວ​ແຜ່ນດິນ​ໂລກ​ໃຫ້​ທົ່ວ​ເຖິງ​ກ່ອນ​ພະ​ເຍຊູ​ຄລິດ​ກະສັດ​ອົງ​ສະຫງ່າ​ລາສີ​ຈະ​ມາ​ໃນ​ຖານະ​ຜູ້​ພິພາກສາ​ໂທດ​ຂອງ​ພະ​ເຢໂຫວາ​ໃນ​ອາຣ໌ມາເກດອນ.

ພະ​ເຍຊູ​ໃຫ້​ຄຳ​ຊີ້​ແນະ​ກ່ຽວ​ກັບ​ການ​ປະກາດ​ຕໍ່​ໄປ​ວ່າ “ລູກ​ສິດ​ບໍ່​ໃຫຍ່​ກວ່າ​ນາຍ​ຄູ​ແຫ່ງ​ຕົນ ແລະ​ຂ້າ​ໃຊ້​ບໍ່​ໃຫຍ່​ກວ່າ​ເຈົ້ານາຍ​ແຫ່ງ​ຕົນ.” ສະນັ້ນ ສາວົກ​ຂອງ​ພະ​ເຍຊູ​ຕ້ອງ​ຄາດ​ໝາຍ​ວ່າ ຈະ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຊົ່ວ​ຮ້າຍ ແລະ​ຖືກ​ຂົ່ມເຫງ​ເໝືອນ​ດັ່ງ​ພະອົງ​ໄດ້​ຮັບ​ເນື່ອງ​ຈາກ​ການ​ປະກາດ​ເຖິງ​ລາຊະອານາຈັກ​ຂອງ​ພະເຈົ້າ. ເຖິງ​ແນວ​ນັ້ນ​ກໍ​ຕາມ ພະອົງ​ເຕືອນ​ວ່າ “ຢ່າຊູ​ຢ້ານ​ຄົນ​ທັງ​ຫຼາຍ​ທີ່​ຂ້າ​ຕົວ​ຄົນ ແຕ່​ວ່າ​ອາດ​ຂ້າ​ຈິດໃຈ [“ຈິດວິນຍານ,” ລ.ມ.] ກໍ​ບໍ່​ໄດ້ ແຕ່​ວ່າ​ດີ​ກວ່າ​ຈະ​ຢ້ານ​ພະອົງ​ຜູ້​ມີ​ອຳນາດ​ຈະ​ໃຫ້​ທັງ​ຈິດໃຈ [“ຈິດວິນຍານ,” ລ.ມ.] ກັບ​ກາຍ​ຈິບຫາຍ​ໄປ​ໃນ​ໝໍ້​ນາລົກ [“ກີເຮນນາ,” ລ.ມ.] ໄດ້.”

ພະ​ເຍຊູ​ວາງ​ຕົວຢ່າງ​ໃນ​ເລື່ອງ​ນີ້​ໄວ້. ພະອົງ​ກ້າຫານ​ແລະ​ອົດ​ທົນ​ຈົນ​ກະທັ່ງ​ຕາຍ ແທນ​ທີ່​ຈະ​ເລີກ​ຈົງ​ຮັກ​ພັກດີ​ຕໍ່​ພະ​ເຢໂຫວາ​ພະເຈົ້າ​ຜູ້​ມີ​ລິດທານຸພາບ​ທຸກ​ປະການ. ແມ່ນ​ແລ້ວ ພະ​ເຢໂຫວາ​ສາມາດ​ທຳລາຍ “ຈິດວິນຍານ” ຂອງ​ຄົນ​ເຮົາ (ໃນ​ກໍລະນີ​ນີ້​ໝາຍ​ເຖິງ​ຄວາມ​ຫວັງ​ໃນ​ອະນາຄົດ​ຂອງ​ຄົນ​ເຮົາ​ໃນ​ຖານະ​ເປັນ​ຈິດວິນຍານ​ທີ່​ມີ​ຊີວິດ​ຢູ່) ຫຼື​ປຸກ​ຄົນ​ໃຫ້​ຟື້ນ​ຈາກ​ຕາຍ​ໄດ້ ເພື່ອ​ເຂົາ​ຈະ​ຊື່ນຊົມ​ກັບ​ຊີວິດ​ຕະຫຼອດ​ໄປ. ຖື​ວ່າ ພະ​ເຢໂຫວາ​ຊ່າງ​ເປັນ​ພະ​ບິດາ​ທາງ​ພາກ​ສະຫວັນ​ທີ່​ປ່ຽມ​ດ້ວຍ​ຄວາມ​ຮັກ​ແລະ​ຄວາມ​ເມດຕາ​ແທ້ໆ!

ຖັດ​ຈາກ​ນັ້ນ ພະ​ເຍຊູ​ໃຫ້​ກຳລັງ​ໃຈ​ເຫຼົ່າ​ສາວົກ​ດ້ວຍ​ຄຳ​ອຸປະມາ​ທີ່​ເນັ້ນ​ເຖິງ​ການ​ໃຝ່​ໃຈ​ທີ່​ປ່ຽມ​ດ້ວຍ​ຄວາມ​ຮັກ​ເຊິ່ງ​ພະ​ເຢໂຫວາ​ມີ​ຕໍ່​ເຂົາ​ເຈົ້າ. ພະອົງ​ຖາມ​ວ່າ “ນົກ​ຈອກ​ສອງ​ຕົວ ເຂົາ​ຂາຍ​ລົດ​ໜຶ່ງ [“ອັດ​ໜຶ່ງ,” ປ.ມ.] ບໍ່​ໃຊ່​ຫຼື ແລະ​ແຕ່​ນົກ​ນັ້ນ​ຕົວ​ດຽວ​ຈະ​ຕົກ​ທີ່​ດິນ​ກໍ​ບໍ່​ໄດ້​ຖ້າ​ບໍ່​ແມ່ນ​ນ້ຳໃຈ​ແຫ່ງ​ພະ​ບິດາ​ຂອງ​ທ່ານ​ທັງ​ຫຼາຍ ແລະ​ຝ່າຍ​ທ່ານ​ທັງ​ຫຼາຍ​ແມ່ນ​ຜົມ​ທີ່​ຫົວ​ຂອງ​ທ່ານ​ເປັນ​ທີ່​ນັບ​ໄວ້​ແລ້ວ​ທຸກ​ເສັ້ນ. ເຫດ​ສັນນີ້ ຢ່າຊູ​ຢ້ານ ທ່ານ​ທັງ​ຫຼາຍ​ປະເສີດ​ກວ່າ​ນົກ​ຈອກ​ຫຼາຍ​ຕົວ.”

ຂ່າວ​ສານ​ເລື່ອງ​ລາຊະອານາຈັກ​ທີ່​ພະ​ເຍຊູ​ມອບ​ໝາຍ​ໃຫ້​ສາວົກ​ຂອງ​ພະອົງ​ປະກາດ​ນັ້ນ ໄດ້​ແບ່ງ​ແຍກ​ຄົນ​ໃນ​ຄອບຄົວ ເພາະ​ລາງ​ຄົນ​ໃນ​ຄອບຄົວ​ໄດ້​ຮັບ​ເອົາ​ຂ່າວ​ສານ​ນັ້ນ ແລະ​ມີ​ລາງ​ຄົນ​ໄດ້​ປະຕິເສດ. ພະອົງ​ຊີ້​ແຈງ​ວ່າ “ຢ່າ​ຄຶດ​ວ່າ ເຮົາ​ໄດ້​ເອົາ​ຄວາມ​ສຸກ​ສຳລານ​ມາ​ໃຊ້​ທີ່​ແຜ່ນດິນ​ໂລກ ເຮົາ​ໄດ້​ເອົາ​ບໍ່​ໃຊ່​ຄວາມ​ສຸກ​ສຳລານ ແຕ່​ວ່າ ດາບ​ມາ​ໃຊ້.” ດ້ວຍ​ເຫດ​ນີ້ ຫາກ​ສະມາຊິກ​ຄົນ​ໃດ​ໃນ​ຄອບຄົວ​ຍຶດ​ເອົາ​ຄວາມ​ຈິງ​ຈາກ​ຄຳພີ​ໄບເບິນ ຈະ​ຕ້ອງ​ເປັນ​ຄົນ​ກ້າຫານ. ພະ​ເຍຊູ​ກ່າວ​ວ່າ “ຜູ້​ທີ່​ຮັກ​ພໍ່​ຫຼື​ແມ່​ຫຼາຍ​ກວ່າ​ຮັກ​ເຮົາ​ກໍ​ບໍ່​ສົມຄວນ​ກັບ​ເຮົາ ແລະ​ຜູ້​ທີ່​ຮັກ​ລູກ​ຊາຍ​ຫຼື​ລູກ​ຍິງ​ຫຼາຍ​ກວ່າ​ຮັກ​ເຮົາ​ກໍ​ບໍ່​ສົມຄວນ​ກັບ​ເຮົາ.”

ຕອນ​ທ້າຍ​ຂອງ​ຄວາມ​ແນະນຳ ພະ​ເຍຊູ​ຊີ້​ແຈງ​ວ່າ​ຄົນ​ເຫຼົ່າ​ນັ້ນ​ທີ່​ຮັບ​ເອົາ​ສາວົກ​ຂອງ​ພະອົງ​ກໍ​ຮັບ​ເອົາ​ພະອົງ​ໄປ​ນຳ. “ຄົນ​ທຸກ​ຄົນ​ທີ່​ຈະ​ເອົາ​ນ້ຳ​ເຢັນ​ແຕ່​ຈອກ​ດຽວ​ໃຫ້​ກິນ​ແກ່​ຜູ້​ໜຶ່ງ​ໃນ​ຄົນ​ເລັກ​ນ້ອຍ​ຫມູ່​ນີ້ ເພາະ​ເຫດ​ເປັນ​ລູກ​ສິດ ຈິງ​ແທ້ ເຮົາ​ກ່າວ​ແກ່​ທ່ານ​ທັງ​ຫຼາຍ​ວ່າ ຜູ້​ນັ້ນ​ຈະ​ບໍ່​ເສຍ​ບຳເໜັດ​ແຫ່ງ​ຕົນ.” ມັດທາຽ 10:16-42.

▪ ພະ​ເຍຊູ​ໃຫ້​ຄຳ​ເຕືອນ​ຫຍັງ​ແກ່​ພວກ​ສາວົກ​ຂອງ​ພະອົງ?

▪ ພະອົງ​ຫນູນ​ກຳລັງ​ໃຈ​ແລະ​ປອບ​ໂຍນ​ເຂົາ​ຢ່າງ​ໃດ?

▪ ຍ້ອນ​ເຫດຜົນ​ຫຍັງ​ຄຳ​ແນະນຳ​ຂອງ​ພະ​ເຍຊູ​ຈຶ່ງ​ໃຊ້​ໄດ້​ກັບ​ຄລິດສະຕຽນ​ໃນ​ສະໄໝ​ປັດຈຸບັນ​ນຳ​ອີກ?

▪ ສາວົກ​ຂອງ​ພະ​ເຍຊູ​ບໍ່​ໃຫຍ່​ກວ່າ​ຄູ​ຂອງ​ຕົນ​ໃນ​ຄວາມ​ໝາຍ​ໃດ?

    ໜັງສືພາສາລາວ (1993-2025)
    ອອກຈາກລະບົບ
    ເຂົ້າສູ່ລະບົບ
    • ລາວ
    • ແຊຣ໌
    • ການຕັ້ງຄ່າ
    • Copyright © 2025 Watch Tower Bible and Tract Society of Pennsylvania
    • ເງື່ອນໄຂການນຳໃຊ້
    • ນະໂຍບາຍກ່ຽວກັບຂໍ້ມູນສ່ວນຕົວ
    • ຕັ້ງຄ່າຄວາມເປັນສ່ວນຕົວ
    • JW.ORG
    • ເຂົ້າສູ່ລະບົບ
    ແຊຣ໌